ວັນ​ທີ 2 ກັນຍາ ​ແມ່ນ​ວັນ​ມໍລະດົກ​ມິດຕະພາບ ​ຫວຽດນາມ - ອາ​ເມ​ລິ​ກາ ຢູ່ນະຄອນ ຊານຟານຊິດສໂກ

19:27 | 05/09/2024

ຍສໝ - ໃນ​​ການໄປ​ຢ້ຽມ​ຢາມ ແລະ ເຮັດວຽກ​ຂອງ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ຢູ່ອາ​ເມ​ລິ​ກາ ໃນ​ທ້າຍ​ເດືອນສິງຫາ 2024, ທ່ານນາງ​ຮອງ​ລັດ​ຖະ​ມົນ​ຕີ ເລ​ທິ​ທູ​ຮັ່ງ, ປະ​ທານ​ຄະ​ນະ​ກຳ​ມະ​ການ ໄດ້​ຮັບ​ຖະ​ແຫຼງ​ການ​ຈາກ​ເຈົ້າ​ຄອງ​ນະ​ຄອນຊານຟານຊິດສໂກ ລົງນາມ ດ້ວຍ​ເນື້ອ​ໃນ​ປະກາດ​ເອົາ​ວັນ​ທີ 2 ກັນຍາ ປີ 2024 ເປັນ​ວັນ​ມໍລະດົກ​ມິດຕະພາບ ຫວຽດນາມ - ອາ​ເມ​ລິ​ກາ ຢູ່​ນະຄອນ ແລະ ຂອບເຂດຂອງ ຊານຟານຊິດສໂກ ປີ 2024.

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ
ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ

ວັນ​ທີ 2 ກັນຍາ ​ແມ່ນ​ວັນ​ມໍລະດົກ​ມິດຕະພາບ ​ຫວຽດນາມ - ອາ​ເມ​ລິ​ກາ ຢູ່ນະຄອນ ຊານຟານຊິດສໂກ

Thứ trưởng Lê Thị Thu Hằng tiếp nhận bản Tuyên bố do Thị trưởng TP. San Francisco ký với nội dung công bố ngày 2/9/2024 là ngày Di sản Hữu nghị Việt Nam-Mỹ  ທ່ານ​ນາງ​ຮອງ​ລັດຖະມົນຕີ ເລ​ທິທູ​ຮັງ ​ໄດ້​ຮັບ​ຄຳ​ຖະ​ແຫຼ​ງຂອງ​ເຈົ້າ​ຄອງ​ນະຄອນຊານຟານຊິດສໂກ​ໄດ້​ລົງ​ນາມ​ໃນ​ເນື້ອ​ໃນ​ປະກາດ​ວັນ​ທີ 2 ກັນຍາ 2024 ​ເປັນ​ວັນ​ມໍລະດົກ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ.

ທ່ານນາງຮອງ​ລັດຖະມົນຕີ ເລ​ທິທູ​ຮັ່ງ ຮັບ​ຄຳ​ຖະ​ແຫຼ​ງການຂອງ​ເຈົ້າ​ຄອງ​ນະຄອນ ຊານຟານຊິດສໂກ ທີ່​ໄດ້​ລົງ​ນາມ​ກ່ຽວກັບ​ເນື້ອ​ໃນ​ປະກາດ ​ວັນ​ທີ 2 ກັນຍາ 2024 ​ເປັນ​ວັນ​ມໍລະດົກ​ມິດຕະພາບ​ ຫວຽດນາມ - ອາ​ເມ​ລິ​ກາ.

ທີ່​ການ​ພົບ​ປະ ທ່ານ​ນາງ ​ເລ​ທິທູ​ຮັ່ງ ​ໄດ້​ສະແດງຄວາມຂອບ​ໃຈຕໍ່​ອໍານາດການປົກຄອງຂອງນະຄອນ ຊານຟານຊິດສໂກ ທີ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຂະ​ບວນການ​ຊຸກຍູ້​ການ​ພົວພັນສອງຝ່າຍ ຫວຽດນາມ - ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ຄວາມ​ຕັດສິນ​ໃຈ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ແຮກສ່ຽວກັບ​ນະຄອນ ​ໂຮ່ຈີ​ມິນ ນັບແຕ່ກ່ອນ​ທີ່​ສອງ​ປະ​ເທດຫັນ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກະ​ຕິ.

ທ່ານ ນາງ ເລທິທູຮັ່ງ ໄດ້ສະແດງຄວາມປິຕິຊົມຊື່ນທີ່ເຫັນປະຈັກຕາເວລານາທີທີ່ທຸງຊາດຫວຽດນາມ ໄດ້ຊັກຂຶ້ນຢູ່ສະໜາມຫຼວງ ຊານຟານຊິດສໂກ ທີ່ພິທີເຄົາລົບທຸງຊາດເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ເຊິ່ງຈັດຂຶ້ນໃນວັນທີ 30 ສິງຫາ. ພິທີ​ເຄົາລົບ​ທຸງຊາດ​ຫວຽດນາມ ​ແມ່ນ​ເຫດການ​ການ​ເມືອງ​ປະຈຳ​ປີ​ທີ່​ອົງການປົກຄອງ​ນະຄອນ ຊານຟານຊິດສໂກ ສົມທົບ​ກັບ​ສະຖານ​ກົງສຸນ​ໃຫຍ່​ ຫວຽດນາມ ປະຈຳ ຊານຟານຊິດສໂກ ​ແລະ ຜູ້ຕາງໜ້າ​ລັດຫວຽດນາມ ປະຈຳ​ເຂດຕາ​ເວັນ​ຕົກ​ຂອງ ອາ​ເມ​ລິ​ກາ ຈັດ​ຂື້ນ. ຕາມ​ທ່ານ​ ນາງ ​ເລ​ທິ​ທູ​ຮັ່ງ ແລ້ວ, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະນະຄອນ ຊານຟານຊິດສໂກ.

Đoàn có buổi gặp gỡ nhóm chuyên gia kiều bào trẻ.  ຄະນະ​ຜູ້​ແທນ​ໄດ້​ມີ​ການ​ພົບ​ປະ​ກັບ​ຄະນະ​ຜູ້​ຊ່ຽວຊານ​ຊາວ​ໜຸ່ມຫວຽດນາມ ຢູ່​ຕ່າງປະ​ເທດ.

ຄະນະ​ຜູ້​ແທນ​ໄດ້​ມີ​ການ​ພົບ​ປະ​ກັບ​ກຸ່ມນັກຊ່ຽວຊານ​ຊາວ​ໜຸ່ມຫວຽດນາມ ຢູ່​ຕ່າງປະ​ເທດ.

ໃນຂອບເຂດຂອງການຢ້ຽມຢາມທີ່ ຮູດສຕັນ ແລະ ຊານຟານຊິດສໂກ, ຄະນະຜູ້ແທນໄດ້ພົບປະ ແລະ ຢ້ຽມຢາມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມາເປັນເວລາຫຼາຍປີ ແລະ ໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ອາເມລິກາ. ທ່ານ​ຮອງ​ລັດຖະມົນຕີ ນາງ ​ເລ​ທິທູ​ຮັ່ງ ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວຫວຽດນາມ ຢູ່ ອາ​ເມ​ລິ​ກາ ​ແລະ ສະແດງຄວາມດີ​ໃຈ​ຕໍ່​ການ​ເຊື່ອມ​ໂຍງ, ​ຜົນສຳ​ເລັດ ​ແລະ ການ​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ຂອງ​ປະຊາ​ຄົມ​ໃຫ້​ແກ່​ສັງຄົມ​ປະເທດເຈົ້າພາບ; ພ້ອມດຽວກັນນີ້, ກໍ່ສະແດງຄວາມຂອບໃຈຕໍ່ຄວາມຮັກແພງ ແລະ ການປະກອບສ່ວນຂອງພໍ່ແມ່ປະຊາຊົນທີ່ມີໃຫ້ກັບບ້ານເກີດເມືອງນອນ ແລະ ປະເທດຊາດ.

ທ່ານນາງ ເລທິທູຮັ່ງ ສະແດງຄວາມເຊື່ອໝັ້ນວ່າ ປະຊາຄົມຈະສືບຕໍ່ພັດທະນາຢ່າງເຂັ້ມແຂງ ແລະ ດ້ວຍນໍ້າໃຈສາມັກຄີຂອງເພື່ອນມິດ ອາເມລິກາ ແລະ ປະຊາຄົມຊາວຫວຽດນາມ ຢູ່ອາເມລິກາ, ຫວຽດນາມ ຈະກ້າວຂຶ້ນສູ່ລະດັບສູງໃໝ່.

​ໃນ​ໂອກາດ​ນີ້, ທ່ານ ​ນາງ ​ເລ​ທິທູ​ຮັ່ງ ​ໄດ້​ມອບປຶ້ມ​ອ່ານ​ກ່ຽວ​ກັບ​ວັດທະນະທຳ ​ແລະ ພູມ​ສາດ ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍໃຫ້ປະຊາຄົມຊາວຫວຽດນາມ ຢູ່ອາເມລິກາ, ​ພ້ອມກັບ​ປຶ້ມ​ນິທານ​ຂອງ​ຫວຽດນາມ ​ໃຫ້​ເດັກນ້ອຍ; ທ່ານ​ໃຫ້​ຮູ້​ວ່າ ກະຊວງ​ການ​ຕ່າງປະ​ເທດ​ພ້ອມ​ແລ້ວ​ທີ່​ຈະ​​ຊ່ວຍເຫຼືອ​ປະຊາ​ຄົມ​ໃນ​ການ​ກໍ່ສ້າງ​ຕູ້​ປຶ້ມ​ຫວຽດນາມ, ປາດ​ຖະໜາ​ຢາກ​ເຜີຍ​ແຜ່​ຄວາມ​ຮັກ​ມັກ​ພາສາ​ຫວຽດນາມ​ ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

ໃນ​ການ​ຢ້ຽມຢາມ, ຄະນະ​ຜູ້​ແທນ​ໄດ້​ພົບ​ປະ ​ແລະ ປຶກສາ​ຫາລື​ກັບ​ບັນດາ​ຜູ້​ມີຍົດສັກທາງສາສະໜາ​ຫວຽດນາມ ຢູ່​ລັດ ເທັກຊັດ ​ແລະ ລັດ ກາລີຟໍເນຍ. ທ່ານ ​ນາງ ​ເລ​ທິທູ​ຮັ່ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜູ້​ນໍາ​ສາສະໜາ​ທີ່​ໄດ້​ມີຄວາມ​ພະຍາຍາມເອົາໃຈໃສ່ເບິ່ງແຍງການດຳເນີນຊີວິດ​ຕາມຄວາມເຊື່ອ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ອາ​ເມ​ລິ​ກາ, ປະກອບສ່ວນ​ອະນຸລັກ​ຮັກສາ ​ແລະ ​ໂຄສະນາ​ຄວາມ​ງາມ​ຂອງ​ວັດທະນະທຳ ຫວຽດນາມ ​ໃຫ້​ມວນ​ຊົນ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ແລະ ປະຊາຊົນທ້ອງຖິ່ນ.

ທ່ານ ​ນາງ​ ​ເລ​ທິທູ​ຮັ່ງ ​ເນັ້ນ​ໜັກ​ວ່າ ບັນດາ​ສະຖານ​ທີ່​ທາງ​ສາສະໜາ ທັງ​ແມ່ນ​ສະຖານ​ທີ່​ເຄື່ອນ​ໄຫວ​ວັດທະນະທຳ, ຄວາມເຊື່ອຖື, ທັງ​ແມ່ນ​ສະຖານ​ທີ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ສະ​ແດງ​ຄວາມ​ຮູ້ສຶກຮັກແພງຕໍ່​ບ້ານ​ເກີດ​ເມືອງ​ນອນ, ຮັກສາ​ຮີດຄອງ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ, ​ຕິດພັນ​ກັບ​ກັບວົງຄະນາຍາດ, ສຶກສາຊາວຫວຽດນາມຮຸ້ນ​ໜຸ່ມ ​ຢູ່​ຕ່າງປະ​ເທດ​ກ່ຽວ​ກັບ​ກົກເຄົ້ສເຫງົ້າກໍ ແລະ ຈຸດຄວາມ​ງາມ​ດ້ານ​ວັດທະນະທຳ​ຂອງ​ຊາດ. ພ້ອມ​ກັນ​ນັ້ນ, ກໍ່ປາດ​ຖະໜາ​ວ່າ ບັນດາ​ອົງການ​ສາສະໜາ​ຈະ​ເອົາ​ໃຈ​ໃສ່​​ໃນ​ການ​ຮັກສາ​ພາສາ​ຫວຽດນາມ ​ແລະ ວັດທະນະທຳ​ຫວຽດນາມ ​ໃຫ້​ແກ່​ລຸ້ນໜຸ່ມກວ່າອີກ, ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ວັນ​ບຸນ ​ແລະ ປີ​ໃໝ່; ຈັດ​ຕັ້ງ​ຫ້ອງ​ຮຽນພາສາຫວຽດ​ນາມ, ສ້າງ​ຕູ້​ປຶ້ມ​ພາສາຫວຽດ ​ໃຫ້​ຊຸມ​ຊົນ.

ການ​ທູດ​ປະຊາຊົນ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື ຫວຽດນາມ - ອາ​ເມ​ລິ​ກາ
ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການໂອ້ລົມເຈລະຈາ ​ແລະ ການ​ເຊື່ອມ​ຕໍ່ວິສາຫະກິດ

ອ.ສະຫວັດ

ເຫດການ
302 Found

Found

The document has moved here.