ຕັ້ງໜ້າປະຕິບັດການຫັນບັນດາ​ຂໍ້​ຕົກລົງ​ ແລະຄວາມ​ຮັບ​ຮູ້ລວມ​ຂັ້ນ​ສູງລະຫວ່າງ ຫວຽດນາມ ​- ຈີນ ໃຫ້ປກົດຜົນເປັນຈິງ ແລະເປັນອັນລະອຽດ

08:53 | 27/09/2024

ຍສໝ - ​ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມ​ງານຕະຫຼາດນັດ ຈີນ-ອາ​ຊຽນ (CAEXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ ແລະ ​ການ​ລົງທຶນ ​ຈີນ-ອາ​ຊຽນ (CABIS) ຄັ້ງ​ທີ 21 ຢູ່​ນະຄອນ​ ໜານ​ໜິງ, ​ເຂດ​ປົກຄອງ​ຕົນ​ເອງ​​ຊົນເຜົ່າ​ຈ້ວງ, ກວາງຊີ​, ຈີນ ​ໃນ​ຕອນ​ບ່າຍ​ວັນ​ທີ 24 ກັນຍາ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ໂຮ່​ດຶກ​ເຟີກ ​ໄດ້​ມີ​ການ​ພົບ​ປະ​ກັບ​ສະ​ຫາຍ Ding Tiexiang, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ ສາທາລະນະລັດ ປະຊາຊົນຈີນ.

FAVIJA ມອບ​ເງິນ 200 ລ້ານ​ດົ່ງ​​ຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸ​ລູກທີ 3 (ພາຍຸຢາກີ)
3 ຂໍ້​ສະ​ເໜີ​ຂອງ VASEA ​ແນ​ໃສ່​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຖ່າຍທອດ​ເຕັກ​ໂນ​ໂລ​ຢີໃຫ້ ​ຫວຽດນາມ

ທີ່ການຂ່ຳນັບຮັບຕ້ອນ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ດຶກ​ເຟີກ ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ເປີດໄຂງານຕະຫຼາດນັດ CAEXPO ແລະ ​ກອງ​ປະ​ຊຸມ CABIS ຄັ້ງ​ທີ 21 ຢູ່ ກວາງ​ຊີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ding Tiexiang ເນັ້ນ​ໜັກ​ວ່າ ຈີນ ແລະ​ ຫວຽດ​ນາມ ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ຈີນ​ ໄດ້ຢຶດໝັ້ນສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນການພັດທະນາເສດ​ຖະ​ກິດ​, ສ້າງການຫັນປະເທດຊາດເປັນທັນ​ສະ​ໄໝຕາມເສັ້ນທາງສັງຄົມ​ນິຍົມທີ່ເໝາະສົມກັບ​ສະພາບ​ການ​ຂອງ​ ຫວຽດນາມ.

ຕັ້ງໜ້າປະຕິບັດການຫັນບັນດາ​ຂໍ້​ຕົກລົງ​ ແລະຄວາມ​ຮັບ​ຮູ້ລວມ​ຂັ້ນ​ສູງລະຫວ່າງ ຫວຽດນາມ ​- ຈີນ ໃຫ້ປກົດຜົນເປັນຈິງ ແລະເປັນອັນລະອຽດ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ດຶກ​ເຟີກ ໄດ້ພົບປະເຈລະຈາກັບສະ​ຫາຍ Ding Tiexiang, ກຳມະການຜູ້ປະຈຳກົມການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

ທ່ານ​ຮອງ​ນາຍົກລັດຖະມົນ ໂຮ່​ດຶກ​ເຟີກ ​ເນັ້ນ​ໜັກ​ວ່າ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ການປັບປຸງ ແລະ ພັດທະນາ​ການ​ພົວພັນ ຫວຽດນາມ - ຈີນ ​ແມ່ນການເລືອກ​ເຟັ້ນຍຸດ​ທະ​ສາດ, ບຸລິມະສິດ​ແຖວໜ້າ​ໃນ​ນະ​ໂຍບາຍ​ລວມຂອງການ​ຕ່າງປະ​ເທດ ຫວຽດນາມ, ປາດ​ຖະໜາຢາກ​ ພ້ອມກັບ ຈີນ ມານະພະຍາຍາມ ​ເພື່ອນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ນັບ​ມື້​ນັບ​ມີ​ການພັດທະນາຢ່າງ​ໝັ້ນ​ຄົງ, ປອດໃສ, ​ຍືນ​ຍົງ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ແລະ ຕີ​ລາ​ຄາ​ສູງ​ຕໍ່ບັນດາການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງປະ​ເທດຢ່າງຕັ້ງໜ້າ​ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນບັນດາການ​ຢ້ຽມ​ຢາມ​ທີ່ມີຄວາມໝາຍປະ​ຫວັດ​ສາດ​ຂອງ​ການ​ນຳ​ຂັ້ນ​ສູງ​ ​ສອງ​ພັກ, ສອງປະ​ເທດ, ໂດຍຜ່ານນັ້ນ ກໍ່ກຳນົດທິດຍຸດ​ທະ​ສາດໃຫ້ແກ່ການພັດທະນາ​ການ​ພົວພັນ​ສອງຝ່າຍ, ສ້າງ​ທີ່​ຕັ້ງ​ໃໝ່, ຍົກ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ເຫັນ​ດີ​ເປັນເອກະພາບໃນການກໍ່ສ້າງ​ປະຊາ​ຄົມ​ແບ່ງປັນ​ອະນາຄົດ ຫວຽດນາມ - ຈີນ ທີ່ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ.

ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້ ​ແລະ ເຮັດໃຫ້ການ​ພົວພັນສອງຝ່າຍ ຫວຽດນາມ - ຈີນ ເລິກເຊິ່ງກ່ວາ, ທ່ານ​ຮອງ​ນາຍົກລັດຖະມົນຕີ 2 ທ່ານ ​ໄດ້​ເຫັນ​ດີ​ເປັນ​ເອກະພາບເພີ່ມ​ທະວີ​ການ​ຊີ້​ນຳບັນດາກະຊວງ, ຂະແໜງການ, ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ ເພື່ອຕັ້ງໜ້າຫັນບັນດາ​ຂໍ້​ຕົກລົງ​ ແລະ ຄວາມ​ຮັບ​ຮູ້ລວມ​ຂັ້ນ​ສູງໃຫ້ປະກົດຜົນເປັນຈິງ ແລະ ເປັນອັນລະອຽດ, ເພີ່ມທະວີການ​ຮ່ວມ​ມືທີ່​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດສືບຕໍ່​ພັດທະນາ​ຢ່າງ​ໝັ້ນຄົງ, ປອດໃສ ແລະ ບັນລຸ​ໄດ້​ຜົນງານຫຼາຍຢ່າງກວ່າອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ໂຮ່​ດຶກ​ເຟີກ ສະ​ເໜີ​ໃຫ້ 2 ຝ່າຍ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ຢ້ຽມຢາມ, ພົບ​ປະ​ຂັ້ນ​ສູງໃຫ້ເປັນຢ່າງດີ, ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ແລກປ່ຽນ​ສຳຄັນ​ລະຫວ່າງ 2 ພັກ, 2 ປະ​ເທດຢ່າງມີຜົນສຳເລັດ​ໃນ​ໄລຍະ​ຈະ​ມາ​ເຖິງ; ຊຸກຍູ້​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ຕົວ​ຈິງ​ໃຫ້​ບັນລຸ​ໄດ້​ຄວາມກ້າວໜ້າ​ໃໝ່, ພິ​ເສດ​ແມ່ນ​ການ​ເຊື່ອມຕໍ່ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ທາງ​ລົດ​ໄຟ, ທາງບົກຜ່ານ​ຊາຍ​ແດນ ​ຫວຽດ​ນາມ - ຈີນ.

ຕັ້ງໜ້າປະຕິບັດການຫັນບັນດາ​ຂໍ້​ຕົກລົງ​ ແລະຄວາມ​ຮັບ​ຮູ້ລວມ​ຂັ້ນ​ສູງລະຫວ່າງ ຫວຽດນາມ ​- ຈີນ ໃຫ້ປກົດຜົນເປັນຈິງ ແລະເປັນອັນລະອຽດ

ພາບທີ່ກອງ​ປະ​ຊຸມພົບປະ.

ສະເໜີ​ໃຫ້​ລັດຖະບານ ​ຈີນ ໜູນ​ຊ່ວຍຢ່າງຕັ້ງໜ້າ ເພື່ອ ຫວຽດນາມ ໄດ້ຜັນຂະຫຍາຍການຄົ້ນຄ້ວາຄວາມເປັນໄປໄດ້ຂອງ​ເສັ້ນທາງ​ລົດ​ໄຟຂະໜາດມາດຕະຖານ ລາວ​ກາຍ - ຮ່າ​ໂນ້ຍ - ຫາຍ​ຟ່ອງ ​ໂດຍ​ໄວ ແລະ ສ້າງ​ການວາງແຜນຜັງບັນດາ​ເສັ້ນທາງ​ລົດ​ໄຟ​ທີ່ມີຂອບມາດຕະຖານ ລ້າງເຊີນ- ຮ່າ​ໂນ້ຍ, ມ໋ອງກ໋າຍ - ຫ້າລອງ - ຫາຍ​ຟ່ອງ ໂດຍ​ໄວ. ປາດ​ຖະໜາ​ໃຫ້ສືບ​ຕໍ່​ເປີດປະຕູທ້ອງຕະຫຼາດໃຫ້ບັນດາຜະລິດ​ຕະພັນ​ກະ​ເສດ, ສິນ​ທະ​ເລຂອງ ຫວຽດນາມ; ຊຸກຍູ້​ວິ​ສາ​ຫະກິດ​ ຈີນ ​ລົງທຶນ​ໃນ​ບັນດາ​ໂຄງການ​ມີ​ຄຸນ​ນະພາ​ບ, ມີ​ປະສິດທິ​ຜົນ, ​ເຕັກ​ໂນ​ໂລ​ຢີ​ສູງ, ຂົງ​ເຂດ​ໃໝ່​ຢູ່ ​ຫວຽດນາມ; ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ມິດຕະພາບ, ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ການ​ສຶກສາຢ່າງຕັ້ງໜ້າ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການບິນ, ການທ່ອງທ່ຽວ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ໂຮ່​ດຶກ​ເຟີກ ສະ​ເໜີ​ໃຫ້ 2 ຝ່າຍ​ສົມທົບ​ກັນ​ເພື່ອຄຸ້ມ​ຄອງ​ເຂດ​ຊາຍ​ແດນ​ທາງ​ບົກເປັນ​ຢ່າງ​ດີ, ປະຕິບັດ​ບັນດາ​ຂໍ້​ຕົກລົງ ​ແລະ ຄວາມ​ຮັບ​ຮູ້ລວມຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ປະ​ເທດ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລຢ່າງເຂັ້ມ​ງວດ; ຄວບຄຸມ ແລະ ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ກັນ​ຢູ່​ທະ​ເລ​ໃຫ້​ດີ​ຂຶ້ນ, ສອດຄ່ອງກັບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາກ່ຽວກັບກົດໝາຍ​ວ່າ​ດ້ວຍທະ​ເລຂອງ​ສະຫະ​ປະຊາ​ຊາດ (UNCLOS) ​ປີ 1982.

ໂດຍຕີລາຄາສູງ ແລະ ເຫັນດີເຫັນພ້ອມບັນດາ​ຂໍ້​ສະ​ເໜີ​ການ​ຮ່ວມ​ມື​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ໂຮ່ດຶກ​ເຟີກ, ທ່ານ​ຮອງ​ນາຍົກລັດຖະມົນຕີ Ding Tiexiang ຢືນຢັນ​ວ່າ ພັກ, ລັດຖະບານ​ ຈີນ ຖື​ການ​ພົວພັນ​ກັບ ຫວຽດນາມ ເປັນທິດ​ທາງ​ບຸລິມະສິດ​ໃນ​ການ​ພົວພັນ​ທາງ​ການ​ທູດບ້ານໃກ້ເຮືອນຄຽງ​ຂອງ​ ຈີນ; ຫວັງ​ວ່າ​ ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ພົບປະຂັ້ນສູງ, ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກຍູ້​ບັນດາຂົງເຂດ​ການ​ຮ່ວມ​ມືທີ່ແທດຈິງ, ​ເປີດ​ກວ້າງ​ການ​ແລກປ່ຽນ​ດ້ານ​ມະນຸດສະທຳ, ປັບປຸງການພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວບ​ຄຸມ​ການ​ປະ​ທະ​ກັນ​ໃຫ້ເປັນ​ຢ່າງ​ດີ, ຮ່ວມກັນເພື່ອຊຸກຍູ້​ການ​ສ້າງ​ປະຊາ​ຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕາມ​ຄວາມ​ຮັບ​ຮູ້ລວມ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ​ສອງ​ປະ​ເທດ.

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເຊື່ອ​ໝັ້ນ​ວ່າ ຜູ້​ແທນ​ແຕ່ລະຄົນ​ທີ່​​ເຂົ້າ​ຮ່ວມ​ການພົບປະ, ບໍ່​ວ່າ​ຈະ​ເປັນ​ໃຜ ຫຼື ດຳລົງ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ລ້ວນ​ແຕ່​ມີ​ຄວາມ​ປາຖະໜາລວມ​ອັນ​ໃຫຍ່​ຫຼວງ ແມ່ນ​ສາຍ​ພົວພັນ​ຫວຽດນາມ - ຈີນ “ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ".

[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ

[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ

ຍສໝ - ​ວັນ​ທີ 19 ສິງຫາ, ພິທີ​ຕ້ອນຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ພັນ​ລະ​ຍາ ​ພ້ອມກັນກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດນາມ ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຫໍ​ສະພາ​ປະຊາຊົນຈີນ ​ຕາມ​ພິທີ​ສູງ​ສຸດ​ສຳລັບປະມຸກລັດ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ​ ແລະ​ ພັນ​ລະ​ຍາ ເປັນປະທານພິທີຕ້ອນຮັບ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.