ຫຼາຍການເຄື່ອນໄຫວທີ່ແທດຈິງຊຸກຍູ້ການພົວພັນປະຊາຊົນ ລະຫວ່າງ ຫວຽດນາມ - ອິນເດຍ

23:09 | 20/08/2024

ຍສໝ - ວັນທີ 15 ສິງຫາ, ຢູ່ແຂວງບິ່ງເຢືອງ, ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແຂວງບິ່ງເຢືອງ (ສະມາຄົມ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ອາຍຸການ 2024 – 2029. ທ່ານ ນາງ ຫວູຖິເວີນເຮືອງ ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງປະທານສະມາຄົມໃນອາຍຸການນີ້.

ຫາຍເຢືອງ ຜັນຂະຫຍາຍຫຼາຍການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າຢູ່ ​ອາ​ຟຣິກາ ​ໃຕ້ ຫາຍເຢືອງ ຜັນຂະຫຍາຍຫຼາຍການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າຢູ່ ​ອາ​ຟຣິກາ ​ໃຕ້
ຫຼາຍການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຫວຽດນາມ - ອາຣັບບີ ຊາອຸດີດ ຫຼາຍການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຫວຽດນາມ - ອາຣັບບີ ຊາອຸດີດ

ຕາມ​ບົດ​ລາຍ​ງານ​ທີ່​ໄດ້ສະເໜີໃນກອງ​ປະຊຸມໃຫຍ່​, ​ໃນອາຍຸການ 2024 - 2029, ສະມາຄົມ​ສືບ​ຕໍ່​ເສີມຂະຫຍາຍ​ທິດນໍາທີ່ວ່າ “​ເປັນເຈົ້າການ - ​ມີໄຫວພິບ - ມີຫົວຄິດປະດິດສ້າງ - ​ມີປະສິດທິ​ຜົນ” ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຄວາມ​ແທດ​ຈິງຂອງການເຄື່ອນໄຫວ. ສະມາຄົມຕັ້ງເປົ້າໝາຍ​ຊຸກຍູ້ສາຍ​ພົວພັນ​ມິດຕະພາບ​ ​ລະຫວ່າງ ບິ່ງ​ເຢືອງ - ອິນ​ເດຍ ໃຫ້ນັບ​ມື້​ນັບພັດທະນາເຂັ້ມແຂງ.

ສະມາຄົມ​ຈະ​ເພີ່ມ​ທະວີ​ການ​ໂຄສະນາ, ​ເຜີຍ​ແຜ່ກ່ຽວກັບວັດທະນະທຳ​ ແລະ ປະເທດຫວຽດນາມ, ພິ​ເສດ​ ແມ່ນ​ແຂວງບິ່ງ​ເຢືອງ; ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ, ​ຮ່ວມ​ມື​ເປັນ​ມິດ​ກັບ​ອິນ​ເດຍ, ​ພ້ອມກັນນັ້ນ ກໍ່ແນະນໍາຈຸດ​ພິ​ເສດ​ຂອງ​ວັດທະນະທຳ, ສິລະ​ປະ​ຂອງ​ອິນ​ເດຍ ​ໃຫ້​ບັນດາ​ຄູ່​ຮ່ວມ​ມືອິນເດຍ ແລະ ຊຸມຊົນພົນລະເມືອງທ້ອງ​ຖິ່ນ​. ສະມາຄົມຍັງຈະສືບຕໍ່ເຊື່ອມໂຍງ, ໜູນຊ່ວຍບັນດາວິສາຫະກິດອິນເດຍ ຊອກຫາໂອກາດການລົງທຶນໃນແຂວງບິ່ງເຢືອງ, ປະສານສົມທົບກັບບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ເພື່ອຊອກຫາວິທີແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງໃຫ້ແກ່ວິສາຫະກິດຕ່າງໆທີ່ໄດ້ລົງທຶນຢູ່ແຂວງບິ່ງເຢືອງ.

Ban Chấp hành Hội hữu nghị Việt Nam - Ấn Độ tỉnh Bình Dương nhiệm kỳ 2024 - 2029 ra mắt Đại hội. (Ảnh: BUFO)  ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ອິນ​ເດຍ ​ແຂວງ ບິ່ງ​ເຢືອງ ອາຍຸການ 2024 - 2029 ​ໄດ້​ສະເໜີຕົວ​ກອງ​ປະຊຸມ​ໃຫຍ່. (ພາບ: BUFO)

ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ອິນ​ເດຍ ​ແຂວງບິ່ງ​ເຢືອງ ອາຍຸການ 2024 - 2029 ​ໄດ້​ສະເໜີຕົວທີ່​ກອງ​ປະຊຸມ​ໃຫຍ່. (ພາບ: BUFO)

ສະມາຄົມ​ກໍ່​ສຸມ​ໃສ່​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຂອງ​ປະຊາຊົນ, ປະກອບມີ​ການປະສານ​ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ແຂວງບິ່ງ​ເຢືອງ, ບັນດາມະຫາວິທະຍາ​ໄລ, ວິທະຍາ​ໄລ, ສະຫະພັນ​ Yoga ​ແຂວງບິ່ງ​ເຢືອງ ​ແລະ ບັນດາອົງການທີ່ມີໜ້າທີ່​ອື່ນໆ. ສະມາຄົມ​ຈະ​ຈັດ​ບັນດາ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ສິລະ​ປະ​ລະຫວ່າງ 2 ​ປະ​ເທດ, ພ້ອມ​ທັງ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ພົບປະແລກປ່ຽນກັບຊາວ​ໜຸ່ມ, ​ເພື່ອ​ແນ​ໃສ່​ສ້າງ​ຂົວຕໍ່ທາງ​ດ້ານ​ວັດທະນະທຳ ​ແລະ ການພັດທະນາ​ການນໍ້າໃຈ​ມິດຕະພາບທີ່ມີມາແຕ່ດົນນານ ​ລະຫວ່າງ 2 ​ປະ​ເທດ ຫວຽດນາມ - ອິນເດຍ.

ສ່ວນໜຶ່ງທີ່ສຳຄັນໃນພາລະກິດຂອງສະມາຄົມແມ່ນ ການປັບປຸງການຈັດຕັ້ງ, ຫັນຄະນະບໍລິຫານງານເປັນກຳລັງໜຸ່ມ, ເພີ່ມທະວີການດຶງດູດຜູ້ຄົນທີ່ມີຄວາມ​ກະ​ຕື​ລື​ລົ້ນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ. ນອກຈາກນັ້ນ, ສະມາຄົມຍັງຈະຈັດລາຍການທ່ອງທ່ຽວວັດທະນະທໍາຂອງອິນເດຍ, ພິເສດແມ່ນໄປນະມັດສະການກ່ຽວກັບດິນແດນພະພຸດທະເຈົ້າ ແລະ ລະດົມບັນດາສະມາຄົມນັກທຸລະກິດອິນເດຍ ທີ່ຢູ່ຫວຽດນາມ ປະກອບສ່ວນກອງທຶນ ທຶນການສຶກສາ ໜູນຊ່ວຍນັກຮຽນທີ່ທຸກຍາກຢູ່ ບິ່ງ​ເຢືອງ. ບັນດາການເຄື່ອນໄຫວທາງດ້ານສັງຄົມ, ຈິດອາສາຍັງຈະໄດ້ຮັບການສືບຕໍ່ຊຸກຍູ້, ດ້ວຍການເຂົ້າຮ່ວມ, ການປະກອບສ່ວນຈາກບັນດາຜູ້ອຸປະຖໍາ ແລະ ຫົວໜ່ວຍທຸລະກິດ.

ກອງ​ປະ​ຊຸມ​ໄດ້​ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ ​ອາ​ຍຸ​ການ 2024-2029 ລວມ​ມີສະມາຊິກ 15 ຄົນ. ທ່ານ​ ນາງ ຫວູຖິເວີນເຮືອງ ສືບ​ຕໍ່ໄດ້ຮັບການ​ເລືອກ​ຕັ້ງ​ເປັນ ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ​ແຂວງບິ່ງ​ເຢືອງ ​ໃນ​ອາຍຸການ​ໃໝ່.

Tập thể Hội hữu nghị Việt Nam - Ấn Độ tỉnh Bình Dương và 3 cá nhân được nhận giấy khen của Liên hiệp các tổ chức hữu nghị Việt Nam. (Ảnh: BUFO)  ຄະນະສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແຂວງ ບິ່ງເຢືອງ ແລະ ບຸກຄົນ 3 ທ່ານ ໄດ້ຮັບໃບຍ້ອງຍໍຈາກສະຫະພັນບັນດາອົງການມິດຕະພາບ ຫວຽດນາມ. (ພາບ: BUFO)

ຄະນະສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແຂວງບິ່ງເຢືອງ ແລະ ບຸກຄົນ 3 ທ່ານ ໄດ້ຮັບໃບຍ້ອງຍໍຈາກສະຫະພັນບັນດາອົງການມິດຕະພາບຫວຽດນາມ. (ພາບ: BUFO)

ກ່າວຄຳປາໄສທີ່ກອງປະຊຸມໃຫຍ່, ທ່ານ ມາຍຮຸ່ງ​ຢຸງ ຮອງ​ປະທານຜູ້ປະຈໍາການ​ຄະນະ​ກຳມະການ​ປະຊາຊົນ​ ແຂວງບິ່ງ​ເຢືອງ ​ໄດ້​ສະ​ເໜີ​ໃຫ້​ສະມາຄົມ​ສືບ​ຕໍ່​ປ່ຽນແປງ​ເນື້ອ​ໃນ ​ແລະ ວິທີ​ການເຄື່ອນໄຫວ, ​ເປີດ​ກວ້າງ​ເຄືອ​ຂ່າຍ​ສະມາຊິກສະມາຄົມ ​ແລະ ຊຸກຍູ້​ວຽກ​ງານໂຄສະນາຢ່າງບໍ່ຢຸດຢັ້ງ. ໂດຍຜ່ານນັ້ນ ກໍ່ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ນະ​ໂຍບາຍ​ການທູດ​ຂອງ​ລັດ ​ຕໍ່ກັບອິນ​ເດຍ; ຍາດ​ແຍ່ງ​ເອົາ​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວ​ ຫວຽດນາມ ​ທີ່ກໍາລັງ​ຮ່ຳຮຽນ, ​ເຮັດ​ວຽກ ​ແລະ ດຳລົງ​ຊີວິດ​ຢູ່ອິນ​ເດຍ...

​​ໃນ​ໂອກາດ​ນີ້, ສະມາຄົມ​ມິດຕະພາບ​ ຫວຽດນາມ - ອິນ​ເດຍ ​ແຂວງບິ່ງ​ເຢືອງ ​ແລະ ບຸກ​ຄົນທີ່​ດີ​ເດັ່ນ 3 ທ່ານ ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ ​ສະຫະພັນ​ບັນດາ​ອົງການ​ມິດຕະພາບຫວຽດນາມ ​ດ້ວຍ​ການ​ປະກອບສ່ວນ​ທີ່ພົ້ນ​ເດັ່ນເຂົ້າ​ໃນ​ວຽກງານການ​ທູດ​ປະຊາຊົນ.

ອີງຕາມ​ບົດ​ລາຍ​ງານ​ຂອງກອງ​ປະຊຸມ​ໃຫຍ່​ໃນ​ອາຍຸການຜ່ານມາ, ສະມາຄົມ​ມິດຕະພາບ​ ຫວຽດນາມ - ອິນ​ເດຍ ​ແຂວງບິ່ງ​ເຢືອງ ​ໄດ້​ດຳ​ເນີນ​​ກິດຈະກຳ​ຫຼາຍຢ່າງທີ່​ແທດ​ຈິງ, ປະກອບສ່ວນ​ປັບປຸງ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ລະຫວ່າງ 2 ປະ​ເທດ. ​​ພົ້ນ​ເດັ່ນແມ່ນເຫດການ: ການ​ສະ​ແດງ​ Yoga ລວມໝູ່ໃນ​ວັນ​ບຸນ Yoga ສາກົນ; ຈັດ​ຕັ້ງ​ຊຸດ​ຮຽນ “ອ່ານ​ປື້ມ​ໄວ​ເພື່ອ​ຍົກສູງ​ຄວາມ​ຮູ້​ຫວຽດ​ນາມ” ໃນ​ວັນ​ທີ 31 ຕຸລາ; ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວທາງ​ການ​ທູດ ​ແລະ ການຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນແບບເຊິ່ງໜ້າ ​ແລະ ​ອອນ​ລາຍ​ຮ່ວມກັບອິນ​ເດຍ. ສະມາຄົມ​ກໍ່​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ຢູ່ອິນ​ເດຍ, ອັນໄດ້ນໍາມາເຊິ່ງໂອກາດ​ຮ່ວມ​ມື​ໃໝ່​ ລະຫວ່າງ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອິນ​ເດຍ.

ສະມາຄົມຖືເປັນສໍາຄັນ​ບັນດາ​ການ​ເຄື່ອນ​ໄຫວການກຸສົນ, ​ໄດ້​ລະດົມ​ການ​ໜູນ​ຊ່ວຍບັນດາເຂດເຮືອນເຊົ່າ ​ແລະ ກຳລັງທີ່​ປະຕິບັດ​ໜ້າ​ທີ່​ຢູ່​ບັນດາ​ຈຸດປິດກັນໃນ​ຊ່ວງໄລຍະ​ໂລກ​ລະບາດ Covid – 19 ດ້ວຍ​ມູນຄ່າ​ກວ່າ 130 ລ້ານ​ດົ່ງ. ນອກຈາກນັ້ນ, ສະມາຄົມຍັງໄດ້ປະສານສົມທົບກັບ ຄະນະຊາວໜຸ່ມແຂວງ ຈັດຕັ້ງການມອບຂອງຂວັນ 300 ພູດໃຫ້ແກ່ນັກຮຽນບັນດາຫ້ອງຮຽນແຫ່ງຄວາມຮັກທີ່ຢູ່ໃນບໍລິເວນແຂວງ ແລະ ສົມທົບກັບໂຮງໝໍຫຼາຍພະແນກ Medic ຈັດການກວດພະຍາດໂດຍບໍ່ເສຍຄ່າ, ມອບນົມ ຈໍານວນ 500 ກ່ອງໃຫ້ແກ່ບັນດາພະສົງສາມະເນນ ແລະ ພຸດທະສາສະນິກະຊົນ.

ເຫດການ
302 Found

Found

The document has moved here.