ເຊີນລາ ເພີ່ມທະວີການຮ່ວມມືໃນຂົງເຂດດ້ານການສຶກສາ ແລະບຳລຸງສ້າງກັບບັນດາແຂວງພາກເໜືອຂອງລາວ

07:02 | 27/09/2024

ຍສໝ - ໂດຍປະຕິບັດຕາມບົດບັນທຶກຊ່ວຍຈໍາລະຫວ່າງແຂວງເຊີນລາ ແລະບັນດາແຂວງພາກເໜືອຂອງລາວ, ແຕ່ປີ 2001 ມາຮອດປະຈຸບັນ, ແຂວງເຊີນລາ ໄດ້ກໍ່ສ້າງນັກສຶກສາລາວ ເກືອບ 2.300 ຄົນ ຈົບຊັ້ນກາງ, ວິທະຍາໄລ, ມະຫາວິທະຍາໄລ; ນັກສຶກສາລາວເກືອບ 4.000 ຄົນໄດ້ຮັບການບໍາລຸງພາສາຫວຽດ.

ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ
ເຊີນລາ: ປິດຊຸດຝຶກອົບຮົມວິຊາການຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2023 ເຊີນລາ: ປິດຊຸດຝຶກອົບຮົມວິຊາການຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2023

ໃນຊຸມປີຜ່ານມາ, ແຂວງເຊີນລາຂອງຫວຽດນາມ ແລະແຂວງພາກເໜືອຂອງລາວ ໄດ້ຊຸກຍູ້ການຮ່ວມມືພັດທະນາການສຶກສາ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບຄວາມຮູ້ສູງໃຫ້ແກ່ລາວ, ປະກອບສ່ວນສ້າງສາ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ.

ໂດຍປະຕິບັດຕາມບົດບັນທຶກຊ່ວຍຈໍາລະຫວ່າງແຂວງເຊີນລາ ແລະບັນດາແຂວງພາກເໜືອຂອງລາວ, ແຕ່ປີ 2001 ມາຮອດປະຈຸບັນ, ແຂວງເຊີນລາ ໄດ້ກໍ່ສ້າງນັກສຶກສາລາວ ເກືອບ 2.300 ຄົນ ຈົບຊັ້ນກາງ, ວິທະຍາໄລ, ມະຫາວິທະຍາໄລ; ນັກສຶກສາລາວເກືອບ 4.000 ຄົນໄດ້ຮັບການບໍາລຸງພາສາຫວຽດ.

ຫຼັກສູດ ແລະເນື້ອໃນບໍາລຸງສ້າງນັກສຶກສາລາວ ບັນດາໂຮງຮຽນໄດ້ຮັບການຜັນຂະຫຍາຍຕາມຈົດໝາຍລັດຖະການຂອງກະຊວງສຶກສາ ແລະກໍ່ສ້າງ ປະກາດໃຊ້ຕາມກົດລະບຽບການຄຸ້ມຄອງຄົນຕ່າງປະເທດທີ່ຮຽນຢູ່ຫວຽດນາມ ແລະກົດລະບຽບກໍ່ສ້າງປະລິນຍາໂທ, ມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນຊັ້ນກາງຂອງກະຊວງສຶກສາ ແລະກໍ່ສ້າງ.

ເຊີນລາ ເພີ່ມທະວີການຮ່ວມມືໃນຂົງເຂດດ້ານການສຶກສາ ແລະບຳລຸງສ້າງກັບບັນດາແຂວງພາກເໜືອຂອງລາວ
ຄະນະປະຕິບັດງານຂອງພະແນກສຶກສາ ແລະກິລາ ບັນດາແຂວງພາກເໜືອຂອງລາວ ຢ້ຽມຢາມຮູບແບບຫ້ອງຮຽນອັດສະລິຍະຢູ່ ໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນຈ໊າຍ. ພາບ: ຫງວຽນທື

ທ່ານ ຫງວຽນຮຸຍຮວ່າງ, ຫົວໜ້າພະແນກສຶກສາ ແລະກໍ່ສ້າງແຂວງໃຫ້ຮູ້ວ່າ ການເພີ່ມທະວີການແລກປ່ຽນ ແລະການຮ່ວມມືດ້ານການສຶກສາທາງແຂວງເຊີນລາ ໄດ້ສົມທົບກັບບັນດາແຂວງພາກເໜືອຂອງລາວ ປະຕິບັດ. ນັກສຶກສາຫຼາຍຄົນພາຍຫຼັງຮຽນຈົບໄດ້ກັບຄືນໄປເຮັດວຽກຢູ່ປະເທດຕົນ, ຫຼາຍຄົນໄດ້ດຳລົງຕຳແໜ່ງສຳຄັນໃນບັນດາອົງການ, ສຳນັກງານຂອງລັດ, ຮັບໃຊ້ພາລະກິດສ້າງສາ ແລະພັດທະນາຂອງ ສປປ ລາວ ເປັນຢ່າງດີ. ໃນໄລຍະຈະມາເຖິງ, ຂະແໜງການສຶກສາ ແລະກໍ່ສ້າງ ຈະສືບຕໍ່ເປັນເສນາທິການໃຫ້ແຂວງຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍ, ຮ່ວມມືເຊິ່ງກັນ ແລະກັນໃນຂົງເຂດສຶກສາ-ບຳລຸງສ້າງ.

ປະຈຸບັນ, ວິທະຍາໄລເຊີນລາ ມີນັກສຶກສາລາວ 300 ກວ່າຄົນ ທີ່ພວມຮຽນພາສາຫວຽດ ແລະສາຂາວິຊາສະເພາະອື່ນໆ. ໂຮງຮຽນໄດ້ສ້າງຫຼັກສູດກໍ່ສ້າງຕາມຄວາມຮຽກຮ້ອງຕ້ອງການຂອງກະຊວງສຶກສາ ແລະກິລາ, ໃນນັ້ນ, ຊ່ວຍໃຫ້ນັກສຶກສາລາວ, ພາຍຫຼັງສໍາເລັດຫຼັກສູດບຳລຸງສ້າງພາສາຫວຽດ ຈະມີທັກສະໃນການຟັງ, ເວົ້າ, ອ່ານ ແລະຂຽນ; ຮັບປະກັນມາດຖານເຂົ້າຮ່ວມຫຼັກສູດກໍ່ສ້າງວິຊາສະເພາະຢູ່ໂຮງຮຽນ ແລະມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນຊັ້ນກາງແຫ່ງຕ່າງໆໃນບໍລິເວນ. ໂຮງຮຽນໄດ້ຄັດເລືອກເອົາຄູອາຈານທີ່ມີປະສົບການໃນການບຳລຸງກໍ່ສ້າງນັກສຶກສາລາວ; ອຸປະກອນ, ເຕັກນິກ ທັນສະໄໝເພື່ອໜູນຊ່ວຍເຂົ້າໃນການຮຽນ-ການສອນ, ສະໜອງໃຫ້ນັກສຶກສາລາວເອກະສານທີ່ກ່ຽວຂ້ອງໃນລະບົບຫໍສະໝຸດເອເລັກໂຕຼນິກຂອງໂຮງຮຽນຢ່າງຄົບຖ້ວນ.

ນ້ອງ ຫັດສະດີ ພິມມະວົງ, ນັກສຶກສາລາວຫ້ອງ K22A, ພະແນກການສຶກສາສາກົນ, ວິທະຍາໄລເຊີນລາ, ໄດ້ແບ່ງປັນວ່າ ທາງໂຮງຮຽນໄດ້ສ້າງເງື່ອນໄຂກ່ຽວກັບບ່ອນພັກ, ບ່ອນກິນໃຫ້ພວກນ້ອງ. ທຸກໆເດືອນ, ພວກນ້ອງຍັງໄດ້ຮັບທຶນການສຶກສາຢ່າງຄົບຖ້ວນ. ນອກຈາກຮຽນຢູ່ໃນຫ້ອງແລ້ວ, ຄູອາຈານ ຍັງຈັດຕັ້ງໃຫ້ພວກນ້ອງເຂົ້າຮ່ວມຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະ, ກາຍະກໍາ ແລະກິລາ ເພື່ອສະເຫຼີມສະຫຼອງວັນບຸນໃຫຍ່ ແລະ ການເຄື່ອນໄຫວນອກຫຼັກສູດເພື່ອຝຶກທັກສະນໍາໃຊ້ພາສາຫວຽດ.

ຢູ່ວິທະຍາໄລການແພດເຊີນລາ, ແຕ່ປີ 1971 ມາຮອດປະຈຸບັນ, ບໍາລຸງສ້າງນັກສຶກສາລາວ ໄດ້ 1.041 ຄົນຢູ່ໃນ 7 ຂະແໜງ. ປະຈຸບັນ, ໂຮງຮຽນກຳລັງກໍ່ສ້າງນັກສຶກສາລາວ 147 ຄົນ ຕາມຂະແໜງ ຄື: ພະຍາບານຊັ້ນສູງ, ການຢາຊັ້ນສູງ... ນັກສຶກສາລາວຫຼາຍຄົນໄດ້ຮັບທຶນການສຶກສາສົ່ງເສີມການຮຽນຂອງໂຮງຮຽນ ແລະແຂວງເຊີນລາ. ໂຮງຮຽນຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາລາວ, ຄື: ກໍ່ສ້າງພວກນ້ອງຕາມຂະແໜງທີ່ໄດ້ລົງທະບຽນ. ຈັດຫໍພັກໃຫ້ນັັກສຶກສາລາວຢູ່ຕ່າງຫາກ, ເພື່ອໃຫ້ສອດຄ່ອງກັບຮີດຄອງປະເພນີ ແລະວິຖີການດຳລົງຊີວິດ. ຍ້ອງຍໍຊົມເຊີຍນັກສຶກສາລາວທີ່ມີຜົນງານສູງໃນການຮ່ຳຮຽນ ແລະຂະບວນການທີ່ທາງໂຮງຮຽນປຸກລະດົມ

ເຊີນລາ ເພີ່ມທະວີການຮ່ວມມືໃນຂົງເຂດດ້ານການສຶກສາ ແລະບຳລຸງສ້າງກັບບັນດາແຂວງພາກເໜືອຂອງລາວ
ວິທະຍາໄລການແພດເຊີນລາ ກໍ່ສ້າງນັກສຶກສາລາວ. ພາບ: ພາບ: ຫງວຽນທື

ທ່ານນາງ ລໍທິກ໊ຽວ ຮອງຫົວໜ້າວິທະຍາໄລການແພດເຊີນລາ ໃຫ້ຮູ້ວ່າ ໂຮງຮຽນໄດ້ປ່ຽນແປງໃໝ່ວິທີການ, ຮູບແບບການສອນເພື່ອໃຫ້ນັກສຶກສາລາວ ຮັບເອົາຄວາມຮູ້ລົງເລິກວິຊາສະເພາະດ້ານການແພດໃຫ້ດີກວ່າ.

ຫວ່າງມໍ່ໆມານີ້, ຢູ່ແຂວງເຊີນລາ, ໄດ້ດຳເນີນການພົບປະແລກປ່ຽນມາດຕະການຍົກສູງຄຸນນະພາບການສຶກສາ ແລະກໍ່ສ້າງລະຫວ່າງພະແນກສຶກສາ ແລະກໍ່ສ້າງແຂວງເຊີນລາ ກັບພະແນກສຶກສາທິການ ແລະກິລາແຂວງຫົວພັນ, ຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ, ຊຽງຂວາງ, ໄຊຍະບູລີ, ບໍ່ແກ້ວ (ສປປ ລາວ). ທີ່ການພົບປະແລກປ່ຽນ, ບັນດາແຂວງພາກເໜືອຂອງລາວ ຫວັງວ່າ ພະແນກສຶກສາ ແລະກໍ່ສ້າງແຂວງເຊີນລາ ຈະສືບຕໍ່ເພີ່ມທະວີການຮ່ວມມືກໍ່ສ້າງ, ບຳລຸງຍົກສູງກຳລັງຄວາມສາມາດ, ລະດັບຄວາມຮູ້, ທັກສະໃນການສິດສອນໃຫ້ພະນັກງານ-ຄູອາຈານ. ຍູ້ແຮງການຮ່ວມມືບຳລຸງສ້າງພາສາຫວຽດໃຫ້ແກ່ພະນັກງານ, ຄູອາຈານຂອງບັນດາຮາກຖານການສຶກສາ. ເອົາໃຈໃສ່ ແລະໜູນຊ່ວຍກໍ່ສ້າງນັກສຶກສາລາວທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລ ແລະວິທະຍາໄລ ເຊີນລາ...

ທ່ານ ສີວອນ ເພັງມີໄຊ ຮອງຫົວໜ້າພະແນກສຶກສາທິການ ແລະກິລາແຂວງອຸດົມໄຊ ໃຫ້ຮູ້ວ່າ ບັນດາບົດຮຽນ ປະສົບການທີ່ໄດ້ຮັບໃນການແລກປ່ຽນຄັ້ງນີ້, ຂ້າພະເຈົ້າ ຈະໝູນໃຊ້ເຂົ້າໃນການກໍ່ສ້າງ ແລະພັດທະນາການສຶກສາຢູ່ບັນດາໂຮງຮຽນໃນບໍລິເວນແຂວງຂອງພວກເຮົາ.

ໂດຍປະຕິບັດຕາມບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມ, ແຂວງເຊີນລາ ສືບຕໍ່ໜູນຊ່ວຍບຳລຸງສ້າງພາສາຫວຽດ ແລະເຂົ້າສາຍວິຊາສະເພາະຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລວິຊາຊີບ, ໂຮງຮຽນທີ່ຮັບກໍ່ສ້າງນັກສຶກສາລາວ; ສ້າງເງື່ອນໄຂດີທີ່ສຸດໃຫ້ນັກສຶກສາລາວ ມີຄວາມອຸ່ນອ່ຽນໃຈໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ປະກອບສ່ວນເພີ່ມເຕີມແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ປະເທດລາວ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງແຂວງເຊີນລາ ກັບບັນດາແຂວງພາກເໜືອຂອງລາວ.

ກະສິກຳສົມທົບກັບການລົງຕົວຈິງ, ຮູບແບບການທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ ແຂວງ ເຊີນລາ ກະສິກຳສົມທົບກັບການລົງຕົວຈິງ, ຮູບແບບການທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ ແຂວງ ເຊີນລາ

ໃນຊຸມປີມໍ່ໆມານີ້, ກະສິກຳສົມທົບກັບການທ່ອງທ່ຽວແບບລົງຕົວຈິງໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງໃຫ້ຫລາຍຫົວຫນ່ວຍ, ຊາວກະສິກອນຢູ່ບໍລິເວນແຂວງ ເຊີນລາ. ການເຂົ້າຮ່ວມໂດຍກົງຂອງຊາວກະສິກອນໄດ້ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວເປັນຫລາຍຮູບແບບ, ຊ່ວຍແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດຂອງຊາວທ້ອງຖິ່ນ ພ້ອມທັງນຳມາເຊິ່ງລາຍຮັບເປັນປົກກະຕິໃຫ້ຊາວກະສິກອນ.

ສະໜອງເຂົ້າສານ ຫຼາຍກວ່າ 953 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນຢູ່ສອງແຂວງ ກ່າວບັງ ແລະ ເຊີນລາ ສະໜອງເຂົ້າສານ ຫຼາຍກວ່າ 953 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນຢູ່ສອງແຂວງ ກ່າວບັງ ແລະ ເຊີນລາ

ຍສໝ - ລັດຖະບານຫວຽດນາມ ຫາກໍ່ຕັດສິນໃຈສະໜອງເຂົ້າສານ ຫຼາຍກວ່າ 953 ໂຕນເພື່ອຊ່ວຍເຫຼືອປະຊາຊົນໃນສອງແຂວງພູດອຍທາງພາກເໜືອ ຄື: ແຂວງ ກ່າວບັງ ແລະ ເຊີນລາ, ໃນໄລຍະລະດູເກັບກ່ຽວຕົ້ນປີ 2021.

ບູນມີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.