Maysa - ນັກ​ສຶກ​ສາຕ່າງປະເທດ​ນຳບັນດາຄຸນ​ຄ່າ​ອັນ​ດີ​ງາມ​ຂອງ​ວັດ​ທະ​ນະ​ທຳ​ ຫວຽດ​ນາມ ​ມາ​ສູ່ປະເທດ​ລາວ

14:00 | 08/09/2024

ຍສໝ - Maysa - ອະດີດນັກສຶກສາຕ່າງປະເທດມະຫາວິທະຍາໄລອຸດສາຫະກຳ ກວາງນິງ, ມີຜູ້ຕິດຕາມຫຼາຍລ້ານຄົນໃນເຄືອຂ່າຍສັງຄົມ ຍ້ອນບັນດາຄລິບເຜີຍແຜ່ວັດທະນະທຳ ຫວຽດນາມ ມາຍັງປະເທດລາວ ຂອງຕົນ.

ນັກ​ສຶກ​ສາ ຮ່າ​ໂນ້ຍ - ຟູ​ກູ​ໂອ​ກະ ພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະການ​ສຶກ​ສາ
ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ຊື່ແທ້ຂອງ Maysa ແມ່ນ Maysa Bouavone Phanthaboouasy, ເກີດໃນປີ 2001 ທີ່ແຂວງຫຼວງພະບາງ, ປະເທດລາວ. ປະຈຸ​ບັນ, ນາງ​ຫາ​ກໍ່​ຮຽນ​ຈົບ​ຄະນະ​ເສດຖະສາດ, ມະຫາວິທະຍາ​ໄລ​ອຸດສາຫະກຳ ​ກວາງ​ນິງ.

Maysa ເປັນທີ່ຮູ້ຈັກເປັນ TikToker ແລະ Youtuber ທີ່ມີຊື່ສຽງຫຼາຍໃນເຄືອຂ່າຍສັງຄົມ. ປະຈຸບັນ, Maysa ມີຜູ້ຕິດຕາມຢູ່ TikTok ເກືອບ 1 ລ້ານຄົນ; ມີຜູ້ຕິດຕາມໃນ Fanpage ຫຼາຍກວ່າ 394.000 ເທື່ອຄົນ ແລະ ຜູ້ຕິດຕາມໃນຫນ້າ Facebook ສ່ວນຕົວ 28.000 ເທື່ອຄົນ; ມີຜູ້ຕິດຕາມຫຼາຍກວ່າ 86,000 ຄົນໃນ Youtube...

Maysa - ນັກ​ສຶກ​ສາຕ່າງປະເທດ​ນຳບັນດາຄຸນ​ຄ່າ​ອັນ​ດີ​ງາມ​ຂອງ​ວັດ​ທະ​ນະ​ທຳ​ ຫວຽດ​ນາມ ​ມາ​ສູ່ປະເທດ​ລາວ

Maysa ​​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ (7 ພຶດສະພາ 1954-7 ພຶດສະພາ 2024), ຢູ່​ແຂວງ ດ້ຽນບຽນ.

ຄລິບຂອງ Maysa ມັກຈະມີເນື້ອໃນປິ່ນອ້ອມຊີວິດປະຈຳວັນຂອງນາງຢູ່ ຫວຽດນາມ ແລະ ລາວ. ນອກຈາກນັ້ນ, ສາວຄົນນີ້ ຍັງໂພສຄລິບກ່ຽວກັບການທ່ອງທ່ຽວ, ການລົງຕົວຈິງໃນວັດທະນະທຳ, ອາຫານການກິນຢູ່ບັນດາແຂວງຕ່າງໆຂອງປະເທດ ຫວຽດນາມ ເປັນປະຈໍາ. ຄລິບຂອງ Maysa ໃນເຄືອຂ່າຍສັງຄົມແມ່ນມີຄວາມເປັນໜ້າສົນໃຈຫຼາຍຕໍ່ໄວໜຸ່ມ ຫວຽດນາມ ແລະ ລາວ. ໃນປັດຈຸບັນ, ນາງຍັງເປັນຫນຶ່ງໃນ KOLS ທີ່ໄດ້ຮັບຄວາມສົນໃຈ ແລະ ນິຍົມຫຼາຍທີ່ສຸດໃນເຄືອຂ່າຍສັງຄົມ.

ຍ້ອນ​ການ​ກະທຳ​ທີ່​ດີ​ທີ່​ກ່າວ​ມາ​ນັ້ນ, Maysa ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ຫຼາຍ​ຄັ້ງ​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ລາຍການ​ວັດທະນະທຳ, ງານ​ບຸນ​ສະເຫຼີມສະຫຼອງສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພົວພັນ​ ຫວຽດນາມ - ລາວ, ຫຼື ​ບັນດາ​ເຫດການ​ຂອງປະ​ເທດ​.

ນາງ Maysa ໃຫ້ຮູ້ວ່າ ຫວຽດນາມ ແມ່ນປະເທດທີ່ນາງໄດ້ຍິນຫຼາຍເລື່ອງຕັ້ງແຕ່ຍັງນ້ອຍ, ເມື່ອໃຫຍ່ຂຶ້ນ ແລະ ໄດ້ຮຽນຮູ້ກ່ຽວກັບປະຫວັດສາດຂອງລາວ ແລະ ຫວຽດນາມ ເຮັດໃຫ້ນາງມີຄວາມສົນໃຈ ແລະ ມີຄວາມຢາກຮູ້ຢາກເຫັນກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ຫຼາຍກວ່າອີກ.

“ນ້ອງມັກ​ ຫວຽດນາມ​ ແຕ່​ຄາວຍັງ​ນ້ອຍ ​ເມື່ອ​ຮຽນ​ຈົບ​ມັດທະຍົມ​ຕອນປາຍ​ຢູ່​ລາວ, ນ້ອງ​ໄດ້​ຮັບ​ທຶນ​ສຶກສາ​ຈາກ​ລັດຖະບານ, ສະ​ນັ້ນ ນ້ອງບໍ່​ລັງ​ເລ​ທີ່​ຈະ​ເລືອກ​ເອົາ​ ຫວຽດນາມ ​ເປັນ​ສະຖານ​ທີ່​ໄປ​ຮຽນ​ຢູ່​ຕ່າງປະ​ເທດ. ນ້ອງຍັງໄດ້ເລືອກມະຫາວິທະຍາໄລອຸດສາຫະກຳ ກວາງນິງ ເປັນບ່ອນຕິດພັນຕະຫຼອດໄລຍະທີ່ຜ່ານມາ”, Maysa ແບ່ງປັນ.

ກ່າວ​ຄຳ​ເຫັນ​ກ່ຽວ​ກັບ​ສິ່ງ​ທີ່​ປະ​ທັບ​ໃຈ​ທີ່​ສຸດ​ຢູ່​ ຫວຽດ​ນາມ, Maysa ​ໃຫ້​ຮູ້​ວ່າ ນາງ​ຊົມ​ເຊີຍ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ຊາວ​ຫວຽດ​ນາມ, ພິ​ເສດ​ແມ່ນ​ຮູບ​ພາບ​ທຸງ​ຊາດ. ຄຽງ​ຄູ່​ກັບ​ນັ້ນ, ບຸກຄະລິກກະຕືລືລົ້ນ, ໃຈດີ, ມີຄວາມເປີດອົກເປີດໃຈຂອງປະຊາຊົນເຮັດໃຫ້ນາງມີຄວາມຮູ້ສຶກຮັກແພງ ແລະ ຢາກຈະຕິດພັນກັບຫວຽດນາມ.

Maysa - ນັກ​ສຶກ​ສາຕ່າງປະເທດ​ນຳບັນດາຄຸນ​ຄ່າ​ອັນ​ດີ​ງາມ​ຂອງ​ວັດ​ທະ​ນະ​ທຳ​ ຫວຽດ​ນາມ ​ມາ​ສູ່ປະເທດ​ລາວ

Maysa ແມ່ນອະດີດນັກສຶກສາຄະນະເສດຖະສາດ, ມະຫາວິທະຍາໄລອຸດສາຫະກຳກວາງນິງ.

Maysa ກໍ່​ຢືນຢັນ​ວ່າ ການ​ເລືອກ​ໄປ​ຮຽນຕ່າງປະ​ເທດ​ຢູ່ ຫວຽດນາມ ​ແມ່ນ​ຖືກຕ້ອງ​ທີ່​ສຸດ. ພ້ອມທັງຫວັງວ່າ ຊາວໜຸ່ມລາວ ຈະໄປຮຽນຢູ່ ຫວຽດນາມ ນັບມື້ນັບຫຼາຍຂຶ້ນ, ເພາະວ່າຢູ່ທີ່ນີ້ ນັກສຶກສາຕ່າງປະເທດຈະໄດ້ຮຽນຮູ້ຫຼາຍຢ່າງ, ນັບແຕ່ຄວາມຮູ້, ສະພາບແວດລ້ອມໃນການເຮັດວຽກ, ຊອກຮູ້ກ່ຽວກັບຮິດຄອງປະເພນີວັດທະນະທໍາ, ສັງຄົມ. ຄຽງ​ຄູ່​ກັນ​ນັ້ນ, ນາງກໍ່​ເຫັນ​ວ່າ ຫວຽດນາມ ​ແມ່ນ​ສະພາບ​ແວດ​ລ້ອມ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ປອດ​ໄພ, ເໝາະ​ສົມ​ກັບ​ຊາວ​ລາວ ​ທີ່​ຢາກ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ.

“ນ້ອງຍາມໃດກໍ່ລະ​ນຶກ​ເຖິງ​ຄຳ​ເວົ້າ​, “ຫວຽດ​ນາມ - ລາວ, ສອງ​ປະ​ເທດ​ເຮົາ, ນ້ຳໃຈເລິກກວ່າແມ່ນ້ຳ ຮົ່ງຮ່າ, ແມ່ນນ້ຳຂອງ”. ນ້ອງຫວັງ​ວ່າ ການ​ກະທຳ​ນ້ອຍໆ​ຂອງຕົນຈະ​ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ວັດທະນະທຳ​ຂອງ​ສອງ​ປະ​ເທດ, ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ ຫວຽດນາມ - ລາວ”. Maysa ກ່າວ..

ຫວ່າງ​ມໍ່ໆ​ມາ​ນີ້, ນາງ​ສາວ​ຜູ້​ນີ້​ ໄດ້​ເຂົ້າຮ່ວມພິ​ທີ​ຮັບໃບປະກາດ ຮຽນ​ຈົບ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ​ ກວາງ​ນິງ, ນາງ​ບໍ່​ລັງ​ເລ​ທີ່​ຈະ​ແບ່ງ​ປັນ​ແຜນ​ການ​ສືບ​ຕໍ່ຕິດພັນ​ກັບ​ຫວຽດ​ນາມ.

“ໃນເບື້ອງຕົ້ນຂອງນ້ອງແມ່ນ​ສືບ​ຕໍ່ຢູ່ເພື່ອ​ຮ່ຳຮຽນ ກໍ່ຄືໄປທັດສະນະ ​ແລະ ຄົ້ນຫາ​ບັນດາ​ສະຖານ​ທີ່​ປະຫວັດສາດ, ວັດທະນະທຳ ຫວຽດນາມ. ພິເສດ ແມ່ນຈະກັບໄປລາວເລື້ອຍໆ ເພື່ອເຜີຍແຜ່ວັດທະນະທຳ, ທິວທັດທີ່ສວຍງາມ, ອາຫານການກິນ ກໍ່ຄືເຜີຍແຜ່ໂຄສະນາກ່ຽວກັບບ້ານເກີດເມືອງນອນຂອງຕົນ. ປະຈຸ​ບັນ, ນ້ອງພວມ​ກັບ​ຄືນ​ປະ​ເທດ​ລາວ​ເພື່ອ​ເຮັດ​ເອກະສານ, ຂັ້ນ​ຕອນ​ການ​ສືບ​ຕໍ່​ຮຽນ​ປະລິນຍາ​ໂທ​ຢູ່ ຫວຽດນາມ”, Maysa ກ່າວ.

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ຍສໝ - ສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ແຂວງ ບິ່ງເຢືອງ ຫາກໍ່ເຂົ້າຮ່ວມການຕ້ອນຮັບຄະນະທິມງານນັກສຶກສາຂອງບັນດາມະຫາວິທະຍາໄລທີ່ຂື້ນກັບນະຄອນ ບູຊານ (ສ.ເກົາຫຼີ) ປະຕິບັດການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳນັກສຶກສາຢູ່ມະຫາວິທະຍາໄລ ທູເຢົ່າໂມດ.

ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ

ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ

ຍສໝ​- ກົມ​ຮ່ວມ​ມື​ສາກົນ - ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວຫວຽດນາມ ຫາ​ກໍ່​ມອບ​ໃບ​ອະນຸຍາດ​ສ້າງ​ຕັ້ງ​ສູນ​ວັດທະນະທຳ​ຈີນ​ຢູ່​ຮ່າ​ໂນ້ຍ ​ໃຫ້​ທ່ານ ​ເຈືອງ​ດຶກ​ເຊີນ, ຜູ້ອຳນວຍການ​ສູນ​​ຄົນ​ໃໝ່.

ມິງດຶກ (ແປຕາມ baomoi.com)

ເຫດການ
302 Found

Found

The document has moved here.