ເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງມິດຕະພາບ ຫວຽດນາມ-ລາວ

21:36 | 07/09/2024

ຍສໝ - ​ວັນ​ທີ 4 ກັນຍາ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ແຂວງ ກວາງ​ບິ່ງ ​ໄດ້​ຈັດຕັ້ງກອງປະຊຸມສົນທະນາເພື່ອ​ສະ​ເຫຼີ​ມສະຫຼອງ 62 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (5 ກັນຍາ 1962 – 5 ກັນຍາ 2024) ​ແລະ ຄົບຮອບ 47 ປີ​ແຫ່ງ​ວັນ​ລົງນາມສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ​ຫວຽດນາມ - ລາວ (18 ກໍລະກົດ 1977-18 ກໍລະກົດ 2024).

ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ
ຫວຽດນາມ-ລາວ ເພີ່ມທະວີການລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາສັນຕິພາບຢູ່ເຂດຊາຍແດນ

ທີ່ກອງປະຊຸມສົນທະນາ, ບັນດາຜູ້ແທນໄດ້ທວນຄືນປະຫວັດສາດແຫ່ງການພົວພັນລະຫວ່າງຊາດ, ພິເສດແມ່ນໃນການເດີນທາງ 62 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 47 ປີແຫ່ງວັນ​ລົງນາມສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ຫວຽດນາມ - ລາວ; ສືບ​ຕໍ່​ປັບປຸງ ​ແລະ ເພີ່ມທະວີຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ຕິດພັນລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງມິດຕະພາບ ຫວຽດນາມ-ລາວ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສົນທະນາ.

ພ້ອມ​ກັນ​ນັ້ນ ກໍ່​ໄດ້​ສຶກສາ, ​ເຜີຍ​ແຜ່ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ການ​ປົກ​ປັກ​ຮັກສາ, ປັບປຸງ, ເພີ່ມພູນຄູນສ້າງການ​ພົວພັນ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ ໃຫ້ປະຊາຊົນ​ທຸກ​ຊັ້ນ​ວັນນະ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຢ່າງ​ເລິກເຊິ່ງກວ້າງຂວາງ​; ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ.

ກ່າວ​ຄຳ​ປາໄສ​ທີ່ກອງປະຊຸມສົນທະນາ, ສະຫາຍປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເລື່ອງຫງອກບິງ ໄດ້​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ເວົ້າ​ລວມ, ກວາງ​ບິ່ງ ​ແລະ ແຂວງ ຄໍາມ່ວນ, ສາລະວັນນະເຂດ ​ເວົ້າ​ສະເພາະ.

ສະຫາຍ ເລື່ອງຫງອກບິງ ໄດ້ຢືນຢັນ​ວ່າ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ເວົ້າ​ລວມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເວົ້າ​ສະ​ເພາະ ຈະ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ປະກອບສ່ວນປັບປຸງພ້ອມກັບຄະນະພັກບັນດາຂັ້ນ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ເພື່ອເພີ່ມພູນຄູນສ້າງສາຍ​ພົວພັນ​ທີ່ເປັນມູນເຊື້ອ ຫວຽດນາມ - ລາວ ພັດທະນາ​ຂຶ້ນ​ສູ່​ລະດັບສູງ​ໃໝ່, ສົມທົບ​ກັນ​ສ້າງສາ 2 ປະ​ເທດ​ໃຫ້​ນັບ​ມື້​ນັບວັດທະນາຖາວອນ.

ເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງມິດຕະພາບ ຫວຽດນາມ-ລາວ

ການສະແດງສິລະປະທີ່ກອງປະຊຸມສົນທະນາ.

ຮ່ວມມືລະຫວ່າງບັນດາໂຮງຮຽນກອງທັບຫວຽດນາມ-ລາວ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະຮອບດ້ານກວ່າອີກ

ຮ່ວມມືລະຫວ່າງບັນດາໂຮງຮຽນກອງທັບຫວຽດນາມ-ລາວ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະຮອບດ້ານກວ່າອີກ

ຍສໝ - ທ່ານພົນໂທ ຈິ້ງວັນກວຽດ ສະແດງຄວາມເຄົາລົບນັບຖືຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານ ບຸນຍັງ ວໍລະຈິດ ທີ່ມີຕໍ່ການປັບປຸງສາຍພົວພັນລະຫວ່າງສອງປະເທດ ແລະສອງກອງທັບ; ພ້ອມທັງຫວັງວ່າ ດ້ວຍບົດຮຽນ, ອາລົມຈິດອັນດີງາມທີ່ມີຕໍ່ຫວຽດນາມ, ທ່ານ ບຸນຍັງ ວໍລະຈິດ ຈະສືບຕໍ່ສະໜັບສະໜູນ ແລະມີການປະກອບສ່ວນຫຼາຍຢ່າງເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ-ລາວ ສືບຕໍ່ບັລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ

ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ-ລາວ ສືບຕໍ່ບັລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ

ຍສໝ - ສອງຝ່າຍເຫັນດີສືບຕໍ່ສົມທົບກັນຜັນຂະຫຍາຍໝາກຜົນຂອງບັນດາຂໍ້ຕົກລົງ ແລະການຢ້ຽມຢາມຂັ້ນສູງຢ່າງມີປະສິດທິຜົນ.

ມິງດຶກ (ແປຕາມ baoquangbinh.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.