ເປີດງານມະຫາກໍາກິລາວິສາຫະກິດສາກົນສໍາລັບຄົນຕ່າງປະເທດທີ່ຢູ່ ລັດເຊຍ

22:43 | 21/08/2024

ຍສໝ - ວັນ​ທີ 17 ສິງຫາ​, ຢູ່​ນະຄອນຫຼວງ​ Moskva (ສະຫະພັນ ລັດ​ເຊຍ), ໄດ້ເປີດງານມະຫະກໍາ​ກິລາວິສາຫະກິດ​ສາກົນ​ ຄັ້ງ​ທຳ​ອິດ​ສໍາລັບ ປະຊາ​ຄົມຄົນ​ຕ່າງປະ​ເທດ​ຢູ່ ລັດ​ເຊຍ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຮອງປະທານສະພາສະຫະພັນ ລັດເຊຍ ແລະ ປະທານ Duma ແຫ່ງຊາດ ລັດເຊຍ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຮອງປະທານສະພາສະຫະພັນ ລັດເຊຍ ແລະ ປະທານ Duma ແຫ່ງຊາດ ລັດເຊຍ

ງານມະຫະກໍາ​ກິລາ​ວິສາຫະ​ກິດ​ສາກົນ​ ​ຄັ້ງ​ທີ 1 ໄດ້​ຈັດ​ຂຶ້ນ​ໂດຍ​ສະ​ມາ​ຄົມ​ພັດ​ທະ​ນາ​ກິລາວິສາຫະ​ກິດຂອງ​ລັດ​ເຊຍ ຈັດຂຶ້ນ. ງານມະຫະກຳໄດ້​ມີ​ການເຂົ້າຮ່ວມຂອງນັກ​ກິ​ລາ 2.500 ຄົນ​ທີ່​ມາ​ຈາກ 20 ກວ່າ​ປະ​ເທດ, ​ມີ​ພີ່ນ້ອງປະຊາຊົນ, ມີວິສາຫະ​ກິດທີ່​ດໍາ​ເນີນ​ທຸ​ລະ​ກິດ ແລະ ​ອາ​ໄສ​ຢູ່​ໃນ​ສະ​ຫະ​ພາບ ​ລັດ​ເຊຍ ເປັນຈຳນວນຫຼາຍ.

ການເປີດວສາກໃນພິທີເປີດງານມະຫະກໍາ​ ແມ່ນ​ການ​ເດີນຂະ​ບວນຂອງບັນດາ​ຄະນະ​ຜູ້​ແທນ​​ປະ​ເທດຕ່າງໆ ທີ່​ເຂົ້າ​ຮ່ວມ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ໜາແໜ້ນ​ຂອງຄະນະຫົວໜ້າທິມ, ນັກ​ກິລາ, ຜູ້ຕາງໜ້າ​ບັນດາ​ອົງການຈັດຕັ້ງ, ວິສາຫະ​ກິດ ​ແລະ ມີ​ພີ່ນ້ອງປະຊາຊົນຂອງຫຼາຍ​ປະ​ເທດ ທີ່ກໍາລັງ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ລັດ​ເຊຍ.

Đoàn Việt Nam tham gia diễu hành. Ảnh: VOV.  ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມ​ຂະ​ບວນ​ແຫ່. ພາບ: VOV.

ຄະ​ນະຫວຽດ​ນາມ ເຂົ້າ​ຮ່ວມ​ການເດີນຂະ​ບວນ​. ພາບ: VOV.

ງານມະຫະກໍາ​ ​ໄດ້​ຈັດ​ການ​ແຂ່ງ​ຂັນ 24 ປະເພດກິລາ ໂດຍແຂ່ງຂັນເປັນປະເພດທິມ ​ແລະ ປະເພດດ່ຽວ ເຊັ່ນ​: ກິລາບານ​ເຕະ 6x6, ບານ​ບ້ວງ 3x3, ບານສົ່ງ, ແລ່ນແລະລານ, ດຶງເຊືອກ, ເທນນິດ, ປິງປອງ, ຕີດອກປີກໄກ່, ລອຍ​ນ້ຳ, ໝາກຮຸກ, ຍິງປືນ ແລະ Shot Put...

​ປະຊາ​ຄົມຄົນຫວຽດນາມ ຢູ່ລັດເຊຍ ເຂົ້າຮ່ວມງານມະຫະກຳໃນ 3 ປະເພດກິລາຄື: ກິລາບານເຕະ 6x6, ເທນນິດ ແລະ ປິງປອງ. ທ່ານ ​​ເຈີ່ນ​ຟຸທວ້ນ ຮອງປະທານຜູ້ປະຈໍາການ​ສະມາຄົມ​ຄົນ​ຫວຽດນາມ ປະຈຳ​ສະຫະພັນ ​ລັດ​ເຊຍ ກ່າວ​ວ່າ: ບັນດາ​ທິມຂອງປະຊາ​ຄົມ​ທີ່​ເຂົ້າ​ຮ່ວມ​ງານມະຫະກຳຄັ້ງ​ນີ້ ​ໄດ້​ຮັບ​ການ​ຄັດ​ເລືອກ​ຢ່າງ​ລະອຽດ ​ຈາກ​ບັນດາການ​ແຂ່ງຂັນ​ຂອງ​ປະຊາ​ຄົມຄົນ​ຫວຽດນາມ ຢູ່​ສະຫະພັນ ​ລັດ​ເຊຍ, ມີ​ຂະ​ບວນການ​ຝຶກແອບ ​ແລະ ກະກຽມຄວາມພ້ອມຢ່າງລອບຄອບ.

ທ່ານ ​​ເຈີ່ນ​ຟຸທວ້ນ ຮອງປະທານ​​ຜູ້ປະຈໍາການ​ສະມາຄົມ​ຄົນ​ຫວຽດນາມ ປະຈຳ​ສະຫະພັນ ​ລັດ​ເຊຍ ກ່າວ​ວ່າ: ບັນ​ດາ​ທິມທີ່​ແຂ່ງຂັນໃນຄັ້ງ​ນີ້​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ ບັນດາການ​ແຂ່ງ​ຂັນ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ແລະ ຫວັງ​ວ່າ​ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ງານ​ທີ່​ດີ ເມື່ອ​ໄດ້ເຂົ້າ​ຮ່ວມງານມະຫະກຳຄັ້ງ​ນີ້ແລ້ວ.

ງານມະຫາກຳກິລາວິສາຫະກິດສາກົນຄັ້ງນີ້ ໄດ້ດຶງດູດກອງເຊຍເຂົ້າຮ່ວມຊົມເຊຍເປັນຈຳນວນຫຼວງຫຼາຍ, ເຊິ້່ງແມ່ນວັນສະມາຄົມຂອງ​ປະຊາ​ຄົມຄົນ​ຕ່າງປະ​ເທດ​ຢູ່ ​ລັດ​ເຊຍ ຢ່າງແທ້ຈິງ, ປະກອບສ່ວນຍົກສູງ​ຂະ​ບວນການກິລາກາຍະກຳ, ພ້ອມ​ກັນ​ນັ້ນ​ ກໍ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ສາມັກຄີ​ຂອງຫຼາຍປະຊາ​ຄົມຄົນ​ຕ່າງປະ​ເທດ​ຢູ່ ລັດ​ເຊຍ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.