ສະມາຄົມໜັງສືພິມແຂວງ ວິ້ງຟຸກ ພົບປະແລກປ່ຽນປະສົບການໃນການເຮັດວຽກວິຊາການກັບເພື່ອນຮ່ວມງານຊາວໄທ

23:07 | 20/08/2024

ຍສໝ - ​ວັນ​ທີ 14 ສິງຫາ, ຄະນະ​ປະຕິບັດງານຂອງ​ສະມາຄົມນັກຂ່າວໄທ ນຳ​ໂດຍ ​ທ່ານ ​ນາງ Norrinee Ruangnoo ປະທານ​ສະມາຄົມ ເປັນຫົວໜ້າຄະນະ ​ແລະ ຄະນະ​ປະຕິບັດງານຂອງ​ສະມາຄົມ​ນັກຂ່າວຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ແລະ ​ເຮັດ​ວຽກ​ກັບ​ບັນດາ​ສໍານັກງານສື່ມວນຊົນ​ຂອງແຂວງວິ້ງຟຸກ.

ທ່ານ ບໍ່ວຽງຄຳ ວົງດາລາ ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ຮັບນາມມະຍົດເປັນສາດສະດາຈານກິດຕິມະສັກ ທ່ານ ບໍ່ວຽງຄຳ ວົງດາລາ ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ຮັບນາມມະຍົດເປັນສາດສະດາຈານກິດຕິມະສັກ
ທ່ານ ເຈີ່ນຮິວຟຸກ ຮັກສາຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ຢູ່ນະຄອນດ່າໜັງ ທ່ານ ເຈີ່ນຮິວຟຸກ ຮັກສາຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ຢູ່ນະຄອນດ່າໜັງ
Đại diện Hội Nhà báo tỉnh Vĩnh Phúc tặng quà lưu niệm cho các thành viên Đoàn công tác của Hội Nhà báo Thái Lan. (Ảnh: Tạp chí Xây dựng Đảng) ຕາງໜ້າສະມາຄົມໜັງສືພິມແຂວງ ວິ້ງຟຸກ ມອບຂອງທີ່ລະນຶກໃຫ້ບັນດາສະມາຊິກຄະນະປະຕິບັດງານຂອງສະມາຄົມໜັງສືພິມ ໄທ. (ພາບ: ວາລະສານກໍ່ສ້າງພັກ)

ຕາງໜ້າສະມາຄົມນັກຂ່າວແຂວງ ວິ້ງຟຸກ ມອບຂອງທີ່ລະນຶກໃຫ້ບັນດາສະມາຊິກຄະນະປະຕິບັດງານຂອງສະມາຄົມນັກຂ່າວໄທ. (ພາບ: ວາລະສານກໍ່ສ້າງພັກ)

ຕາມທ່ານ ຫງວຽນດິ່ງບ່າງ ປະ​ທານ​ສະ​ມາ​ຄົມນັກຂ່າວ​ແຂວງ ວິ້ງຟຸກ ກ່າວວ່າ: ການມາ​ຢ້ຽມ​ຢາມ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມສົນໃຈ​ຂອງ​ສະ​ມາ​ຄົມນັກຂ່າວໄທ ທີ່ມີຕໍ່ແຂວງວິ້ງຟຸກ, ສະ​ມາ​ຄົມນັກຂ່າວ ແລະ ບັນດາສຳ​ນັກງານໜັງສືພິມຂອງ​ແຂວງ, ກໍ່​ຄື​ການ​ພົວ​ພັນ​ຮ່ວມ​ມື​ ມິດ​ຕະ​ພາບ​ທີ່​ດີ ​ລະ​ຫວ່າງ ບັນດາສໍານັກງານສື່ມວນຊົນ 2 ປະເທດ ​ໄທ ​- ຫວຽດນາມ.

ທ່ານ ຫງວຽນດິ່ງບ່າງ ​ໄດ້​ນຳ​ສະເໜີບາງຈຸດໂດຍສັງເຂບ, ສິ່ງທີ່ພົ້ນເດັ່ນກ່ຽວກັບປະຫວັດສາດ, ພູມ​ສາດ, ພາລະກິດການພັດທະນາ​ເສດຖະກິດ - ສັງຄົມຂອງແຂວງ; ການພົວພັນ​ຮ່ວມ​ມື, ​ມິດຕະພາບ​​ລະຫວ່າງ ​ໄທ ​ແລະ ​ແຂວງ​ວິ້ງ​ຟຸກ. ປີ 2016, ສະມາຄົມ​ມິດຕະພາບ ​ຫວຽດນາມ - ​ໄທ ​ແຂວງ​ວິ້ງ​ຟຸກ ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ. ​ແຂວງ​ຍາມ​ໃດກໍ່ຍັງ​ຮັກສາ​ການ​ພົວພັນ​ອັນ​ດີງາມ​ກັບ​ສະຖານທູດ​ໄທ ແລະ ຫ້ອງການ​ສົ່ງ​ເສີມ​ການ​ລົງທຶນ​ໄທ ປະຈຳ​ຮ່າ​ໂນ້ຍ...

ທ່ານ ຫງວຽນດິ່ງບ່າງ ຫວັງວ່າ ຂໍ້​ມູນ​ຂ່າວສານຕ່າງໆ ​ກ່ຽວ​ກັບ​ວິ້ງ​ຟຸກ, ໂອກາດການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ຢູ່​ແຂວງ ​ວິ້ງ​ຟຸກ ຈະ​ໄດ້​ຮັບ​ການແຈ້ງຈາກບັນດາເພື່ອນຮ່ວມງານໄທ, ໂຄສະນາຢ່າງ​ກວ້າງຂວາງ, ປະກອບສ່ວນ​ຊຸກຍູ້​ການພົວພັນ​ຮ່ວມ​ມື, ມິດຕະພາບ, ດຶງ​ດູດເອົາ​ການ​ລົງທຶນ​ ລະຫວ່າງ​​ວິ້ງ​ຟຸກ ​ແລະ ໄທ. ຜ່ານນັ້ນ ກໍ່ໜູນ​ຊ່ວຍ​ການ​ເຊື່ອມ​ໂຍງໃຫ້​ແຂວງ​ວິ້ງ​ຟຸກ ສ້າງ​ຕັ້ງ​ການ​ພົວ​ພັນ​ຮ່ວມ​ມື​ມິດຕະພາບກັບບາງ​ທ້ອງ​ຖິ່ນຂອງ​ໄທ.

ໃນກອງປະຊຸມ, ທ່ານ ຫງວຽນ​ແມັງ​ຕ໋ວນ ​ຮອງ​ອຳ​ນວຍ​ການ​​ຜູ້​ຮັບ​ຜິດ​ຊອບ​ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ໂທລະພາບ ແຂວງ ​ວິ້ງ​ຟຸກ ໄດ້​ແນະ​ນຳ​ບາງ​ຈຸດ​ໂດຍສັງເຂບ, ບັນຫາພົ້ນເດັ່ນກ່ຽວກັບລະບົບການ​ຈັດ​ຕັ້ງ, ບັນດາຫ້ອງການ ຄະນະ​ວິຊາສະ​ເພາະຂອງສະຖານີ. ໃນຂະນະດຽກັນ, ກໍ່ໄດ້ຍົກໃຫ້ເຫັນ​ຂໍ້ສະດວກ ແລະ ຂໍ້​ຫຍຸງຍາກຕ່າງໆໃນການເຄື່ອນໄຫວສື່ມວນຊົນ​ຂອງ​ແຂວງ ​ວິ້ງ​ຟຸກ ​ເວົ້າລວມ ແລະ ສະຖານີຂອງ​ສະຖານີ​ວິທະຍຸ​ກະຈາຍສຽງ​ ໂທລະພາບແຂວງ ​ເວົ້າ​ສະ​ເພາະ​ ໃນ​ວຽກ​ງານ​ຖະ​ແຫຼ​ງຂ່າວ, ​ໂຄສະນາເຜີຍແຜ່, ຮັບ​ໃຊ້​ວຽກ​ງານ​ການ​ເມືອງ​ຂອງ​ທ້ອງ​ຖິ່ນ ​ແລະ ປະຊາຊົນ​ໃນ​ສະພາບ​ການ​ໃໝ່.

ທ່ານ ຫງວຽນ​ແມັງ​ຕ໋ວນ ຫວັງ​ວ່າ​ສະມາຄົມນັກຂ່າວໄທ ຈະ​ແບ່ງປັນ​ບົດຮຽນ​ພາກ​ປະຕິບັດ​ໃນ​ຂົງ​ເຂດສື່ມວນຊົນຂອງ 2 ປະ​ເທດ ເພື່ອໃຫ້ສາມາດຮຽນຮູ້, ເພີ່ມ​ເຕີມບົດຮຽນປະ​ສົບ​ການ​ໃໝ່ໃຫ້ກັນຫຼາຍຂຶ້ນຕື່ມ​ໃນອາຊີບຂ່າວ, ແນໃສ່ເພື່ອຮັບໃຊ້ໃຫ້ດີທີ່ສຸດກັບຄວາມຮຽກຮ້ອງຕ້ອງການ​ຂອງ​ຜູ້​ອ່ານ​ຢູ່ທ້ອງ​ຖິ່ນ.

Đoàn công tác Hội Nhà báo Thái Lan thăm quan nhà in của báo Vĩnh Phúc. (Ảnh: TTXVN)  ຄະ​ນະ​ຜູ້​ປະຕິບັດງານ​ສະ​ມາ​ຄົມ​ໜັງສືພິມ​ໄທ​ໄດ້​ໄປ​ຢ້ຽມ​ຢາມ​ໂຮງ​ພິມ​ຂອງໜັງ​ສື​ພິມ ​ວິ້ງ​ຟຸກ. (ພາບ: ສໍານັກຂ່າວຫວຽດນາມ)

ຄະ​ນະ​ຜູ້​ປະຕິບັດງານ​ສະ​ມາ​ຄົມ​ນັກຂ່າວ​ໄທ ​ໄດ້​ໄປ​ຢ້ຽມ​ຢາມ​ໂຮງ​ພິມ​ຂອງໜັງ​ສື​ພິມ ​ວິ້ງ​ຟຸກ. (ພາບ: ສໍານັກຂ່າວຫວຽດນາມ)

ທ່ານ ນາງ Norrinee Ruangnoo ປະທານ ສະມາຄົມນັກຂ່າວໄທ ຢືນຢັນວ່າ: ການເດີນທາງມາເຮັດວຽກໃນຄັ້ງນີ້ ແມ່ນໂອກາດເພື່ອໃຫ້ບັນດາສໍານັກງານສື່ມວນຊົນ 2 ປະເທດໄດ້ແລກປ່ຽນ, ຮຽນຮູ້ປະສົບການເຊິ່ງກັນແລະກັນ, ຊອກຮູ້ວິທີການໃໝ່, ສ້າງສັນ ແລະ ມີປະສິດທິຜົນໃນຂົງເຂດສື່ມວນຊົນ ແລະ ການສື່ສານ. ບັນດາສະມາຊິກໃນສະມາຄົມນັກຂ່າວໄທ ຈະແບ່ງປັນຄວາມຫຍຸ້ງຍາກ ພ້ອມກັບປະສົບການຕ່າງໆ ແລະ ວິທີການເຮັດສະເພາະຂອງສື່ມວນຊົນໄທ ໃນຍຸກດິຈິຕອນ.

​ໃນ​ໂອກາດ​ນີ້, ທ່ານ ​ນາງ Norrinee Ruangnoo ​ໄດ້​ແນະນໍາບາງ​ແຂວງ, ນະຄອນ​ຂອງ​ໄທ ທີ່​ມີ​ຫຼາຍ​ຈຸດ​ຄ້າຍ​ຄື​ກັນ ​ເຊິ່ງ ວິ້ງຟຸກ ສາມາດມຸ່ງໄປເຖິງການລົງ​ນາມ​ໃນ​ສາຍ​ພົວພັນ​ແຮກສ່ຽວ. ພາຍຫຼັງການເດີນທາງມາເຮັດວຽກ​ຢູ່​ ວິ້ງຟຸກ, ສະມາຄົມນັກຂ່າວ​ໄທ ຈະ​ມີ​​ການ​ເຄື່ອນ​ໄຫວ​ທີ່ລະອຽດ ​ແນ​ໃສ່​ການຊຸກຍູ້ເຜີຍແຜ່​ພາບ​ພົດ​ຂອງ​​​ດິນແດນ ​ແລະ ປະຊາຊົນ ວິ້ງຟຸກ ​ໃຫ້​ແກ່​ປະຊາຊົນ, ວິ​ສາ​ຫະກິດຂອງ ​ໄທ; ປະກອບສ່ວນ​ຍົກສູງ​ຄວາມ​ເຂົ້າ​ໃຈ, ນໍ້າໃຈມິດຕະພາບ ແລະ ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ​ປະ​ເທດ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.