ຄະນະ​ຜູ້​ແທນທ້ອງ​ຖິ່ນ​ສາກົນ ​ 35 ຄະນະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ​ມິດຕະພາບ ​ນະຄອນ​ໂຮ່ຈິ​ມິນ 2024

08:54 | 27/09/2024

ຍສໝ​ - ວັນທີ 24 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ເປີດກອງປະຊຸມ​ສົນທະນາມິດຕະພາບ ນະຄອນໂຮ່ຈີມິນ ປີ 2024 ດ້ວຍຫົວຂໍ້ “ການຫັນປ່ຽນອຸດສາຫະກຳ: ປະສົບການພັດທະນາ ແລະ ບຸລິມະສິດການຮ່ວມມື”.

ງານແຂ່ງຂັນເທັນນິດ ມິດຕະພາບ 2024: ກິລາເຊື່ອມຕໍ່ຊາວຮ່າໂນ້ຍ ກັບເພື່ອນມິດສາກົນ
ຍູ້ແຮງການ​ຮ່ວມ​ມື​ມິດຕະພາບ​ ຫວຽດນາມ - ໄທ ຜ່ານ​ບັນດາການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ປະຊາຊົນ

ກອງ​ປະຊຸມ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ 35 ຄະນະທີ່​ມາ​ຈາກ​ບັນດາທ້ອງ​ຖິ່ນ​ສາກົນ​ທີ່​ມີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ ນະຄອນ​ໂຮ່ຈິ​ມິນ.

ຄະນະ​ຜູ້​ແທນທ້ອງ​ຖິ່ນ​ສາກົນ ​ 35 ຄະນະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ​ມິດຕະພາບ ​ນະຄອນ​ໂຮ່ຈິ​ມິນ 2024

ພາບເປີດກອງ​ປະ​ຊຸມ​ສົນ​ທະ​ນາ​ມິດ​ຕະ​ພາບ​ ນະ​ຄອນໂຮ່ຈິມິນ 2024.

ກ່າວ​ຄຳ​ປາໄສທີ່ພິທີເປີດ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ ນະຄອນ​ໂຮ່ຈີ​ມິນ ຟ່ານວັນໝາຍ ​ໃຫ້​ຮູ້​ວ່າ ຫົວ​ຂໍ້​ຂອງ​ການ​ສົນທະນາມິດຕະພາບ​ປີ 2024 ໄດ້ເຕື້ອງເຖິງບັນຫາທີ່ຈຳເປັນ ແລະ ຮີບ​ດ່ວນ​ຂອງ​ປະຈຸ​ບັນ.ໃນ​ໄລ​ຍະ​ແຫ່ງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ຢ່າງ​ເລິກ​ເຊິ່ງກ້ວາງຂວາງ, ນະ​ວັດ​ຕະ​ກຳ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ກາຍ​ເປັນ​ປັດ​ໄຈ​ຕັດ​ສິນ​ໃຫ້ຄວາມສຳເລັດ. ຕໍ່ກັບຄວາມກົດດັນຄວບຄູ່ຈາກການຮັກສາການເຕີບໂຕເສດຖະກິດໃນຂະນະທີ່ຕອບສະຫນອງບັນດາມາດຕະຖານສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບສັງຄົມທີ່ນັບມືນັບເຂັ້ມງວດ, ພວກເຮົາຕ້ອງມີການປະດິດສ້າງ ແລະ ປັບຕົວ. ການ​ເດີນ​ທາງ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ຂອງ​ ນະ​ຄອນໂຮ່​ຈິ​ມິນ ໄດ້ຊຸກຍູ້ດ້ວຍທັງ​ກຳລັງໜູນ​ພາຍ​ໃນ ແລະ ທ່າ​ອ່ຽງ​ຂອງ​ໂລກ”.

​ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໃຫ້ຮູ້ວ່າ ໃນ​ດ້ານ​ພາຍ​ໃນ, ​ເພື່ອ​ຮັກສາ​ຄວາມ​ສາມາດ​ແກ່ງ​ແຍ້​ງ ແລະ ພັດທະນາ​ແບບ​ຍືນ​ຍົງ, ນະຄອນ​ໂຮ່ຈິ​ມິນ ຕ້ອງ​ຫັນປ່ຽນ​ຈາກບັນດາຂະແໜງການ​ອຸດສາຫະກຳ​ດັ້ງເດີມ​ໄປສູ່ບັນດາຂະຂະແໜງການ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີສູງ ແລະ ມີມູນ​ຄ່າ​ເພີ່ມ​ທີ່​ສູງ.​..

​ເປົ້າ​ໝາຍ​ຂອງ​ນະຄອນ​ແມ່ນຍົກອັດຕາສ່ວນຖ່ວງບັນດາຂະແໜງການ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີສູງ​ໃນຍອດ GDP ຂອງ​ນະຄອນ​ຈາກ 23% ​ໃນ​ປະຈຸ​ບັນ​ເປັນ 40% ​ໃນ​ປີ 2030, ບໍ່​ພຽງ​ແຕ່​ຊ່ວຍ​ຮັກສາ​ການ​ປະກອບສ່ວນເຂົ້າໃນພື້ນຖານ​ເສດຖະກິດ​ແຫ່ງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ປັບປຸບທີ່ຕັ້ງນຳ​ໜ້າ​ຂອງ​ນະຄອນ​ໃນ​ທົ່ວ​ປະ​ເທດ ແລະ ພາກພື້ນ. ນອກຈາກນັ້ນ, ທ່າ​ອ່ຽງ​ທົ່ວໂລກ ພວມມີການຫັນປ່ຽນຢ່າງໃຫຍ່ຫຼວງໃນທ້ອງຕະຫຼາດສາກົນ, ມຸ່ງໄປເຖິງບັນດາວິທີການຜະລິດແບບຍືນຍົງ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນ. ບັນດາສັນຍາ​ການ​ຄ້າ​ເສລີ​ລຸ້ນ​ໃໝ່​ໄດ້​ວາງອອກບັນດາມາດຕະຖານ​ສູງ​ກວ່າ, ຕິດພັນກັບການ​ຄ້າ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ.

ເພື່ອຮັກສາການມີໜ້າທີ່ໝັ້ນຄົງໃນທ້ອງຕະຫຼາດໂລກ, ນະຄອນ​ໂຮ່ຈິ​ມິນ ຕ້ອງຕອບສະໜອງບັນດາມາດຕະຖານເຫຼົ່ານີ້. ນະຄອນ​ໂຮ່ຈິ​ມິນ ​ໄດ້​ນຳ​ໃຊ້​ຍຸດ​ທະ​ສາດຄວບຄູ່, ສົມທົບ​ການ​ຫັນ​ເປັນ​ສີຂຽວ ​ແລະ ຫັນເປັນດິຈິ​ຕອນ ເພື່ອ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ແບບ​ຍືນ​ຍົງ, ກວມລວມ ແລະ ມີຄວາມອາດສາມາດຟື້ນຟູ, ກາຍ​ເປັນ​ຮູບແບບທີ່ສາມາດທາບທາມສຳລັບບັນດາຖ້ອງຖິ່ນ. ນະຄອນ​ໂຮ່ຈິ​ມິນ ​ກໍ່​ສຸມ​ໃສ່​ພັດທະນາບັນດາຂະແໜງການ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີສູງ, ລົງທຶນ​ເຂົ້າ​ໃນການຫັນເປັນອັດຕະໂນມັດ, ໂຮງງານ​ອັດສະລິຍະ, ​ເຕັກ​ໂນ​ໂລຢີການ​ຜະລິດ​ທີ່​ກ້າວໜ້າ ​ເພື່ອ​ຍົກ​ລະດັບບັນດາ​ຕ່ອງ​ໂສ້ລະບົບ​ມູນ​ຄ່າ. ນະຄອນ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ສືບ​ຕໍ່​ເປັນ​ຄູ່​ຮ່ວມ​ມືທີ່ຂະຫຍັນຂັນເຄື່ອນ, ເປີດອົກເປີດໃຈ ແລະ ຈິງ​ໃຈ​ກັບ​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ໂລກ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ໂດຍສັງເຂບກ່ຽວ​ກັບ​ການ​ຫັນ​ເປັນ​ອຸດສາຫະກຳ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ຫຼັງຈາກນັ້ນ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຂະບວນການຫັນເປັນອຸດສາຫະກຳຂອງບັນດາທ້ອງຖິ່ນສາກົນ, ລວມມີ ບົດຮຽນປະສົບການໃນການສ້າງນະໂຍບາຍຊຸກຍູ້ການເຕີບໂຕອຸດສາຫະກຳຢູ່ທ້ອງຖິ່ນ; ບັນດາການປ່ຽນແປງໃໝ່ກ່ຽວກັບເຕັກໂນໂລຢີ; ລະດົມ​ແຫຼ່ງກຳລັງ (PPP, ການ​ເງິນ, ຊັບພະຍາກອນ​ມະນຸດ...). ບັນດາ​ຜູ້​ແທນ​ ​ກໍ່​ຕີ​ລາຄາ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຂອງ​ນະຄອນ ໂຮ່ຈີ​ມິນ ​ໃນຂະບວນການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ສະ​ເໜີ​ບັນດາ​ກຸ່ມຂົງເຂດທີ່​ສາມາດ​ຮ່ວມ​ມື​ກັບ ນະຄອນ ໂຮ່ຈີ​ມິນ.

ຕອນ​ບ່າຍ​ວັນ​ທີ 24 ກັນຍາ, ​ໃນ​ຂອບ​ເຂດເຫດການສົນທະນາ​ມິດຕະພາບ ​ນະຄອນ​ໂຮ່ຈິ​ມິນ​ ຄັ້ງ​ທີ 2 ປີ 2024, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ສັນຍາ​ລັກ​ມິດຕະພາບສາກົນ ​ນະຄອນ​ໂຮ່ຈິ​ມິນ, ​ເຊິ່ງເປັນ​ຂີດ​ໝາຍ​ການ​ພົວພັນ​ຮ່ວມ​ມື​ທີ່​ໝັ້ນຄົງ ລະຫວ່າງນະຄອນໂຮ່ຈີມິນ ກັບບັນດາທ້ອງຖິ່ນ, ຄູ່ຮ່ວມມືສາກົນ.

ສັນ​ຍາ​ລັກ​ມິດ​ຕະ​ພາບ​ສາ​ກົນ ໄດ້​ຕັ້ງ​ຢູ່​ສວນສາທາລະນະ ເບັ໋ນແບັກດັ່ງ, ພື້ນ​ທີ່​ແຫ່ງສັນ​ຕິ​ພາບຢູ່​ໃຈ​ກາງ​ນະ​ຄອນ​ໂຮ່​ຈິ​ມິນ ເປັນ​ຫຼັກຖານພະຍານທີ່ມີຊີວິດຊີວາໃຫ້​ວິ​ໄສ​ທັດ​ຂອງ​ນະ​ຄອນ​ໃນ​ການຍົກລະດັບການວຽກງານການພົວພັນຕ່າງປະເທດ, ພ້ອມ​ກັນ​ນັ້ນ ​ກໍ​່ສົ່ງ​ສານ​ເຖິງ​ເພື່ອນ​ມິດ​ສາ​ກົນກ່ຽວກັບຄວາມຍິນ​ດີ​ຕ້ອນ​ຮັບ, ເປີດອົກເປີດໃຈ ແລະ ຄວາມ​ປາ​ຖະ​ຫນາ​ທີ່​ຈະບືນຕົວ​ອອກ​ໄປ​ສູ່​ໂລກ, ພ້ອມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​​ສັນ​ຕິ​ພາບ​, ວັດທະນາຖາວອນ.

ຄະນະ​ຜູ້​ແທນທ້ອງ​ຖິ່ນ​ສາກົນ ​ 35 ຄະນະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ​ມິດຕະພາບ ​ນະຄອນ​ໂຮ່ຈິ​ມິນ 2024

ສັນຍາລັກມິດຕະພາບສາກົນ ໄດ້ຕັ້ງຢູ່ສວນສາທາລະນະ ເບັ໋ນແບັກດັ່ງ.

ສ່ວນທີ່ໂດດເດັ່ນຢູ່ເທິງຂອງສັນຍາລັກແມ່ນວົນກົມ Mobius - ສັນຍາລັກຂອງຄວາມບໍ່ມີຂອບເຂດ, ເປັນສັນຍາລັກຂອງການພັດທະນາຢ່າງຕໍ່ເນື່ອງ, ຍືນຍົງ ແລະ ບໍ່ມີຈຸດຢຸດ. ນີ້​ແມ່ນ​ປະ​ຕູ​ເຊື່ອມ​ຕໍ່​ນະ​ຄອນ​ໂຮ່​ຈິ​ມິນ​ ກັບ​ໂລກ, ລະ​ຫວ່າງ​ໂລກ​ກັບ​ນະ​ຄອນ. ດ້ວຍ​ເຕັກ​ໂນ​ໂລ​ຢີ 3D Mapping ທີ່ກ້າວໜ້າ ແລະ Water slide Deca, ວົນກົມ Mobius ບໍ່​ພຽງ​ແຕ່​ແມ່ນ​ສັນ​ຍາ​ລັກ​ແຫ່ງ​ການ​ເຊື່ອມ​ໂຍງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພາຫະນະເພື່ອ​ສະ​ແດງບັນດາ​ຮູບ​ພາບ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ເພື່ອແນະ​ນຳ​ຄວາມ​ງາມ, ແຜ່ກະຈາຍຄວາມຮັກແພງແຂກຄົນເຖິງເພື່ອນມິດສາກົນ. ວົງ​ກົມ​ຂອງ​ສັນ​ຍາ​ລັກ​ແມ່ນຄວັດຊື່ບັນດາ​ທ້ອງ​ຖິ່ນ​ທີ່​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ມິດ​ຕະ​ພາບການ​ຮ່ວມ​ມື​ກັບ ​ນະ​ຄອນໂຮ່​ຈິ​ມິນ.

​ໃນ​ຂອບ​ເຂດ​ການສົນທະນາມິດຕະພາບ​ ນະຄອນ​ໂຮ່ຈິ​ມິນ ຄັ້ງ​ທີ 2 ​ໃນ​ປີ 2024 ຈະດຳເນີນບັນດາ​ການ​ເຄື່ອນ​ໄຫວ​ການ​ທູດມະຫາຊົນອື່ນໆ ເຊັ່ນ: ການ​ສະ​ແດງຈ້ອງເວີ່ນ, ບາລູນ, ການ​ແນະນຳ​ອາຫານ ​ຫວຽດນາມ...

ນະຄອນ​ ໂຮ່ຈິ​ມິນ: ແຈ້ງຂໍ້​ມູນກ່ຽວກັບມະຕິ​ເລກທີ 98 ​ໃຫ້​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່ ແຟງລັງ

ນະຄອນ​ ໂຮ່ຈິ​ມິນ: ແຈ້ງຂໍ້​ມູນກ່ຽວກັບມະຕິ​ເລກທີ 98 ​ໃຫ້​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່ ແຟງລັງ

ຍສໝ - ແຕ່ວັນທີ 13-14 ກັນຍາ (ຕາມເວລາທ້ອງຖິ່ນ), ສະຖານທູດ ຫວຽດນາມ ປະຈຳ ແຟງລັງ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ (HCMC) ໄດ້ຈັດຕັ້ງກອງປະຊຸມແຈ້ງຂໍ້ມູນເຜີຍແຜ່ກ່ຽວກັບມະຕິເລກທີ 98/2023/QH15 ຂອງສະພາແຫ່ງຊາດ ແລະ ໂຄງການນະ​ໂຍບາຍເສີມຂະຫຍາຍຢ່າງມີສິດທິຜົນແຫຼ່ງກຳລັງການສົ່ງເງິນຕາຕ່າງປະເທດກັບຄືນມາປະເທດ ຂອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ບົນບໍລິເວນນະ​ຄອນ ​ໂຮ່​ຈິ​ມິນ ...

ເກີນເທີ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນພົບປະ​ແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ

ເກີນເທີ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນພົບປະ​ແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ເກີນ​ເທີ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ນະຄອນ​ ເກີນ​ເທີ ຫາ​ກໍ່​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ພົບປະແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.