ຕິ໋ນຟາດ Group - ສະຖານທີ່ກໍ່ສ້າງ ແລະສະໜອງແຫຼ່ງຊັບພະຍາກອນມະນຸດທີ່ເປັນມືອາຊີບ ແລະມີອິດທິພົນຊື່ສຽງ

08:42 | 27/09/2024

ຍສໝ - ຕິ໋ນຟາດ Group ​ແມ່ນ​ຫົວໜ່ວຍອຸປະຖຳ​ປະຈຳ​ປີ​ໃຫ້​ອົງການ​ແລກປ່ຽນ​ສາກົນ ຫວຽດນາມ ຍີ່ປຸ່ນ (FAVIJA), ​ຊ່ວຍ FAVIJA ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ຈັດ​ຕັ້ງ​ຫຼາຍ​ກິດຈະກຳ​ຊຸມ​ຊົນ​ໃຫ້​ແກ່​ຊາວຫວຽດນາມ ຢູ່ ຍີ່ປຸ່ນ.

ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ສາຂາ Saigontourist Group
Central Group ຄາດຄະເນວ່າຈະລົງທຶນຕື່ມ 800 ລ້ານໂດລາສະຫະລັດເຂົ້າຫວຽດນາມ

ຫຼາຍປີຕິດຕໍ່ກັນ, ຕິ໋ນຟາດ Group ໄດ້ຮັບໃບຍ້ອງຍໍຈາກທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ຍີ່ປຸ່ນ, ຫຼຽນໄຊ ແລະ ຫຼຽນກາ ຈາກອົງການຕຳຫຼວດ ຍີ່ປຸ່ນ ແລະ ລັດຖະບານ ປະເທດຍີ່ປຸ່ນ ເພື່ອປະກອບສ່ວນປະຕິບັດຕົວຈິງໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ​ກໍຄື​ການ​ຮັດ​ແໜ້ນ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ຕິ໋ນຟາດ Group - ສະຖານທີ່ກໍ່ສ້າງ ແລະສະໜອງແຫຼ່ງຊັບພະຍາກອນມະນຸດທີ່ເປັນມືອາຊີບ ແລະມີອິດທິພົນຊື່ສຽງ

ສຳມະນາກອນ ຕິ໋ນຟາດ ຢູ່ ຍີ່​ປຸ່ນ ໄດ້​ໄປ​ສະ​ໜາມ​ບິນ ເພື່ອ​ຕ້ອນ​ຮັບ​ຄະ​ນະ​ປະມຸກລັດ​ຫວຽດ​ນາມ ໄປ​ຢ້ຽມ​ຢາມ ຍີ່​ປຸ່ນ.

ຕິ໋ນຟາດ Group ສ້າງຕັ້ງຂຶ້ນໃນປີ 2012. ດ້ວຍຖັນແຖວພະນັກງານ 400 ຄົນ, ປະຈຸບັນ, ຕິ໋ນຟາດ ໃຫ້ສະຫນອງການບໍລິການລະບົບການສຶກສາ ແລະ ຊັບພະຍາກອນມະນຸດຄົບວົງຈອນ, ປະກອບມີ: ການຝຶກອົບຮົມ - ໃຫ້ຄໍາປຶກສາ - ການປະຖົມນິເທດຮຽນຕໍ່ຕ່າງປະເທດ; ການສະໜອງ - ການໜູນ​ຊ່ວຍ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ວຽກ​ງານ​ນາໆຊາດ; ການຝຶກອົບຮົມພາສາຕ່າງປະເທດພິເສດສະເພາະ; ການສຶກເຊື່ອມຕໍ່ລະ​ດັບ​ອະນຸບານ - ມັດທະຍົມຕອນປາຍ; ການຮັບສະໝັກ - ຝຶກອົບຮົມ - ທັກສະໃຫ້ແກ່ວິທະຍາໄລ ແລະ ມະຫາວິທະຍາໄລ; ການທ່ອງທ່ຽວ, ອະສັງຫາລິມະສັບ, ໂທລະຄົມມະນາຄົມ…

ໃນ​ໄລຍະ 12 ປີ​ແຫ່ງ​ການ​ສ້າງ​ອະນາຄົດໃຫ້ແກ່​ຊາວ​ໜຸ່ມ​ຫວຽດນາມ, ຕິ໋ນຟາດ Group ​ກຳໄດ້​ທ່າແຮງ​ປຽບ​ທີ່​ພົ້ນ​ເດັ່ນ ​ແລະ ຢືນຢັນ​ທີ່​ຕັ້ງ​ອັນ​ສະຫງ່າ​​ຂອງ​ຕົນ​ໃນ​ທ້ອງຕະຫຼາດ​ການ​ສຶກສາ, ຊັບພະຍາກອນ​ມະນຸດ ຍ້ອນ​ມີ​ກຳລັງ​ແຮງ​ຂອງ​ຜູ້​ມີ​ຫົວຄິດ​ປະດິດ​ສ້າງ - ຂະ​ບວນການ​ສ້າງສັນ - ວັດ​ທະ​ນະ​ທໍາ​ທີ່​ແຕກ​ຕ່າງ​ກັນ​.

ຕິ໋ນຟາດ Group - ສະຖານທີ່ກໍ່ສ້າງ ແລະສະໜອງແຫຼ່ງຊັບພະຍາກອນມະນຸດທີ່ເປັນມືອາຊີບ ແລະມີອິດທິພົນຊື່ສຽງ

ຕິ໋ນຟາດ ມີ​ພະ​ນັກ​ງານ 400 ຄົນ​ທີ່​ປະ​ຕິ​ບັດງານ​ຢູ່ 50 ແຂວງ​, ນະ​ຄອນ​.

ປະຈຸບັນ, ບໍລິສັດ ຕິ໋ນຟາດ ມີການເຄື່ອນໄຫວຂອບຂະໜາດໃຫຍ່ຢູ່ເກືອບ 50 ແຂວງ, ນະຄອນ, ມີ 30 ສາຂາ, ສຳນັກງານຜູ້ຕາງໜ້າ, ບໍລິສັດຍ່ອຍໃນທົ່ວປະເທດ. ດ້ວຍຂະບວນການທີ່ສ້າງສັນ ແລະ ມີວິທີການ ນັບແຕ່ກິດຈະກໍາການໃຫ້ຄໍາປຶກສາ-ບຳລຸງສ້າງການຮຽນຕໍ່ຕ່າງປະເທດ, ວຽກງານທໍາໃຫ້ແກ່ນັກຮຽນຍັງຢູ່ໃນໂຮງຮຽນ, ພ້ອມກັບວິທີການເຂົ້າເຖິງທີ່ກວ້າງຂວາງຈາກຕົວເມືອງໄປຫາເຂດຫ່າງໄກສອກຫຼີກ, ເຂດທີ່ຫຍຸ້ງຍາກພິເສດ. ຄຽງຄູ່ກັນນັ້ນ, ແມ່ນກຳລັງສ້າງເຄືອຂ່າຍບຳລຸງສ້າງຢູ່ຫຼາຍເມືອງ ແລະ ແຂວງໃນທົ່ວປະເທດ ເພື່ອຊ່ວຍໃຫ້ນັກຮຽນຫຼຸດໄລຍະຫ່າງທາງພູມສັນຖານ, ປະຢັດເວລາ, ເງິນ ແລະ ຂະຫຍາຍໂອກາດໃນການເຂົ້າເຖິງການບໍລິການດ້ານການສຶກສາ.

ຢູ່ໃນຕ່າງປະເທດ, ຕິ໋ນຟາດ ພ້ອມກັບນັກສຶກສາຕະຫຼອດຂະບວນການຮຽນ, ເຮັດວຽກ ແລະ ດໍາລົງຊີວິດດ້ວຍລະບົບຫ້ອງການຕົວແທນຢູ່ແຕ່ລະປະເທດເຊັ່ນ: ຍີ່ປຸ່ນ ແລະ ສ.ເກົາຫຼີ. ໃນນັ້ນ VIJP - ຕິ໋ນຟາດ Japan ເປັນຫົວໜ່ວຍຫຼັກແຫຼ່ງທີ່ຊ່ຽວຊານໜູນຊ່ວຍນັກສຶກສາຕ່າງປະເທດ ແລະ ນັກຝຶກງານຂອງ ຕິ໋ນຟາດ ຄື: ໃຫ້ການອຸປະຖຳດ້ານການພັກເຊົາ, ເຮືອນຢູ່, ໃຫ້ບໍລິການດ້ານໂທລະຄົມມະນາຄົມ; ແນະນຳວຽກງານ; ຫນູນຊ່ວຍທາງການແພດ; ໜູນ​ຊ່ວຍບັນຫາ​ຊີວິດ, ວັດທະນະທຳ, ກົດໝາຍ, ວີ​ຊາ... ພ້ອມ​ກັນ​ນັ້ນ, ກໍ່​ສະໜອງ​ບັນດາ​ຮູບ​ແບບ​ການ​ດຳ​ເນີນ​ທຸລະ​ກິດ​ຫຼາຍ​ດ້ານ​ໃນ​ຕະຫຼາດ​ຕ່າງປະ​ເທດ​ດ້ວຍ​ບັນດາ​ຂົງ​ເຂດ​ຄື: ອະສັງຫາລິມະ​ຊັບ, ​ໂທລະ​ຄົມ, ການ​ຝຶກ​ອົບຮົມ​ພາສາ​ຕ່າງປະ​ເທດ ​ແລະ ການບໍລິການວຽກງານ...

ນັກສຶກສາແຕ່ລະຄົນທີ່ເຂົ້າມາ ຕິ໋ນຟາດ ຈະມີແຜນທີ່ເສັ້ນທາງໃນການຮຽນຮູ້ພາສາ - ຝຶກຝົນຫຼໍ່ຫຼອມ - ປະຕິບັດວຽກງານທີ່ເປັນມືອາຊີບ. ປຶ້ມແບບຮຽນ ແລະ ຫຼັກສູດການຮຽນພາສາທັງໝົດຖືກກະກຽມໂດຍຄູສອນທີ່ດີ ແລະ ປະເມີນຄືນໂດຍຜູ້ຊ່ຽວຊານດ້ານພາສາ. ນອກຈາກນັ້ນ, ຜູ້ຮຽນຍັງໄດ້ຮັບການຝຶກອົບຮົມທັກສະວັດທະນະທຳທີ່ສໍາຄັນໃນຫຼັກສູດທີ່ສອນໂດຍຜູ້ຝຶກລະດັບສູງຂອງ ຕິ໋ນຟາດ.

ຈຸດສຸມຂອງໂຄງການຝຶກອົບຮົມຂອງ ຕິ໋ນຟາດ ແມ່ນເພື່ອຊີ້ນໍາຜູ້ຮຽນໄປສູ່ການຮຽນຮູ້ຕົວຈິງ, ປະຕິບັດ ແລະສ້ າງແນວຄິດຕັ້ງໜ້າ, ເປີດກວ້າງໂລກະທັດຂອງເຂົາເຈົ້າໂດຍຜ່ານປະສົບການປະຕິບັດຕົວຈິງ, ມີຈິດໃຈລະບຽບວິໄນ ແລະ ມີວິຊາຊີບສູງ. ນັບ​ແຕ່​ນັ້ນ​ມາ, ຄຸນ​ນະພາ​ບຂອງ​ການບຳລຸງສ້າງຍາມ​ໃດ​ກໍ່​ຮັບປະກັນສົ້ນອອກທີ່ມີ​ມາດຕະຖານ​​ສະໜອງ​ແຫຼ່ງຊັບພະຍາກອນ​ມະນຸດອອກສູ່​ສາກົນ.

ຄຽງຄູ່ກັນນັ້ນ, ດ້ວຍຍີ່ຫໍ້ ແລະ ວັດທະນະທຳທີ່ເປັນເອກະລັກຂອງຕົນ, ຕິ໋ນຟາດ ຍັງສ້າງຄວາມປະທັບໃຈອັນດີງາມຫຼາຍຢ່າງໄວ້ໃນໃຈລູກຄ້າ , ບັນດາຄູ່ຮ່ວມມື ແລະ ສືບຕໍ່ດຶງດູດເອົາບັນດາບຸກຄະລາກອນທີ່ເກັ່ງ ແລະ ສາມັກຄີເພື່ອອຸດົມການຂອງອົງການ.

ຕິ໋ນຟາດ Group - ສະຖານທີ່ກໍ່ສ້າງ ແລະສະໜອງແຫຼ່ງຊັບພະຍາກອນມະນຸດທີ່ເປັນມືອາຊີບ ແລະມີອິດທິພົນຊື່ສຽງ

ຖັນແຖວການນຳຂອງ ຕິ໋ນຟາດ

ຕິ໋ນຟາດ ​ໄດ້​ໄຕ້ຄວາມຝັນ​ໃຫ້​ນັກຮຽນ​ນັບ​ພັນ​ຄົນ ດ້ວຍ​ຈິດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຈາກ​ເຂດ​ພູດ​ອຍ ​ແລະ ​ເຂດ​ຫ່າງ​ໄກ​ສອກຫຼີກ ​ໄປ​ຍັງ​ຫຼາຍ​ເຂດ​ຊົນນະບົດ​ໃນ​ທົ່ວ​ປະ​ເທດ ​ເພື່ອໃຫ້​ມີ​ໂອກາດ​ໃນ​ການເຂົ້າເຖິງການ​ຮ່ຳຮຽນ ​ແລະ ​ອະນາຄົດອາຊີບທີ່ເປີດກວ້າງ​ດ້ວຍ​ໂຄງການ 3E – ການສືກສາລະບົບນິເວດເຖິງການເຮັດວຽກຕະຫຼອດຊີວິດ; ສົ່ງພະລັງ ແລະ ການສ້າງຂັ້ນຕອນການພັດທະນາອາຊີບທີ່ມີຫຼາຍຮ້ອຍຕໍາແໜ່ງວຽກງານຫຼາກຫຼາຍຂະແໜງໃຫ້ຄົນງານໄວໜຸ່ມນັບພັນຄົນໄປເຮັດວຽກຢູ່ຫຼາຍປະເທດທີ່ຕ້ອງການຊັບພະຍາກອນມະນຸດເຊັ່ນ: ຍີ່ປຸ່ນ, ສ.ເກົາຫຼີ, ເຢຍລະມັນ ແລະ ສິງກະໂປ ດ້ວຍໂຄງການ HJ3000 - ຮ່ວມເດີນທາງສ້າງອະນາຄົດ.

ດ້ວຍຄຳໝັ້ນສັນຍາທີ່ແທດຈິງຕໍ່ກັບຜູ້ຮຽນ ແລະ ບັນດາຄູ່ຮ່ວມມື, ຕິ໋ນຟາດ Group ຍາມໃດກໍ່ມານະພະຍາຍາມ ເພື່ອຮັບຮູ້ບັນດາຄວາມມຸ່ງມາດປາດຖະໜາລວມຂອງອົງການຈັດຕັ້ງ, ພ້ອມກັນນັ້ນກໍ່ປະຕິບັດພາລະກິດສ້າງຂົວຕໍ່ການສຶກສາ ແລະ ເຜີຍແຜ່ບັນດາຄຸນຄ່າອັນດີງາມໃຫ້ແກ່ຊຸມຊົນ. ນັ້ນ​ແມ່ນ​ຄວາມ​ພາກພູມ​ໃຈ​ອັນ​ໃຫຍ່​ຫຼວງ​ຂອງ​ອົງການ​ໃນ​ການ​ຮັບ​ໃຊ້ ​ແລະ ສ້າງ​ຜົນສຳ​ເລັດ​ຂອງ​ລຸ້ນໜຸ່ມ​ຫວຽດນາມ.

ຕະຫຼອດໄລຍະໜຶ່ງທົດສະວັດຂອງການເຜີຍແຜ່ຄຸນຄ່າໃຫ້ແກ່ຊຸມຊົນ, ຕິ໋ນຟາດ ໄດ້ພິຊິດບັນດາຜົນງານທີ່ພາກພູມໃຈ, ດ້ວຍຜູ້ຮຽນ 98% ມີຄວາມພໍໃຈໃນການເດີນທາງຮ່ວມກັບ ຕິ໋ນຟາດ ໄປສູ່ຜົນສຳເລັດ. ພ້ອມ​ກັນ​ນັ້ນ, ກໍ​ໄດ້​ຮັບ​ຄວາມ​ຮັບ​ຮູ້​ຈາກ​ບັນດາ​ອົງການ, ຄະນະ, ຂະແໜງການ, ອົງການ​ໃຫຍ່​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຕິ໋ນຟາດ ​ເປັນ​ກຽດ​ທີ່​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ​ໃນ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ຂອງ​ຕົນ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ປະ​ເທດ​ນີ້. ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ອີກ​ອັນ​ໜຶ່ງ​ຂອງ​ອົງການ, ​ໃນ​ປີ 2024, ທ່ານ ຮວ່າງ​ຢາຫຽວ - ຮອງ​ຜູ້​ອຳ​ນວຍ​ການ​ VIJP - ຕິ໋ນຟາດ ຍີ່ປຸ່ນ ​ໄດ້​ຮັບ​ໃບ​ຍ້ອງຍໍ ​ແລະ ຫຼຽນ​ໄຊ​ຈາກ​ພະແນກ​ຕຳຫຼວດ​ ໂຕ​ກຽວ ປະເທດ​ຍີ່ປຸ່ນ. ບັນດາ​ນາມມະຍົດ ​ແລະ ຫຼຽນ​ໄຊທີ່​ບັນລຸ​ໄດ້ແມ່ນຍ້ອຮ​ບັນດາ​ຄວາມ​ມານະ​ພະຍາຍາມ​ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ຍີ່ປຸ່ນ ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ປະ​ເທດ​ນີ້.

ຄຽງ​ຄູ່​ກັບ​ການ​ເປັນ​ຂົວ​ຕໍ່​ດ້ານ​ການ​ສຶກ​ສາ, ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຕິ໋ນຟາດ ຍັງ​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ກອບ​ສ່ວນ​ໃຫ້​ສັງ​ຄົມ. ຕິ໋ນຟາດ ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ຈາກ​ບັນດາ​ການ​ນຳ​ຂອງ​ຫຼາຍ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ຂອງ​ແຂວງ, ນະຄອນ, ອຳນວຍການໂຮງຮຽນ​ມັດທະຍົມ​ສຶກສາ, ວິທະຍາ​ໄລ, ມະຫາວິທະຍາ​ໄລ; ຄວາມໄວ້ວາງໃຈຈາກພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ.

ຕິ໋ນຟາດ Group - ສະຖານທີ່ກໍ່ສ້າງ ແລະສະໜອງແຫຼ່ງຊັບພະຍາກອນມະນຸດທີ່ເປັນມືອາຊີບ ແລະມີອິດທິພົນຊື່ສຽງ

ກຸ່ມ​ບໍລິສັດ ຕິ໋ນຟາດ ຈັດ​ງານ​ບຸນ​ແລກປ່ຽນ​ວັດທະນະທຳ.

ດ້ວຍ​ຄຸນຄ່າ​ຫຼັກ​ຂອງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ - ມະນຸດ - ຈິດໃຈ ​ເປັນ​ທິດ​ທາງ​ໃນ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ອົງການ. ຍຸດທະສາດການດໍາເນີນງານຂອງ ຕິ໋ນຟາດ ໃນໄລຍະຕໍ່ໄປແມ່ນການພັດທະນາແບບຍືນຍົງ, ເສີມສ້າງຄວາມເຂັ້ມແຂງໃນຕະຫລາດອາຊີ ແລະ ຊຸກຍູ້ການຂະຫຍາຍຕະຫຼາດຊັບພະຍາກອນມະນຸດໃນບັນດາປະເທດທີ່ມີທ່າແຮງໃນ ເອີຣົບ. ສືບຕໍ່ປັບປຸງຄຸນນະພາບການຝຶກອົບຮົມ ແລະ ປັບປຸງຂະບວນການເຮັດວຽກທີ່ມີຄວາມຍືດຫຍຸ່ນ ແລະ ມີປະສິດທິພາບ ເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ແກ່ຜູ້ຮຽນ, ລູກຄ້າ ແລະ ຄູ່ຮ່ວມງານ ເມື່ອເລືອກເອົາ ຕິ໋ນຟາດ. ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ເຜີຍ​ແຜ່​ຄຸນ​ຄ່າ​ພາກ​ປະຕິບັດຕົວຈິງ​ໃຫ້​ແກ່​ສັງຄົມ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຕື່ມ​ອີກ.

ກຸ່ມບໍລິສັດ​ຫວຽດນາມ​ແຫ່ງ​ທຳ​ອິດ​ທີ່​ເປີດ​ສຳນັກງານ​ຜູ້ຕາງໜ້າ​ຢູ່ ອິດສະຣາ​ແອນ

ກຸ່ມບໍລິສັດ​ຫວຽດນາມ​ແຫ່ງ​ທຳ​ອິດ​ທີ່​ເປີດ​ສຳນັກງານ​ຜູ້ຕາງໜ້າ​ຢູ່ ອິດສະຣາ​ແອນ

ຍສໝ - ທ່ານ ເຈີ່ນ​ກິມ​ຈຸງ, ປະທານ​ກຸ່ມບໍລິສັດ CT Group ​ໃຫ້​ຮູ້​ວ່າ: ການ​ສ້າງ​ຕັ້ງ​ສຳນັກງານ​ຜູ້ຕາງໜ້າ​ຢູ່ Tel Aviv, ອິດສະຣາ​ແອນ ​ແມ່ນ​ມີຄວາມໝາຍສຳຄັນ​ທີ່​ສຸດ, ຢືນຢັນ​ຍຸດ​ທະ​ສາດ​ຂອງກຸ່ມບໍລິສັດ​ກ່ຽວ​ກັບ​ນະວັດ​ຕະກຳ​ຕົວ​ແບບ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ...

ລະດົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການພັດທະນາຊ່ອງ ຈຳໜ່າຍສິນຄ້າ ຫວຽດນາມ ຢູ່ຕ່າງປະເທດ

ລະດົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການພັດທະນາຊ່ອງ ຈຳໜ່າຍສິນຄ້າ ຫວຽດນາມ ຢູ່ຕ່າງປະເທດ

ຍສໝ - ມີຫຼາຍຮູບແບບ, ມາດຕະການທີ່ໄດ້ວາງອອກເພື່ອແນໃສ່ຍູ້ແຮງການຈຳໜ່າຍ, ແນະນຳຜະລິດຕະພັນ ແລະ ພັດທະນາບັນດາຊ່ອງຈຳໜ່າຍ, ສົ່ງສິນຄ້າ ຫວຽດນາມ ອອກສູ່ປະເທດຕ່າງໆ.

ແທງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.