ຍສໝ - ແຕ່ວັນທີ 21 – 24 ສິງຫາ 2024, ກອງປະຊຸມໃຫຍ່ຊາວຫວຽດນາມຢູ່ຕ່າງປະເທດໃນທົ່ວໂລກ ຄັ້ງທີ 4 ແລະ ເວທີນັກປັນຍາຊົນ ແລະ ນັກຊ່ຽວຊານຫວຽດນາມຢູ່ຕ່າງປະເທດ ປີ 2024 ຈະດຳເນີນຢູ່ຮ່າໂນ້ຍ.
ຍສໝ - ວັນທີ 7 ກໍລະກົດ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ ໄດ້ສົມທົບກັບອົງການ Campus France ແລະ ມະຫາວິທະຍາໄລ ເກີນເທີ ຈັດຕັ້ງເວທີປາໄສການສຶກສາຢູ່ ຝລັ່ງ ປີ 2024.
ຍສໝ - ນັ້ນແມ່ນເນື້ອໃນສະເໜີໂດຍທ່ານ ໂດ໊ວັນຈ້ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢູ່ທີ່ການພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ແລະ ພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ຝລັ່ງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໃນໄລຍະການຢ້ຽມຢາມ ແລະ ເຮັດວຽກຢູ່ ຝລັ່ງ ແຕ່ວັນທີ 30 ມີຖຸນາ – ວັນທີ 2 ກໍລະກົດ.
ຍສໝ - ແຕ່ ວັນທີ 30 ມິຖຸນາ ຫາວັນທີ 1 ກໍລະກົດ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊ່າວຫວຽດນາມ ອາໄສຢຸ່ຕ່າງປະເທດ, ພ້ອມກັນກັບການນຳຂອງໜ່ວຍງານທີ່ກ່ຽວຂ້ອງ ຂຶ້ນກັບກະຊວງການຕ່າງປະເທດຈຳນວນໜຶ່ງ ໄດ້ໄປຢ້ຽມຢາມແຂວງ ບິ່ງເຟືອກ, ເຮັດວຽກກ່ຽວກັບວຽກງານການຕ່າງປະເທດຂອງທ້ອງຖິ່ນ, ວຽກງານຂອງຊາວຫວຽດນາມ ຢູ່ຕ່າງປະເທດ ແລະ ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ຢູ່ ກຳປູເຈຍ.
ຍສໝ - ນັ້ນແມ່ນສິ່ງທີ່ທ່ານນາງ Nhu-Tarnawska ຮວ່າກິມເງິນ ໄດ້ແບ່ງປັນກັບນັກຂ່າວຈາກວາລະສານ ເທີຍດ້າຍ. ທ່ານຫາກໍ່ໄດ້ຮັບນາມມະຍົດສາດສະດາຈານຈາກ ທ່ານປະທານາທິບໍດີປະເທດ ໂປແລນ Andrzej Duda ແລະ ແມ່ນນັກວິທະຍາສາດຍິງທີ່ມີເຊື້ອຊາດ ຫວຽດນາມ ຜູ້ທຳອິດ ແລະ ນັກວິທະຍາສາດຄົນທີ 5 ທີ່ມີເຊື້ອຊາດ ຫວຽດນາມ ຢູ່ ໂປແລນ ບັນລຸໄດ້ຜົນງານດັ່ງກ່າວ.
ຍສໝ - ຕອນບ່າຍວັນທີ 25 ມິຖຸນາ ຢູ່ນະຄອນ ຝູກວັກ (ແຂວງ ກຽນຢາງ) ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຮືອເຂດ 5. ທ່ານນາງ ຫວູທິຮວິ່ງມາຍ, ຫົວໜ້າຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ຈະເປັນເສນາທິການ ແລະ ສະເໜີໃຫ້ບັນດາການນຳທຸກຂັ້ນ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຊຸກຍູ້ບັນດາການເຄື່ອນໄຫວມຸ່ງໄປເຖິງເຂດທະເລ ແລະ ໝູ່ເກາະຂອງບ້ານເກີດເມືອງນອນ ດ້ວຍການກະທຳທີ່ລະອຽດ, ແທດຈິງ”.
ທ້າຍເດືອນ ເມສາ 2024, ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ, ເຮັດວຽກຢູ່ມະຫາວິທະຍາໄລ University College London - UCL (ລາດຊະອານາຈັກອັງກິດ), ໄດ້ຮັບການເລືອກຕັ້ງຢ່າງເປັນທາງການ ໃຫ້ເປັນສະມາຊິກຂອງສະຖາບັນການບັນດິດເອີຣົບ (Academia Europaea - AE) ແລະ ກາຍເປັນຄົນຫວຽດນາມ ຄົນທຳອິດທີ່ເຂົ້າຮ່ວມອົງການວິທະຍາສາດທີ່ມີຊື່ສຽງນີ້.
ຍສໝ - ແຕ່ວັນທີ 25 – 29 ມິຖຸນາ, ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄປຢ້ຽມຢາມພະນັກງານ ແລະ ນັກຮົບກອງທັບເຮືອເຂດ 5.
ຍສໝ - ພາຍຫຼັງ 20 ປີແຫ່ງການພັດທະນາ, ສະມາຄົມແມ່ຍິງ ຫວຽດນາມ ຢູ່ ຮຸງກາຣີ (ສະມາຄົມ) ໄດ້ກາຍເປັນເຮືອນລວມ ເພື່ອຕິດພັນແມ່ຍິງ ຫວຽດນາມ ຢູ່ ຮຸງກາຣີ.
ຍສໝ - ວັນທີ 15 ມິຖຸນາ, ຄືຈຸດນັດພົບທີ່ໄດ້ຈັດຕັ້ງແຕ່ລະປີທີ່ກາງສະໜາມຫຼວງ Monge ຢູ່ເມືອງ 5 ຢູ່ນະຄອນຫຼວງ ປາຣີ (ຝຣັ່ງ), ວັນບຸນອາຫານ ແລະ ວັນນະຄະດີ ຫວຽດນາມ ດ້ວຍຊື່ວ່າ “Ici Vietnam Festival” ຄັ້ງທີ່ 4 ໄດ້ສືບຕໍ່ດຶງດູດນັກທ່ອງທ່ຽວ ຝຣັ່ງ ແລະ ສາກົນນັບພັນຄົນ.
ຍສໝ - ຕອນບ່າຍວັນທີ 16 ມີຖຸນາ 2024, ຢູ່ນະຄອນຫຼວງ Warszawa, ໂປໂລຍ, ຜູ້ຕາງໜ້າຂອງເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ໄດ້ມອບເງິນໂດຍບັນດາສະມາຊິກຂອງເວທີປາໄສຈາກ 14 ປະເທດ ເອີລົບ ເພື່ອບໍລິຈາກສະໜັບສະໜູນຍາດຕິພີ່ນ້ອງຄົນຄ້າຂາຍຂະໜາດນ້ອຍທີ່ຖືກຜົນສະທ້ອນຈາກໄຟໄໝ້ສູນການຄ້າຢູ່ ໂປໂລຍ.
ຍສໝ - ວັນທີ 15 ແລະ 16 ມິຖຸນານີ້, ວັນບຸນກົງສຸນ 2024 ໄດ້ຈັດຂຶ້ນຢູ່ສະໜາມຫຼວງ Bellecour, ນະຄອນ Lyon - ເມືອງໃຫຍ່ທີ 3 ຂອງ ຝລັ່ງ. ພື້ນທີ່ຮ້ານຂອງ ຫວຽດນາມ ທີ່ງານບຸນໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ຍສໝ - ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ອັງໂກລາ (ສະມາຄົມ) ຫາກໍ່ດຳເນີນກອງປະຊຸມໃຫຍ່, ຮັບຮອງເອົາກົດລະບຽບ ແລະ ສ້າງຕັ້ງຄະນະບໍລິຫານງານຢ່າງເປັນທາງການ ດ້ວຍສະມາຊິກ 9 ທ່ານ.
ຍສໝ - ໂດຍຕອບສະໜອງການລະດົມຂອງສະມາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ, ວັນທີ 6 ມິຖຸນາ 2024, ສະຖານທູດ ຫວຽດນາມ ປະຈຳ ມົງໂກລີ ພ້ອມກັນກັບສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ມົງໂກລີ ໄດ້ຈັດຕັ້ງພິທີບໍລິຈາກ ເພື່ອສະໜັບສະໜູນໂຄງການ “ໄຕ້ແສງສະຫວ່າງເຂດຊາຍແດນ” ຢູ່ ກາວບັ່ງ.
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນແຜນການສົມທົບກັນເຮັດວຽກ 2024 ລະຫວ່າງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຄະນະທະນາຍຄວາມຮ່າໂນ້ຍ.
ຍສໝ - ໃນຕອນຮຸ່ງເຊົ້າຂອງວັນທີ 10 ມິຖຸນາ, ທີ່ສູນການຄ້າ ຊາປາ ຂອງ ຫວຽດນາມ ຢູ່ນະຄອນຫຼວງ Prague, ສາທາລະນະລັດ ເຊັກໂກ ໄດ້ເກີດເຫດໄຟໄໝ້ຮ້ານຂາຍອາຫານ ແລະ ສິນຄ້າບໍລິໂພກ. ໂຊກດີທີ່ໄຟໄດ້ຖືກຄວບຄຸມຢ່າງທັນການ. ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ໄດ້ລົງສະຖານທີ່ເກີດເຫດ ເພື່ອຈະໄປຢ້ຽມຢາມປະຊາຊົນພ້ອມທັງຫນູນຊ່ວຍຄົວເຮືອນທີ່ເສຍຫາຍໃນທັນທີ.
ຍສໝ - ວັນທີ 8 ມິຖຸນານີ້, ສະຖານທູດຫວຽດນາມ ປະຈຳ ເຊັກໂກ ໄດ້ເຂົ້າຮ່ວມງານບຸນອາຫານການກິນ ແລະ ວັດທະນະທຳຂອງສະຖານທູດຫວຽດນາມ ຄັ້ງທີ 7 ທີ່ຈັດຂຶ້ນຢູ່ນະຄອນ Praha 6 ໃນຄັ້ງນີ້ ແມ່ນງານບຸນອາຫານຕາມຖະໜົນສາກົນທີ່ໃຫຍ່ຫຼວງ.
ຍສໝ - ວັນທີ 9 ມິຖຸນາ, ສະຖານທູດ ຫວຽດນາມ ປະຈໍາ ຍີ່ປຸ່ນ ໄດ້ຈັດຕັ້ງພິທີປະກາດຂໍ້ຕົກລົງວ່າດ້ວຍການຍ້ອງຍໍ ແລະ ມອບລາງວັນໃຫ້ແກ່ກົມກອງລວມໝູ່, ບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະຊາຄົມຢູ່ ຍີ່ປຸ່ນ ໃນປີ 2024.
ຍສໝ - ວັນທີ 8 ມິຖຸນາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງເປີດສະຫຼອງກິດຈະກຳ ໄລຍະທີ 1 “ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດນັດພົບຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ” ຢູ່ເຮືອນເລກທີ 147 ຫງວຽນດີງຈ໋ຽວ (ເມືອງ 3, ນະຄອນ ໂຮ່ຈີມິນ). ສະຖານທີ່ແຫ່ງນີ້ ໄດ້ຄາດວ່າຈະສ້າງກາລະໂອກາດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມສະໜິດຕິດພັນ, ພົວພັນ ແລະ ຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສ້າງເປັນເຄືອຂ່າຍນັກປັນຍາຊົນ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນເສີມຂະຫຍາຍແຫຼ່ງຊັບພະຍາກອນຂອງຊາວຫວຽດນາມ ຢູ່ຕ່າງປະເທດທີ່ປະກອບສ່ວນໃຫ້ນະຄອນ.
ຍສໝ - ດົນຕີປະສານສຽງບ້ານເກີດເມືອງນອນໄດ້ຜ່ານການເດີນທາງມາເປັນເວລາ 15 ປີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແນະນຳໃຫ້ເພື່ອນມິດສາກົນຮູ້ຈັກພາບພົດຂອງ ຫວຽດນາມ ທີ່ສັນຕິພາບ ແລະ ສວຍງາມ.
ຍສໝ - ຕອນບ່າຍວັນທີ 3 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະລັດຖະບານ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ພາຍຫຼັງ 20 ປີແຫ່ງການປະຕິບັດມະຕິ 36-NQ/TW ຂອງກົມການເມືອງຫວຽດນາມ ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ.
ຍສໝ - ນັ້ນແມ່ນຂໍ້ມູນທີ່ທ່ານສາດສະດາຈານ ຫງຽມດຶກລອງ, ປະທານສະມາຄົມປັນຍາຊົນ ແລະ ຊ່ຽວຊານ ຫວຽດນາມ ປະຈຳ ອົດສະຕຣາລີ (VASEA) ແບ່ງປັນໃນກອງປະຊຸມໃຫຍ່ປະຈຳປີຄັ້ງທຳອິດຂອງ VASEA.
ຍສໝ - ທຶນການສຶກສາ 50 ທຶນ ໄດ້ມອບໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ, ນັກຮຽນດຸໝັ່ນ, ຮຽນເກັ່ງຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ.
ຍສໝ - ບັນດາຂໍ້ມູນດັ່ງກ່າວໄດ້ຮັບການກ່າວຢູ່ທີ່ກອງປະຊຸມຂອງແຂວງ Yamanashi ເມື່ອບໍ່ດົນມານີ້ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 20 ກວ່າແຫ່ງທີ່ຮັບເອົາຄົນງານ ຫວຽດນາມ ຢູ່ເຂດດັ່ງກ່າວ. ສະຖານີໂທລະພາບ NHK (ຍີ່ປຸ່ນ) ໄດ້ອ້າງຄຳແຈ້ງການຂອງອົງການປົກຄອງແຂວງ Yamanashi ທີ່ກ່າວວ່າ ຈຸດປະສົງຂອງການເຄື່ອນໄຫວຂ້າງເທິງນີ້ແມ່ນເພື່ອຊ່ວຍແກ້ໄຂບັນຫາການຂາດແຄນຊັບພະຍາກອນມະນຸດ. ລະບົບປະກັນໄພໃໝ່ຈະເລີ່ມຮັບສະໝັກຕັ້ງແຕ່ເດືອນມິຖຸນາ 2024 ເປັນຕົ້ນໄປ.
ຍສໝ - ວັນທີ 27 ພຶດສະພາ 2024, ທ່ານ ເລທິທູຮັ່ງ ລັດຖະມົນຕີີຊ່ວຍວ່າການກະຊວງການຕ່າງປະເທດ ນຳໜ້າຄະນະຜູ້ແທນຂອງກະຊວງການຕ່າງປະເທດໄປເຮັດວຽກຢູ່ແຂວງ ດົ່ງນາຍ.
ຍສໝ - ຫ້ອງຮຽນພາສາ ຫວຽດນາມ ບໍ່ພຽງແຕ່ຊ່ວຍໃຫ້ເດັກນ້ອຍສາມາດຮັກສາພາສາແມ່ຂອງເຂົາເຈົ້າໄດ້ເທົ່ານັ້ນ ຫາກຍັງເຂົ້າໃຈເຖິງຮີດຄອງປະເພນີ, ວັດທະນະທໍາ ແລະ ປະຫວັດສາດຂອງຊາດຕື່ມອີກ.
ຍສໝ - ນັ້ນແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ ທີ່ສະມາຄົມວັດທະນະທຳສິລະປະ ຫວຽດນາມ ປະຈຳ ສ.ເຊັກໂກ (ສະມາຄົມ) ໄດ້ວາງອອກຢູ່ກອງປະຊຸມໃຫຍ່ ຄັ້ງທີ 4 ອາຍຸການ 2024 – 2028.
ຍສໝ - ໃນຕອນເຊົ້າວັນທີ 24 ພຶດສະພາ, ທີ່ວັດ ເຝີດຕິກ ໃນນະຄອນຫຼວງ ວຽງຈັນ - ລາວ ໄດ້ຈັດຕັ້ງງານບຸນໃຫຍ່ວັນວິສາຂະບູຊາ ຕາມພຸດທະສັກກະຫຼາດປີ 2568 (ປະຕິທິນສາກົນ 2024) ຢ່າງສະຫງ່າຜ່າເຜີຍ, ມີການເຂົ້າຮ່ວມຢ່າງຄັບຄາໜາແໜ້ນຂອງບັນດາ ພະສົງ, ພະມະຫາອາຈານ, ພະສັງຄະນາຍົກ, ພະອາຈານ ແລະ ພະສົງສາມະເນນ, ແມ່ຂາວ ຫວຽດນາມ ແລະ ລາວ ພ້ອມກັບການເຂົ້າຮ່ວມຢ່າງຄັບຄາໜາແໜ້ນຂອງບັນດາພຸດທະສາສະນິກກະຊົນ, ພໍ່ແມ່ປະຊາຊົນ ຫວຽດນາມ ທີ່ກຳລັງຮ່ຳຮຽນສຶກສາ, ເຮັດວຽກ ແລະ ດໍາລົງຊີວິດຢູ່ ລາວ.
ຍສໝ - ວັນທີ 19 ພຶດສະພານີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ເເຫ່ງວັນເກີດຂອງປະທານ ໂຮ່ຈິມິນ (19/5/1890 – 19/05/2024), ຢູ່ມະຫາວິທະຍາໄລ Sejong - ໂຮງຮຽນທີ່ຕັ້ງຊື່ກະສັດຜູ້ຍິ່ງໃຫຍ່ຂອງ ສ.ເກົາຫຼີ - ໄດ້ດຳເນີນກອງປະຊຸມສຳມະນາສາກົນ ເພື່ອເຊື່ອມໂຍງບັນດາປັນຍາຊົນ, ນັກສຶກສາ ແລະ ປະຊາຊົນ ຫວຽດນາມ ທີ່ອາໄສ, ໄປເຮັດວຽກ, ສຶກສາ ແລະ ດຳລົງຊີວິດຢູ່ ສ.ເກົາຫຼີ.
ຍສໝ - ວັນທີ 18 ພຶດສະພາ, ລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ” ປີ 2024 ທີ່ຈັດຕັ້ງໂດຍຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ, ສົມທົບກັບບັນດາສຳນັກງານ, ອົງການຈັດຕັ້ງ ເພື່ອເຊື່ອມໂຍງເຂົ້າກັບຄອບຄົວຊາວຫວຽດນາມ 96 ຄົນ, ມີນັກສຶກສາລາວ 127 ຄົນ, ນັກສຶກສາກຳປູເຈຍ 35 ຄົນພວມຮ່ຳຮຽນຢູ່ ຫວຽດນາມ.