ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ

06:14 | 28/06/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 25 ມິຖຸນາ​ ຢູ່​ນະຄອນ ຝູກວັກ (​ແຂວງ ກຽນ​ຢາງ) ໄດ້ມີການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 5. ທ່ານ​ນາງ ຫວູທິ​ຮວິ່ງມາຍ, ຫົວໜ້າ​ຄະນະ​ກຳມະການ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: “ຄະນະ​ກຳມະການ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ຈະ​ເປັນເສນາທິການ ​ແລະ ສະ​ເໜີ​ໃຫ້​ບັນດາ​ການ​ນຳ​ທຸກ​ຂັ້ນ ​ແລະ ຊາວ ​ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ເຂດ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ ດ້ວຍ​ການ​ກະທຳ​ທີ່​ລະອຽດ, ​ແທດ​ຈິງ”.

ເຜີຍແພ່ບັນດາຄຸນຄ່າວັດທະນະທຳຂອງ ຫວຽດນາມ ເຖິງເພື່ອນມິດສາກົນ ແລະ ຊາວ ບຣາຊິນ
ນຳ​ການ​ພົວພັນ​ ຫວຽດນາມ - ກາ​ນາ ກ້າວເຂົ້າສູ່ລວງເລິກ, ແທດຈິງ

ທີ່​ການ​ພົບ​ປະ, ບັນດາ​ຜູ້​ແທນຂອງ​ຄະ​ນະ​ກຳ​ມະ​ການ​ຊາວ​ ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ​ ນະ​ຄອນ ໂຮ່​ຈິ​ມິນ (ຄະ​ນະ) ໄດ້​ຊົມ​ຮູບ​ເງົາມູນເຊື້ອ​ກ່ຽວ​ກັບ​ຂະ​ບວນ​ການກໍ່​ສ້າງ​, ສູ້​ຮົບ, ການເຕີບ​ໂຕ ແລະ ພັດ​ທະ​ນາ​ຂອງກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 5; ຮັບຟັງການແນະນຳບາງຈຸດຫຼັກຂອງເຂດທະເລຕາເວັນຕົກສ່ຽງໃຕ້ ແລະ ຜົນສຳເລັດອັນພົ້ນເດັ່ນຂອງກອງບັນຊາການທະຫານເຮືອເຂດ 5 ໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ.

ກ່າວ​ຄຳ​ປາໄສ​ທີ່​ການພົບປະ, ທ່ານ​ພັນ​ເອກ ​ເລືອງ​ກວັກ​ແອ​ງ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຄະນະ​ທີ່​ມາ​ຢ້ຽມຢາມ​ກົມກອງ. ຕາມທ່ານພັນເອກ ​ເລືອງ​ກວັກ​ແອ​ງ ແລ້ວ: “ການເດີນທາງຂອງຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ກັບທະເລ, ໝູ່ເກາະ” ຂອງຄະນະແມ່ນການເຄື່ອນໄຫວທີ່ແທດຈິງ, ຊ່ວຍໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເຂົ້າໃຈກ່ຽວກັບທະເລ, ໝູ່ເກາະບ້ານເກີດເມືອງນອນ ກໍ່ຄືເງື່ອນໄຂຊີວິດການເປັນຢູ່, ການສຶກສາ, ວຽກງານຂອງພະນັກງານ, ນັກຮົບກອງບັນຊາການທະຫານເຮືອເຂດ 5 ແລະ ໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງກົມກອງໄດ້ຈະແຈ້ງກວ່າອີກ.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ

ທ່ານພັນເອກ ​ເລືອງ​ກວັກ​ແອ​ງ ໄດ້ແນະນຳບາງຈຸດຫຼັກຂອງເຂດທະເລຕາເວັນຕົກສ່ຽງໃຕ້.

ທ່ານຮອງຜູ້ບັນຊາການທະຫານເຮືອເຂດ 5 ໄດ້ສະແດງຄວາມປາດຖະໜາວ່າ: ພາຍຫຼັງການເດີນທາງໄປຍັງເຂດທະເລຕາເວັນຕົກສ່ຽງໃຕ້, ບັນດາຜູ້ແທນຈະເຄື່ອນໄຫວໂຄສະນາກ່ຽວກັບທະເລ, ໝູ່ເກາະ ແລະ ການເຄື່ອນໄຫວປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງພະນັກງານ, ນັກຮົບໃນເຂດ ມາຍັງປະຊາຊົນທຸກຊັ້ນຄົນ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດຢ່າງຕັ້ງໜ້າ. ໂດຍຜ່ານ​ນັ້ນ ກໍປະກອບສ່ວນ​ຮັດ​ແໜ້ນ​ນ້ຳ​ໃຈ​ຮັກ​ແພງ​ທະ​ເລ, ໝູ່​ເກາະ, ​ເຮັດ​ໃຫ້​ຂະບວນການ “​ເພື່ອ​ທະ​ເລ​, ໝູ່ເກາະບ້ານ​ເກີດ​ເມືອງ​ນອນ - ​ເພື່ອ​ແນວໜ້າຂອງປະ​ເທດ​ຊາດ” ສືບຕໍ່​ໄດ້​ຮັບ​ການ​ແຜ່ກະຈາຍຢ່າງເລິກ​ເຊິ່ງກ້ວາງຂວາງ​, ບັນລຸ​ໝາກຜົນ​ທີ່ແທດ​ຈິງ, ພ້ອມ​ທັງ​ໃຫ້ກຳລັງໃຈແກ່ພະນັກງານ, ນັກຮົບ​ຂອງ​ກົມ​ກອງ ​ປະສົບ​ຜົນສຳ​ເລັດໜ້າທີ່ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ຫມາຍ​​.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ

ທ່ານນາງ ຫວູທິຮວິ່ງມາຍ, ຫົວໜ້າຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ກ່າວຄຳປາໄສທີ່ການຢ້ຽມຢາມ ແລະ ໃຫ້ກຳລັງໃຈພະນັກງານ, ນັກຮົບກອງບັນຊາການທະຫານເຮືອເຂດ 5.

ຕາງໜ້າຄະນະ, ທ່ານນາງ ຫວູທິຮວິ່ງມາຍ ໄດ້ສະແດງຄວາມຂອບໃຈຕໍ່ຄວາມຮັກແພງ ແລະ ໃຫ້ການຕ້ອນຮັບຢ່າງລອບຄອບ ແລະ ອົບອຸ່ນຂອງພະນັກງານ, ນັກຮົບກອງບັນຊາການທະຫານເຮືອເຂດ 5 ໃຫ້ແກ່ຄະນະ. ທ່ານນາງໃຫ້ຮູ້ວ່າ: ການເດີນທາງຄັ້ງນີ້ ແມ່ນເພື່ອແນໃສ່ຍົກສູງຄວາມຮັບຜິດຊອບ, ຄວາມຮັກແພງ, ປຸກລະດົມຈິດໃຈຮັກຊາດຂອງປະຊາຊົນບັນດາເຜົ່າຢູ່ນະຄອນ ໂຮ່ຈີມິນ ແລະ ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດກ່ຽວກັບພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ

ທ່ານນາງ ຫວູທິຮວິ່ງມາຍ, ຕາງໜ້າຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ມອບຂອງຂວັນທີ່ລະນຶກໃຫ້ກອງບັນຊາການທະຫານເຮືອເຂດ 5.

ທ່ານນາງ ຫວູທິຮວິ່ງມາຍ ໄດ້ກ່າວຄຳປາໄສທີ່ການພົບປະວ່າ “ດ້ວຍ​ຄວາມ​ຮັກແພງ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ, ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່ເປັນເສນາທິການ ​ແລະ ສະ​ເໜີ​ໃຫ້​ບັນດາ​ການ​ນຳ​ທຸກ​ຂັ້ນ ​ແລະ ຊາວ ​ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ເຂດ​ທະ​ເລ, ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ ດ້ວຍ​ບັນດາ​ການ​ກະທຳ​ທີ່ລະອຽດ, ​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ເພື່ອ​ລະດົມສົ່ງເສີມ ​ແລະ ໃຫ້ກຳລັງໃຈ​ພະນັກງານ, ນັກຮົບ, ປະຊາຊົນ ​ແລະ ບັນດາ​ກຳລັງ​ທີ່​ຕິດ​ພັນ​ກັບ​ທະ​ເລ, ໝູ່​ເກາະ, ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້ເປັນ​ຢ່າງ​ດີ, ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທາງ​ທະ​ເລ, ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດໃຫ້ໝັ້ນຄົງຂະນົງແກ່ນ”.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ

ທ່ານ​ນາງ ຫວູທິຮວິ່ງມາຍ ໄດ້​ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ອົງ​ການ, ກົມກອງ​ຢູ່​ກອງ​ບັນຊາ​ການ​ທະຫານເຮືອ​ເຂດ 5.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ຊາວ ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ​ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 5 ດ້ວຍ​ຂອງ​ຂວັນ​ທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ

ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຖ່າຍຮູບ​ທີ່​ລະນຶກ​ກັບ​ພະນັກງານ, ນັກຮົບ​ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 5.

ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ

ຍສໝ - ວັນ​ທີ 26 ມີນາ 2024, ຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​- ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ໄດ້​ສົມທົບ​ກັບ​ກຳມາທິການ​ເສດຖະກິດ ​ສະພາ​ແຫ່ງ​ຊາດ, ກະຊວງ​ກໍ່ສ້າງ ​ແລະ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ເປັນປະທານຮ່ວມຈັດຕັ້ງກອງ​ປະຊຸມ​ໂຄສະນາ​, ເຜີຍແຜ່ເນື້ອ​ໃນ​ທີ່​ກ່ຽວຂ້ອງເຖິງຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນກົດໝາຍ​ວ່າດ້ວຍທີ່​ດິນ, ​ກົດໝາຍ​ວ່າດ້ວຍເຮືອນຢູ່ ...

ສະຫະພັນ​ຊາວ​ໜຸ່ມ​ແຂວງ: ງານ​ບຸນ​ວັດທະນະທຳ ​ແລະ ກິລາ “ຊາວ​ໜຸ່ມ​ຫວຽດນາມ - ລາວ ສືບ​ຕໍ່​ພາກ​ພູມ​ໃຈ” ປີ 2023 ສະຫະພັນ​ຊາວ​ໜຸ່ມ​ແຂວງ: ງານ​ບຸນ​ວັດທະນະທຳ ​ແລະ ກິລາ “ຊາວ​ໜຸ່ມ​ຫວຽດນາມ - ລາວ ສືບ​ຕໍ່​ພາກ​ພູມ​ໃຈ” ປີ 2023

ຍສໝ - ປະຕິບັດ​ການ​ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 3 ຂອງ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ​ແຂວງ ບິ່ງ​ດິ້ງ ​ໄລຍະ 2023 - 2028 ​ແລະ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 61 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ລາວ (5/9/1962 - 5/9/2023), ວັນ​ທີ 24/9/2023, ຢູ່​ນະຄອນ Van. ...

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.