ຫຼາຍຂໍ້ມູນທີ່ເປັນປະໂຫຍດຢູ່ເວທີປາໄສການສຶກສາຢູ່ຝລັ່ງ ປີ 2024

21:48 | 11/07/2024

ຍສໝ - ວັນ​ທີ 7 ກໍລະກົດ​, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ເກີນ​ເທີ ​ໄດ້​ສົມທົບ​ກັບ​ອົງການ Campus France ​ແລະ ມະຫາວິທະຍາ​ໄລ ​ເກີນ​ເທີ ຈັດ​ຕັ້ງ​ເວທີ​ປາ​ໄສ​ການສຶກສາ​ຢູ່ ຝລັ່ງ ປີ 2024.

ໄຂງານ​ບຸນ​ເພື່ອ​ສັນ​ຕິ​ພາບ ປີ 2024: ຮ່ວມແຮງຮ່ວມໃຈສ້າງສັນໂລກແຫ່ງ​ສັນ​ຕິ​ພາບ
ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຜີຍແຜ່ຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ

ດ້ວຍຮູບແບບການສົນທະນາໂຕະມົນສົມທົບກັບບັນດາຜູ້ເຂົ້າຮ່ວມໃນຫ້ອງປະຊຸມ, ເວທີປາໄສການສຶກສາຢູ່ປະເທດ ຝລັ່ງ ໃນປີນີ້ໄດ້ສຸມໃສ່ການຕອບຂໍ້ຂ້ອງໃຈຂອງນັກສຶກສາທີ່ຮຽນຢູ່ຕ່າງປະເທດ ແລະ ນັກສຶກສາທີ່ຮຽນພາສາ ຝລັ່ງ ທີ່ປາດຖະຫນາຈະໄປຮຽນທີ່ປະເທດ ຝລັ່ງ, ພ້ອມກັນນັ້ນ ກໍ່ໄດ້ຈັດຫຼາຍຫົວຂໍ້ເຊັ່ນ: ການກະກຽມກະເປົ໋າ, ການຄຸ້ມຄອງຄ່າໃຊ້ຈ່າຍ, ທີ່ຢູ່ອາໄສ, ຂັ້ນຕອນການລົງທະບຽນໂຮງຮຽນຢູ່ປະເທດ ຝລັ່ງ, ລະບຽບການພັກອາໄສ, ການຊອກຫາເຮັດວຽກນອກເວລາ, ການຝຶກງານໃນປະເທດ ຝລັ່ງ ແລະ ສິ່ງອຳນວຍຄວາມສະດວກໃນການດຳລົງຊີວິດ.

ຫຼາຍຂໍ້ມູນທີ່ເປັນປະໂຫຍດຢູ່ເວທີປາໄສການສຶກສາຢູ່ຝລັ່ງ ປີ 2024

ອະດີດນັກສຶກສາຢູ່ປະເທດ ຝລັ່ງ ໄດ້ແລກປ່ຽນປະສົບການໃນເວທີປາໄສ.

​ເວທີ​ປາ​ໄສ​ຍັງ​ກ່າວ​ເຖິງ​ການ​ປ່ຽນແປງ​ໃໝ່​ທີ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ລະບຽບ​ການ​ບໍລິຫານ​ຢູ່​ຝລັ່ງ ໃຫ້ເປັນງ່າຍ​ດາຍເຊັ່ນ: ການ​​ຂໍ​ວີ​ຊາ ​ແລະ ຂັ້ນຕອນ​ຢັ້ງຢືນ​ວີ​ຊາ​ທາງ​ອອນ​ລາຍ, ການ​ລົງທະບຽນ​ປະກັນ​ໄພ​ ຝລັ່ງ, ຄ່າ​ຮຽນ... ຄຽງຂ້າງ​ນັ້ນ, ​ບັນດາໂຕະ​ຂໍ້​ມູນ​ຂ່າວສານ​ຂອງ​ນັກ​ສຶກສາ​ຢູ່ ຝລັ່ງ ​ຍັງ​ໃຫ້​ຄຳ​ປຶກສາ ​ແລະ ສະໜອງ ຂໍ້​ມູນ​ທີ່​ເປັນ​ປະ​ໂຫຍດ​ທີ່​ຈະ​ຊ່ວຍ​ໃຫ້​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ໃນ​ອະ​ນາ​ຄົດມີ​ການ​ກະ​ກຽມ​ທີ່​ດີ​ສໍາ​ລັບ​ການ​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ​ໃນໄລຍະທີ່​ຈະ​ມາ​ເຖິງຂອງ​ເຂົາ​ເຈົ້າ​.

ກ່າວ​ຄຳ​ປາໄສ​ທີ່​ເວທີ​ປາ​ໄສ, ທ່ານ Florent Menard - ຜູ້ອຳນວຍການ Campus France Vietnam ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ມີ​ນັກ​ສຶກສາ ຫວຽດນາມ ກ່ວາ 6.000 ຄົນ​ພວມ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ຝລັ່ງ, ​ໃນ​ນັ້ນ​ມີ​ບັນດາ​ນັກ​ສຶກສາມາ​ຈາກ​ແຂວງ ເກີນເທີ ​ແລະ ບັນດາ​ແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງ. ບັນດາ​ນັກ​ສຶກສາ ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ນ້ຳ​ໃຈພາກພຽນໃນການຮຽນ, ຄວາມ​ສາມັກຄີ​ໃນ​ຊຸມ​ຊົນ ​ແລະ ນ້ຳ​ໃຈ​ມິດຕະພາບ. ທ່ານ Florent Menard ຫວັງ​ວ່າ​ຈະ​ມີ​ບັນດາການ​ເຄື່ອນ​ໄຫວ​ເພີ່ມ​ເຕີມ ​ເພື່ອ​ເຊື່ອມ​ໂຍງ ​ແລະ ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ​ຝລັ່ງ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຫຼາຍຂໍ້ມູນທີ່ເປັນປະໂຫຍດຢູ່ເວທີປາໄສການສຶກສາຢູ່ຝລັ່ງ ປີ 2024

C ອະດີດນັກສຶກສາຢູ່ປະເທດ ຝລັ່ງ ໄດ້ພົບປະແລກປ່ຽນກັບນັກສຶກສາທີ່ເຂົ້າຮ່ວມເວທີປາໄສ.

ທ່ານ ປະລິນຍາເອກ ​ເລ​ວັນ​ເລີມ, ຫົວໜ້າ​ຫ້ອງການ​ຮ່ວມ​ມື​ສາກົນ, ມະຫາວິທະຍາ​ໄລ ​ເກີນ​ເທີ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ໂຮງຮຽນພວມບຳລຸງສ້າງນັກ​ຮຽນ/ນັກ​ສຶກສາ​ໃນລະບົບປົກກະຕິ 413 ຄົນ; ໃນນັ້ນມີນັກສຶກສາສາຂາວິຊາສ້າງຄູ ຝລັ່ງ 53 ຄົນ, ສາຂາວິຊາພາສາ ຝລັ່ງ 270 ຄົນ, ສາຂາວິຊາພາສາ ຝລັ່ງ ລະບົບອອນລາຍ 76 ຄົນ ແລະ ປະລິນຍາໂທ 14 ຄົນ ສາຂາທິດສະດີ ແລະ ວິທີການສອນ.

ທ່ານ​ນາງ ເລ​ທິ​ແທງ​ຢ່າງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ເກີນ​ເທີ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ​ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ, ການ​ພົບປະແລກປ່ຽນ​ວັດທະນະທຳ, ພົບປະແລກປ່ຽນປະຊາຊົນກັບບັນດາປະເທດໃນທົ່ວໂລກຢ່າງເປັນປະຈຳ ເພື່ອແນໃສ່ຮັດແໜ້ນ ແລະ ພັດທະນາຄວາມສາມັກຄີ, ມິດຕະພາບກັບປະຊາຊົນບັນດາປະເທດ, ໃນນັ້ນ ຝລັ່ງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງນະຄອນ ເກີນເທີ.

​ແຕ່ລະ​ປີ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ຝລັ່ງ ນະຄອນ ​ເກີນ​ເທີ ໄດ້ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນ​ພັດທະນາ​ການພົວພັນ​ສາມັກຄີ, ມິດຕະພາບ​ແບບ​ຍືນ​ຍົງ​ລະຫວ່າງ 2 ປະ​ເທດ. ​ໂດຍ​ສະ​ເພາະ​, ວັນບຸນພາສາ ຝລັ່ງ ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ຝລັ່ງ ນະຄອນ ເກີນເທີ ສົມທົບ​ກັບ​ມະຫາວິທະຍາ​ໄລ ເກີນເທີ ​ແລະ ບັນດາ​ອົງການພາສາ ຝລັ່ງ ​ເພື່ອຈັດຕັ້ງປະຕິບັດ, ​ໄດ້​ປະກອບສ່ວນເຊີດຊູ, ສົ່ງເສີມ​ການ​ພັດທະນາຂະບວນການ​ສິດສອນ​ພາສາ ​ຝລັ່ງ, ຊຸກຍູ້​ການ​ຮ່ວມ​ມືດ້ານ​ພາສາ ຝລັ່ງ ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ.

ຫຼາຍຂໍ້ມູນທີ່ເປັນປະໂຫຍດຢູ່ເວທີປາໄສການສຶກສາຢູ່ຝລັ່ງ ປີ 2024

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກຢູ່ເວທີປາໄສ.

ສະຫະພັນ​ໄດ້ສົມທົບກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝລັ່ງ ນະຄອນ ຈັດ​ຕັ້ງ​ບັນດາ​ການບຳລຸງສ້າງພາສາ​ ຝລັ່ງ ​ແລະ ການ​ພັດທະນາ​ປະຊາຄົມທີ່ນຳໃຊ້ພາສາ ຝລັ່ງ ​ເຊັ່ນ: ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ, ງານ​ແຂ່ງຂັນ Olympic ພາສາ ​ຝລັ່ງ ​ໃຫ້​ນັກຮຽນ​ທຸກ​ຂັ້ນໃນບໍລິເວນຂອງນະຄອນ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທໍາ​ ແລະ ​ສິ​ລະ​ປະ, ກິດ​ຈະ​ກໍາ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ນໍາ​ໃຊ້​ພາ​ສາ ​ຝລັ່ງ​ ໃຫ້ແກ່​ນັກ​ຮຽນ, ນັກສຶກສາ ​ແລະ ​ຜູ້​ທີ່​ໃຊ້​ພາ​ສາ​ ຝລັ່ງ; ສ້າງ​ກາ​ລະ​ໂອ​ກາດການ​ພົບປະແລກ​ປ່ຽນ, ຊອກ​ຮູ້​ ແລະ​ ຄົ້ນຫາ​ປະ​ຊາ​ຊົນ, ປະ​ເທດຊາດ ​ຝລັ່ງ ​ແລະ​ ​ປະຊາຄົມທີ່ນຳໃຊ້ພາສາ ຝລັ່ງ.

ທ່ານ​ນາງ ​ຢ່າງ ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງການ Campus France Vietnam ຈະສືບ​ຕໍ່​ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ເກີນ​ເທີ ​ແລະ ບັນດາ​ຄູ່​ຮ່ວມ​ມື​ອື່ນໆໃນນະຄອນ ​ເພື່ອ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ, ບຳລຸງ​ສ້າງ, ປຶກສາ​ຫາລື​ວິທະຍາສາດ... ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃນປະຊາຄົມນັກສຶກສາ ຫວຽດນາມ ຢູ່ປະເທດ ຝລັ່ງ, ສ້າງໂອກາດສໍາລັບນັກຮຽນ ແລະ ຜູ້ປົກຄອງນັກຮຽນໄດ້ມີບັນດາຂໍ້ມູນຂ່າວສານທີ່ເປັນປະໂຫຍດກ່ຽວກັບການໄປຮຽນຕໍ່ທີ່ປະເທດ ຝລັ່ງ.

ວຽກ​ງານ​ການ​ຕ່າງ​ປະ​ເທດ​ ໃນ​ເຄິ່ງຕົ້ນປີ​​​ປີ 2024: ຂີດໝາຍຮ່ວມເດີນທາງພ້ອມກັບປະເທດຊາດ ວຽກ​ງານ​ການ​ຕ່າງ​ປະ​ເທດ​ ໃນ​ເຄິ່ງຕົ້ນປີ​​​ປີ 2024: ຂີດໝາຍຮ່ວມເດີນທາງພ້ອມກັບປະເທດຊາດ

ຍສໝ - ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ໂລກມີການຜັນແປ, ວຽກງານການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ທູດ​ໃນ 6 ​ເດືອນ​ຕົ້ນ​ປີ 2024 ສືບ​ຕໍ່​ສ້າງ​ສະພາບ​ການ​ການ​ຕ່າງປະ​ເທດ​ທີ່ປະສົບ​ຜົນສຳ​ເລັດ​ຢ່າງ​ໜ້າປະທັບໃຈ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​​ນໍາປະ​ເທດ​ຫວຽດນາມ ​ໃຫ້​ມີ​ທ່າ​ແຮງ, ທີ່​ຕັ້ງ ​ແລະ ມີຄວາມໄວ້ວາງໃຈຈາກສາກົນ​ຄື​ປະຈຸ​ບັນນີ້.

ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ

ຍສໝ - ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ນະຄອນ ເກີນເທີ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ ສົມທົບກັບ​ສະຖານ​ກົງສຸນ​ໃຫຍ່ ອິນເດຍ ປະຈໍາ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງວັນ Yoga ສາກົນ ຄັ້ງທີ 10 ປີ 2024.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເຫດການ
302 Found

Found

The document has moved here.