ເປີດຕົວຄະນະບໍລິຫານງານສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ອັງໂກລາ

17:08 | 14/06/2024

ຍສໝ - ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ອັງໂກລາ (ສະມາຄົມ) ຫາກໍ່ດຳເນີນກອງປະຊຸມໃຫຍ່, ຮັບຮອງເອົາກົດລະບຽບ ແລະ ສ້າງຕັ້ງຄະນະບໍລິຫານງານຢ່າງເປັນທາງການ ດ້ວຍສະມາຊິກ 9 ທ່ານ.

ຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ອັງໂກລາ
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຂຽນປຶ້ມໄວ້ອາໄລ ທ່ານອະດີດປະທານາທິບໍດີ ສ.ອັງໂກລາ

ເຂົ້າຮ່ວມພິທີເປີດຕົວດັ່ງກ່າວມີປະທານຫ້ອງວ່າການຄ້າ ແລະ ອຸດສາຫະກຳ ອັງໂກລາ, ທ່ານ Vincente Francisco Soares, ເລຂາທິການໃຫຍ່ສະພາແຫ່ງຊາດ ອັງໂກລາ ທ່ານ Manuel Lopez Moniz Dembo, ເຈົ້າເມືອງ Camama, ທ່ານ Fabio Andre Quiriri, ຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ ບ່ອນທີ່ຕັ້ງສຳນັກງານຂອງສະມາຄົມ, ຜູ້ຕາງໜ້າຄະນະບໍລິຫານງານສະມາຄົມຊາວ ຫວຽດນາມ ຢູ່ ອັງໂກລາ ທ່ານນາງ ຫງວຽນທິເງິນແທ່ງ ແລະ ຜູ້ແທນເກືອບ 50 ຄົນເຂົ້າຮ່ວມ ເຊິ່ງແມ່ນນັກທຸລະກິດ ຫວຽດນາມ ຢູ່ ອັງໂກລາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງໂກລາ ເຢືອງຈິ່ງຈຶກ ພ້ອມດ້ວຍບັນດາພະນັກງານສະຖານທູດ ຫວຽດນາມ ປະຈໍາ ອັງໂກລາ ອັງໂກລາ ແລະ ແຂກຮັບເຊີນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ຫວຽດນາມ ປະຈຳ ອັງໂກລາ ເຢືອງຈິ່ງຈຶກ ​ໄດ້​ຕີ​ລາຄາ​ວ່າ​ ນີ້​ແມ່ນ​ເຫດການທີ່​ມີ​ຄວາມ​ໝາຍ​ສຳຄັນ, ​ເປີດ​ໄລຍະ​ພັດທະນາ​ໃໝ່​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ ຫວຽດນາມ ຢູ່ ອັງໂກລາ.

ເປີດຕົວຄະນະບໍລິຫານງານສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ອັງໂກລາ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢືອງຈິ່ງຈຶກ​ ແລະ ຄະນະ​ບໍລິຫານ​ງານ​ສະມາຄົມ​ນັກທຸລະກິດ ຫວຽດນາມ ປະຈຳ ອັງໂກລາ, ຊຸດທີ 1 ສະໄໝ 2024-2027 ​ແລະ ບັນດາ​ຜູ້​ແທນ​ໄດ້​ຖ່າຍຮູບ​ທີ່​ລະນຶກ.

ຜູ້ຕາງໜ້າ​ຄະນະ​ບໍລິຫານ​ງານຊຸດທີ 1 ສະໄໝ 2024-2027 ຂອງ​ສະມາຄົມ​ນັກທຸລະກິດ ​ຫວຽດນາມ ຢູ່​ ອັງ​ໂກ​ລາ, ທ່ານ ຟຸງດັກມິນເຈົາ ​ໃຫ້​ຮູ້​ວ່າ: ຄະນະ​ບໍລິຫານ​ງານ​ພວມ​ດຳເນີນການບູລະນະໂຄງຮ່າງການຈັດຕັ້ງ ​ແລະ ​ໄດ້​ເລືອກ​ຕັ້ງ​ປະທານ, ຮອງ​ປະທານ ແລະ ກຳມະການຂອງ​ຄະນະ​ບໍລິຫານ​ງານ, ຄະນະ​ກຳມະການ​ກວດກາ ​ແລະ ບັນດາຄະນະ​ປະຕິບັດ​ໜ້າ​ທີ່ ໂດຍໄວ.

ຄຽງຂ້າງນັ້ນ, ສະມາຄົມ​ຍັງ​ຈະ​ຮຽກຮ້ອງ​ໃຫ້​ລັດຖະບານ ອັງ​ໂກ​ລາ ຮັບ​ຮູ້​ຖານະ​ນິຕິກຳໃນ​ໄວໆ​ນີ້ ​ແລະ ຮຽກຮ້ອງ​ໃຫ້​ຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດຮັບ​ຮູ້​.

ທ່ານ ຟຸງດັກມິນເຈົາ ​ໃຫ້​ຮູ້​ວ່າ ຄະນະ​ບໍລິຫານ​ງານຊຸດທີ 1 ​ແລະ ບັນດາ​ສະມາຊິກ​ສະມາຄົມ​ນັກທຸລະກິດ ຫວຽດນາມ ຢູ່ ອັງ​ໂກ​ລາ ຈະ​ມານະ​ພະຍາຍາມ​ໜູນຊ່ວຍ ​ແລະ ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ນັກທຸລະກິດ ຫວຽດນາມ ຢູ່ ອັງ​ໂກ​ລາ ແຕ່ລະຄົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການພົບປະ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງສອງ​ປະ​ເທດ, ພ້ອມ​ທັງ​ເຮັດໃຫ້ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດເລິກ​ເຊິ່ງກວ່າອີກ.

ເປີດຕົວຄະນະບໍລິຫານງານສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ອັງໂກລາ

ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ອັງໂກລາ ຈັດຕັ້ງກອງປະຊຸມໃຫຍ່, ຮັບຮອງເອົາກົດລະບຽບ, ເລືອກຕັ້ງຄະນະບໍລິຫານງານ, ຄະນະກໍາມະການກວດກາສະມາຄົມ, ຊຸດທີ 1 ສະໄໝ 2024-2027.

ນອກຈາກຕາງໜ້າ​ໃຫ້​ບັນດາ​ນັກ​ທຸລະ​ກິດ, ວິ​ສາ​ຫະກິດ ​ແລະ ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍຂອງ ຫວຽດນາມ ​ຢູ່ ອັງໂກລາ ​ໃນ​ທຸກ​ການ​ພົວພັນ ​ແລະ ຮ່ວມ​ມື; ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ສະມາຊິກແລ້ວ, ສະມາຄົມ​ນັກທຸລະກິດ ຫວຽດນາມ ຢູ່ ອັງໂກລາ ກໍ່​ມຸ່ງໄປເຖິງການ​ໜູນ​ຊ່ວຍ​ສະມາຊິກ​ໃນ​ການ​ພັດທະນາ​ອາຊີບ, ຝຶກອົບຮົມ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຍົກສູງ​ຄວາມ​ຮູ້ດ້ານ​ວິຊາ​ຊີບ, ກົດໝາຍ ແລະ ຄວາມ​ສາມາດ, ລະດັບ​ໃນ​ການ​ຄຸ້ມຄອງ ​ແລະ ບໍລິຫານ​ວິສາຫະກິດ.

ສະມາຄົມ​ບຳລຸງສ້າງ​ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ດ້ານ​ການ​ເມືອງ​ໃຫ້​ບັນດາ​ສະມາຊິກ; ສາມັກຄີ, ເຕົ້າໂຮມ ແລະ ພັດທະນາກຳລັງນັກທຸລະກິດ ແລະ ວິສາຫະກິດ; ເສີມ​ຂະຫຍາຍ​ບົດບາດ ​ແລະ ​ແຫຼ່ງກຳລັງ​ຂອງ​ນັກທຸລະກິດ​ຕາມ​ນະ​ໂຍບາຍ ​ແລະ ກົດໝາຍ​ຂອງ​ລັດ ຫວຽດນາມ ​ແລະ ອັງ​ໂກ​ລາ.

ສະມາຄົມ​ຍັງ​ຈະ​ຈັດ​ຕັ້ງ​ເວທີ​ປາ​ໄສ​ເພື່ອສະໜອງ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ​ຄວາມ​ຄິດ​ຄວາມ​ເຫັນ​ລະຫວ່າງ​ບັນດາ​ສະມາຊິກ​ນັກ​ທຸລະ​ກິດ ​ແລະ ບັນດາ​ວິ​ສາ​ຫະກິດກັບບັນດາ​ອົງການ​ຂອງ​ພັກ, ລັດ ຫວຽດນາມ ​ແລະ ອັງ​ໂກ​ລາ, ບັນດາ​ອົງການ​ຈັດຕັ້ງສັງຄົມ ​ແລະ ວິ​ສາ​ຫະກິດອື່ນໆ ​ຕາມ​ລະບຽບ​ກົດໝາຍ.

ປະຈຸ​ບັນ, ມີ​ຊາວ​ ຫວຽດນາມ 10 ພັນ​ກວ່າ​ຄົນ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ອັງ​ໂກ​ລາ, ນອກຈາກ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລ້ວ, ຍັງ​ມີ​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ໃນ​ຫຼາຍ​ຂົງ​ເຂດ​ຄື: ກໍ່ສ້າງ, ກົນ​ຈັກ, ​ບໍລິການດ້ານ​​ອາຫານ, ກະສິກຳ ແລະ ປ່າ​ໄມ້.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢືອງຈິ່ງຈຶກ ​ເນັ້ນ​ໜັກ​ວ່າ ສະມາຄົມ​ນັກທຸລະກິດ ຫວຽດນາມ ຢູ່ ອັງ​ໂກ​ລາ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ຊຸມ​ຊົນ, ສ້າງ​ສະໜາມສ່ວນລວມ, ລະບຽບ​ການ​ສ່ວນລວມ, ຄວາມ​ສະ​ເໝີ​ພາບ ​ແລະ ​ໂປ່​ງ​ໃສ​ໃຫ້​ນັກທຸລະກິດ ຫວຽດນາມ ຢູ່ ອັງ​ໂກ​ລາ. ພ້ອມ​ກັນ​ນັ້ນ, ນີ້​ກໍ່​ແມ່ນ​ຂົວເຊື່ອມ​ຕໍ່​ແບ່ງປັນ​ໂອກາດ​ດ້ານ​ສະຫວັດດີ​ການ ​ແລະ ວຽກ​ເຮັດ​ງານທຳ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ແກ້​ໄຂ​ບັນດາບັນຫາທີ່ວາງອອກ; ຍົກສູງທີ່ຕັ້ງຂອງຊາວ ຫວຽດນາມ ຢູ່ ອັງໂກລາ, ປະກອບສ່ວນຍູ້ແຮງການພົວພັນ ແລະ ຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມກວາງ​ຫຽວ ໄປໄວ້ອາ​ໄລ​ ທ່ານອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອັງໂກລາ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມກວາງ​ຫຽວ ໄປໄວ້ອາ​ໄລ​ ທ່ານອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອັງໂກລາ

ຍ​ສ​ໝ - ​ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ​ກົມ​ຕາ​ເວັນ​ອອກ​ກາງ - ອາ​ຟຣິກາ, ກົມພິ​ທີ​ການ ​ກະຊວງ​ການ​ຕ່າງປະ​ເທດ.

ຫວຽດນາມ ໄດ້ພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 1 ຄົນ ເຊິ່ງກັບມາຈາກປະເທດ ອັງໂກລາ ແລະ ໄດ້ຮັບການແຍກຕົວໃນທັນທີ ຫວຽດນາມ ໄດ້ພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 1 ຄົນ ເຊິ່ງກັບມາຈາກປະເທດ ອັງໂກລາ ແລະ ໄດ້ຮັບການແຍກຕົວໃນທັນທີ

ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດແມ່ນ 1213 ຄົນ, ໃນນັ້ນ ມີ 1070 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ມິງດຶກ

ເຫດການ
302 Found

Found

The document has moved here.