VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​

07:43 | 04/06/2024

ຍສໝ - ນັ້ນ​ແມ່ນ​ຂໍ້​ມູນ​ທີ່​ທ່ານ​ສາດສະດາຈານ ຫງຽມດຶກລອງ, ປະທານ​ສະມາຄົມ​ປັນຍາຊົນ ແລະ ຊ່ຽວຊານ ຫວຽດນາມ ປະຈຳ ອົດ​ສະ​ຕຣາ​ລີ (VASEA) ແບ່ງປັນ​ໃນ​ກອງ​ປະຊຸມໃຫຍ່ປະຈຳ​ປີ​ຄັ້ງ​ທຳ​ອິດ​ຂອງ VASEA.

ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ໃຫ້​ຂະ​ແໜງ​ການ​ເງິນ ຫວຽດນາມ - ລາວ ຜັນຂະຫຍາຍໜ້າ​ທີ່​ຢ່າງ​ມີ​ປະສິດທິ​ຜົນ
ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ

ວັນ​ທີ 2 ມິຖຸນາ, ຢູ່​ນະຄອນ Sydney (ອົດ​ສະ​ຕຣາ​ລີ) ໄດ້ດຳເນີນກອງ​ປະຊຸມໃຫຍ່​ປະຈຳ​ປີ​ຄັ້ງ​ທຳ​ອິດ​ຂອງ​ສະມາຄົມ​ປັນຍາ​ຊົນ ​ແລະ ຊ່ຽວຊານ ຫວຽດນາມ ຢູ່ ອົດ​ສະ​ຕຣາ​ລີ (VASEA). ເຂົ້າຮ່ວມກອງປະຊຸມໃຫຍ່ມີທ່ານ ຫງວຽນດັງຖັງ ກົງສຸນໃຫຍ່ ຫວຽດນາມ ຮັບຜິດຊອບບັນດາລັດ New South Wales, Queensland ແລະ ອົດ​ສະ​ຕຣາ​ລີ ໄຕ້ ພ້ອມກັນກັບສະມາຊິກ VASEA ກວ່າ 120 ທ່ານ ແລະ ແຂກທີ່ເປັນນັກຊ່ຽວຊານ, ນັກວິຊາການ ແລະ ຜູ້ຕາງໜ້າຂອງຫຼາຍອົງການຢູ່ ອົດສະຕຣາລີ ແລະ ຫວຽດນາມ.

VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​

ທ່ານ ຫງວຽນດັງຖັງ ກົງສຸນໃຫຍ່ ຫວຽດນາມ ຮັບຜິດຊອບບັນດາລັດ New South Wales, Queensland ແລະ ອົດ​ສະ​ຕຣາ​ລີ ໄຕ້. (ພາບ: TTXVN)

ກ່າວ​ຄຳປາໄສທີ່​ກອງ​ປະຊຸມໃຫຍ່, ທ່ານ​ສາດສະດາຈານ ຫງຽມ​ດຶກ​ລອງ, ປະທານ VASEA ​ໃຫ້​ຮູ້​ວ່າ ນັບ​ແຕ່​ເດືອນສິງຫາ 2023 ​ເປັນ​ຕົ້ນ​ມາ, ສະມາຄົມ ບັນລຸ​ໄດ້​ບັນດາ​ຜົນງານ​ເບື້ອງຕົ້ນ. ສະມາຄົມ​ ​ໄດ້​ເຂົ້າ​ຮ່ວມ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ ​ເພື່ອ​ຕ້ອນຮັບ​ບັນດາຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດນາມ ຍັງໄປ ອົດ​ສະ​ຕຣາ​ລີ. VASEA ຍັງ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ກັບ​ສະ​ຖາ​ບັນ​ເຕັກ​ໂນ​ໂລຢີໄປສະນີ ​ໂທລະ​ຄົມ (​ເດືອນ​ສິງຫາ 2023), ກັບ​ມະຫາວິທະຍາ​ໄລ​ສັບພະວິຊາ ຮ່າ​ໂນ້ຍ (ມີ​ນາ 2024).

ນອກຈາກນັ້ນ, VASEA ກໍ່ໄດ້ຈັດຕັ້ງສຳເລັດການສໍາມະນາແບບເຊິ່ງໜ້າ, ອອນໄລໂດຍບໍ່ເສຍຄ່າ ແລະ ບັນດາຫຼັກສູດໄລຍະສັ້ນ ໂດຍກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ (DFAT) ແລະ ຫຼາຍອົງການຈັດຕັ້ງອື່ນໆທີ່ອຸປະຖຳທັງ ອົດສະຕຣາລີ ແລະ ຫວຽດນາມ ກ່ຽວກັບຫຼາຍຂົງເຂດເຊັ່ນ: ການຫັນເປັນດິຈິຕອນ; ການປ່ຽນແປງຂອງດິນຟ້າອາກາດ; ພັດທະນາການທ່ອງທ່ຽວ, ເສດຖະກິດດີຈີຕອນ; ການ​ຫັນ​ປ່ຽນ​ພະ​ລັງ​ງານ…

ຜູ້ຕາງໜ້າຄະນະບໍລິຫານງານ VASEA ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການກັບສູນນະວັດຕະກຳ (NIC) ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃນເດືອນພຶດສະພາ 2024, ເປີດໂອກາດການຮ່ວມມືຍຸດທະສາດຫຼາຍຢ່າງລະຫວ່າງ VASEA ແລະ NIC ໃນໄລຍະຈະມາເຖິງ.

ລາຍງານແຜນການເຄື່ອນໄຫວໄລຍະ 2024-2025 ແລະ ຊຸມປີຕໍ່ໄປຂອງສະມາຄົມ, ທ່ານສາດສະດາຈານ ຫງຽມດຶກລອງ ໃຫ້ຮູ້ວ່າ ນອກຈາກບັນດາການເຄື່ອນໄຫວປະຈຳປີຂອງ VASEA ເຊັ່ນ ການສຳມະນາປະຈຳເດືອນ, ສະມາຄົມ ຈະຈັດຕັ້ງບັນດາລາຍການຍົກສູງຄວາມຮູ້, ບຳລຸງປະສົບການ ແລະ ໜູນຊ່ວຍຄວາມສາມາດນຳພາໃຫ້ແກ່ສະມາຊິກຊາວໜຸ່ມ.

“VASEA ຈະ​​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ໂຄງການ​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ທີ່ ​ອົດ​ສະ​ຕຣາ​ລີ ​ແລະ ຫວຽດນາມ ​ໄດ້​ເຫັນດີເປັນເອກະພາບເພື່ອ​ປະກອບສ່ວນຫຼາຍກວ່າອີກໃຫ້ແກ່ການ​ຮ່ວມ​ມື​ສອງຝ່າຍລະຫວ່າງ 2 ປະ​ເທດ; ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ແລກປ່ຽນ​ວິທະຍາສາດ, ຖ່າຍທອດ​ເຕັກ​ໂນ​ໂລຢີ, ບຳລຸງສ້າງ​ຮັບ​ໃຊ້​ບັນດາ​ບັນຫາ​ສຳຄັນ​ຄື: ​ເສດຖະກິດ​ໝູນວຽນ, ການຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພິ​ເສດ​ແມ່ນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແລະ ບັນດາ​ແຂວງ​ອື່ນໆ ທີ່ຍັງ​ຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຫຼາຍ​ຢ່າງ”, ທ່ານສາດສະດາຈານ ຫງຽມດຶກລອງ ກ່າວ.

ຕາມ​ທ່ານ ຫງວຽນ​ແມ້ງ​ດົງ,ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ​ແລ້ວ, ລຸ້ນ​ຄົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມີຫຼາຍ​ສາ​ສະ​ດາ​ຈານ, ນັກ​ຊ່ຽວ​ຊານ​ແຖວໜ້າຂະແໜງການ​ໃນ​ຫລາຍ​ຂົງ​ເຂດ, ໃນ​ນັ້ນ ອົດ​ສະ​ຕຣາ​ລີ ແມ່ນ​ສະ​ຖານ​ທີ່​ເຕົ້າ​ໂຮມແຫຼ່ງຊັບພະຍາກອນມະນຸດທີ່ລ້ຳຄ່ານີ້ ເປັນຈຳນວນຫຼວງຫຼາຍ.

VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​

​ທ່ານ ຫງວຽນ​ແມ້ງ​ດົງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ກ່າວຄຳປາໄສແບບອອນໄລ ທີ່ກອງປະຊຸມໃຫຍ່. (ພາບ: TTXVN)

ທ່ານ ຫງວຽນ​ແມ້ງ​ດົງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ແທດຈິງ​ຂອງ VASEA ເຊິ່ງປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ຄະນະ​ບໍລິຫານ​ງານ​ຂອງ​ສະມາຄົມ, ​ເຖິງ​ວ່າຫຍຸ້ງ​ກັບ​ວຽກ​ງານ​ຄົ້ນຄວ້າ ​ແລະ ການ​ສອນ, ​ແຕ່​ຍັງ​ໄດ້​ໃຊ້​ເວລາ ​ແລະ ກະຕືລືລົ້ນ​ໃຫ້ການ​ເຄື່ອນ​ໄຫວ​ມຸ່ງເຖິງ​ບ້ານ​ເກີດ​ເມືອງ​ນອນ. ການ​ປະກອບສ່ວນ​ຂອງ​ຄະນະ​ນັກ​ຊ່ຽວຊານ​ປັນຍາ​ຊົນ ​ແລະ ນັກ​ທຸລະ​ກິດ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ແມ່ນ​ມີ​ຄວາມ​ສຳຄັນ ​ແລະ ມີ​ຄວາມ​ຈຳ​ເປັນ​ຫຼາຍ​ສຳລັບ ​ຫວຽດນາມ ​ແລະ ສາກົນ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ນະວັດ​ຕະກຳ, ການ​ຫັນປ່ຽນ​ດີ​ຈີ​ຕອນ ​ແລະ ການ​ຫັນປ່ຽນ​ສີຂຽວ​ພວມພັດທະນາຢ່າງ​ເຂັ້ມແຂງ.

ທ່ານ​ຮອງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອົດ​ສະ​ຕຣາ​ລີ ຫງຽມຊວນຮວ່າ ຢືນຢັນ​ວ່າ ກະຊວງ​ການ​ຕ່າງປະ​ເທດ, ສະຖານທູດ ​ແລະ ບັນດາ​ອົງການ​ການ​ຕ່າງປະ​ເທດ​ຂອງ ​ຫວຽດນາມ ປະຈຳ ອົດ​ສະ​ຕຣາ​ລີ ມີ​ຄວາມ​ສົນ​ໃຈຫຼາຍ ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຍາມໃດກໍ່ຈະຮວມເດີນທາງພ້ອມ​ກັບ​ບັນດາ​ອົງການ​ປັນຍາ​ຊົນ​ຄື VASEA, ສົມທົບ​​, ໜຸນຊ່ວຍໃຫ້ການ​ເຄື່ອນ​ໄຫວ ແລະ ການພັດທະນາຂອງ VASEA ຕາມຄະຕິ, ເປົ້າໝາຍ​ທີ່​ໄດ້​ວາງ​ໄວ້ ​ແລະ ບັນລຸ​ໄດ້​ຜົນງານຢ່າງແທດຈິງ, ລະອຽດ.

ລັດຖະບານ ​ໄດ້​ຕົກລົງ​ຈະ​ຊື້​ໄຟຟ້າ​ຈາກ​ໂຄງການ ​ເຈື່ອງ​ເຊີນ​ ຢູ່​ລາວ ລັດຖະບານ ​ໄດ້​ຕົກລົງ​ຈະ​ຊື້​ໄຟຟ້າ​ຈາກ​ໂຄງການ ​ເຈື່ອງ​ເຊີນ​ ຢູ່​ລາວ

ຍສໝ - ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ແຜນນະໂຍບາຍ​ຊື້​ໄຟຟ້າ​ຈາກ​ໂຄງການໄຟຟ້າແຮງລົມ ​ເຈື່ອງ​ເຊີນ (ລາວ) ​ແລະ ລົງທຶນຕາໜ່າງເພື່ອ​ເຊື່ອມ​ຕໍ່​ກັບ ຫວຽດນາມ.

ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ

ຍສໝ - ວັນ​ທີ 17 ເມສາ, ຢູ່​ແຂວງ ດົ່ງ​ນາຍ ໄດ້ດຳເນີນກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ຝຣັ່ງ ​ແຂວງ ດົ່ງ​ນາຍ ​ຄັ້ງ​ທີ 2. ຢູ່ທີ່​ນີ້, ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ອາຍຸການ 2024 – ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.