ບິ່ງ​ເຟືອກ ເອົາໃຈໃສ່ດຶງ​ດູດ​ແຫຼ່ງກຳລັງ​​ຈາກ​ຊາວຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ

15:28 | 03/07/2024

ຍສໝ - ແຕ່ ວັນທີ 30 ມິຖຸນາ ຫາວັນທີ 1 ກໍລະກົດ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊ່າວຫວຽດນາມ ອາໄສຢຸ່ຕ່າງປະເທດ, ພ້ອມກັນກັບການນຳຂອງໜ່ວຍງານທີ່ກ່ຽວຂ້ອງ ຂຶ້ນກັບກະຊວງການຕ່າງປະເທດຈຳນວນໜຶ່ງ ໄດ້ໄປຢ້ຽມຢາມແຂວງ ບິ່ງເຟືອກ, ເຮັດວຽກກ່ຽວກັບວຽກງານການຕ່າງປະເທດຂອງທ້ອງຖິ່ນ, ວຽກງານຂອງຊາວຫວຽດນາມ ​ຢູ່​ຕ່າງປະ​ເທດ ​ແລະ ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ.

ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ
​ເຍື່ອງ​ອາ​ຫານ ​ແລະ ວັນນະຄະດີ ​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຝຣັ່ງ

ທີ່​ການ​ພົບ​ປະເຮັດວຽກ, ການ​ນຳ​ຄະນະກຳມະການ​ແຂວງ ບິ່ງ​ເຟືອກ ​ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ອັນໃຫຍ່ຫຼວງຕໍ່ການ​ດຶງ​ດູດ​ແຫຼ່ງກຳລັງ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເພື່ອ​ປະກອບສ່ວນ​ເຂົ້າໃນການພັດທະນາ​ຂອງ​ແຂວງ, ຫວັງ​ວ່າ​ ກະຊວງ​ການ​ຕ່າງປະ​ເທດ ​ຈະ​ໂຄສະນາ, ເຊື່ອມຕໍ່ທ້ອງ​ຖິ່ນ​ກັບ​ປະຊາຄົມນັກທຸລະກິດ, ປັນຍາຊົນຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດໃນບັນດາປະເທດຕ່າງໆ.

ບິ່ງ​ເຟືອກ ເອົາໃຈໃສ່ດຶງ​ດູດ​ແຫຼ່ງກຳລັງ​​ຈາກ​ຊາວຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ

ບິ່ງ​ເຟືອກ ຖືເປັນສຳຄັນໃນການ​ດຶງ​ດູດ​ແຫຼ່ງກຳລັງ​​ຂອງ​ຊາວຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ.

​ການ​ນຳ​ແຂວງ ບິ່ງ​ເຟືອກ ກໍ່​ໃຫ້​ຮູ້​ວ່າ ດ້ວຍ​ລັກສະນະ​ຊາຍ​ແດນ​ຕິດ​ກັບ ກຳປູ​ເຈຍ, ທ້ອງ​ຖິ່ນ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ການ​ຕ່າງປະ​ເທດ ເວົ້າລວມ, ສ້າງ​ການ​ພົວພັນ​ອັນ​ດີງາມ​ກັບ​ບັນດາ​ແຂວງທີ່ຕິດກັບຊາຍ​ແດນ ກຳປູ​ເຈຍ ​ເວົ້າ​ສະ​ເພາະ, ຜ່ານນັ້ນ ກໍ່ສົມທົບ​ກັນ​ຊຸກຍູ້​ການປະຕິບັດງານໜູນ​ຊ່ວຍ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ທີ່​ນີ້.

ທ່ານນາງ ເລທິທູຮັ່ງ ໄດ້ຕີ​ລາຄາ​ສູງ​ການ​ພັດທະນາ​ໃນ​ທຸກ​ດ້ານ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ - ສັງຄົມ​ຂອງ​ແຂວງ ບິ່ງ​ເຟືອກ, ​ເນັ້ນ​ໜັກ​ເຖິງ​ບົດບາດ ​ແລະ ທີ່​ຕັ້ງ​ຈຸດສຸມ​ຂອງ​ເຂດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ນອນໃນ​ເຂດ​ເສດຖະກິດ​ສຳຄັນ​ທາງ​ພາກ​ໃຕ້, ບິ່ງ​ເຟືອກ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າແຮງຫຼາຍຢ່າງກ່ຽວກັບບັນດາຂະແໜງການອຸດສາຫະກຳປຸງແຕ່ງໄມ້, ຢາງພາລາ, ໝາກມ່ວງຫິມະພານ..., ມີຮ່ອງຮອຍວັດທະນະທຳ, ທັດສະນີຍະພາບຫຼາຍແຫ່ງ.

ທ່ານ​ຮອງ​ລັດຖະມົນຕີ​ສະ​ເໜີ​ວ່າ ​ແຂວງ ບິ່ງ​ເຟືອກ ຕ້ອງ​ເສີມຂະຫຍາຍທ່າ​ໄດ້​ປຽບ ໂດຍຜ່ານບັນດາການເຄື່ອນໄຫວ​ພົບ​ປະ​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມສາມາດບົ່ມຊ້ອນ ໂດຍກົມນພົວພັນຕ່າງປະເທດ, ກະຊວງ​ການ​ຕ່າງປະ​ເທດ ຈັດຕັ້ງເປັນ​ປະຈຳ​ປີ, ພ້ອມ​ກັນ​ນັ້ນ​ ກໍ່ໄດ້ສະເໜີໃຫ້​ແຂວງ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຄົ້ນຄວ້າ, ສຳ​ຫຼວດເພື່ອສຳ​ເລັດ​ເອກະສານໂດຍ​ໄວ ​ແລ້ວສະເໜີໃຫ້ອົງການ UNESCO ຮັບຮອງ​ປ່າ​ສະຫງວນ​ແຫ່ງ​ຊາດ ບູຢ່າເໝີບ ເປັນ “ເຂດສະຫງວນຊີວະພາບໂລກ”.

ທ່ານ​ຮອງລັດ​ຖະ​ມົນ​ຕີ​ ​ສະ​ເໜີ​ແຂວງ ບິ່ງ​ເຟືອກ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ກະຊວງ​ການ​ຕ່າງປະ​ເທດ​ໃນ​ການ​ແລກປ່ຽນຂໍ້ມູນ, ເຮັດໃຫ້ການ​ພົວພັນ​ແຮກສ່ຽວກັບ​ບັນດາ​ແຂວງ ກຳປູ​ເຈຍ ເລິກເຊິ່ງກ່ວາອີກ, ຜັນ​ຂະຫຍາຍການປະຕິບັດງານຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ສະພາບ​ການ​ໃໝ່, ​ໃນ​ນັ້ນ ​ຕ້ອງ​ສຸມ​ໃສ່ເສີມຂະຫຍາຍບັນດາ​ທ່າແຮງຂອງ​ທ້ອງ​ຖິ່ນ​ໃນ​​ຂົງ​ເຂດ ເຊິ່ງບັນດາ​ແຂວງຊາຍ​ແດນ​ກົງກັນຂ້າມຂອງ ​ກຳປູ​ເຈຍ​ ມີ​ຄວາມ​ສົນ​ໃຈ ແລະ ຊາວຫວຽດນາມ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ເຊັ່ນ ການ​ປູກ​ຢາງພາລາ, ການ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ.

ບິ່ງ​ເຟືອກ ເອົາໃຈໃສ່ດຶງ​ດູດ​ແຫຼ່ງກຳລັງ​​ຈາກ​ຊາວຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ

ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢ້ຽມ​ຢາມ​ດ່ານ​ສາ​ກົນ ຮວ່າລື່, ແຂວງ ບິ່ງ​ເຟືອກ.

ທ່ານນາງ ເລທິທູຮັ່ງ ກໍ່ແຈ້ງຕີ່ມໃຫ້ການນຳແຂວງ ບິ່ງເຟືອກ ກ່ຽວກັບກອງປະຊຸມຊາວຫວຽດນາມ ຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 4 ແລະ ເວທີປາໄສປັນຍາຊົນ ແລະ ຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ 2024 ທີ່ຈະດຳເນີນໃນເດືອນສິງຫາ ທີ່ຈະມາເຖິງ; ເນັ້ນໜັກວ່າ ນີ້ແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນເພີ່ມທະວີການເຊື່ອມຕໍ່ກັບປະຊາຄົມນັກທຸລະກິດ, ປັນຍາຊົນຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອມຸງໄປເຖິງບ້ານເກີດເມືອງນອນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະເທດຊາດ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີສູງ, ເຕັກໂນໂລຢີສີຂຽວ, ຈິບແຜງເຄິ່ງຊັກນຳໄຟຟ້າ...

​ໃນ​ຂອບເຂດການໄປປະຕິບັດງານ, ຄະນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ​ພະນັກງານ, ນັກຮົບ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ບິ່ງ​ເຟືອກ ​ແລະ ດ່ານ​ຊາຍ​ແດນ​ສາກົນ ຮວ່າລື, ພົບ​ປະ​ກັບ​ພະນັກງານ, ພາລະ​ກອນ​ຂອງ​ພະແນກພົວພັນຕ່າງປະເທດຂອງແຂວງ ແລະ ຢ້ຽມຢາມ​ປ່າ​ສະຫງວນ​ແຫ່ງ​ຊາດ ບູຢ່າເໝີບ.

ຫວຽດນາມ ​ແມ່ນທ້ອງຕະຫຼາດທີ່​ດຶງ​ດູດ ​ແລະ ສຳຄັນ​ສຳລັບບັນດາ​ວິ​ສາ​ຫະກິດ ​ແດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ ຫວຽດນາມ ​ແມ່ນທ້ອງຕະຫຼາດທີ່​ດຶງ​ດູດ ​ແລະ ສຳຄັນ​ສຳລັບບັນດາ​ວິ​ສາ​ຫະກິດ ​ແດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ

ຍສໝ - ຫວຽດນາມ ​ແມ່ນ​ຈຸດປາຍທາງທີ່​ດຶງ​ດູດ​ສຳລັບບັນດາບໍລິສັດ ແດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ. ສະ​ນັ້ນ, ບັນດາວິ​ສາ​ຫະ​ກິດ​ກະ​ສິ​ກຳ ​ແລະ ​ສະ​ບຽງ​ອາ​ຫານ​ ແດນ​ມາກ ກໍມີຄວາມປາດຖະໜາ​ຢາກ​ຮ່ວມ​ມື...

ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

ຍສໝ - ​ແຕ່​ເດືອນ​ພຶດສະພາ​ ປີ 2024, ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ສາກົນ, ຊຸກຍູ້​ຄວາມ​ຕ້ອງການ​ການທ່ອງທ່ຽວ. ກູ​ບາ ​ມີ​ເປົ້າ​ໝາຍ​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 3,2 ລ້ານ​ເທື່ອ​ຄົນ​ໃນ​ປີ 2024.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.