ອົບອຸ່ນງານບຸນໃຫຍ່ວັນວິສາຂະບູຊາ ຕາມພຸດທະສັກກະຫຼາດປີ 2568 ຢູ່ ລາວ

15:39 | 27/05/2024

ຍສໝ - ໃນຕອນເຊົ້າວັນທີ 24 ພຶດສະພາ, ທີ່ວັດ ເຝີດຕິກ ໃນນະຄອນຫຼວງ ວຽງຈັນ - ລາວ ໄດ້ຈັດຕັ້ງງານບຸນໃຫຍ່ວັນວິສາຂະບູຊາ ຕາມພຸດທະສັກກະຫຼາດປີ 2568 (ປະຕິທິນສາກົນ 2024) ຢ່າງສະຫງ່າຜ່າເຜີຍ, ມີການເຂົ້າຮ່ວມຢ່າງຄັບຄາໜາແໜ້ນຂອງບັນດາ ພະສົງ, ພະມະຫາອາຈານ, ພະສັງຄະນາຍົກ, ພະອາຈານ ແລະ ພະສົງສາມະເນນ, ແມ່ຂາວ ຫວຽດນາມ ແລະ ລາວ ພ້ອມກັບການເຂົ້າຮ່ວມຢ່າງຄັບຄາໜາແໜ້ນຂອງບັນດາພຸດທະສາສະນິກກະຊົນ, ພໍ່ແມ່ປະຊາຊົນ ຫວຽດນາມ ທີ່ກຳລັງຮ່ຳຮຽນສຶກສາ, ເຮັດວຽກ ແລະ ດໍາລົງຊີວິດຢູ່ ລາວ.

ເຊື່ອມຕໍ່ 96 ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ 162 ຄົນ ທີ່ພວມຮໍ່າຮຽນຢູ່ຫວຽດນາມ ເຊື່ອມຕໍ່ 96 ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ 162 ຄົນ ທີ່ພວມຮໍ່າຮຽນຢູ່ຫວຽດນາມ
ຄະນະເຮັດວຽກພິເສດແຂວງເທື່ອທຽນເຫ້ວ ໄດ້ພົບປະກັບຄະນະສະເພາະແຂວງເຊກອງ - ລາວ ຄະນະເຮັດວຽກພິເສດແຂວງເທື່ອທຽນເຫ້ວ ໄດ້ພົບປະກັບຄະນະສະເພາະແຂວງເຊກອງ - ລາວ

ກ່າວ​ຄຳ​ປາໃສທີ່​ພິທີ, ພະອາຈານ​ ທິກມິນ​ກວ່າງ​ ໄດ້​ສົ່ງ​ສານຂອງ​ພະ​ນາຍົກສັງຄະສະມາຄົມພຸດທະສາສະໜາ ຫວຽດນາມ​ເຖິງ​ພະ​ສົງ, ແມ່​ຊີ, ພຸດທະສາສະນິກກະຊົນ ​ແລະ​ ປະຊາ​ຄົມ​ຊາວ​ ຫວຽດນາມ​. ຮຽກຮ້ອງ​ໃຫ້ພຸດທະສາສະນິກກະຊົນ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ​ຢູ່​ ລາວ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ເຮັດໃຫ້ປະຊາຊົນຢູ່ເຢັນເປັນສຸກ, ຮ່ວມເດີນທາງພ້ອມກັນຊາດ, ພະອາຈານ ​ທິກມິນ​ກວ່າງ ​ເນັ້ນ​ໜັກ​ວ່າ: ​ພະ​ສົງ, ແມ່​ຊີ, ພຸດທະສາສະນິກກະຊົນແຕ່ລະຄົນ ຕ້ອງ​ເຊີດ​ຊູ​ຄວາມ​ຮັບຜິດຊອບ ​ແລະ ປະຕິບັດ​ໜ້າ​ທີ່​ຂອງ​ຕົນ ບົນຈິດ​ໃຈມີລະບຽບ​ວິ​ໄນ - ມີຄວາມ​ຮັບ​ຜິດ​ຊອບ - ມີຄວາມ​ສາ​ມັກ​ຄີ - ພັດ​ທະ​ນາ, ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ພຸດ​ທະ​ສາ​ສະ​ໜາຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ, ສ້າງສັງຄະສະມາຄົມ​ໃຫ້ເຂັ້ມ​ແຂງ, ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ແບບ​ພິ​ເສດ ​ຫວຽດ​ນາມ ແລະ ລາວ ເວົ້າສະເພາະ ແລະ ໃນພະລະກິດປຫ່ງການສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ຫວຽດ​ນາມ ​ເວົ້າລວມ.

ອົບອຸ່ນງານບຸນໃຫຍ່ວັນວິສາຂະບູຊາ ຕາມພຸດທະສັກກະຫຼາດປີ 2568 ຢູ່ ລາວ

ວົງຄະນະຍາດຊາວ ຫວຽດນາມ ທີ່ກຳລັງທຳມາຫາກິນ ດຳລົງຊີວິດຢູ່ ລາວ ເປັນຈຳນວນຫຼວງຫຼາຍໄດ້ເຂົ້າຮ່ວມພິທີສົງພະ​ພຸດ​ທະ​ເຈົ້າ ໃນງານບຸນໃຫຍ່ວັນວິສາຂະບູຊາ ຕາມພຸດທະສັກກະຫຼາດປີ 2568. ພາບ: ຟ້າມກ່ຽນ/ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ

​ໃນ​ພິທີ, ບັນດາ​ພະສົງສາມະເນນ​ຫວຽດນາມ, ລາວ ກໍຄືວົງຄະນະຍາດຊາວ ຫວຽດນາມ ທີ່ອາ​ໄສ​ຢູ່​ນະຄອນຫຼວງ​ ວຽງ​ຈັນ ​ໄດ້​ດຳ​ເນີນ​ພິທີ​ແຫ່​ຂະ​ບວນ​ແຫ່​ທຽນ​ບູຊາ ​ແລະ ​ໄຫວ້​ອາ​ໄລ ແລະ ສົງພະພຸດທະເຈົ້າ ​ເພື່ອ​ພາວະນາຂໍຄວາມສັນຕິພາບ, ສຸກສຳລານ ແລະ ​ຜາ​ສຸກ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ໂດຍ​ສະ​ເພາະ​ປະຊາ​ຄົມ​ຊາວ​ ຫວຽດນາມ ຢູ່​ລາວ, ​ໃນ​ຂະນະ​ນັ້ນ ກໍ​ສະ​ແດງ​ຄວາມ​ເຄົາລົບ ​ແລະ ຊົມ​ເຊີຍ​ຕໍ່​ການ​ປະກົດ​ຕົວ​ຂອງ​ພະ ຢາກໂງະ ​- ​ພຣະພຸດທະ​ເຈົ້າ ທິກກາເມົານີ.

ທ່ານນາງ ເຈີ່ນທິເຫ້ວ, ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ, ຢູ່ນະຄອນຫຼວງ ວຽງຈັນ, ໃຫ້ຮູ້ວ່າ: ທຸກໆປີ ຕົນເອງຈະໄປວັດເພື່ອເຂົ້າຮ່ວມງານບຸນໃຫຍ່ວັນວິສາຂະບູຊາເພື່ອລ້າງສິ່ງທີ່ບໍ່ດີ, ພາວະນາຂໍໃຫ້ມີສຸຂະພາບເຂັ້ມແຂງ ແລະ ມີຄວາມສະຫງົບສຸກ ເພາະທຸກໆຄັ້ງທີ່ໄດ້ເອົານ້ຳສົງພະພຸດທະເຈົ້າ, ທ່ານນາງຮູ້ສຶກຄືກັບວ່າ ກີເລດທັງໝົດຂອງທ່ານນາງໄດ້ລອຍໄປກັບກະແສນ້ຳນັ້ນ.

​ໃນ​ຖານະ​ທີ່​ເປັນ​ພະ​ພຸດທະ​ສາສະນິກະຊົນຂອງວັດ ເຝີດຕິກ ທີ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ນາງ ຫງວຽນ​ທິຮວາ ​ອາຍຸ 68 ປີ ຍັງ​ຮູ້ສຶກ​ດີ​ໃຈ​ຫຼາຍ​ໃນ​ທຸກ​ຄັ້ງ​ທີ່​ໄດ້​ຕ້ອນຮັບ​ວັນວິສາຂະບູຊາ​ຂອງ​ພະພຸດທະ​ເຈົ້າ.. ຕາມ​ທ່ານ​ນາງ​ແລ້ວ, ງານ​ບຸນ​ໃຫຍ່​ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ວົງຄະນະຍາດ​ໄດ້​ພົບ​ປະ, ຊ່ວຍ​ເຫຼືອ​ເຊິ່ງກັນແລະກັນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ທຸກ​ຄົນ​​ລ້າງສ່ວຍກີເລດທັງປວງ ແລະ ອະທິຖານ​ເພື່ອ​ໃຫ້​ຊາວ​ຫວຽດນາມ​ ທຸກ​ຄົນ​ໃນ​ທົ່ວ​ໂລກ​ຈົ່ງ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ແລະ ຮັກແພງ​ກັນ.

ເນື່ອງໃນໂອກາດງານບຸນໃຫຍ່ວັນວິສາຂະບູຊາ ພຸດທະສັກກະຫຼາດປີ 2568, ວັດ ເຝີດຕິກ ທີ່ນະຄອນຫຼວງ ວຽງຈັນ - ລາວ ໄດ້ສົມທົບ​ກັບບັນດາຜູ້ມີໃຈສັດທາ ມອບ​ຂອງຂວັນ 150 ພູດ ໃຫ້ແກ່ຄົນພິການ, ຄົນທຸກຍາກ, ປະຊາຊົນ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ນະຄອນຫຼວງ​ ວຽງ​ຈັນ, ຜ່ານ​ນັ້ນ ກໍ່​ປະກອບສ່ວນ​ເພີ່ມ​ທະວີ​ການ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີ, ຕິດພັນກັນ ​ແບ່ງປັນເຊິ່ງກັນແລະກັນໃນວົງຄະນະຍາດຊາວ ​ຫວຽດນາມ ຢູ່ ​ລາວ ​ເວົ້າ​ສະ​ເພາະ ​ແລະ ຈິດ​ໃຈ​ສາມັກຄີ​ມິດຕະພາບ​ທີ່​ຍິ່ງໃຫຍ່​ລະຫວ່າງ​ສອງປະເທດ ຫວຽດນາມ - ລາວ ​ເວົ້າ​ລວມ.

ມິງດຶກ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.