ຄົ້ນຄ້ວາສ້າງຕັ້ງສະມາຄົມຕິດຕໍ່, ສະມາຄົມຍາດພີ່ນ້ອງກັບຄົນຫວຽດນາມຢູ່ຕ່າງປະເທດ ທີ່ມີບ້ານເກີດເມືອງນອນຢູ່ແຂວງ ດົ່ງນາຍ

08:44 | 30/05/2024

ຍສໝ - ວັນ​ທີ 27 ພຶດສະພາ 2024, ທ່ານ ເລ​ທິທູ​ຮັ່ງ ​​ລັດຖະມົນຕີີຊ່ວຍວ່າການກະຊວງ​ການ​ຕ່າງປະ​ເທດ ​ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂອງກະຊວງ​ການ​ຕ່າງປະ​ເທດ​ໄປ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ.

7 ໝາກຜົນດີເດັ່ນຂອງວຽກງານຊາວຫວຽດນາມຢູ່ຕ່າງປະເທດ
ຊາວຫວຽດນາມຢູ່ຕ່າງປະເທດ ເອກອ້າງທະນົງໃຈກ່ຽວກັບຮີດຄອງປະເພນີພາກພຽນຮ່ຳຮຽນ ແລະ ການເຄົາລົບນັບຖືຄູບາອາຈານຂອງຊາວຫວຽດນາມ

ພາຍໃນ​ຂອບ​ເຂດ​ການ​ເດີນທາງເພື່ອທຸລະກິດ, ທ່ານ​ ​ລັດຖະມົນຕີ​ໄດ້​ເຂົ້າ​ຮ່ວມ ​ແລະ ມີຄຳ​ເຫັນ​ໃນກອງ​ປະຊຸມວິຊາການ ໃນຫົວຂໍ້ “ສະພາບ​ການ​ໂລກ, ພາກ​ພື້ນ ​ແລະ ນະ​ໂຍບາຍ​ຂອງ​ພັກ​ກ່ຽວວຽກງານການຕ່າງປະເທດ​ປະຊາຊົນ ​ແລະ ການ​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່”; ພົບ​ປະ​ກັບ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົ່ງ​ນາຍ; ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບພະແນກການຕ່າງປະເທດ ແລະ ສະຫະພັນບັນດາອົງການອົງຈັດຕັ້ງມິດຕະພາບແຂວງ ດົ່ງນາຍ.

ຄົ້ນຄ້ວາສ້າງຕັ້ງສະມາຄົມຕິດຕໍ່, ສະມາຄົມຍາດພີ່ນ້ອງກັບຄົນຫວຽດນາມຢູ່ຕ່າງປະເທດ ທີ່ມີບ້ານເກີດເມືອງນອນຢູ່ແຂວງ ດົ່ງນາຍ

ທ່ານ ​ ​ເລ​ທິທູ​ຮັ່ງ ລັດຖະມົນຕີຊ່ວຍວ່າການ ​ແລະ ຄະນະເຮັດວຽກຮ່ວມກັບ​​ການ​ນຳ​ຄະນະ​ກຳມະການ​ປະຊາຊົນແຂວງ ດົ່ງນາຍ.​

ໃນ​ການ​ພົບ​ປະ​ກັບ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົ່ງ​ນາຍ, ທ່ານ​ ເລ​ທິທູ​ຮັ່ງ ​ລັດຖະມົນຕີຊ່ວຍວ່າການ ​ກະຊວງ​ການ​ຕ່າງປະ​ເທດ ​ ​ໄດ້​ຊົມ​ເຊີຍ​ບັນດາ​ຜົນງານ​ດ້ານ​ເສດຖະກິດ - ສັງຄົມ​ຂອງ​ແຂວງ​ໃນ​ໄລຍະ​ທີ່ຜ່ານມາ, ພິ​ເສດ​ແມ່ນ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ເຮັດໃຫ້ແຂວງ ດົ່ງ​ນາຍ ຕິດ 10 ອັນດັບບັນດາທ້ອງ​ຖິ່ນ​ທີ່​ດຶງ​ດູດ FDI ໃຫຍ່ທີ່​ສຸດ​ຂອງ​ປະ​ເທດ, ໂດຍມີໂຄງການ FDI ​ເກືອບ 1.600 ​ໂຄງການ, ລວມຍອດ​ທຶນ​ລົງທຶນ​ເກືອບ 35 ຕື້ USD. ​ທ່ານ ລັດຖະມົນຕີຊ່ວຍວ່າການ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນການຜັນຂະຫຍາຍວຽກງານ​ການ​ຕ່າງປະ​ເທດ​ຂອງ​ແຂວງ​ດ້ວຍສັນຍາ​ຮ່ວມ​ມືຫຼາຍກວ່າ 40 ສະບັບ ແລະ ບົດ​ບັນທຶກຊ່ວຍຈໍາ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ທ້ອງ​ຖິ່ນ 12 ສະບັບ, ​ກໍ່ຄືພາຍໃນ​ຂົງ​ເຂດວຽກງານການຕ່າງປະເທດ ​ວັດທະນະທຳ ​ແລະ ການດຳ​ເນີນ​ທຸລະ​ກິດ​ກ່ຽວ​ກັບ​ຄົນຫວຽດນາມຢູ່​ຕ່າງປະ​ເທດ.

ທ່ານ​ ​ເລ​ທິທູ​ຮັ່ງ ລັດຖະມົນຕີຊ່ວຍວ່າການ ໄດ້ກ່າວ່າ, ດ້ວຍ​ຈຸດທີ່ຕັ້ງທີ່ເປັນດິນ​ແດນ​ເຊື່ອມ​ຕໍ່​ ລະຫວ່າງພາກ​ໃຕ້, ພາກໃຕ້ສຸດຂອງພາກກາງ ແລະ ​ເຂດ​ພູ​ສູງ​ພາກ​ໃຕ້, ​ຮັກສາບົດບາດ​ສຳຄັນ​ໃນ​ຂົງ​ເຂດ​ພັດທະນາ​ເສດຖະກິດ​ທີ່​ສຳຄັນ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ. ດົ່ງນາຍມີ​ຂໍ້ໄດ້ປຽບຢູ່ຫຼາຍຢ່າງ, ທ່າແຮງ​ບົ່ມ​ຊ້ອນ​ເພື່ອການ​ພັດທະນາ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ. ດ້ວຍຄຳຂວັນ “ບຸກທະລຸ - ເປີດທາງ”, “ຮ່ວມເດີນທາງ”, “ຮັບໃຊ້”, ກະຊວງການຕ່າງປະເທດ ແລະ ບັນດາອົງການຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດ ຈະສືບຕໍ່ໄປພ້ອມໆກັນ ແລະ ຊ່ວຍເຫຼືອແຂວງໃນການດຶງດູດແຫຼ່ງຊັບພະຍາກອນສາກົນເພື່ອໃຫ້ມີການພັດທະນາແບບຍືນຍົງ.

ບົນ​ພື້ນຖານດັ່ງກ່າວນັ້ນ, ​ລັດຖະມົນຕີຊ່ວຍວ່າການ ​ໄດ້​ຮຽກຮ້ອງ​ໃຫ້​ແຂວງ ດົ່ງ​ນາຍ ຂຸດ​ຄົ້ນ​ບັນດາ​ທ່າແຮງ​ທີ່ໄດ້​ປຽບ​ທີ່​ມີ​ຢູ່ແລ້ວ, ພ້ອມກັບຕັ້ງໜ້າ, ຜັນຂະຫຍາຍຫົວຄິດປະດິດສ້າງແນໃສ່ການ​ດຶງ​ດູດ​ແຫຼ່ງລົງທຶນ​ທີ່​ມີ​ຄຸນ​ນະພາ​ບສູງ​ໃນ​ຂົງ​ເຂດການຈະເລີນ​ເຕີບໃຫ່ຍສີ​ຂຽວ, ພັດທະນາ​ແບບ​ຍືນ​ຍົງ, ​ເຕັກ​ໂນ​ໂລ​ຢີສູງ. ​ລັດຖະມົນຕີຊ່ວຍວ່າການ ໄດ້​ສະ​ເໜີ​ໃຫ້​ແຂວງ​ເພີ່ມ​ທະວີ​ການ​ໂຄສະນາ​ພາບ​ພົດ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ປະສານສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ເຊີນ​ນັກ​ຂ່າວ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ​ຢູ່​ທ້ອງ​ຖິ່ນ; ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ບັນດາກອງ​ປະຊຸມ, ການສຳ​ມະ​ນາສາກົນ, ​ກິດຈະກຳ​ພົບ​ບັນດາປະ​ເທດ​ຕ່າງໆ; ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ແນະນຳ​ທ້ອງ​ຖິ່ນ​ທີ່ຈັດ​​ໂດຍ​ກະຊວງ​ການ​ຕ່າງປະ​ເທດ.

ທ່ານ ເລ​ທິທູ​ຮັ່ງ ລັດຖະມົນຕີຊ່ວຍວ່າການ ຍັງຕ້ອງການໃຫ້​ແຂວງ ດົ່ງ​ນາຍ ​ເຂົ້າ​ຮ່ວມ​ຢ່າງ​ແໜ້ນ​ແຟ້ນກ່ວາ​ເກົ່າອີກ​ໃນການເຮັດ​ວຽກຮ່ວມກັບຄົນຫວຽດນາມທີ່ຢູ່ຕ່າງປະເທດ, ແນ​ໃສ່​ເສີມຂະຫຍາຍ​ທ່າ​ແຮງ​ຂອງ​ຊຸມຊົນ​ເພື່ອ​ປະກອບສ່ວນ​ພັດທະນາ​ທ້ອງ​ຖິ່ນໃຫ້ດີຂຶ້ນ;ປະສານສົມທົບ​ກັບ​ຄະນະ​ກຳມະການ​ຊັບພະຍາກອນ​ມະນຸດ​ແຫ່ງ​ລັດກ່ຽວກັບຄົນຫວຽດ ທີ່ຢູ່ຕ່າງປະເທດ ​ຈັດ​ຕັ້ງ​ບັນດາ​ໂຄງການ​ຊັບພະຍາກອນ​ໃຫ້ແກ່​ຄົນ​ຫວຽດນາມຢູ່​ຕ່າງປະ​ເທດ; ຜັນຂະຫຍາຍບັນດາໂຄງການກ່ຽວກັບການເຮັດວຽກຮ່ວມກັບຄົນຫວຽດນາມທີ່ຢູ່ຕ່າງປະເທດ ໃຫ້ມີປະສິດທິພາບ.

ຄົ້ນຄ້ວາສ້າງຕັ້ງສະມາຄົມຕິດຕໍ່, ສະມາຄົມຍາດພີ່ນ້ອງກັບຄົນຫວຽດນາມຢູ່ຕ່າງປະເທດ ທີ່ມີບ້ານເກີດເມືອງນອນຢູ່ແຂວງ ດົ່ງນາຍ

ທ່ານ​ ເລ​ທິທູ​ຮັ່ງ ​ ​ລັດຖະມົນຕີຊ່ວຍວ່າການ ໄດ້ນໍາສະເໜີ​ລາຍ​ງານ​ທີ່​ກອງ​ປະຊຸມ ສະພາບ​ການ​ໂລກ ​ແລະ ພາກ​ພື້ນ ​ແລະ ນະ​ໂຍບາຍ​ຂອງ​ພັກ ​ກ່ຽວ​ກັບວຽກງານການຕ່າງປະເທດ​​ປະຊາຊົນ ​ແລະ ຂໍ້ມູນການ​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່”.

ທ່ານ ເລ​ທິທູ​ຮັ່ງ ລັດຖະມົນຕີຊ່ວຍວ່າການ ຕີ​ລາຄາ​ສູງ​ໝາກຜົນ​ການ​ປະຕິບັດ​ວຽກ​ງານ​ຂອງ​ພະແນກພົວພັນ​ການ​ຕ່າງປະ​ເທດ ​ແລະ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​ວ່າເກືອບ 20 ປີ​ຜ່ານ​ມາ​ນັບ​ແຕ່​ສ້າງ​ຕັ້ງ, ພະແນກ​ໄດ້​ຢືນຢັນ​ທີ່​ຕັ້ງ ​ແລະ ບົດບາດ​ເປັນ​ເສນາທິການໃຫ້ແກ່​ການ​ນຳ​ແຂວງ ໃນການຜັນຂະຫຍາຍວຽກ​ງານ​ການ​ຕ່າງປະ​ເທດ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ. ຢືນຢັນ​ວ່າ​ພະແນກ​ການ​ຕ່າງປະ​ເທດ​ທ້ອງ​ຖິ່ນ​ແມ່ນ “​ແຂນຕໍ່ອັນຍາວ” ຂອງ​ກະຊວງ​ການ​ຕ່າງປະ​ເທດ, ​ລັດຖະມົນຕີຊວ່ຍວ່າການ ​ຫວັງ​ວ່າພະແນກ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ, ​ເປີດ​ທາງ, ພ້ອມ​ກັນ​ນັ້ນ​ກໍ່ຮັບຜິດຊອບຕິດຕາມ, ຊຸກຍູ້ການ​ປະຕິບັດບັນດາ​ຂໍ້​ຕົກລົງ ​ແລະ ບົດ​ບັນທຶກຊ່ວຍຈໍາ​ທີ່​ແຂວງ​ໄດ້​ລົງ​ນາມຮ່ວມກັບບັນດາຄູ່ຮ່ວມມື​ຕ່າງປະ​ເທດ.

ໃນການໂອ້ລົມກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງນາຍ ກ່ຽວກັບວຽກງານການຕ່າງປະເທດ ປະຊາຊົນ, ທ່ານ ເລ​ທິທູ​ຮັ່ງ ລັດຖະມົນຕີຊ່ວຍວ່າການ ສະເໜີໃຫ້ສະຫະພັນສືບຕໍ່ຫັນບັນດາຮູບການເຄື່ອນໄຫວຢ່າງຫຼາກ; ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຂອງ​ບັນດາ​ອົງການຈັດຕັ້ງທີ່​ບໍ່ຂື້ນກັບ​ລັດຖະບານ; ເປີດກວ້າງເຄືອຂ່າຍເພື່ອນມິດສາກົນ ຄຽງຄູ່ໄປກັບສະມາຄົມມິດຕະພາບພື້ນເມືອງ. ສະຫະພັນ​ກໍ່​ສາມາດ​ເປັນເຈົ້າການເຂົ້າ​ຮ່ວມ​ໄດ້ຢ່າງເລິກເຊິ່ງຂຶ້ນເຂົ້າ​ໃນ​ວຽກ​ງານກັບຄົນຫວຽດນາມທີ່ຢູ່ຕ່າງປະເທດ, ຄົ້ນ​ຄ້ວາ​ສ້າງ​ຕັ້ງ​ສະມາຄົມ, ບັນດາສະມາຄົມ​ຍາດ​ພີ່ນ້ອງ​ກັບ ຄົນຫວຽດນາມທີ່ຢູ່ຕ່າງປະເທດ ທີ່​ມີ​ບ້ານ​ເກີດ​ເມືອງ​ນອນ​ຢູ່​ແຂວງ ດົ່ງ​ນາຍ.

ໃນດ້ານ​ທ້ອງ​ຖິ່ນ, ສະຫາຍ ຫງວຽນ​ທິຮ່ວາງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົ່ງ​ນາຍ ​ໄດ້​ມີ​ການ​ປຶກສາ​ຫາລື​ກັບ ທ່ານ ເລ​ທິທູ​ຮັ່ງ ລັດຖະມົນຕີຊ່ວຍວ່າການ ກ່ຽວ​ກັບສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ​ໃນໄລຍະທີ່ຜ່ານມາ; ຂອບໃຈຕໍ່ການສະໜັບສະໜູນ ແລະ ການປະສານສົມທົບຢ່າງຕັ້ງໜ້າຂອງກະຊວງການຕ່າງປະເທດ ໃນການລະດົມບັນດາແຫຼ່ງກຳລັງເພື່ອຮັບໃຊ້ການພັດທະນາ ແລະ ຜັນຂະຫຍາຍວຽກງານການຕ່າງປະເທດ, ແລະ ການຮ່ວມມືສາກົນຂອງແຂວງ.

ການລາຍ​ງານ​ກ່ຽວກັບວຽງານການ​ຕ່າງປະ​ເທດ, ທ່ານ ດັ້ງແທງທຸ້ຍ ຫົວໜ້າ​ພະແນກພົວພັນ​ຕ່າງປະ​ເທດ ໄດ້ກ່າວ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ການ​ນຳ​ແຂວງ, ການແນະນໍາ, ປະສານ​ສົມທົບ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ພະແນກທີ່​ໄດ້ເປັນເສນາທິການ, ເປັນເຈົ້າການຜັນຂະຫາຍ​ວຽກ​ງານ​ການ​ຕ່າງປະ​ເທດ​ ປະສົົມຜົນ​ສຳເລັດສໍາ​ຄັນ​ຫຼາຍ​ຢ່າງ. ວຽກ​ງານກ່ຽວກັບຄົນຫວຽດນາມທີ່ຢູ່ຕ່າງປະເທດ ລ້ວນ​ແຕ່ໄດ້ຮັບການເອົາ​ໃຈໃສ່, ປະຈຸ​ບັນ​ມີ​ປະມານ 30.000 ​ຄົນມີບ້ານເກີດເມືອງນອນຢູ່ ດົ່ງ​ນາຍ ທີ່ກໍາລັງດໍາລົງຊີວິດຢູ່ຕ່າງປະເທດ, ພາຍໃນແຂວງມີ 10 ​ໂຄງການມີການ​ລົງທຶນ​ຂອງຄົນຫວຽດນາມທີ່ຢູ່ຕ່າງປະເທດ ດ້ວຍເງິນລົງ​ທຶນ​ປະມານ 276 ຕື້​ດົ່ງ.

ກ່ຽວ​ກັບວຽກງານດ້ານ​ການ​ທູດ​ປະຊາຊົນ, ທ່ານ​ ຫງວຽນ​ແທງ​ຈີ້ ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ແຂວງ ດົ່ງ​ນາຍ ໄດ້ກ່າວ​ວ່າ: ​ເຖິງແມ່ນ​ຈະ​ສ້າງ​ຕັ້ງມາໄດ້​ພຽງ 10 ປີ​, ​ແຕ່​ສະຫະພັນ​ໄດ້​ພັດທະນາ​ຢ່າງ​ແຂງ​ແຮງ ໂດຍມີ ສະມາຄົມ​ທີ່ເປັນສະມາຊິກ ​10 ສະມາຄົມ ແລະ ສະມາຊິກ 11.000 ​ຄົນ, ໄດ້ຮັບທຸງໄຊນໍາໜ້າ​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ເປັນ​ເວ​ລາ 5 ປີ​ຊ້ອນ. ສະຫະພັນ​ໄດ້ເຄື່ອນໄຫວຢ່າງມີຜົນສໍາເລັດໃນການເຊື່ອມໂຍງ​ກັບຄົນຫວຽດນາມທີ່ຢູ່ຕ່າງປະເທດ ໂດຍຜ່ານກິດຈະກໍາ​ພົບ​ປະຕົ້ນ​ລະດູບານໃໝ່ ​ລະຫວ່າງ​ການ​ນຳ​ແຂວງ, ຄົນຫວຽດນາມ​ຢູ່​ຕ່າງປະ​ເທດ, ​ເພີ່ມ​ທະວີ​ກໍາແໜ້ນແນວ​ຄິດຈິດໃຈ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງຍາດພີ່ນ້ອງ.

ການນຳຄະນະກໍາມະການປະຊາຊົນແຂວງ, ພະແນກພົວພັນຕ່າງປະເທດ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງນາຍ ຫວັງວ່າ ກະຊວງການຕ່າງປະເທດ ຈະສືບຕໍ່ຊ່ວຍເຫຼືອທ້ອງຖິ່ນໃນການເຊື່ອມໂຍງ, ການຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນ, ນັກລົງທຶນຕ່າງປະເທດ; ​ໃຫ້​ການການແນະນໍາກ່ຽວກັບວິຊາສະເພາະ, ທັກສະອາຊີບ ແລະ ຝຶກ​ອົບຮົມ​​ໃຫ້​ແກ່​ພະນັກງານ​ທີ່​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ. ​ແຂວງ​ກໍ່ຍັງຕ້ອງການ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​​ຊ່ວຍເຫຼືອ​ການ​ເຊື່ອມໂຍງ​ກັບ​ປະຊາ​ຄົມຄົນຫວຽດນາມທີ່ຢູ່ຕ່າງປະເທດ; ແນະນຳວຽກງານທາງສະຖິຕິ ແລະ ສ້າງຖານຂໍ້ມູນ ຄົນຫວຽດນາມທີ່ຢູ່ຕ່າງປະເທດ.

ທ່ານ​ ເລ​ທິທູ​ຮັ່ງ ​ ​ລັດຖະມົນຕີຊ່ວຍວ່າການ ໄດ້ນໍາສະເໜີ​ລາຍ​ງານ​ທີ່​ກອງ​ປະຊຸມ ສະພາບ​ການ​ໂລກ ​ແລະ ພາກ​ພື້ນ ​ແລະ ນະ​ໂຍບາຍ​ຂອງ​ພັກ ​ກ່ຽວ​ກັບວຽກງານການຕ່າງປະເທດ​​ປະຊາຊົນ ​ແລະ ຂໍ້ມູນການ​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່”.

ຊາວຫວຽດນາມຢູ່ຕ່າງປະເທດ ຈັດຕັ້ງກິດຈະກຳສະເຫຼີມສະຫຼອງວັນຊາດ ຊາວຫວຽດນາມຢູ່ຕ່າງປະເທດ ຈັດຕັ້ງກິດຈະກຳສະເຫຼີມສະຫຼອງວັນຊາດ

ຍສໝ - ວັນທີ 2 ກັນຍາ, ພາບພົດຂອງທຸງຊາດ ຫວຽດນາມ ໄດ້ສາຍໃນຈອມທາດ Namsan ແລະ ສຳນັກງານອົງການຄຸ້ມຄອງຢູ່ໃຈກາງນະຄອນຫຼວງ ເຊີອຸນ, ປະເທດ ສ ເກົາຫຼີ ແຕ່ເວລາ 19 ໂມງ 30 ນາທີ - 23 ໂມງ 00, ເນື່ອງໃນໂອກາດສະເຫຼີມສະຫຼອງ ...

ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ

ຍສໝ-ງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ແມ່ນ​ເຫດ​ການ​ສຳ​ຄັນ​ໃນ​ຊີ​ວິດ​ຄວາມເຊື່ອຖືຂອງ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ.

ThongMy

ເຫດການ
302 Found

Found

The document has moved here.