ນັກວິທະຍາສາດຍິງທີ່ມີເຊື້ອຊາດ ຫວຽດນາມ ຄົນທຳອິດ ໄດ້ຮັບນາມມະຍົດສາດສະດາຈານແຫ່ງຊາດ ຈາກປະທານາທິບໍດີ ໂປໂລຍ: ຂ້າພະເຈົ້າພູມໃຈທີ່ເປັນຄົນ ຫວຽດນາມ!

16:55 | 02/07/2024

ຍສໝ - ນັ້ນ​ແມ່ນ​ສິ່ງ​ທີ່​ທ່ານ​ນາງ Nhu-Tarnawska ຮວ່າກິມເງິນ ​ໄດ້​ແບ່ງປັນ​ກັບ​ນັກ​ຂ່າວ​ຈາກ​ວາລະສານ ເທີຍດ້າຍ. ທ່ານຫາ​ກໍ່​ໄດ້​ຮັບ​ນາມມະຍົດ​ສາດສະດາຈານ​ຈາກ ທ່ານປະ​ທານ​າທິບໍດີ​ປະ​ເທດ ​ໂປ​ແລນ Andrzej Duda ​ແລະ ​ແມ່ນ​ນັກວິທະຍາສາດ​ຍິງ​ທີ່ມີເຊື້ອຊາດ ຫວຽດນາມ ​ຜູ້​ທຳ​ອິດ ​ແລະ ນັກ​ວິທະຍາສາດ​ຄົນ​ທີ 5 ​ທີ່ມີເຊື້ອຊາດ ຫວຽດນາມ ຢູ່ ​ໂປ​ແລນ ​ບັນລຸ​ໄດ້​ຜົນງານ​ດັ່ງກ່າວ.

ພາກວິຊາເສດຖະສາດສາກົນ, ສະຖາບັນພົວພັນຕ່າງປະເທດ ຫວຽດນາມ ມີສາດສະດາຈານຜູ້ທຳອິດ
ສາດສະດາຈານຫວຽດນາມ ໄດ້ຮັບທຶນຄົ້ນຄວ້າເກືອບ 6 ລ້ານ USD

ທ່ານ ສາດສະດາຈານ ນາງ ກິມເງິນ ​ແບ່ງປັນ​ວ່າ: ການ​ໄປ​ສ້າງອາຊີບຢູ່​ຕ່າງປະ​ເທດ​ຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ຜົນສຳ​ເລັດ​ຂອງ​ຊາວ​ ຫວຽດນາມ ​ໃນ​ນັ້ນ​ມີ​ບັນດາ​ນັກວິທະຍາສາດ​ແມ່ນ​ໝາກຜົນ​ຂອງ​ຄວາມ​ມານະ​ພະຍາຍາມ, ຄວາມບຸກບືນ, ທ່າທີທີ່ຈິງ​ຈັງ ​ແລະ ຈິດ​ໃຈເປີດກວ້າງໃນ​ການເຮັດວຽກ​, ຮ່ຳຮຽນສຶກສາ ​ແລະ ຄົ້ນຄວ້າ.

ນັກວິທະຍາສາດຍິງທີ່ມີເຊື້ອຊາດ ຫວຽດນາມ ຄົນທຳອິດ ໄດ້ຮັບນາມມະຍົດສາດສະດາຈານແຫ່ງຊາດ ຈາກປະທານາທິບໍດີ ໂປໂລຍ: ຂ້າພະເຈົ້າພູມໃຈທີ່ເປັນຄົນ ຫວຽດນາມ!

ທ່ານ ສາດສະດາຈານແຫ່ງຊາດ ນາງ Nhu-Tarnawska ຮວ່າກິມເງິນ ຖ່າຍຮູບຮ່ວມກັບທ່ານປະທານາທິບໍດີ ໂປແລນ Andrzej Duda (ຈາກຊ້າຍ).

ຕາມ​ຄຳເລົ່າຂອງທ່ານ ​ສາດສະດາຈານ ນາງ ຮວ່າກິມເງິນ ​ແລ້ວ, ພາຍຫຼັງ​ປະສົບ​ຜົນສຳ​ເລັດ, ບັນດາ​ນັກວິທະຍາສາດ​ ຫວຽດນາມ ລ້ວນ​ແຕ່​ປາດ​ຖະໜາ​ຢາກ​ໜູນ​ຊ່ວຍ​ລຸ້ນໜຸ່ມ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ. “ຄວາມປາດຖະໜານັ້ນກໍ່ຄືຫຼັກທາງທຳມະຊາດ ແລະ ເປັນການສືບຕໍ່ມູນເຊື້ອອັນດີງາມຂອງຊາວ ຫວຽດນາມ ທີ່ໄດ້ສືບທອດກັນມາຫຼາຍລຸ້ນຄົນ. ລຸ້ນຄົນຂອງພວກຂ້າພະເຈົ້າກ່ອນໜ້ານັ້ນ, ເມື່ອກ້າວເຂົ້າສູ່ໄລຍະທຳອິດໃນພາລະກິດການຄົ້ນຄວ້າວິທະຍາສາດ ກໍ່ໄດ້ຮັບການຊ່ວຍເຫຼືອຈາກຄົນລຸ້ນກ່ອນ, ປະຈຸບັນ ແມ່ນ​ເວ​ລາ​ທີ່​ພວກ​ຂ້າພະເຈົ້າ​ຈະ​ມອບ​ການ​ຊ່ວຍ​ເຫຼືອ​ນັ້ນໄປ​ສູ່​ຄົນ​ລຸ້ນ​ຕໍ່​ໄປ”.

​ເພື່ອໃຫ້ການ​ຊ່ວຍເຫຼືອ​​ຄົນ​ລຸ້ນຫຼັງ, ທ່ານ​ໄດ້​ເຮັດ​ບັນດາວຽກ​ງານ​ລະອຽດ​ຄື: ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ກັບ​ບັນດາ​ເພື່ອນ​ຮ່ວມ​ງານຄົນ ​ຫວຽດນາມ ຢູ່ ​ຫວຽດນາມ, ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມສາກົນທີ່ຈັດຂຶ້ນຢູ່ ຫວຽດນາມ; ເປີດກວ້າງການຮ່ວມມືດ້ານວິທະຍາສາດ, ເຊື້ອເຊີນບັນດານັກວິທະຍາສາດໄປຢ້ຽມຢາມບັນດາສະຖາບັນ, ໂຮງຮຽນຢູ່ ໂປແລນ, ພິເສດແມ່ນບັນດາການເຄື່ອນໄຫວໂດຍອີງໃສ່ຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມໃນການຮ່ວມມື; ຮ່ວມ​ມື​ໃນ​ການ​ຝຶກ​ອົບ​ຮົມ​ນັກ​ຄົ້ນຄວ້າ ຫວຽດ​ນາມ... ພ້ອມ​ທັງ​ຊ່ວຍ​ໃຫ້​ບັນ​ດາ​ນັກ​ຄົ້ນຄວ້າ ​ຫວຽດ​ນາມ ຊອກ​ຫາ​ບັນດາສາດ​ສະ​ດາ​ຈານ​ເພື່ອ​ຊີ້​ນຳ​ບັນ​ດາ​ຫົວ​ຂໍ້ການ​ຄົ້ນ​ຄ້​ວາ​ທີ່​ເໝາະ​ສົມ. ໂດຍມີນັກຄົ້ນຄວ້າ 4 ຄົນ ແລະ ປະລິນຍາໂທເກືອບ 30 ຄົນທີ່ໄດ້ປ້ອງກັນບົດຈົບຊັ້ນຢ່າງສໍາເລັດຜົນພາຍໃຕ້ການຊີ້ນໍາຂອງທ່ານ.

ທ່ານ ສາດສະດາຈານ ນາງ ກິມເງິນ ແບ່ງ​ປັນວ່າ "ການຮ່ວມມືວິທະຍາສາດລະຫວ່າງປະເທດແມ່ນສິ່ງທີ່ແທດຈິງສໍາລັບນັກຄົ້ນຄວ້າ, ຈາກປະສົບການຂອງຂ້າພະເຈົ້າເອງ, ໃນຊ່ວງເວລາຂອງຂ້າພະເຈົ້າຍັງເປັນນັກຄົ້ນຄວ້າ, ຈາກການຮ່ວມມືລະຫວ່າງປະເທດ, ຂ້າພະເຈົ້າໄດ້ສ້າງລະບົບການວັດແທກການທົດລອງຕົວຈິງສໍາລັບຫ້ອງທົດລອງ Amsterdam, ລະບົບການວັດແທກໄດ້ເລີ່ມຕົ້ນ, ເກັບ​ກໍາ ​ແລະ ​ວິ​ເຄາະ​ຂໍ້​ມູນ ... ເຊິ່ງເປັນແບບ​ອັດ​ຕະ​ໂນ​ມັດ​ໂດຍ​ຄອມ​ພິວ​ເຕີ​"​.

ໃນບັນດາເພື່ອນຮ່ວມງານທີ່ທ່ານ ສາດສະດາຈານ ນາງ ກິມເງິນ ຮ່ວມມື, ມີເພື່ອນຮ່ວມງານມາຈາກ AGH-Krakow - ໃນເວລານັ້ນ, ແມ່ນທ່ານ ປອ Zbigniew Tarnawski, ຜູ້ທີ່ພາຍຫຼັງນີ້ໄດ້ກາຍເປັນຄູ່ຊີວິດຂອງທ່ານ.

ນັກວິທະຍາສາດຍິງທີ່ມີເຊື້ອຊາດ ຫວຽດນາມ ຄົນທຳອິດ ໄດ້ຮັບນາມມະຍົດສາດສະດາຈານແຫ່ງຊາດ ຈາກປະທານາທິບໍດີ ໂປໂລຍ: ຂ້າພະເຈົ້າພູມໃຈທີ່ເປັນຄົນ ຫວຽດນາມ!

ທ່ານ​ນາງ ກິມເງິນ ​ໄດ້​ຮັບ​ລາງວັນ​ອະທິການ​ບໍດີຂອງ​ມະຫາວິທະຍາ​ໄລສ້າງຄູ Krakow ​ປີ 2022.

ທ່ານເລົ່າວ່າ “ແຕ່ລະຜົນສຳເລັດຢູ່ ໂປແລນ ກໍ່ລ້ວນແຕ່ເຮັດໃຫ້ຂ້າພະເຈົ້າຫວນຄິດເຖິງບ້ານເກີດເມືອງນອນ ຫວຽດນາມ, ຈື່ຈຳວ່າຕົນເອງແມ່ນຄົນ ຫວຽດນາມ, ຂ້າພະເຈົ້າກັບຄືນ ຫວຽດນາມ ເພື່ອເຂົ້າຮ່ວມບັນດາກອງປະຊຸມວິທະຍາສາດສາກົນເປັນປະຈຳ. ຂ້າພະເຈົ້າກໍ່ພາສາມີໄປທ່ຽວບັນດາສະຖານທີ່ທີ່ມີຊື່ສຽງຢູ່ ຫວຽດນາມ ເປັນປະຈຳ, ແນະນຳໃຫ້ລາວກ່ຽວກັບບ້ານເກີດເມືອງນອນທີ່ສວຍງາມຂອງຕົນ. ຂ້າ​ພະ​ເຈົ້າ​ກໍ່ມັກ​ປຸງ​ແຕ່ງ​ອາ​ຫານ​ທີ່​ມີ​ລົດ​ຊາດ​ຂອງ​ບ້ານເກີດ​ຄື​ ແນມຈືນ, ເຍື່ອງພັນແບບ ​ຫວຽດ… ເພື່ອ​ຮັບຕ້ອນໝູ່ເພື່ອນ. ສາມີຂອງຂ້າພະເຈົ້າກໍ່ມັກອາຫານ ຫວຽດນາມ”.

ທ່ານສາດສະດາຈານ ຫງວຽນ​ເລີ່ນ​ຢຸ້ງ ​ເວົ້າ​ກ່ຽວກັບ​ນະ​ໂຍບາຍ​ໃນ​ການ​ນຳ​ໃຊ້​ຄົນທີ່ມີຄວາມສາມາດຈາກບັນດາປະເທດ ຂອງອາ​ເມ​ລິ​ກາ ​ແລະ ບົດຮຽນ​ສຳລັບຫວຽດນາມ ທ່ານສາດສະດາຈານ ຫງວຽນ​ເລີ່ນ​ຢຸ້ງ ​ເວົ້າ​ກ່ຽວກັບ​ນະ​ໂຍບາຍ​ໃນ​ການ​ນຳ​ໃຊ້​ຄົນທີ່ມີຄວາມສາມາດຈາກບັນດາປະເທດ ຂອງອາ​ເມ​ລິ​ກາ ​ແລະ ບົດຮຽນ​ສຳລັບຫວຽດນາມ

ຍສໝ - ຈາກ​ນະ​ໂຍບາຍການ​ນຳ​ໃຊ້ຄົນມີຄວາມສາມາດຈາກ​ບັນດາປະເທດ ຂອງອາເມລິກາ, ທ່ານສາດສະດາຈານ ຫງວຽນເ​ລີ່ນ​ຢຸ້ງ ​ໄດ້​ແລກປ່ຽນແບ່ງປັນ​ປະສົບ​ການ ​ແລະ ບົດຮຽນສຳລັບ​ຫວຽດນາມ.

ສາດສະດາຈານ ບຸ່ຍມິງຟອງ: ຂ້າພະເຈົ້າມີຄວາມເອົາໃຈໃສ່ ແລະ ຕິດຕາມສະພາບການຂອງປະເທດດ້ວຍຄວາມຮັກແພງເປັນພິເສດ ສາດສະດາຈານ ບຸ່ຍມິງຟອງ: ຂ້າພະເຈົ້າມີຄວາມເອົາໃຈໃສ່ ແລະ ຕິດຕາມສະພາບການຂອງປະເທດດ້ວຍຄວາມຮັກແພງເປັນພິເສດ

ຍສໝ - ພາຍຫຼັງ 37 ປີ​ແຫ່ງ​ການ​ສອນ ​ແລະ ຄົ້ນ​ຄ້ວາ​ຢູ່​ມະຫາວິທະຍາ​ໄລ Eötvös Loránd (ELTE), ສາດສະດາຈານ ບຸ່ຍມິງຟອງ ຫາ​ກໍ່​ໄດ້​ຮັບຫຼຽນໄຊ​ຕີນກາອັດສະວິນ ມີຄ່າສູງສົ່ງ ​ໂດຍ​ລັດ ຮັງກາຣີ ສຳລັບ​ການ​ປະກອບສ່ວນ​​ໃນ​ການ​ສອນ ​ແລະ ຄົ້ນ​ຄ້ວາ​ຄະນິດສາດ, ການຮ່ວມມືວິທະຍາສາດ ​ແລະ ການ​ສຶກສາ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.