ຄວບຄຸມໄຟໄໝ້ທີ່ສູນການຄ້າຊາວ ຫວຽດນາມ ຢູ່ສາທາລະນະລັດ ເຊັກໂກ ຢ່າງທັນການ

07:45 | 11/06/2024

ຍສໝ - ໃນຕອນຮຸ່ງເຊົ້າຂອງວັນທີ 10 ມິຖຸນາ, ທີ່ສູນການຄ້າ ຊາປາ ຂອງ ຫວຽດນາມ ຢູ່ນະຄອນຫຼວງ Prague, ສາທາລະນະລັດ ເຊັກໂກ ໄດ້ເກີດເຫດໄຟໄໝ້ຮ້ານຂາຍອາຫານ ແລະ ສິນຄ້າບໍລິໂພກ. ໂຊກດີທີ່ໄຟໄດ້ຖືກຄວບຄຸມຢ່າງທັນການ. ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ໄດ້ລົງສະຖານທີ່ເກີດເຫດ ເພື່ອຈະໄປຢ້ຽມຢາມປະຊາຊົນພ້ອມທັງຫນູນຊ່ວຍຄົວເຮືອນທີ່ເສຍຫາຍໃນທັນທີ.

ທ່ານປະທານປະເທດ ໄດ້ໃຫ້ສັດຕະຍາບັນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍອາຍາ ລະຫວ່າງຫວຽດນາມ ແລະ ເຊັກໂກ
ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຕ້ອນຮັບທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ

ຄະນະຄຸ້ມຄອງສູນການຄ້າດັ່ງກ່າວໃຫ້ຮູ້ວ່າ ໄດ້ເກີດເຫດໄຟໄໝ້ໃນເວລາ 1 ໂມງ (ຕາມເວລາທ້ອງຖິ່ນ) ໃນວັນທີ 10 ມິຖຸນາ ທີ່ຮ້ານນຂາຍອາຫານ ແລະ ສິນຄ້າບໍລິໂພກ. ລະບົບຕິດຕາມກວດກາ ແລະ ກໍາລັງປ້ອງກັນຂອງສູນ ໄດ້ພົບເຫັນໄວ, ຜັນຂະຫຍາຍກຳລັງ ແລະ ພາຫະນະເພື່ອຄວບຄຸມໄຟ ແລະ ມອດໄຟຢ່າງໄວວາ.

ເມື່ອກຳລັງປ້ອງກັນອັກຄີໄພຂອງນະຄອນຫຼວງ Prague ລວມມີລົດດັບເພີງ 5 ຄັນ ແລະ ພະນັກງານປະມານ 20 ຄົນໄດ້ມາຮອດບ່ອນເກີດເຫດ, ໄຟທີ່ໄໝ້ກໍ່ຖືກຄວບຄຸມໄດ້ແລ້ວ, ບໍ່ປະໃຫ້ໄຟແຜ່ລາມໄປຫາຮ້ານອ້ອມຂ້າງ. ດ້ວຍການເຄື່ອນໄຫວທີ່ທັນເວລາຂອງກໍາລັງປ້ອງກັນອັກຄີໄພກັບທີ່, ໄຟພຽງແຕ່ໄຫມ້ 6 ຮ້ານ ໂດຍມີການຄາດຄະເນຄວາມເສຍຫາຍເບື້ອງຕົ້ນປະມານ 2 ລ້ານ CZK (87,245 USD).

ຄວບຄຸມໄຟໄໝ້ທີ່ສູນການຄ້າຊາວ ຫວຽດນາມ ຢູ່ສາທາລະນະລັດ ເຊັກໂກ ຢ່າງທັນການ

ສະຖານທີ່ເກີດເຫດໄຟໄໝ້ໃນສູນການຄ້າ ຊາປາ ຂອງຊາວ ຫວຽດນາມ ຢູ່ Prague ໃນຕອນຮຸ່ງເຊົ້າວັນທີ 10 ມິຖຸນາ.

ທີ່ສະຖານທີ່ເກີດເຫດ, ຕໍາຫຼວດ ແລະ ກຳລັງປ້ອງກັນອັກຄີໄພ Prague ໄດ້ປິດລ້ອມພື້ນທີ່ໄຟໄຫມ້ເພື່ອສືບສວນຫາສາເຫດ. ອີງຕາມພະຍານ ແລະ ກໍາລັງປ້ອງກັນກັບທີ່ແລ້ວ, ສາເຫດຕົ້ນຕໍແມ່ນອາດມາຈາກໄຟຟ້າລັດວົງຈອນ. ເຈົ້າຂອງທຸລະກິດບາງຄົນທີ່ມີຮ້ານຖືກໄຟໄໝ້ໃຫ້ຮູ້ວ່າ ຄວາມເສຍຫາຍສ່ວນໃຫຍ່ແມ່ນສິນຄ້າຫາກໍ່ນຳເຂົ້າ, ໃນນັ້ນມີ ອາຫານ, ເຄື່ອງແຊ່ແຂງ ແລະ ເຄື່ອງບໍລິໂພກອື່ນໆ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ເຢືອງຮວ່າຍນາມ ແລະ ພະນັກງານຮັບຜິດຊອບວຽກງານປະຊາຄົມຢູ່ສະຖານທູດ ຫວຽດນາມ ໄດ້​ໄປ​ຢ້ຽມ​ຢາມ​ປະ​ຊາ​ຊົນ ພ້ອມ​ທັງ​ໜູນ​ຊ່ວຍ​ບັນ​ດາ​ຄອບຄົວດຳເນີນທຸ​ລະ​ກິດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ເບື້ອງ​ຕົ້ນ 10.000 CZK (436 USD). ສະມາຄົມ​ຊາວ ​ຫວຽດນາມ ຢູ່​ສູນ​ການ​ຄ້າ ຊາປາ ​ໄດ້​ຈັດ​ການ​​ບໍລິຈາກ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ເສຍ​ຫາຍ.

ສູນການຄ້າ ຊາປາ ຕັ້ງຢູ່ເມືອງ 4 (ນະຄອນຫຼວງ Praha) ມີເນື້ອທີ່ເກືອບ 40 ເຮັກຕາ, ໄດ້ແບ່ງອອກເປັນຫຼາຍເຂດ, ມີ ຮ້ານຂາຍອາຫານ, ເຄື່ອງນຸ່ງ, ເຄື່ອງບໍລິໂພກ, ການບໍລິການ... ຫຼາຍກວ່າ 1.000 ຮ້ານ. ສູນການຄ້າ ຊາປາ ໄດ້ຮັບການຕີລາຄາວ່າເປັນ “ຕະຫຼາດ” ຫວຽດນາມ ໃຫຍ່ທີ່ສຸດຢູ່ ເອີລົບ.

ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ

ຍສໝ-ງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ແມ່ນ​ເຫດ​ການ​ສຳ​ຄັນ​ໃນ​ຊີ​ວິດ​ຄວາມເຊື່ອຖືຂອງ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ.

ປະຊາຄົມຊາວ ຫວຽດນາມ ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ສ.ເຊັກໂກ ປະຊາຄົມຊາວ ຫວຽດນາມ ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ສ.ເຊັກໂກ

ທ່ານຮອງລັດຖະມົນຕີ ຝ້າມກວາງຮ້ຽວ ຢືນຢັນວ່າ, ບັນດາອົງການຢູ່ພາຍໃນປະເທດ ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາລວມຂອງການພົວພັນລະຫວ່າງ 2 ປະເທດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.