ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຜີຍແຜ່ຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ

16:45 | 04/07/2024

ຍສໝ - ນັ້ນ​ແມ່ນ​ເນື້ອ​ໃນ​ສະ​ເໜີ​ໂດຍ​ທ່ານ ​ໂດ໊​ວັນ​ຈ້ຽນ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢູ່ທີ່​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ ຫວຽດນາມ ​ແລະ ພະນັກງານ, ລັດຖະກອນ​ສະຖານທູດ ​ຫວຽດນາມ ປະຈຳ ຝລັ່ງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ​ຫວຽດນາມ ​ໃນ​ໄລຍະການ​ຢ້ຽມຢາມ​ ແລະ ເຮັດວຽກຢູ່ ຝລັ່ງ ​ແຕ່​ວັນ​ທີ 30 ມີຖຸນາ – ວັນທີ 2 ກໍລະກົດ.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ
ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ໜູນ​ຊ່ວຍ​ຊາວ ຫວຽດນາມ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຟ​ໄໝ້​ຢູ່ ​ໂປໂລຍ

ທີ່​ການ​ພົບ​ປະ, ຄະນະ​ປະຕິບັດງານ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານຖັງ ກ່ຽວ​ກັບ​ປະຫວັດສາດ​ການ​ພັດທະນາ, ຈຸດພິເສດ ​ແລະ ສະພາບ​ການ​ປະຈຸ​ບັນ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຝລັ່ງ ​ກໍ່ຄື​ຄຳ​ເຫັນ​ທີ່​ແບ່ງປັນ​ຂອງ​ຜູ້ຕາງໜ້າ​ບັນດາ​ສະມາຄົມສະມາຊິກ.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຜີຍແຜ່ຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ

ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດ໊​ວັນ​ຈ້ຽນ ​ໄດ້​ມີ​ການ​ພົບ​ປະ​ກັບ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ​ແລະ ບັນດາ​ພະນັກງານ​ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ. ພາບ: TTXVN

ທ່ານ ​ໂດ໊​ວັນ​ຈ້ຽນ ​ໄດ້ຮັບ​​ຮູ້ບັນດາ​ຄຳ​ເຫັນ ​ແລະ ຄຳ​ສະ​ເໜີ​ຂອງ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກ່ຽວ​ກັບ​ວຽກ​ງານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ກໍ່​ຄື​ວຽກ​ງານ​ກ່ຽວກັບ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ. ບັນດາຄວາມ​ຄິດ​ເຫັນ​ສ່ວນຫຼາຍແມ່ນ​ການ​ປົກ​ປັກ​ຮັກສາ​ຮີດຄອງ​ປະ​ເພນີ, ວັດທະນະທຳ ​ແລະ ພາສາ​ ຫວຽດນາມ ຂອງ​ລຸ້ນໜຸ່ມ; ຮັດ​ແໜ້ນ​ການ​ພົວ​ພັນ​ລະ​ຫວ່າງ​ລູກ​ຫຼານ​ຊາວ​ ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດກັບບ້ານ​ເກີດ​ເມືອງ​ນອນ; ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ປັນຍາ​ຊົນ​ຊາວ ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງປະ​ເທດຊາດ...

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຜີຍແຜ່ຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ

ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ອາໄສຢູ່ ຝ​ລັ່ງ ໄດ້​ແບ່ງ​ປັນ​ຄວາມ​ຄິດ​ເຫັນ ແລະຄວາມ​ມຸ່ງ​ຫວັງ. ພາບ: TTXVN

ທ່ານ ໂດ໊​ວັນ​ຈ້ຽນ ຢືນຢັນ​ວ່າ: ຊາວ​ ຫວຽດນາມ ອາ​ໄສ​ຢູ່ ຝລັ່ງ ​ແລະ ​ໃນ​ທົ່ວ​ໂລກ ຍາມ​ໃດ​ກໍ່​ແມ່ນ​ພາກສ່ວນ​ສຳຄັນ ​ແລະ ບໍ່ອາດຂາດ​ໄດ້​ຂອງ​ປະ​ເທດ​ຊາດ. ໂດຍຕີລາຄາຢ່າງສູງຄວາມກະຕືລືລົ້ນ ແລະ ຄວາມຮັບຜິດຊອບໃນການປະກອບສ່ວນສ້າງສາບ້ານເກີດເມືອງນອນຂອງຊາວ ຫວຽດນາມ ອາໄສຢູ່ ຝລັ່ງ, ທ່ານ ໂດ໊​ວັນ​ຈ້ຽນ ຫວັງວ່າ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ. ພ້ອມ​ກັນ​ນັ້ນ, ກໍ່ເຊື່ອມໂຍງຢ່າງ​ແໜ້ນ​ແຟ້ນກັບ​ປະຊາ​ຄົມຢູ່​ປະເທດປະຈຳຖິ່ນ, ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ ​ແລະ ​ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ - ຝລັ່ງ.

ກ່ອນ​ໜ້າ​ນັ້ນ, ​ໃນ​ຂອບ​ເຂດ​ການ​ເດີນທາງໄປປະຕິບັດງານ, ຄະນະ​ໄດ້​ໄປຖະຫວາຍທູບທຽນ​ທີ່​ອະນຸສາວະລີ ປະທານ ​ໂຮ່ຈີ​ມິນ; ຢ້ຽມຢາມຫໍພິພິທະພັນປະຫວັດສາດຢູ່ສວນສາທາລະນະ Montreau (ນະຄອນ Montreuil); ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ສະມາຄົມ​ມິດຕະພາບ ​ຝລັ່ງ - ຫວຽດນາມ (AAFV)...

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຜີຍແຜ່ຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ

ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ໂດ໊​ວັນ​ຈ້ຽນ ​ໄດ້​ພົບ​ປະ​ກັບ​ການ​ນຳ​ສະມາຄົມ​ມິດຕະພາບ ​ຝລັ່ງ - ຫວຽດນາມ. ພາບ: TTXVN

ທີ່​ການ​ພົບ​ປະ​ກັບ AAFV, ທ່ານ ໂດ໊​ວັນ​ຈ້ຽນ ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ບັນດາ​ໂຄງການ​ຮ່ວມ​ມື; ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງ AAFV ໃນຂະບວນການເຄື່ອນໄຫວຢູ່ ຫວຽດນາມ. ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ AAFV, ທ່ານ ໂດ໊​ວັນ​ຈ້ຽນ ຫວັງວ່າ ໃນໄລຍະຈະມາເຖິງ, ຈະສືບຕໍ່ໄດ້ຮັບການສະໜັບສະໜູນຈາກບັນດາສະມາຊິກໃນການໂຄສະນາຮູບພາບປະເທດຊາດ ແລະ ປະຊາຊົນ ຫວຽດນາມ ມາຍັງເພື່ອນມິດ ຝລັ່ງ; ຊ່ວຍໃຫ້​ປະຊາ​ຄົມ​ຊາວ ​ຫວຽດນາມ ຢູ່ ຝລັ່ງ ​ໄດ້ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ເທດ​ປະຈຳຖິ່ນ​ເປັນ​ຢ່າງ​ດີ; ແບ່ງປັນບັນດາທັດສະນະຂອງ ຫວຽດນາມ ໃນເວທີສາກົນ...

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ​ມົງ​ໂກ​ລີ ຮ່ວມມືກັນໄຕ້ແສງສະ​ຫວ່າງເຂດ​ຊາຍ​ແດນ ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ​ມົງ​ໂກ​ລີ ຮ່ວມມືກັນໄຕ້ແສງສະ​ຫວ່າງເຂດ​ຊາຍ​ແດນ

ຍສໝ - ໂດຍຕອບສະໜອງການລະດົມຂອງສະມາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ, ວັນທີ 6 ມິຖຸນາ 2024, ສະຖານທູດ ຫວຽດນາມ ປະຈຳ ມົງ​ໂກ​ລີ ພ້ອມກັນກັບສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ມົງ​ໂກ​ລີ ໄດ້ຈັດຕັ້ງພິທີບໍລິຈາກ ເພື່ອສະໜັບສະໜູນໂຄງການ “​ໄຕ້ແສງສະ​ຫວ່າງເຂດ​ຊາຍ​ແດນ” ຢູ່ ກາວບັ່ງ.

ການເດີນທາງມາເປັນເວລາ 15 ປີທີ່ດັງກ້ອງກັງວານໄປດ້ວຍບົດເພງວິລະຊົນປະຕິວັດໃນປະເທດ ຝລັ່ງ ການເດີນທາງມາເປັນເວລາ 15 ປີທີ່ດັງກ້ອງກັງວານໄປດ້ວຍບົດເພງວິລະຊົນປະຕິວັດໃນປະເທດ ຝລັ່ງ

ຍສໝ - ດົນຕີປະສານສຽງບ້ານ​ເກີດ​ເມືອງ​ນອນ​ໄດ້​ຜ່ານ​ການ​ເດີນທາງ​ມາ​ເປັນ​ເວລາ 15 ປີ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ແນະນຳ​ໃຫ້​ເພື່ອນ​ມິດສາ​ກົນ​ຮູ້ຈັກ​ພາບ​ພົດ​ຂອງ ​ຫວຽດນາມ ​ທີ່​​ສັນຕິພາບ ​ແລະ ສວຍ​ງາມ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.