​ເຍື່ອງ​ອາ​ຫານ ​ແລະ ວັນນະຄະດີ ​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຝຣັ່ງ

06:44 | 18/06/2024

ຍສໝ - ວັນ​ທີ 15 ມິຖຸນາ​, ຄືຈຸດນັດ​ພົບ​ທີ່ໄດ້​ຈັດ​ຕັ້ງແຕ່ລະປີ​ທີ່ກາງສະໜາມຫຼວງ Monge ຢູ່ເມືອງ 5 ຢູ່​ນະຄອນຫຼວງ ປາຣີ (ຝຣັ່ງ), ວັນບຸນອາຫານ ​ແລະ ວັນນະຄະດີ ຫວຽດນາມ ດ້ວຍຊື່ວ່າ “Ici Vietnam Festival” ​ຄັ້ງ​ທີ່ 4 ໄດ້​ສືບຕໍ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ ຝຣັ່ງ ​ແລະ ສາກົນ​ນັບ​ພັນ​ຄົນ.

ໂອກາດ​ໃຫ້​ນັກ​ຮຽນ ຫວຽດນາມ - ລາວ - ກຳປູ​ເຈຍ ​ທີ່ຮຽນພາສາ ຝຣັ່ງ ຊອກຮູ້ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ
ຫວຽດນາມ ​ແມ່ນທ້ອງຕະຫຼາດທີ່​ດຶງ​ດູດ ​ແລະ ສຳຄັນ​ສຳລັບບັນດາ​ວິ​ສາ​ຫະກິດ ​ແດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ
​ເຍື່ອງ​ອາ​ຫານ ​ແລະ ວັນນະຄະດີ ​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຝຣັ່ງ

ຂອງກິນຫຼິ້ນທີ່ຄຸ້ນເຄີຍກັບໄວເດັກຢູ່ ຫວຽດນາມ ດຶງດູດຄວາມຢາກຮູ້ຢາກເຫັນຂອງເດັກນ້ອຍຝຣັ່ງ. (ພາບ: Minh Duy)

ວັນບຸນ Ici Vietnam Festival ໂດຍ​ສະມາຄົມ​ຊາວ ຫວຽດນາມ ຢູ່ ຝຣັ່ງ, ສົມທົບ​ກັບ​ຮ້ານ​ອາ​ຫານ Foyer du ຫວຽດນາມ ຈັດຕັ້ງ ​ເພື່ອເຊີດຊູຄວາມ​ຫຼາກ​ຫຼາຍ, ຄວາມ​ອຸດົມສົມບູນ, ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ວັນນະຄະດີ ​ແລະ ອາ​ຫານ​ຫວຽດນາມ, ດ້ວຍ​​ຮ້ານ​ວາງສະ​ແດງນັບສິບແຫ່ງທີ່ນຳເອົາບັນດາການລົງຕົວຈິງທີ່ໜ້າສົນໃຈພ້ອມກັບອາຫານພື້ນເມືອງຂອງ ຫວຽດນາມ.

ອາ​ຫານ​ພື້ນ​ເມືອງ​ຂອງ ຫວຽດ​ນາມ ​ໃນວັນບຸນຈະ​ສືບ​ຕໍ່​ຮັກ​ສາ​ຄວາມ​ດູດ​ດື່ມ​ໃນ​ໄລ​ຍະ​ຫຼາຍ​ປີ​ຂອງ​ການ​ຈັດ​ຕັ້ງ. ແຂກທີ່ມາຊິມອາຫານຢູ່ນະຄອນຫຼວງ ປາຣີ ພ້ອມກັນກັບນັກທ່ອງທ່ຽວສາກົນມີໂອກາດໄດ້ສຳຜັດກັບອາຫານທີ່ເປັນເອກະລັກສະເພາະຫຼາຍຢ່າງເຊັ່ນ: ເຂົ້າປຸ້ນຢໍ່າປາຢູ່ຮ້ານ ໂກຕວຽດ, ບັ໋ນກ໋ວນຊີ້ນປີ້ງ ຫງອກຊວຽນ, ເຂົ້າປູ້ນລູກຊີ້ນ ໂຝໂກ, ເຂົ້າ​ຈີ່​ ບ່າ​ບາ, ກ້ອຍພັນ ບ່າໂນ້ຍ, ບັ໋ນແສ່ວ ອານຫວຽດ, ພ້ອມກັບອາຫານທີ່ໜ້າສົນໃຈຫຼາຍເຍື່ອງຂອງຮ້ານອາຫານ ຫວຽດນາມ ທີ່ມີຊື່ສຽງໃນບໍລິເວນ.

ແຂກທີ່ມາຊິມອາຫານ​ ກໍ​ບໍ່​ອາດພາດ​ໂອກາດ​ທີ່​ຈະ​ໄດ້ຊິມຫຼາຍເຄື່ອງດື່ມແກ້ຫິວທີ່ເຕັມໄປດ້ວຍຈຸດພື້ນເມືອງຂອງຊາວ ຫວຽດນາມ ເຊັ່ນ: ຈອກນ້ຳອ້ອຍເຢັນຈາກຮ້ານຂອງສັບພະສິນຄ້າຫວຽດນາມ (ແທງບິ່ງ Jeune), ຈອກກາເຟຢອດ ຂອງ Hanoi Corner, ຊາສາມສີ ກວ໋າງ Corner, ຫຼື ງ່າຍໆຄືຈອກເບຍ ຮ່າໂນ້ຍ ທີ່ຄຸ້ນເຄີຍມາຈາກຮ້ານ ລົດຊາດ ຮ່າໂນ້ຍ.

ທ່ານ ເວື່ອງຮິວ​ເຍີນ, ປະທານ​ສະມາຄົມ​ຊາວ ຫວຽດນາມ ຢູ່ ຝຣັ່ງ ​ໃຫ້​ຮູ້​ວ່າ ວັນບຸນ​ນີ້ ​ບໍ່​ພຽງ​ແຕ່​ດຶງ​ດູດ​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຈຸດໝາຍ​ປາຍທາງ​ຂອງ​ຊາວ ຝຣັ່ງ ທີ່​ດຳລົງ​ຊີວິດໃນຂົງເຂດອີກ​ດ້ວຍ. ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ທີ່ມາ​ຢ້ຽມ​ຢາມວັນບຸນ ​ແມ່ນເພື່ອ​ໄດ້ຊິມ​ອາ​ຫານ ​ຫວຽດ​ນາມ, ຊອກ​ຮູ້​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ຄະນະຈັດຕັ້ງ Ici Vietnam Festival ໄດ້ສະແດງຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ຫລາຍ​ຄົນໃນຈຳນວນນັ້ນ ກໍ່ໄດ້ສະແດງຄວາມປາດ​ຖະ​ໜາ​ຢາກ​ໄປທ່ອງທ່ຽວ ຫວຽດ​ນາມ ໃນ​ມື້​ໃດ​ໜຶ່ງ.

​ເຍື່ອງ​ອາ​ຫານ ​ແລະ ວັນນະຄະດີ ​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຝຣັ່ງ

Ici Vietnam Festival ແມ່ນຈຸດນັດ​ພົບໃຫ້ແກ່ບັນດາຜູ້​ມີ​ຄວາມ​ມັກ​ໃນ​ການ​ຄົ້ນ​ຫາ​ອາຫານ​ຫວຽດນາມ. (ພາບ: Khai Hoan)

ນາງ Sophia Arrii, ອາຍຸ 70 ປີ ຊາວຝຣັ່ງທີ່ມາຊິມອາຫານ, ໄດ້ສະແດງຄວາມຕື່ນເຕັ້ນຕໍ່ຄວາມຟົດຟື້ນຂອງວັນບຸນ: ຂ້າພະເຈົ້າອາໄສຢູ່ໃນຖະຫນົນໃກ້ຄຽງ. ສະ​ນັ້ນ, ທຸກໆ​ຄັ້ງ​ທີ່​ໄດ້​ຮັບຍິນຂ່າວ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ Ici Vietnam Festival, ຂ້າ​ພະ​ເຈົ້າກໍ່ຮູ້​ສຶກ​ຕື່ນ​ເຕັ້ນ​ທີ່​ສຸດ ແລະ ລໍ​ຖ້າ​ຈະ​ມາ​ຢ້ຽມ​ຢາມ ແລະ ຊິມອາ​ຫານ​ພື້ນ​ເມືອງ​ ຫວຽດ​ນາມ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ.

ນອກຈາກບັນດາການສຳຜັດກັບອາຫານທີ່ບໍ່ອາດລືມໄດ້, Ici Vietnam Festival ຄັ້ງທີ 4 ຍັງເປັນຈຸດນັດ​ພົບຂອງບັນດານັກຂຽນປື້ມ ແລະ ຮັກປຶ້ມ ທີ່ເປັນຂອງລູກຫຼານຊາວຫວຽດນາມ ລຸ້ນທີ 2 ແລະ 3. ບໍ່​ແມ່ນ​ເລື່ອງ​ຍາກ​ເກີນ​ໄປ ເພື່ອ​ນັກ​ທ່ອງ​ທ່ຽວສາມາດຊອກ​ຫາປຶ້ມພາສາ ຫວຽດນາມ ດ້ວຍຫົວຂໍ້ທີ່ແກ່ນເຄີຍຄື: ນີຍາຍ ຫວຽດນາມ, ເລື່ອງລາວຂອງຕົ້ນກະຖິນ, ແມງຈີ້ງຫຼີດການ​ຜະ​ຈົນ​ໄພ, ປະຫວັດສາດໂດຍ​ຫຍໍ້​ຂອງ ​ຫວຽດ​ນາມ ດ້ວຍຮູບເຕ້ມ, ເລົ່າເລື່ອງດ້ວຍຄຳຜະຫຍາ...

​ເຍື່ອງ​ອາ​ຫານ ​ແລະ ວັນນະຄະດີ ​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຝຣັ່ງ

ປື້ມ​ຄົ້ນ​ຄ້ວາກ່ຽວ​ກັບ​ອາ​ຫານ ​ຫວຽດ​ນາມ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ ​ຝ​ຣັ່ງ ທີ່ເຂົ້າ​ຮ່ວມວັນບຸນ. (ພາບ: Minh Duy)

ນອກຈາກ​ນັ້ນ, ຍັງ​ມີ​ປຶ້ມ​ວັນນະຄະດີ, ວາລະສານ​ອາຫານ, ຜົນງານການ​ຄົ້ນ​ຄ້ວາ​ວັດທະນະທຳ​ ​ຫວຽດນາມ ຂຽນໂດຍນັກ​ປະພັນ ຝຣັ່ງ ແລະ ສາກົນ. ໃນ​ຂອບ​ເຂດລາຍການ​ຂອງວັນບຸນ ຍັງ​ໄດ້​ດຳເນີນ​ໂຕະ​ມົນ​ວັນນະຄະດີ 3 ​ບ່ອນ ​ເພື່ອ​ໃຫ້​ນັກ​ປະພັນ​ໜຸ່ມ​ຊາວ​ຫວຽດນາມ ​ໄດ້​ມີ​ໂອກາດ​ພົບ​ປະ​ແລກປ່ຽນ​ກັບ​ຜູ້​ອ່ານ​ທີ່​ຮັກ​ແພງ​ວັນນະຄະດີ, ວັດທະນະທຳ ຫວຽດນາມ.

ໃນ​ໂອກາດ​ທ້າຍ​ອາທິດ​ທີ່​ສະບາຍສະບາຍ, ນາງ Ariane Louvet ​ໄດ້​ພາ​ລູກ​ນ້ອຍ​ສອງ​ຄົນ​ໄປ​ວັນບຸນ, ຊອກ​ຫາ​ບັນດາປຶ້ມ​ວັນນະຄະດີ​ຂອງ​ເດັກນ້ອຍທີ່​ເປັນ​ພາສາ​ຫວຽດນາມ. ນາງ Ariane ​ໃຫ້​ຮູ້​ວ່າ ນັບ​ແຕ່​ຍັງ​ນ້ອຍ, ຂ້າພະ​ເຈົ້າ​ມີ​ຄວາມຫຼົງໄຫຼໃນ​ການ​ຮ່ຳຮຽນ​ກ່ຽວ​ກັບ ​ຫວຽດນາມ ແລະ ມຸ່ງໝັ້ນເດີນຕາມຂະແໜງການສະເພາະຄົ້ນຄ້ວາວັດທະນະທຳ​ ຫວຽດນາມ ນັບ​ແຕ່​ຍັງ​ເປັນ​ນັກສຶກສາ. ພາຍຫຼັງແຕ່ງງານກັບຜົວເປັນຄົນ ຫວຽດນາມ, ຄອບຄົວພວກເຮົາ ຍັງຄົງຮັກສານິໄສອ່ານປຶ້ມນິທານພາສາ ຫວຽດນາມ ເພື່ອບໍ່ໃຫ້ລູກຫຼານລືມກົກເຄົ້າເຫງົ້າກໍຂອງຕົນ. ຢູ່​ເຂດ​ທີ່​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ອາ​ໄສ​ຢູ່, ມີ​ຊາວ​ ຫວຽດ​ນາມ ​ບໍ່​ຫຼາຍ​ປານ​ໃດ. ພວກ​ຂ້າ​ພະ​ເຈົ້າ​ພາ​ລູກ​ຫຼານ​ເຂົ້າ​ຮ່ວມບັນດາການເຄື່ອນໄຫວ​ຊຸມ​ຊົນ ​ຫວຽດ​ນາມ ​ຄື​ແບບ​ນີ້, ເພື່ອ​ໃຫ້​ລູກ​ຫຼານ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຕົນ​ໄດ້​ດີ​ຂຶ້ນ.

​ເຍື່ອງ​ອາ​ຫານ ​ແລະ ວັນນະຄະດີ ​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຝຣັ່ງ

ນາງ Ariane Louvet ​ໄດ້​ພາ​ລູກ​ນ້ອຍ​ສອງ​ຄົນ​ໄປ​ວັນບຸນ, ຊອກ​ຫາ​ບັນດາປຶ້ມ​ວັນນະຄະດີ​ຂອງ​ເດັກນ້ອຍ​ທີ່ເປັນ​ພາສາ​ຫວຽດນາມ. (ພາບ: Khai Hoan)

ເຂົ້າ​ຮ່ວມ​ບັນຍາກາດ​ທີ່ຟົດ​ຟື້ນ​ມ່ວນ​ຊື່ນ​ຂອງວັນບຸນ​ຊຸມ​ຊົນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ດິ່ງຕວານຖັງ ​ເນັ້ນ​ໜັກ​ວ່າ Ici Vietnam Festival ນັບແຕ່​ເວ​ລາ​ຫຼາຍ​ປີໄດ້ກາຍ​ເປັນ "ເຄື່ອງ​ຫມາຍ​" ທີ່​​ຢູ່ໃນ​​ໃຈ​ຂອງ​ຊາວ​ຫວຽດ​ນາມ ທີ່ອາໄສຢູ່ ຝຣັ່ງ. ຜົນສຳ​ເລັດ​ຂອງວັນບຸນໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງບໍ່​ພຽງ​ແຕ່​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ໃຫ້​ປະຊາຊົນນະຄອນ ປາຣີ ອີກດ້ວຍ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ຍັງ​ໄດ້​ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຂອງ​ຄະນະ​ຈັດ​ຕັ້ງ, ຄວາມ​ພ້ອມໃຈຮ່ວມມື ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ໃນ​ການ​ປັບປຸງຄວາມຕິດພັນ, ຄວາມ​ສາມັກຄີໃນຊຸມຊົນ, ຊຸກຍູ້​ການໂຄສະນາ​ເຜີຍ​ແຜ່​ອາຫານ​,​ ວັດທະນະທຳ, ວັນນະຄະດີ ​ແລະ ເອກະລັກ​ຂອງ​ ຫວຽດນາມ ໄປເຖິງປະຊາຊົນ ຝຣັ່ງ. ການ​ເຄື່ອນ​ໄຫວ​ນີ້ ​ປະກອບສ່ວນ​ໂຄສະນາຮູບ​ພາບປະເທດຊາດ ແລະ ປະຊາຊົນ ຫວຽດນາມ ​ໃນ​​ໃຈ​ຂອງ​ເພື່ອນ​ມິດ​ ຝຣັ່ງ ​ແລະ ສາກົນ.

​ເຖິງ​ວ່າ​ຈະ​ດຳ​ເນີນ​ໄປ​ພຽງ​ມື້​ດຽວ​ກໍ່ຕາມ, ​ແຕ່ Ici Vietnam Festival ໄດ້​ເຊີດ​ຊູ​​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ໄດ້​ຮັບ​ການ​ຮັກສາ ​ແລະ ເສີມຂະຫຍາຍຜ່ານຫຼາຍ​ລຸ້ນຄົນ​ຢູ່ ຝຣັ່ງ.

ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

ຍສໝ - ​ແຕ່​ເດືອນ​ພຶດສະພາ​ ປີ 2024, ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ສາກົນ, ຊຸກຍູ້​ຄວາມ​ຕ້ອງການ​ການທ່ອງທ່ຽວ. ກູ​ບາ ​ມີ​ເປົ້າ​ໝາຍ​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 3,2 ລ້ານ​ເທື່ອ​ຄົນ​ໃນ​ປີ 2024.

​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ. ​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

ຍສໝ - ວັນທີ 5 ພຶດສະພາ, ສູນວັດທະນະທໍາຫວຽດນາມ ປະຈໍາ ຝຣັ່ງ ໄດ້ສົມທົບກັບບັນດາວິສາຫະກິດ ເພື່ອປະຕິບັດລາຍການໂຄສະນາວັດທະນະທໍາ, ການທ່ອງທ່ຽວ ແລະ ບັນດາຜະລິດຕະພັນຫັດຖະກຳ​ສິລະປະ, ອາຫານຂອງ ຫວຽດນາມ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເຫດການ
302 Found

Found

The document has moved here.