ສ້າງ​ເວທີ​ໃຫ້​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ສະ​ເໜີ​ແຜນການ​ພັດທະນາສີ​ຂຽວ ​ແລະຍືນ​ຍົງ

09:56 | 14/07/2024

ຍສໝ - ແຕ່​ວັນ​ທີ 21 – 24 ສິງຫາ 2024, ກອງ​ປະຊຸມໃຫຍ່ຊາວຫວຽດນາມຢູ່ຕ່າງປະເທດ​ໃນ​ທົ່ວ​ໂລກ​ ຄັ້ງ​ທີ 4 ​ແລະ ​ເວທີ​ນັກ​ປັນຍາ​ຊົນ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ປີ 2024 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ.

ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ​ 8 ແຫ່ງ ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ແຂວງ ​ກວາງຫງາຍ ເກືອບ 169 ຕື້​ດົ່ງ​​ ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ​ 8 ແຫ່ງ ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ແຂວງ ​ກວາງຫງາຍ ເກືອບ 169 ຕື້​ດົ່ງ​​
ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ໜູນ​ຊ່ວຍ​ຊາວ ຫວຽດນາມ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຟ​ໄໝ້​ຢູ່ ​ໂປໂລຍ ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ໜູນ​ຊ່ວຍ​ຊາວ ຫວຽດນາມ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຟ​ໄໝ້​ຢູ່ ​ໂປໂລຍ

​ກອງ​ປະຊຸມ​ຈັດ​ໂດຍ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ກະຊວງການຕ່າງປະເທດ ກົງກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ຜັນຂະຫາຍ​ມະຕິ​ເລກທີ 36-NQ/TW ລົງ​ວັນ​ທີ 26 ມີນາ 2004 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກງານຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ກອງ​ປະຊຸມ​ຄາດ​ວ່າ​ຈະ​ມີ​ຜູ້​ແທນ​ ເຂົ້າ​ຮ່ວມປະມານ 600 ຄົນ​, ​ໃນ​ນັ້ນ​ມີ​ຜູ້​ແທນ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ປະມານ 400 ຄົນ; ຜູ້ຕາງໜ້າການນຳພັກ, ລັດ; ການນຳບັນດາຄະນະ, ກະຊວງ, ສາຂາ, ອົງການຈັດຕັ້ງການເມືອງ-ສັງຄົມ; ການ​ນໍາ​ຂອງ​ແຂວງ / ນະ​ຄອນ​; ຫົວໜ້າ​ອົງການ​ຜູ້ຕາງໜ້າ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຈຳນວນ​ໜຶ່ງ.

Thủ tướng Phạm Minh Chính gặp mặt các kiều bào tiêu biểu tham dự Chương trình Xuân Quê hương 2023  (Ảnh: Báo Điện tử Chính phủ)  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິ້ງ ໄດ້​ມີ​ການ​ພົບ​ປະ​ກັບ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ດີ​ເດັ່ນ​ ທີ່​ເຂົ້າ​ຮ່ວມ​ລາຍ​ການ​ລະດູບານ​ໃໝ່​ບ້ານເກີດເມືອງນອນ 2023. (ພາບ: ໜັງສືພິມ ເອເລັກໂຕຣນິກ ລັດຖະບານ)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​ມິງຈິ້ງ ​ພົບ​ປະ​ກັບ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ດີ​ເດັ່ນ​ ທີ່​ເຂົ້າ​ຮ່ວມ​ລາຍ​ການ​ລະດູບານ​ໃໝ່​ບ້ານເກີດເມືອງນອນ 2023. (ພາບ: ໜັງສືພິມ ເອເລັກໂຕຣນິກ ລັດຖະບານ)

ເຫດການດັ່ງກ່າວແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ການ​ນຳ​ຂອງ​ພັກ, ລັດ, ບັນດາ​ຄະນະ, ກະຊວງ, ຂະແໜງການ ​ແລະ ທ້ອງ​ຖິ່ນ ​ໄດ້​ຮັບ​ຟັງ​ຄຳ​ເຫັນ, ຄວາມມຸ່ງມາດ​ປາດ​ຖະໜາ ​ແລະ ຄຳ​ສະເໜີ​ຂອງ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ. ນີ້​ກໍ່​ແມ່ນ​ເວທີ​ເພື່ອ​ໃຫ້​ບັນດາ​ນັກ​ຊ່ຽວຊານ​ຫວຽດນາມ ​ແລະ ຊາວຫວຽດນາມຢູ່​ຕ່າງປະ​ເທດ ​ແລກປ່ຽນ​ປະສົບ​ການ​ໃນ​ການ​ໂຄສະນາ ​ແລະ ​ຊ່ວຍເຫຼືອ​ບັນດາ​ປະຊາ​ຄົມ, ສະມາຊິກສະມາຄົມ; ບັນ​ຫາ​ການ​ພັດ​ທະ​ນາສີ​ຂຽວ ​ແລະ​ ຍືນ​ຍົງ​ຂອງ​ປະ​ເທດ”.

ກອງປະຊຸມປຶກສາຫາລືຈະສຸມໃສ່ເນື້ອໃນຕົ້ນຕໍຄື: ທ່າອ່ຽງພັດທະນາຂອງໂລກ ແລະ ພາກພື້ນໃນໄລຍະຈະມາເຖິງເຊັ່ນ: ການຫັນເປັນດີຈີຕອນ, ການພັດທະນາສີຂຽວ, ເສດຖະກິດໝູນວຽນ, ນະວັດຕະກຳ, ສິ່ງທ້າທາຍ ແລະ ກາລະໂອກາດຕໍ່ກັບຫວຽດນາມ; ເສີມຂະຫຍາຍ​ແຫຼ່ງກຳລັງ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃນ​ພາລະກິດແຫ່ງການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ; ເປີດກວ້າງເຄືອຂ່າຍນະວັດຕະກຳແຫ່ງຊາດ...

ຊ ສະຫວັດ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເຫດການ
302 Found

Found

The document has moved here.