ໃນເດືອນມິຖຸນາ, ຄະນະຜູ້ແທນທີ່ດີເດັ່ນຊາວ ຫວຽດນາມ ຢູ່ຕ່າງປະເທດ 40 ຄົນຈະໄປຢ້ຽມຢາມພະນັກງານ, ນັກຮົບກອງທັບເຮືອເຂດ 5

15:15 | 24/06/2024

ຍສໝ - ແຕ່​ວັນ​ທີ 25 – 29 ມິຖຸນາ​, ຄະນະ​ກຳມະການ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄປ​ຢ້ຽມຢາມ​ພະນັກງານ ​ແລະ ນັກຮົບ​ກອງທັບ​ເຮືອ​ເຂດ 5.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.
ວາງສະແດງສະ​ແດງ​ປຶ້ມ​ກວ່າ 40 ຊື່​ກ່ຽວ​ກັບ​ຫວຽດ​ນາມ ຢູ່ ອາກ​ຊັງ​ຕິນ

ບັນດາ​ຂໍ້​ມູນ​ດັ່ງກ່າວ​ໄດ້​ຍົກ​ອອກ​​ໃນ​ກອງ​ປະຊຸມ​ຂອງຄະນະປະຕິບັດວຽກງານ​ໃນ​ວັນ​ທີ 22 ມິຖຸນາ​ນີ້ ຢູ່​ຫໍ​ວັດທະນະທຳ​ ໂຮ່ຈິ​ມິນ - ຈຸດນັດພົບ​ຊາວ​ ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ​ຂອງ​ຄະນະ​ກຳມະການ​ຊາວ​ ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ​ນະຄອນ ​ໂຮ່ຈີ​ມິນ.

ທ່ານນາງ ຫວູທິຮວິ່ງມາຍ, ປະທານຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ການຢ້ຽມຢາມມີຫົວຂໍ້ “ການເດີນທາງຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກັບຄືນທະເລໝູ່​ເກາະຂອງບ້ານເກີດເມືອງນອນ”. ຄະນະ​ຜູ້​ແທນ 40 ຄົນ​ທີ່​ຕາງໜ້າ​ໃຫ້​ບັນດາ​ນັກ​ປັນຍາ​ຊົນ, ນັກ​ທຸລະ​ກິດ, ​ວັດທະນະທຳ - ສັງຄົມການ​ກຸສົນ, ສະມາຄົມ​ຊາວ​ ຫວຽດນາມ ທີ່ດີເດັ່ນອາໄສຢູ່​ຕ່າງປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ການ​ຢ້ຽມຢາມ​ຄັ້ງ​ນີ້.

ໃນເດືອນມິຖຸນາ, ຄະນະຜູ້ແທນທີ່ດີເດັ່ນຊາວ ຫວຽດນາມ ຢູ່ຕ່າງປະເທດ 40 ຄົນຈະໄປຢ້ຽມຢາມພະນັກງານ, ນັກຮົບກອງທັບເຮືອເຂດ 5

ຜູ້​ແທນຊາວ​ ຫວຽດນາມ ​ຢູ່​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ໄດ້​ເຂົ້າ​ຮ່ວມ​ລາຍການ “ການ​ເດີນ​ທາງ​ຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບມາທະເລໝູ່​ເກາະຂອງ​ບ້ານ​ເກີດ​ເມືອງ​ນອນ”.

ການເດີນທາງ 5 ມື້ຂອງຄະນະມີເນື້ອໃນທີ່ອຸດົມສົມບູນ ແລະ ມີຫຼາຍຄວາມໝາຍ. ຕາມນັ້ນແລ້ວ, ຄະນະປະຕິບັດງານຈະເຂົ້າຮ່ວມບັນດາການເຄື່ອນໄຫວຖວາຍດອກໄມ້, ທູບທຽນຢູ່ອະນຸສອນສະຖານ ປະທານ ໂຮ່ຈີມິນ, ຢ້ຽມຢາມອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຄຸກ ຝູ໋ກວັກ, ຢ້ຽມຢາມພະນັກງານ, ນັກຮົບ ແລະ ມອບບັນດາກິດຈະການໃຫ້ແກ່ກອງພົນນ້ອຍ 127, ກອງພັນໃຫຍ່ 551, ກອງພັນນ້ອຍ 563, ປ້ອມ radar 620 ແລະ ຢ້ຽມຢາມກໍາປັ່ນກອງທັບເຮືອ.

ນອກຈາກນັ້ນ, ບັນດາຜູ້ແທນຍັງໄດ້ເຂົ້າຮ່ວມການປະຕິບັດວຽກງານຕອບບຸນແທນຄຸນ, ຢ້ຽມຢາມ, ໃຫ້ກຳລັງໃຈ ແລະ ມອບຂອງຂວັນທີ່ມີຄວາມໝາຍໃຫ້ແກ່ອະດີດນັກໂທດການເມືອງ, ເບິ່ງແຍງລູກຫຼານຂອງນັກຮົບ (ໂຮງລ້ຽງເດັກເຂດ 5) ທີ່ຂຶ້ນກັບກອງບັນຊາການທະຫານເຮືອເຂດ 5.

ບັນດາບາດກ້າວພາຍຫຼັງ 6 ເດືອນຂອງການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ບັນດາບາດກ້າວພາຍຫຼັງ 6 ເດືອນຂອງການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ

ຍສໝ - ວັນ​ທີ 25 ມີນາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ ​ແລະ ທ່ານ​ລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ Antony Blinken ​ໄດ້​ເປັນ​ປະທານ​​ການພົບປະສົນທະນາຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ - ອາ​ເມ​ລິ​ກາ ​ຄັ້ງ​ທຳ​ອິດ.

ໂດຍໄວໄດ້ສຳເລັດແຜນຮ່າງ ໂດຍໄວໄດ້ສຳເລັດແຜນຮ່າງ "ພື້ນທີ່ວັດທະນະທຳໂຮ່ຈິມິນ - ຈຸດພົບປະຊາວ ຫວຽດນາມ ຢູ່ຕ່າງປະເທດ”.

ຍສໝ - ນີ້​ແມ່ນ​ຄຳ​ຮຽກຮ້ອງ​ຂອງ​ທ່ານ ຫງວຽນ​ໂຮ່ຫາຍ, ຮອງເລຂາປະຈຳຄະນະກຳມະການພັກນະຄອນ ​ໂຮ່ຈີ​ມິນ ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານຕໍ່ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດຢູ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​ປີ 2023 ​ແລະ ຜັນ​ຂະຫຍາຍ​ທິດ​ທາງ, ໜ້າທີ່ປີ 2024 ທີ່ຈະໄດ້ດຳເນີນໃນຕອນເຊົ້າວັນທີ 6 ມີນານີ້.

ມິງດຶກ

ເຫດການ
302 Found

Found

The document has moved here.