ເຮືອນລວມຂອງແມ່ຍິງ ຫວຽດນາມ ຢູ່ ຮົງກາລີ

14:45 | 23/06/2024

ຍສໝ - ພາຍຫຼັງ 20 ປີ​ແຫ່ງ​ການ​ພັດທະນາ, ສະມາຄົມ​ແມ່ຍິງ ຫວຽດນາມ ຢູ່ ຮຸງ​ກາຣີ (ສະມາຄົມ) ​ໄດ້​ກາຍ​ເປັນເຮືອນລວມ ເພື່ອຕິດພັນແມ່ຍິງ ຫວຽດນາມ ຢູ່ ຮຸງ​ກາຣີ.

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ຮົງກາລີ
ປະທານສະພາແຫ່ງຊາດ ໃຫ້ກຽດຕອນຮັບຮອງປະທານສະພາແຫ່ງຊາດ ສ.ຮົງກາລີ

ວັນ​ທີ 23 ມິຖຸນາ 2024, ສະມາຄົມ​ແມ່​ຍິງ ຫວຽດນາມ ຢູ່ ຮຸງ​ກາຣີ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ.

ໂດຍເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ນາງ ຫງວຽນ​ທິບິກ​ຖາວ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຮຸງ​ກາຣີ, ທ່ານ​ນາງ ພ້າມທິທູເຮື່ອງ ຫົວໜ້າກົມຄົ້ນ​ຄ້ວາ​ສັງລວມ ຄະນະ​ກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ​, ຜູ້ຕາງໜ້າ​ບັນດາ​ສະມາຄົມ​ຊາວ ຫວຽດນາມ ຢູ່ ຮຸງ​ກາຣີ, ຜູ້ຕາງໜ້າ​ບັນດາ​ອົງການ​ແມ່​ຍິງ​ຢູ່​ບາງປະ​ເທດ ​ເອີ​ລົບ ​ແລະ ​ແມ່ຍິງ​ເກືອບ 160 ຄົນ ທີ່ເປັນສະມາຊິກຂອງສະມາຄົມ.

ເຮືອນລວມຂອງແມ່ຍິງ ຫວຽດນາມ ຢູ່ ຮົງກາລີ

ລາຍກາຍທີ່ສະແດງຢູ່ພິທີສະເຫຼີມສະຫຼອງ.

ກ່າວ​ຄຳ​ປາໄສ​ທີ່​ພິ​ທີ, ທ່ານ​ນາງ ຟານ​ບິກ​ທ້ຽນ, ປະ​ທານ​ສະ​ມາ​ຄົມ​ແມ່​ຍິງ ​ຫວຽດ​ນາມ ປະ​ຈຳ ຮົງ​ກາ​ຣີ ໄດ້​ທົບ​ທວນ​ຄືນ​ເສັ້ນທາງພັດທະນາຂອງ​ສະ​ມາ​ຄົມ. 20 ປີ​ທີ່​ຜ່ານ​ມາ, ສະ​ມາ​ຄົມ ​ໄດ້​ກາຍ​ເປັນເຮືອນລວມ, ເປັນ​ບ່ອນ​ຢູ່​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ແມ່​ຍິງ ​ຫວຽດ​ນາມ ຢູ່ ຮົງ​ກາ​ຣີ. ສະມາຄົມ ກໍ່ໄດ້​ກາຍ​ເປັນ​ສະມາຊິກ​ຫຼັກ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຊຸມ​ຊົນ, ​ເປັນ​ອົງການ​ທີ່​ມີ​ອິດທິພົນກັບອົງການ​ຕາງໜ້າ ​ແລະ ຢືນຢັນ​ທີ່​ຕັ້ງ​ອັນ​ແນ່ນອນ​ໃນ​ສັງຄົມ​ຂອງ​ປະ​ເທດປຳຈຳຖິ່ນ ແລະ ມີ​ການ​ປະກອບສ່ວນຢ່າງ​ຕັ້ງໜ້າ​ໃຫ້​ແກ່​ຂະບວນການແມ່ຍິງ ຫວຽດນາມ ຢູ່ ​ເອີ​ລົບ.

ເນື່ອງ​ໃນ​ໂອກາດ​ຄົບຮອບ 20 ປີ, ທ່ານ​ປະທານ​ສະມາຄົມ​ ໄດ້​ສົ່ງ​ຄຳສະແດງຄວາມ​ຮູ້ບຸນຄຸນ​ຕໍ່​ບັນດາ​ລຸ້ນກ່ອນ​ທີ່​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ຂອງ​ສະມາຄົມ, ຂອບ​ໃຈ​ບັນດາ​ສະມາຊິກ​ທີ່​ສະໝັກ​ໃຈ​ປະກອບສ່ວນເຫື່ອແຮງ, ນ້ຳ​ໃຈ, ການ​ເສຍສະຫຼະ​ຢ່າງ​ງຽບໆ​ດ້ວຍ​ຄວາມ​ປາດ​ຖະໜາ ຮ່ວມ​ກັນ​ເຮັດ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ​ສຳ​ລັບ​ແມ່​ຍິງ ແລະ​ ຊຸມ​ຊົນ.

ທ່ານ​ນາງ ກໍ່ໄດ້ສະແດງຄວາມຂອບ​ອົກ​ຂອບ​ໃຈຕໍ່​ບັນດາ​ຄວາມ​ເອົາ​ໃຈ​ໃສ່ຢ່າງເລິກເຊິ່ງ, ການຮ່ວມເດີນທາງໜູນ​ຊ່ວຍ​ຂອງ​ສະຖານທູດ ຫວຽດນາມ ປະຈຳ ຮຸງ​ກາຣີ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ພາຍ​ໃນ​ປະ​ເທດ, ສະມາຄົມຊາວຫວຽດນາມ ຢູ່ ຮຸງ​ກາຣີ, ບັນດາ​ອົງການ, ເພື່ອນ​ມິດ​ຂອງ ຮຸງ​ກາຣີ ​ໃນ​ໄລຍະທີ່​ຜ່ານ​ມາ.

ເຮືອນລວມຂອງແມ່ຍິງ ຫວຽດນາມ ຢູ່ ຮົງກາລີ

ທ່ານ​ນາງ​ ຫງວຽນ​ທິບິກ​ຖາວ ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຮຸງ​ກາຣີ ​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ການ​ປະກອບສ່ວນ​ຂອງ​ສະມາຄົມ​ແມ່​ຍິງ ຫວຽດນາມ ຢູ່ ຮຸງ​ກາຣີ.

ທ່ານ​ນາງ ຫງວຽນ​ທິບິກ​ຖາວ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຮຸງ​ກາຣີ ​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ການ​ປະກອບສ່ວນ​ຂອງ​ສະມາຄົມ​ແມ່​ຍິງ ຫວຽດນາມ ຢູ່ ຮຸງ​ກາຣີ, ຢືນຢັນ​ວ່າ ສະມາຄົມ​ແມ່ນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ທີ່​ນີ້ ​ແລະ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ບັນດາ​ການ​ໜູນ​ຊ່ວຍ​ສຳຄັນ​ຂອງ​ສະມາຄົມ​ໃນ​ບັນດາ​ໂຄງການ​ຂອງ​ອົງການ​ຜູ້ຕາງໜ້າ. ສະມາຄົມ​ ໄດ້ເປັນທີ່ໄວ້ວາງໃຈຕໍ່ກັບອຳນາດການປົກຄອງ ແລະ ສັງຄົມ ຮຸງ​ກາຣີ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ຂໍ້​ລິ​ເລີ່​ມຫຼາຍ​ຢ່າງ​ໃນ​ການ​ໂຄສະນາບ້ານ​ເກີດ​ເມືອງ​ນອນ​ຂອງ​ ຫວຽດນາມ ກໍ່​ຄື​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ປະ​ເທດ​ຊາດປະຈຳຖິ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ອວຍພອນໃຫ້ສະ​ມາ​ຄົມ​ສືບ​ຕໍ່​ພັດ​ທະ​ນາ, ບຳລຸງສ້າງ, ດຶງ​ດູດ​ຊາວ​ໜຸ່ມ ແລະ ຈະຮ່ວມເດີນທາງ​ໄປ​ຄຽງ​ຄູ່​ກັບ​ຊຸມ​ຊົນ ແລະ ສະ​ຖານ​ທູດ ຢ່າງຕັ້ງໜ້າ.

​ໃນ​ຈົດໝາຍ​ອວຍພອນ​ທີ່​ສົ່ງ​ມາ​ຍັງ​ສະມາຄົມ, ທ່ານ​ນາງ ເລທິທູຮັ່ງ​ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ກຳມະການຊາວຫວຽດນາມ ຢູ່ຕ່າງປະເທດ ໄດ້ຍ້ອງຍໍບັນດາ​ການ​ປະກອບສ່ວນຂອງສະມາຄົມຢ່າງຕັ້ງໜ້າໃນ 20 ປີທີ່ຜ່ານມາ ດ້ວຍ​ຫລາຍ​ການ​ເຄື່ອນ​ໄຫວ​ທີ່​ຟົດຟື້ນ, ມີ​ປະສິດທິ​ຜົນ, ​ນັບມື້ນັບຢືນຢັນ​ບົດບາດເຊື່ອມ​ຕໍ່​ບັນດາ​ສະມາຊິກ ກໍຄືສະມາຄົມ​ຢູ່ປະເທດປະຈຳຖິ່ນ ​ແລະ ​ເອີ​ລົບ, ປະກອບສ່ວນ​ຍົກ​ສູງ​ຮູບພາບ, ອິດທິພົນ​ຂອງ​ແມ່ຍິງ ຫວຽດນາມ ຢູ່​ຕ່າງປະ​ເທດ ​ເວົ້າ​ສະ​ເພາະ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ ​ເວົ້າ​ລວມ.

​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ແມ່ຍິງ ຫວຽດນາມ ປະຈຳ ຮຸງ​ກາຣີ ​ແລະ ທ່ານ ປອ. ຟ່ານ​ບິກ​ທ້ຽນ, ປະທານ​ສະມາຄົມ ​ມີຄວາມເປັນ​ກຽດ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ. ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ທິ​ບິງ​ທາວ ກໍ່ມອບ​ໃບ​ຍ້ອງຍໍ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ທີ່​ມີ​ການ​ປະ​ກອບ​ສ່ວນຢ່າງຕັ້ງໜ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ.

ທີ່​ພິທີ​ສະ​ເຫຼີມ​ສະ​ຫຼອງ, ບັນ​ດາ​ສະ​ມາ​ຊິກ​ ​ໄດ້​ສະ​ແດງລາຍກາຍ​ຂຽນ​ ແລະ ສະແດງດ້ວຍ​ຕົນ​ເອງ​ ແຕ່​ປະ​ທັບ​ໃຈ ແລະ ມີ​ຄວາມ​ໝາຍ​ທີ່​ສຸດ​ ກັບບັນດາວາດ​ຟ້ອນ, ໄມ້ໄຜ່ຫວຽດ, ຈິດໃຈທີ່ສະຫງ່າຜ່າເຜີຍ ຫວຽດ​ນາມ, ເຈື່ອງ​ເຊີນ​ດົງ, ເຈື່ອງ​ເຊີນ​ໄຕ.

ຫວຽດນາມຊື້ວັກຊີນປ້ອງກັນພະຍາດ COVID-19 ຕື່ມອີກຈາກຮົງກາລີ ຫວຽດນາມຊື້ວັກຊີນປ້ອງກັນພະຍາດ COVID-19 ຕື່ມອີກຈາກຮົງກາລີ

ຍສໝ - ລັດຖະບານຫວຽດນາມຫາກໍ່ປະກາດໃຊ້ມະຕິກ່ຽວກັບການຊື້ວັກຊີນຕ້ານໂຄວິດ-19 ໂດຍ AstraZeneca ຜະລິດ ຢູ່ປະເທດຮົງກາຣີ.

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງປະທານສະພາແຫ່ງຊາດ ສ.ຮົງກາລີ ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງປະທານສະພາແຫ່ງຊາດ ສ.ຮົງກາລີ

ໃນວັນທີ 21 ມັງກອນ 2019 ຢູ່ ຫ້ອງ​ວ່າການ​ສຳນັກງານ ​ນາຍົກລັດຖະມົນຕີ, ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ອິສທວານ ຈໍກອບ ຮອງປະທານສະພາແຫ່ງຊາດ ສ.ຮົງກາລີ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 20-23 ...

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.