ຍ້ອງຍໍກົມກອງລວມໝູ່, ບຸກຄົນທີ່ມີຜົນງານໃນການເຄື່ອນໄຫວປະຊາຄົມຢູ່ ຍີ່ປຸ່ນ ໃນປີ 2024

13:55 | 10/06/2024

ຍສໝ - ວັນທີ 9 ມິຖຸນາ, ສະຖານທູດ ຫວຽດນາມ ປະຈໍາ ຍີ່ປຸ່ນ ໄດ້ຈັດຕັ້ງພິທີປະກາດຂໍ້ຕົກລົງວ່າດ້ວຍການຍ້ອງຍໍ ແລະ ມອບລາງວັນໃຫ້ແກ່ກົມກອງລວມໝູ່, ບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະຊາຄົມຢູ່ ຍີ່ປຸ່ນ ໃນປີ 2024.

ສື່ມວນຊົນ ຟີ​ລິບ​ປິນ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ຍ້ອງຍໍ​ອາຫານ​ຫວຽດນາມ
ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ

ກ່າວ​ຄຳ​ປາໄສທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ຫ້ຽວ ໃຫ້​ຮູ້​ວ່າ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຍີ່ປຸ່ນ ໄດ້ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ທັງ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບ, ດ້ວຍການເຕີບໂຕຢ່າງເປັນທີ່ຍອມຮັບກ່ຽວກັບ​ຈຳນວນ​ນັກ​ສຶກສາ, ນັກ​ສຶກສາ​ຝຶກ​ງານ ​ແລະ ຄົນ​ງານ​ ຫວຽດນາມ ທີ່​ໄປຍັງ ຍີ່ປຸ່ນ. ສິ່ງນີ້ ​ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ວັດທະນະທຳ​ຂອງ ​ຍີ່ປຸ່ນ ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ປະຊາ​ຄົມ​ຊາວ​ຫວຽດນາມ ​ໃຫ້​ນັບ​ມື້​ນັບເຂັ້ມແຂງ ແລະ ມີຄວາມສາມັກຄີນຳອີກ.

ຍ້ອງຍໍກົມກອງລວມໝູ່, ບຸກຄົນທີ່ມີຜົນງານໃນການເຄື່ອນໄຫວປະຊາຄົມຢູ່ ຍີ່ປຸ່ນ ໃນປີ 2024

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈໍາ ຍີ່ປຸ່ນ ຟ້າ​ມກວາງຫ້ຽວ ມອບ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ກົມກອງລວມໝູ່, ບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະຊາຄົມຢູ່ ຍີ່ປຸ່ນ ໃນປີ 2023.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ ໃນ​ສະພາບ​ການໂລກາພິວັດ ແລະ ການຕິດພັນ​ສາກົນ​ນັບ​ມື້​ນັບເລິກເຊິ່ງກວ້າງຂວາງ, ການ​ມີ​ໜ້າ ​ແລະ ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວຫວຽດນາມ ຢູ່ ຍີ່ປຸ່ນ ນັບ​ມື້​ນັບກາຍເປັນສຳຄັນ. ຊາວ​ຫວຽດ​ນາມ ​ທຸກ​ຄົນ​ບໍ່​ພຽງ​ແຕ່​ແມ່ນ​ທູດ​ວັດ​ທະ​ນະ​ທຳ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂົວ​ຕໍ່​ທີ່ຊ່ວຍ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ບັນດາ​ການ​ປະກອບສ່ວນ​ຂອງ​ແຕ່ລະບຸກຄົນ​ໃນປະຊາຄົມ ໄດ້​ປະກອບສ່ວນ​ຍົກ​ສູງ​ພາບພົດຂອງ​ປະ​ເທດຊາດ, ປະຊາຊົນ ຫວຽດນາມ ​ໃນ​ສາຍຕາ​ຂອງ​ເພື່ອນ​ມິດ ຍີ່ປຸ່ນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງຫ້ຽວ ເນັ້ນ​ໜັກ​ວ່າ ພິທີ​ມອບ​ລາງວັນ​ແມ່ນ​ເພື່ອ​ຊີດ​ຊູ​ບັນດາກົມກອງລວມໝູ່ ແລະ ບຸກຄົນທີ່ຕັ້ງໜ້າ, ບັນດາ​ຜູ້​ທີ່​ໄດ້​ອຸທິດ​ສ່ວນ​ໃນ​ການ​ພັດທະນາ ​ແລະ ການຕິດພັນ​ປະຊາ​ຄົມ​ໃນ​ປີ 2023. ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ວ່າ ບັນດາ​ຄວາມ​ມານະ​ພະຍາຍາມ​ທີ່ບໍ່ຮູ້​ອິດ​ເມື່ອຍ​ຂອງ​ບັນດາກົມກອງລວມໝູ່ ແລະ ບຸກຄົນ​ທີ່​ໄດ້​ຍ້ອງຍໍ​ໃນມື້ນີ້ ບໍ່​ພຽງ​ແຕ່​ສ້າງ​ປະຊາ​ຄົມ​ຊາວ​ຫວຽດນາມ ສາມັກຄີ, ໝັ້ນຄົງ​ເຂັ້ມ​ແຂງ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ສ້າງ​ສາຍ​ພົວພັນ​ອັນ​ດີງາມລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ນຳອີກ.

ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ຄວາມ​ຮັບຜິດຊອບ ເພື່ອສືບ​ຕໍ່ອຸທິດສ່ວນ​ກໍ່ສ້າງ​ປະຊາ​ຄົມ​ຊາວ​ຫວຽດນາມ ໃຫ້ນັບ​ມື້​ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກ່ວາ ຢູ່ ຍີ່ປຸ່ນ.

ອີງຕາມບັນດາການ​ປະກອບສ່ວນ​ຂອງກົມກອງລວມໝູ່ ​ແລະ ບຸກຄົນ​ໃຫ້​ແກ່ປະຊາ​ຄົມ​ໃນ​ປີ 2023 ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ, ນັບ​ແຕ່​ການຈັດ​ຕັ້ງ​ບັນດາເຫດການ​ວັດທະນະທຳ, ກິລາ, ການ​ສຶກສາ, ເຖິງການໜູນ​ຊ່ວຍຄົນບ້ານດຽວກັນໃນ​ໄລຍະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສະຖານທູດ​ຫວຽດນາມ ​ໄດ້​ຕົກລົງມອບ​ໃບ​ຍ້ອງຍໍ​ໃຫ້ 16 ກົມກອງລວມໝູ່, 35 ບຸກຄົນ, ໃນນັ້ນ ​ມີ​ສະຫະພັນ​ສະມາຄົມ​ຊາວ ຫວຽດນາມຢູ່ ຍີ່ປຸ່ນ, ສະມາຄົມ​ນັກ​ປັນຍາ​ຊົນ ຫວຽດນາມ ຢູ່ ຍີ່ປຸ່ນ, ສະມາຄົມຊາວໜຸ່ມນັກ​ສຶກສາຫວຽດນາມ ຢູ່ ຍີ່ປຸ່ນ, ອົງການ​ແລກປ່ຽນ​ສາກົນ ຫວຽດນາມ - ຍີ່ປຸ່ນ ​ແລະ ບັນດາ​ສະມາຄົມ​ຊາວ ຫວຽດນາມ ຢູ່​ບັນດາ​ທ້ອງ​ຖິ່ນ​ຄື ແຂວງ Aichi, Toyama. , Gunma, Ibaraki, Nagano, Hokkaido, Shizuoka ...

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສໝ - ທ່ານ ຮວ່າງ​ບິ່ງ​ກວນ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຮັບ​ຫຼຽນ​ໄຊອາທິດອຸໄທ ​ໂດຍ​ລັດຖະບານ​ຍີ່ປຸ່ນ ມອບໃຫ້ ຍ້ອນມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

ພິທີເປີດງານວັດພູຫີນອອ່ນພະອະວາໂລກິເຕສວນ ໃນປີ 2024 ພິທີເປີດງານວັດພູຫີນອອ່ນພະອະວາໂລກິເຕສວນ ໃນປີ 2024

ຍສໝ - ງານບຸນວັດພູຫີນອ່ອນພະອະວາໂລກິເຕສວນ ຫງູ​ແຫ່ງ​ເຊີນ ຢູ່ນະຄອນດາໜັງ ໄດ້ຮັບການຈັດອັນດັບຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃຫ້ເປັນມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້ແຫ່ງຊາດ; ກົມ​ໃຫຍ່​ທ່ອງ​ທ່ຽວ​ຈັດ​ໃຫ້​ເປັນ​ໜຶ່ງ​ໃນ 15 ງານ​ບຸນ​ໃຫຍ່​ຂອງ​ປະ​ເທດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.