ວັດ​ທະ​ນະ​ທຳສິ​ລະ​ປະໂຄສະນາຮູບພາບປະ​ເທດ​ຊາດ, ປະ​ຊາ​ຊົນ​ຫວຽດ​ນາມ ຢູ່ ສ.ເຊັກ​ໂກ

12:46 | 28/05/2024

ຍສໝ - ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດສຸມ ທີ່ສະມາຄົມ​ວັດທະນະທຳສິລະ​ປະ​ ຫວຽດນາມ ປະຈຳ​ ສ.ເຊັກ​ໂກ (ສະມາຄົມ) ໄດ້ວາງອອກຢູ່ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ 4 ອາຍຸ​ການ 2024 – 2028.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.
ການ​ຢ້ຽມ​ຢາມ New Delhi ເພື່ອຊຸກ​ຍູ້​ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ ຫວຽດ​ນາມ - ອິນ​ເດຍ

ລະອຽດ, ສະມາຄົມ ໄດ້ວາງອອກທິດທາງການເຄື່ອນໄຫວໃນ 4 ປີຕໍ່ໜ້າ, ໃນນັ້ນ ເນັ້ນໜັກເຖິງການຍົກສູງຄຸນນະພາບສິລະປະ, ບັນດາລາຍການສະແດງເພື່ອຮັບໃຊ້ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເຊັກໂກ. ພ້ອມ​ກັນ​ນັ້ນ, ກໍ່ຈັດ​ຕັ້ງ​ບັນດາ​ລາຍການ​ວັດທະນະທຳ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ເທດປະຈຳຖິ່ນ, ໂຄສະນາ​ວັດທະນະທຳ​ຂອງ​ຊາດ, ຮູບພາບປະ​ເທດຊາດ, ປະຊາຊົນ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ.

ວັດ​ທະ​ນະ​ທຳສິ​ລະ​ປະໂຄສະນາຮູບພາບປະ​ເທດ​ຊາດ, ປະ​ຊາ​ຊົນ​ຫວຽດ​ນາມ ຢູ່ ສ.ເຊັກ​ໂກ

ການສະແດງຂັບ​ຮ້ອງ ກວານຮໍ້ ຢູ່​ກອງ​ປະ​ຊຸມໃຫຍ່. (ພາບ: TTXVN)

ເພື່ອບັນລຸໄດ້ເປົ້າໝາຍທີ່ວາງອອກ, ສະມາຄົມ ຈະມານະພະຍາຍາມຮັກສາການຈັດຕັ້ງບັນດາໂຄງການອະນຸລັກຮັກສາ ແລະ ພັດທະນາວັດທະນະທໍາບໍ່ເປັນວັດຖຸຂອງ ຫວຽດນາມ ທີ່ໄດ້ຮັບການຮັບຮອງຈາກອົງການ UNESCO; ເຂົ້າ​ຮ່ວມ​ການ​ຈັດ​ຕັ້ງ​ລາຍການ “ນາງງາມຊຸດເສຶ້ອຍາວພັນລະຍາ” ທົ່ວ​ເອີ​ລົບ; ຮ່ວມ​ມື​ສ້າງ​ກຸ່ມສາມັກຄີ​ໃນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ ເອີ​ລົບ; ໂຄສະນາຮູບພາບຂອງຊຸມຊົນໂດຍຜ່ານ "ກອງທຶນການກຸສົນ - ຊຸດເສຶ້ອຍາວພັນລະຍາ”.

ນອກ​ນັ້ນ, ສະມາຄົມ ​ຍັງ​ຈະຖືເປັນສຳຄັນການມຸ່ງໄປເຖິງລຸ້ນໜຸ່ມຊາວ​ໜຸ່ມ​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່ ສ.ເຊັກ​ໂກ ດ້ວຍ​ບັນດາ​ໂຄງການບຳລຸງສ້າງຜູ້ເປັນໂຄສົກດ້ວຍພາສາ​ ຫວຽດນາມ, ຊຸກຍູ້​ການ​ເປີດ​ຊຸດ​ຮຽນ​ເພື່ອ​ສອນ ​ແລະ ຮຽນ​ຮ້ອງ​ເພງດ້ວຍພາສາ ຫວຽດນາມ...

ກ່າວ​ຄຳ​ປາໄສທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກ​ໂກ ເຢື່ອງຮວ່າຍນາມ ໄດ້ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສະມາຄົມ​ໃນ​ໄລຍະ 15 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ. ສະມາຄົມ ໄດ້ເຕົ້າໂຮມບັນດາປັດໄຈໃນຊຸມຊົນ, ຈັດຕັ້ງການເຄື່ອນໄຫວທີ່ອຸດົມສົມບູນ, ​ຟົດຟື້ນ ແລະ ມີຄວາມຫມາຍຫຼາຍຢ່າງ. ສະມາຄົມ ກໍ່​ສົມທົບ​ກັນ​ຢ່າງ​ຕັ້ງໜ້າກັບ​ບັນດາ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ສ.ເຊັກ​ໂກ ໃຫ້ມີການ​ເຄື່ອນ​ໄຫວ, ຂະບວນການ​ທີ່​ໜ້າ​ເຄົາລົບ​ນັບຖືຫຼາຍຢ່າງ, ບໍ່​ພຽງ​ແຕ່​ຍົກສູງຊີວິດ​ທາງ​ດ້ານ​ຈິດ​ໃຈໃຫ້ແກ່ປະຊາ​ຄົມ​​​, ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ວັດທະນະທຳ ຫວຽດນາມ ​ໃຫ້​ແກ່​ເພື່ອນ​ມິດ​ສາກົນ ເທົ່າ​ນັ້ນ, ຫາກ​ຍັງຢູ່ແຖວຫນ້າຂອງ​ຂະບວນການໜູນຊ່ວຍຊຸມຊົນຫຼາຍຢ່າງ, ໃນນັ້ນ ມີການເຄື່ອນໄຫວແບບອາສາສະໝັກ.

ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ໃຫຍ່ແລ້ວ, ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 2008, ດ້ວຍບົດບາດເປັນ​ສະມາຊິກ​ຂອງ​ສະມາຄົມ​ຊາວ ຫວຽດນາມ ອາໄສຢູ່ ສ.ເຊັກ​ໂກ, ສະມາຄົມ ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນເຮັດໃຫ້​ຊີວິດ​ທາງ​ດ້ານ​ຈິດ​ໃຈຂອງປະຊາຊົນ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ອຸດົມສົມບູນກ່ວາ. ບັນດາ​ສະ​ໂມ​ສອນ, ກຸ່ມຮ້ອງ​ເພງ, ສະແດງໄດ້ຄ່ອຍໆປະກົດຕົວຂຶ້ນ ເພື່ອເປົ້າໝາຍອະນຸລັກຮັກສາ ​ແລະ ເສີມຂະຫຍາຍບັນດາຄຸນຄ່າ​ວັດທະນະທຳທີ່ເປັນມູນເຊື້ອ, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ ​ແລະ ປະຊາ​ຄົມ.

ຫວ່າງ​ມໍ່ໆ​ມາ​ນີ້, ສະມາຄົມ ໄດ້​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ​ແທດ​ຈິງ​ໃຫ້​ແກ່​ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ສ.​ເຊັກ​ໂກ. ສະມາຄົມ ໄດ້ເປັນເຈົ້າພາບໃນການຈັດຕັ້ງ ຫຼື ຮ່ວມຈັດຕັ້ງ​ຫຼາຍ​ໂຄງການ​ຂະໜາດ​ໃຫຍ່ ​ແລະ ດຶງ​ດູດ​ໃຈ ບໍ່​ພຽງ​ແຕ່​ຢູ່ ສ.ເຊັກ​ໂກ ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ເອີ​ລົບ ​ເຊັ່ນ ງານ​ມະ​ໂຫລານ​ສິລະ​ປະ “ຂ້າພະ​ເຈົ້າ​ຮັກ​ພາສາ​ຂອງ​ປະ​ເທດ​ຕົນ”; ການສະແດງໃນໂອກາດສຳຄັນແຫ່ງຊາດ; ການປະກວດນາງສາວຫວຽດນາມ ຢູ່ທົ່ວເອີຣົບ; ການ​ແຂ່ງຂັນ​ຮ້ອງ​ເພງສຳລັບຫຼາຍເປົ້າໝາຍ... ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ​, ສະມາຄົມກໍ່ໄດ້ຖືເປັນສຳຄັນ, ຕົວຢ່າງຄື ບັນດາ​ໂຄງການ​ມຸ່ງ​ໄປ​ເຖິງ​ທະ​ເລ ​ແລະ ໝູ່​ເກາະ, ບັນດາ​ລາຍການ​ສິລະ​ປະ​ເພື່ອ​ພາກ​ກາງ​ທີ່​ຮັກ​ແພງ.

ທີ່​ກອງ​ປະຊຸມໃຫຍ່ ຄັ້ງ​ທີ 4, ສະມາຄົມ​ວັດທະນະທຳສິລະ​ປະ​ ຫວຽດນາມ ປະຈຳ ສ.ເຊັກ​ໂກ ​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ອາຍຸ​ການ 2024-2028 ລວມມີຊະມາຊິກ 41 ທ່ານ, ​ໃນ​ນັ້ນ ທ່ານ ຟ້າ​ມຢາເຫົ້າ ໄດ້​ຮັບ​ເລືອກ​ຕັ້ງເປັນ​ປະທານ​ສະມາຄົມ​ອີກເທື່ອໜຶ່ງ.

ຫວຽດ​ນາມ ແລະ ສ. ເຊັກ​ໂກ ມຸ່ງ​ໄປ​ເຖິງ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ ແລະ ສ. ເຊັກ​ໂກ ມຸ່ງ​ໄປ​ເຖິງ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ດ້ານ​ເສດ​ຖະ​ກິດ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີ​ຕາ​ລີ ແລະ ສ.ເຊັກ​ໂກ ສະ​ໜັບ​ສະ​ໜູນ​ເງິນ​ເປັນ​ຈຳ​ນວນ 5000 ເອີ​ໂຣ ຊ່ວຍ​ເດັກ​ກຳ​ພ້າ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີ​ຕາ​ລີ ແລະ ສ.ເຊັກ​ໂກ ສະ​ໜັບ​ສະ​ໜູນ​ເງິນ​ເປັນ​ຈຳ​ນວນ 5000 ເອີ​ໂຣ ຊ່ວຍ​ເດັກ​ກຳ​ພ້າ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.