ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

10:13 | 10/06/2024

ຍສໝ - ວັນທີ 8 ມິຖຸນາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງ​ເປີດສະຫຼອງກິດຈະກຳ ໄລຍະທີ 1 “ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ” ຢູ່ເຮືອນເລກທີ 147 ຫງວຽນດີງຈ໋ຽວ (ເມືອງ 3, ນະຄອນ ໂຮ່ຈີມິນ). ສະຖານທີ່ແຫ່ງນີ້ ໄດ້ຄາດວ່າຈະສ້າງກາລະໂອກາດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມສະໜິດຕິດພັນ, ພົວພັນ ແລະ ຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສ້າງເປັນເຄືອຂ່າຍນັກປັນຍາຊົນ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນເສີມຂະຫຍາຍແຫຼ່ງຊັບພະຍາກອນຂອງຊາວຫວຽດນາມ ຢູ່ຕ່າງປະເທດທີ່ປະກອບສ່ວນໃຫ້ນະຄອນ.

ຫວຽດນາມ ຢືນອັນດັບໜຶ່ງໃນການຄັດເລືອກໄປທ່ອງທ່ຽວຕ່າງປະເທດ ຂອງຊາວ ອິນເດຍ

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

ກ່າວ​ຄຳ​ປາໄສທີ່​ພິ​ທີ, ທ່ານ​ນາງ ຫວູ​ທິຮວິ່ງ​ມາຍ, ຫົວໜ້າຄະ​ນະ​ກຳ​ມະ​ການ​ຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ​ ນະ​ຄອນ ໂຮ່​ຈີ​ມິນ ​ໃຫ້​ຮູ້​ວ່າ “ພື້ນທີ່ວັດທະນະທຳ ໂຮ່ຈີມິນ” ແມ່ນ​ສະ​ຖານ​ທີ່​ເພື່ອປະຊາຄົມຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ​ ເວົ້າລວມ ແລະ ລຸ້ນໜຸ່ມຊາວ​ຫວຽດ​ນາມ ທີ່ອາໄສ​ຢູ່​ຕ່າງ​ປະ​ເທດ ​(ລຸ້ນຄົນ​ທີ 3, ​ທີ 4), ນັກ​ສຶກ​ສາ, ນັກ​ສຶກ​ສາຕ່າງ​ປະ​ເທດ​ທີ່ຊອກຮູ້, ຄົ້ນ​ຄ້​ວາ, ຮ່ຳ​ຮຽນ ແລະ ລົງຕົວຈິງ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ແນວຄິດຂອງ​ປະ​ທານ ​ໂຮ່​ຈິ​ມິນ ຕິດພັນກັບວຽກ​ງານ​ຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ກໍ່​ແມ່ນ​ຂົວ​ຕໍ່​ໜູນ​ຊ່ວຍຜູ້ເຮັກວຽກງານຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການຊອກຮູ້, ຄົ້ນ​ຄ້ວາ ແລະ ໂຄສະນາ, ​ເຜີຍ​ແຜ່​ວັດທະນະທຳ , ແນວຄິດຂອງ​ປະ​ທານ ​ໂຮ່​ຈິ​ມິນ ເຖິງປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ບັນດາ​ຜູ້​ແທນ ​ໄດ້​ໄປ​ຢ້ຽມຢາມ​ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ

“ຈຸດ​ນັດພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ” ​ແມ່ນ​ບ່ອນ​ໜູນ​ຊ່ວຍ, ໃຫ້ຄຳປຶກສາ ແລະ ຊ່ວຍ​ເຫຼືອ​ບັນຫາ​ດ້ານ​ກົດໝາຍ​ໃຫ້​ແກ່​ຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ; ແມ່ນ​ສະຖານ​ທີ່​ຈັດ​ຕັ້ງ​ບັນດາ​ເຫດການ, ບ່ອນເຄື່ອນ​ໄຫວ​ວັດທະນະທຳ, ​ແລກປ່ຽນ​ສິລະ​ປະ, ອະນຸລັກ​ຮັກສາ​ພາສາ ​ຫວຽດນາມ; ແນະນຳ, ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ, ສິນຄ້າ​ຂອງ​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ, ບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວຂອງນະຄອນ ໂຮ່ຈີມິນ.

ຕາມ​ທ່ານ​ນາງ ມາຍ ​ແລ້ວ, ມາ​ຮອດ​ປະຈຸ​ບັນ ຄາດ​ຄະ​ເນ​ວ່າ ມີ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 2,8 ກ່ວາລ້ານຄົນທີ່ຕິດ​ພັນ​ກັບ​ນະຄອນ ​ໂຮ່ຈີ​ມິນ, ກວມເອົາ​ກ່ວາ 40% ຈຳນວນ​ຊາວຫວຽດນາມ ທີ່ອາ​ໄສຢູ່​ຕ່າງປະ​ເທດ​ທັງ​ໝົດ. ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສຢູ່​ຕ່າງປະ​ເທດ ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ​ໃນ​ນັ້ນ​ມີ​ນະຄອນ​ ໂຮ່ຈິ​ມິນ, ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ປະກອບສ່ວນໃຫ້ພາລະກິດ​ແຫ່ງການສ້າງສານະຄອນ. ຄະ​ນະ​ກຳ​ມະ​ການ​ຊາວ​ຫວຽດ​ນາມ ອາ​ໄສຢູ່​ຕ່າງປະ​ເທດ​ ນະ​ຄອນ ​ໂຮ່​ຈິ​ມິນ ກຳ​ນົດ​ວ່າ ການ​ເຮັດ​ວຽກ​ງານ​ການ​ຕ່າງ​ປະ​ເທດທີ່ກ່ຽວຂ້ອງກັບປະຊາຄົມຊາວ​ຫວຽດ​ນາມ​ ອາ​ໄສຢູ່​ຕ່າງປະ​ເທດ ຮຽກ​ຮ້ອງຕ້ອງເຊື່ອມຊຶມທັດສະນະ, ແນວຄິດ ແລະ ​ແບບວິທີຂອງປະທານ ​ໂຮ່ຈີ​ມິນ ໃນ​ການປະຕິບັດງານຕໍ່ກັບ​ຊາວ ຫວຽດນາມ ອາ​ໄສຢູ່​ຕ່າງປະ​ເທດ. ນີ້ແມ່ນຄວາມ​ໃກ້ຊິດ, ສະ​ໜິດ​ສະ​ໜົມ​​ໃນ​ບັນດາການ​ພົບ​ປະ, ຄວາມເອື້ອເຟື້ອ, ຄວາມ​ຖີ່ຖ້ວນ...ທີ່​ຊ່ວຍ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ໄດ້ຮັບ​ຮູ້ ​ແລະ ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຊຸກຍູ້​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແຂ່ງຂັນສູ້ຊົນ, ຮ່ວມ​ກັນ​ປະ​ກອບ​ສ່ວນເຂົ້າໃນພາລະກິດລວມຂອງ​ທົ່ວ​ປະ​ເທດ.

ໃນວັນເປີດສະຫຼອງກິດຈະກຳ “ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດ​ພົບ​ປະ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ”, ຄະນະກໍາມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງງານວາງສະແດງ “ການເດີນທາງເພື່ອບັນລຸຄວາມຝັນ - 55 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ”.

ງານ​ວາງສະ​ແດງ​ ໄດ້​ແນະນຳ​ບັນດາສາລະຄະດີ, ​ເອກະສານ, ຮູບ​ພາບ​ກ່ຽວ​ກັບຊີວິດ ແລະ ພາລະກິດ​ປະຕິວັດ​ອັນ​ໃຫຍ່​ຫຼວງ​ຂອງ​ລຸງ​ໂຮ່; ​ຄວາມ​ຄິດ, ຄວາມຮັກແພງ​ຂອງ​ ລຸງ​ໂຮ່ ທີ່ມີຕໍ່​ປະຊາ​ຄົມ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ແລະ ບັນດາ​ຮູບ​ພາບ, ​ເອກະສານກ່ຽວ​ກັບຄວາມຮັກແພງ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ​ ທີ່​ມີ​ຕໍ່​ປະທານ ​ໂຮ່ຈີ​ມິນ.

ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ

ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການ​ເຄື່ອນ​ໄຫວປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ການຕິດພັນ, ຄວາມ​ສາມັກຄີ ແລະ ມິດຕະພາບ​ລະຫວ່າງ 3 ...

ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ

ຍສໝ - ວັນ​ທີ 26 ມີນາ 2024, ຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​- ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ໄດ້​ສົມທົບ​ກັບ​ກຳມາທິການ​ເສດຖະກິດ ​ສະພາ​ແຫ່ງ​ຊາດ, ກະຊວງ​ກໍ່ສ້າງ ​ແລະ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ເປັນປະທານຮ່ວມຈັດຕັ້ງກອງ​ປະຊຸມ​ໂຄສະນາ​, ເຜີຍແຜ່ເນື້ອ​ໃນ​ທີ່​ກ່ຽວຂ້ອງເຖິງຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນກົດໝາຍ​ວ່າດ້ວຍທີ່​ດິນ, ​ກົດໝາຍ​ວ່າດ້ວຍເຮືອນຢູ່ ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.