ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ໜູນ​ຊ່ວຍ​ຊາວ ຫວຽດນາມ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຟ​ໄໝ້​ຢູ່ ​ໂປໂລຍ

19:06 | 17/06/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 16 ມີຖຸນາ 2024, ຢູ່ນະຄອນຫຼວງ Warszawa, ​ໂປໂລຍ, ຜູ້ຕາງໜ້າ​ຂອງ​ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ​ໄດ້​ມອບ​ເງິນ​ໂດຍ​ບັນດາ​ສະມາຊິກ​ຂອງ​ເວທີ​ປາ​ໄສ​ຈາກ 14 ປະ​ເທດ ​ເອີ​ລົບ ​ເພື່ອບໍລິຈາກສະໜັບສະໜູນຍາດຕິພີ່ນ້ອງຄົນຄ້າຂາຍຂະໜາດນ້ອຍທີ່​ຖືກຜົນສະທ້ອນຈາກໄຟ​ໄໝ້​ສູນ​ການ​ຄ້າ​ຢູ່ ​ໂປ​ໂລຍ.

ບັນດາ​ອົງການ​ປະຊາຊົນ ​ຫວຽດນາມ ກະກຽມ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ ​ອາ​ຊຽນ 2024
ອົງ​ການ Hue Help ໜູນ​ຊ່ວຍ​ເດັກ​ນ້ອຍທີ່ມີສະ​ພາບປະສົບກັບຄວາມ​ຫຍຸ້ງ​ຍາກ​ພິເສດ​ຢູ່ ເທື່ອທຽນເຫວ້

ກ່າວ​ຄຳປາໄສ​ທີ່​ພິທີ​ມອບ​, ຮອງ​ປະທານ​ເວທີ​ປາ​ໄສ​ແມ່ຍິງ ຫວຽດນາມ ຢູ່ ​ເອີ​ລົບ ທ່ານນາງ ຈິ້ງທິມູຍ ໃຫ້​ຮູ້​ວ່າ ຕອນ​ເຊົ້າ​ວັນ​ທີ 12 ພຶດສະພາ 2024 ຄະນະ​ບໍລິຫານ​ງານ​ເວທີ​ປາ​ໄສ​ພວມ​ຢູ່ Madrid ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມແມ່ຍິງສຸດຍອດທົ່ວ​ໂລກ​ ໄດ້ຍິນຂ່າວກ່ຽວ​ກັບ​ເຫດ​ໄຟ​ໄໝ້ທີ່ເກີດຂຶ້ນ ກໍ່ເສຍ​ຫາຍ​ດ້ານ​ວັດຖຸ​ຢ່າງ​ໃຫຍ່​ຫຼວງ ​ແລະ ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ເຖິງ​ຊີວິດ​ການເປັນຢູ່ຂອງ​ຍາດຕິພີ່ນ້ອງປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໂປ​ໂລຍ ກໍ່ໄດ້ຍົກອອກຄຳຮຽກຮ້ອງ​ໃຫ້​ບັນດາ​ເອື້ອຍ​ນ້ອງ​ຊາວ ຫວຽດນາມ ​ໃນ​ທົ່ວ ​ເອີ​ລົບ ບໍລິຈາກ, ສົມທົບ​ກັນ​ສະໜັບສະໜູນ, ໜູນ​ຊ່ວຍໃຫ້ພໍ່ແມ່ພີ່ນ້ອງ ຫວຽດນາມ ຢູ່ ​ໂປ​ໂລຍ.

ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ໜູນ​ຊ່ວຍ​ຊາວ ຫວຽດນາມ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຟ​ໄໝ້​ຢູ່ ​ໂປໂລຍ

ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ປະກອບສ່ວນສະໜັບສະໜູນໃຫ້ພໍ່ແມ່ພີ່ນ້ອງ ຫວຽດນາມ ຢູ່ ​ໂປ​ໂລຍ.

ດ້ວຍຈິດໃຈຮັກແພງຊ່ວຍເຫຼືອກັນ, ນ້ຳໃຈພີ່ນ້ອງຮ່ວມຊາດ ຍາມໃດກໍພ້ອມເພື່ອຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ບັນດາ​ສະມາຊິກ​ເວທີ​ປາ​ໄສ​ທີ່​ມາ​ຈາກ 14 ປະ​ເທດ​ ເອີ​ລົບ ​ໄດ້​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ເວທີ​ປາ​ໄສຢ່າງຕັ້ງໜ້າ. ເຖິງວ່າຈຳນວນເງິນທີ່ລະດົມໄດ້ບໍ່ຫຼາຍກໍ່ຕາມ, ແຕ່ນີ້ແມ່ນມາຈາກໃຈຂອງແມ່ຍິງທີ່ມີຄວາມປາດຖະໜາຢາກແບ່ງປັນສ່ວນໜຶ່ງໃຫ້ກັບຄົນທີ່ມີຄວາມຕ້ອງການ ແລະ ຫວັງວ່າພໍ່ແມ່ພີ່ນ້ອງ ຈະຜ່ານຜ່າຄວາມຫຍຸ້ງຍາກ ເພື່ອໃຫ້ຊີວິດການເປັນຢູ່ເປັນປົກກະຕິ ແລະ ສ້າງທຸລະກິດຄືນໃໝ່ໂດຍໄວ.

ຕາງໜ້າ​ໃຫ້​ປະຊາ​ຄົມຮັບ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ຈາກ​ບັນດາ​ສະມາຊິກ​ຂອງ​ເວທີ​ປາ​ໄສ​ແມ່ຍິງ ຫວຽດນາມ ຢູ່ ​ເອີ​ລົບ, ທ່ານ ເຈີ່ນແອງຕ໋ວນ, ປະທານ​ສະມາຄົມ​ຊາວ ຫວຽດນາມ ຢູ່ ​ໂປ​ໂລຍ ໄດ້ສະແດງຄວາມຕື້ນຕັນໃຈທີ່ສຸດຕໍ່ນ້ຳໃຈຂອງບັນດາເອື້ອຍນ້ອງຊາວ ຫວຽດນາມ ໃນທົ່ວ ເອີລົບ ທີ່ມີຕໍ່ກັບ​ຍາດຕິພີ່ນ້ອງ ຫວຽດນາມ ທີ່​ຖືກຜົນສະທ້ອນຈາກໄຟ​ໄໝ້​ສູນ​ການ​ຄ້າ 44 Marywilska ຢູ່ນະຄອນຫຼວງ Vácsava ຂອງໂປໂລຍ ແລະ ໃຫ້ຄຳໝັ້ນສັນຍາວ່າ ສະມາຄົມຈະສົ່ງຕໍ່ຄວາມຮັກແພງ ແລະ ຈຳນວນເງິນບໍລິຈາກຂອງເວທີ​ປາ​ໄສ​ ໄປເຖິງຄອບຄົວທີ່ຕ້ອງການການໜູນຊ່ວຍ.

ໂດຍມີການເປັນສັກຂີພະຍານຂອງ​ຜູ້ຕາງໜ້າ​ສະຖານທູດ ​ຫວຽດນາມ ປະຈຳ ​ໂປ​ໂລຍ ​ແລະ ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກ​ໂກ, ທ່ານ​ນາງ ຈິ້ງທິມູຍ ແລະ ຄະນະ​ຜູ້​ແທນ​ເວທີ​ປາ​ໄສ​ ໄດ້​ມອບ​ເງິນ​ຈຳນວນ 7.100 ເອີ​ໂຣ ​ຂອງ​ເວທີ​ປາ​ໄສ​ແມ່ຍິງ ຫວຽດນາມ ຢູ່ ​ເອີ​ລົບ ​ເພື່ອ​ໜູນ​ຊ່ວຍພໍ່ແມ່ພີ່ນ້ອງ ຫວຽດນາມ ​ຢູ່ ​ໂປ​ໂລຍ.

ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້ ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້

ຍສໝ - ວັນ​ທີ 17 ພຶດສະພາ​ນີ້, ສະຖານທູດ ​ຫວຽດນາມ​ ປະຈຳ ​ໂປໂລຍ ​ໄດ້​ເລີ່​ມດຳ​ເນີນ​ວຽກ​ງານ​ກົງສຸນ​ເພື່ອ​ຮັບ, ແກ້ໄຂເອກະສານ​ຂອງປະຊາຊົນທີ່​ຖືກ​ເສຍຫາຍ​ໃນ​ໄຟ​ໄໝ້​ສູນ​ການ​ຄ້າ Marywilska 44. ປະຊາຊົນຫຼາຍຄົນ ໄດ້ອອກ​ເອກະສານ​ໃໝ່ ຫລັງ​ຈາກໄດ້​ຍື່ນ​ເອກະສານ​ແລ້ວ​ປະມານ 1 ຊົ່ວ​ໂມງ.

VNHIP ໜູນ​ຊ່ວຍ 1,8 ຕື້​ດົ່ງ ​ເພື່ອ​ປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ຢູ່ ດ່າ​ນັງ VNHIP ໜູນ​ຊ່ວຍ 1,8 ຕື້​ດົ່ງ ​ເພື່ອ​ປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ຢູ່ ດ່າ​ນັງ

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ດ່າ​ນັງ ຫາ​ກໍ່​ໄດ້​ອອກ​ມະຕິ​ສະບັບ​ເລກທີ 959/QD-UBND ລົງ​ວັນ​ທີ 8 ພຶດສະພາ 2024 ວ່າດ້ວຍການອະນຸມັດ​ການ​ຮັບບ້ວງ​ເງິນ​ເກືອບ 1,8 ຕື້​ດົ່ງ​ຈາກ​ໂຄງການປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ອາຍຸ​ຕ່ຳ​ກວ່າ 25 ປີ ທີ່ຮັບ​ຜົນ​ກະທົບ​ຈາກ​ເຊື້ອ HIV/AIDS ຢູ່​ນະຄອນ ດ່າ​ນັງ ໂດຍ​ອົງການ Vietnam Health Improvement ...

ມິງດຶກ

ເຫດການ
302 Found

Found

The document has moved here.