ເຜີຍແຜ່ແນວຄິດຂອງປະທານ ໂຮ່ຈິມິນ ກ່ຽວກັບສັນຕິພາບ

15:49 | 23/05/2024

ຍສໝ - ວັນ​ທີ 19 ພຶດສະພາ​ນີ້, ​ເນື່ອງ​ໃນ​ໂອກາດສະເຫຼີມສະຫຼອງ 134 ເເຫ່ງ​ວັນ​ເກີດຂອງ​ປະທານ ​ໂຮ່ຈິ​ມິນ (19/5/1890 – 19/05/2024), ຢູ່​ມະຫາວິທະຍາ​ໄລ Sejong - ​ໂຮງຮຽນ​ທີ່​ຕັ້ງ​ຊື່​​ກະສັດ​ຜູ້​ຍິ່ງ​ໃຫຍ່​ຂອງ ສ.​ເກົາຫຼີ - ໄດ້ດຳເນີນກອງ​ປະຊຸມສຳມະນາ​ສາກົນ ​ເພື່ອ​ເຊື່ອມ​ໂຍງ​ບັນດາປັນຍາ​ຊົນ, ນັກ​ສຶກສາ ​ແລະ ປະຊາຊົນ ຫວຽດນາມ ທີ່ອາ​ໄສ​​, ໄປ​ເຮັດ​ວຽກ, ສຶກສາ ​ແລະ ດຳລົງ​ຊີວິດ​ຢູ່ ສ.​ເກົາຫຼີ.

ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຊື່ອມຕໍ່ແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນານະຄອນ ໂຮ່ຈິມິນ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຊື່ອມຕໍ່ແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນານະຄອນ ໂຮ່ຈິມິນ
ນະຄອນ ໂຮ່ຈິມິນ: ຄົນເຈັບທີ່ທຸກຍາກ, ຄົນເຈັບເປົ້າໝາຍນະໂຍບາຍຫຼາຍຄົນ ໄດ້ຮັບການໜູນຊ່ວຍການຜ່າຕັດໂດຍບໍ່ເສຍຄ່າ ນະຄອນ ໂຮ່ຈິມິນ: ຄົນເຈັບທີ່ທຸກຍາກ, ຄົນເຈັບເປົ້າໝາຍນະໂຍບາຍຫຼາຍຄົນ ໄດ້ຮັບການໜູນຊ່ວຍການຜ່າຕັດໂດຍບໍ່ເສຍຄ່າ

ດ້ວຍຫົວຂໍ້ “ສັນຕິພາບ - ຄວາມມຸ່ງມາດປາດຖະໜາຂອງບັນພະບຸລຸດ”, ກອງປະຊຸມ ໄດ້ສົ່ງສານເຖິງຊາວ ຫວຽດນາມ ທຸກຄົນທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ກ່ຽວກັບເລື່ອງຮັບຮູ້ຢ່າງຈະແຈ້ງເຖິງຄວາມສຳຄັນຂອງການສ້າງສັງຄົມທີ່ສັນຕິພາບ.

ການສຳມະນາ ​ໄດ້​ດຳ​ເນີນ​ເນື່ອງ​ໃນ​ໂອກາດ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ ໂຮ່ຈິ​ມິນ, ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ​ຫວຽດນາມ, ວິລະ​ຊົນ​ປົດ​ປ່ອຍ​ຊາດ ​ແລະ ນັກວັດທະນະທຳ​ທີ່​ດີ​ເດັ່ນ​ຂອງ​ຫວຽດນາມ. ປະທານ​ ໂຮ່ຈີ​ມິນ ​ແມ່ນ​ຕົວ​ແທນ​ຂອງ​​ຊາດ ​ແລະ ​ເຕົ້າໂຮມສິ່ງຍອດຍິ່ງຂອງວັດທະນະທຳ ​ຫວຽດນາມ. ​ໃນ​ຖານະ​​ເປັນ​ນັກຮົບ​ປະຕິວັດ​ທີ່​ມີ​ກຳລັງ​ແຮງ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ປະທານ ​ໂຮ່ຈີ​ມິນ ກໍ່​ແມ່ນ​ສັນຍາ​ລັກ​ແຫ່ງ​ສັນຕິພາບ ​ແລະ ມິດຕະພາບ. ກອງ​ປະຊຸມ ​ແມ່ນ​ເຫດການ​ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ​ເປັນ​ພິ​ເສດ, ບໍ່​ພຽງ​ແຕ່​ສຳລັບ​ປະຊາ​ຄົມ​ຊາວ​ ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ, ຮ່ຳຮຽນ, ຄົ້ນ​ຄ້ວາ ​ແລະ ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເພື່ອນ​ມິດສາ​ກົນ​ທີ່​ຮັກ​ແພງ​ຊາວ ຫວຽດນາມ ອີກດ້ວຍ.

ເຜີຍແຜ່ແນວຄິດຂອງປະທານ ໂຮ່ຈິມິນ ກ່ຽວກັບສັນຕິພາບ

ທ່ານ​ເອກ​ອັກຄະ​ລັດຖະທູດ ​ຫວຽດນາມ ປະຈຳ ສ.​ເກົາຫຼີ ຫວູໂຮ່ ກ່າວ​ຄຳ​ປາໄສທີ່ພິທີ. ພາບ: ດຶກຖາງ/ນັກຂ່າວ TTXVN ປະຈຳ ສ.​ເກົາຫຼີ

ການສຳມະນາ ​ໂດຍການ​ສົມທົບຂອງອົງການ​ລະຫວ່າງວັດທະນະ​ທໍາ, ວິທະຍາສາດ ​ແລະ ສື່ສານ​ສາກົນ ພ້ອມກັບຄະນະ​ໂຄງການ​ວັນ​ປະເທດຊາດ ​ຫວຽດນາມ ຢູ່ ສ.​ເກົາຫຼີ, ມະຫາວິທະຍາ​ໄລ Sejong ​ແລະ ບັນດາສາຂາ​ສະມາຄົມຊາວຫວຽດນາມ ຢູ່ ສ.​ເກົາຫຼີ ຈັດຕັ້ງ ​ເພື່ອ​ສືບ​ຕໍ່​ໄຕ້ແປວໄຟແຫ່ງ ລາກຮົ່ງ ໃຫ້ສະຫວ່າງຂຶ້ນ, ໄຕ້ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນພະບຸລຸດ, ກົກເຄົ້າເຫງົ້າກໍ. ຈິດ​ວິນຍານແຫ່ງຄວາມກະຕັນຍູ​ນີ້ ​ແມ່ນມູນເຊື້ອອັນ​ລ້ຳ​ຄ່າ​ຂອງ​ຊາວ​ ຫວຽດນາມ, ສ້າງ​ກຳລັງ​ແຮງ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ຊາວ​ ຫວຽດນາມ​ ຍາມ​ໃດ​ກໍ່​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ສືບ​ຕໍ່​ສ້າງ “ຂົວ​” ວັດທະນະທຳທີ່​ໝັ້ນຄົງ​ເຂັ້ມ​ແຂງ, ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ ​ແລະ ເພື່ອນ​ມິດສາກົນ, ພ້ອມ​ກັນ​ເຜີຍ​ແຜ່ ​ແລະ ​ຕັ້ງ​ຄຸນຄ່າ​ວັດທະນະທຳ ​ແລະ ຄຸນ​ງາມ​ຄວາມ​ດີ​ຂອງ​ຊາວ ​ຫວຽດນາມ ບົນ​ພື້ນຖານ​ການ​ເຄົາລົບ ​ແລະ ​ເຊີດຊູ​ບັນດາ​ຄຸນຄ່າ​ວັດທະນະທຳ, ຄຸນ​ງາມ​ຄວາມ​ດີ​ຂອງ​ບັນດາ​ປະ​ເທດ/ປະຊາຊົນ​ໃນ​ທົ່ວ​ໂລກ.

ກ່າວ​ຄຳປາໄສທີ່ພິທີເປິດ, ທ່ານ​ນາງ ຫງວຽນ​ທິບິກ​ອ໋ຽນ (ອ໋ຽນ Platz), ປະທານ​ອົງການລະຫວ່າງ​ວັດທະນະ​ທຳ, ວິທະຍາສາດ ​ແລະ ສື່ສານ​ສາກົນ ​ໃຫ້​ຮູ້​ວ່າ: ການສຳມະນາໃນ​ປີ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ໂຄງການ​ວັນ​ປະເທດ​ຊາດ ຫວຽດນາມ ທົ່ວໂລກ ​ເພື່ອ​ລະນຶກຄຸນງາມຄວາມດີຂອງບັນ​ພະ​ບຸ​ລຸດ ແລະ ຜູ້​ໄປກ່ອນສຳລັບການ​ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ​ຂອງ​ປະ​ຊາ​ຊົນ ​ຫວຽດ​ນາມ; ການ​ເຊື່ອມ​ຕໍ່​ດ້ານ​ວັດ​ທະ​ນະ​ທຳ ແລະ ​ວິ​ຊາ​ການ​ລະ​ຫວ່າງ ຫວຽດ​ນາມ ແລະ ສ.​ເກົາ​ຫຼີ; ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ບັນດາ​ນັກ​ປັນຍາ​ຊົນ, ນັກວິທະຍາສາດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ສ.​ເກົາຫຼີ.

ກ່າວ​ຄຳປາໄສ​ທີ່ເຫດການ, ບັນດານັກປາຖະກະຖາທີ່ເປັນ​ສາດສະດາຈານ ຫວຽດນາມ ຢູ່​ມະຫາວິທະຍາ​ໄລ Sejong ພ້ອມ​ກັບ​ທ່ານ ບັງ​ເຊ​ນ ໂຮ - ປະທານ​ສະຫະພັນ ​ເທ​ຄວັນ​ໂດ​ຕຳຫຼວດ​ໂລກ - ລ້ວນ​ແຕ່​ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ: ສັນຕິພາບ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ ຫວຽດນາມ ​ເຊິ່ງ​ແມ່ນ​ປະ​ເທດ​ທີ່ໄດ້ຜ່ານສົງຄາມທີ່ໂຫດຮ້າຍມາຫຼາຍປີເທົ່າ​ນັ້ນ, ແຕ່ຍັງເປັນຄວາມມຸ່ງມາດປາດຖະໜາ, ເປັນຂອງຂວັນອັນລ້ຳຄ່າທີ່ທຸກປະເທດ ແລະ ທຸກໆຄົນປາດຖະໜາຢາກມີ.

ທີ່​ການສຳມະນາ, ບັນດາ​ນັກປາຖະກະຖາ ​ໄດ້​ເນັ້ນ​ໜັກ​ວ່າ, ​ໃນ​ປະຫວັດສາດ​ນັບ​ພັນ​ປີ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະຊາຊົນ ຫວຽດນາມ ​ໄດ້​ປະສົບ​ກັບ​ຄວາມສູນ​ເສຍ ​ແລະ ຄວາມ​ເຈັບ​ປວດ​ຫຼາຍທີ່ສຸດ, ສະ​ນັ້ນ ​ໄດ້​ມານະ​ພະຍາຍາມ ​ແລະ ຕໍ່ສູ້​ເພື່ອ​ເອກະລາດ ​ແລະ ສ້າງສາ​ປະ​ເທດ​ຊາດໃຫ້ມີສັນຕິພາບ . ຊາວ​ຫວຽດນາມ​ ທຸກ​ຄົນ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຄຸນຄ່າ​ສັນຕິພາບ. ດ້ວຍ​ມູນເຊື້ອອັນ​ສະໜິດສະໜົມ, ຮັກ​ຫອມສັນ​ຕິ​ພາບ, ຫວຽດ​ນາມ ຍາມ​ໃດ​ກໍ່​ຄັດ​ຄ້ານ​ສົງ​ຄາມ​ທີ່​ບໍ່​ຍຸດ​ຕິ​ທຳ ແລະ ປາດ​ຖະ​ໜາ​ໃຫ້​ທຸກ​ປະ​ເທດ ແລະ ປະ​ຊາ​ຊົນ​ໃນ​ໂລກ​ ໄດ້ດຳ​ລົງ​ຊີ​ວິດ​ຢູ່​ໃນ​ສັນ​ຕິ​ພາບ. ຈິດ​ວິນ​ຍານ​ນັ້ນ​ບໍ່​ມີ​ວັນ​ຢຸດ​ຢູ່, ​ແຕ່​ມັນ​ມີ​ພະລັງ​ແຮງ​ຈູງ​ໃຈ ​ແລະ ​ແຜ່​ລາມ​ໄປ​ໃນ​ເລືອດຮ້ອນ​ຂອງ​ຊາວ​ຫວຽດນາມ​ ທຸກ​ຄົນ, ບໍ່​ວ່າ​ຈະ​ຢູ່​ໃສ.

ສະນັ້ນ, ໂດຍຜ່ານການສຳມະນາ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດາປັນຍາຊົນ, ນັກວິທະຍາສາດ, ນັກສຶກສາ ຫວຽດນາມ ແລະ ເພື່ອນມິດ ສ.ເກົາຫຼີ ກໍປາດຖະໜາຢາກເຜີຍແຜ່ຄຸນຄ່ານັ້ນໄປທົ່ວໂລກ ຕາມອຸດົມການຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພ້ອມກັນພັດທະນາລະຫວ່າງບັນດາຊົນເຜົ່າ.

ມິງດຶກ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.