ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ​ມົງ​ໂກ​ລີ ຮ່ວມມືກັນໄຕ້ແສງສະ​ຫວ່າງເຂດ​ຊາຍ​ແດນ

12:34 | 12/06/2024

ຍສໝ - ໂດຍຕອບສະໜອງການລະດົມຂອງສະມາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ, ວັນທີ 6 ມິຖຸນາ 2024, ສະຖານທູດ ຫວຽດນາມ ປະຈຳ ມົງ​ໂກ​ລີ ພ້ອມກັນກັບສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ມົງ​ໂກ​ລີ ໄດ້ຈັດຕັ້ງພິທີບໍລິຈາກ ເພື່ອສະໜັບສະໜູນໂຄງການ “​ໄຕ້ແສງສະ​ຫວ່າງເຂດ​ຊາຍ​ແດນ” ຢູ່ ກາວບັ່ງ.

ກວາງ​ຈິ-​ສາລະ​ວັນ: ຮັກສາ​ເຂດ​ຊາຍ​ແດນ​ສັນຕິພາບຕາມຮູບ​ແບບແຮກສ່ຽວ
ສູ້​ຊົນ​ສ້າງ​ທັດສະນິຍະພາບ​ນ້ຳ​ຕົກຕາດ​ບ້ານ​ຢົກ (ຫວຽດ​ນາມ) - ດຶກ​ທຽນ (ຈີນ) ​ໃຫ້​ເປັນ​ຕົວ​ແບບ​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ

ຍອດ​ຈຳນວນ​ເງິນ​ບໍລິຈາກ​ແມ່ນ 50 ລ້ານ​ດົ່ງ, ປະກອບສ່ວນ​ຮັບ​ໃຊ້​ຄວາມ​ຕ້ອງການ​ເດີນທາງ​ຂອງ​ປະຊາຊົນ, ຮັກສາ​ຄວາມ​ສະຫງົບ​ດ້ານ​ການ​ເມືອງ ແລະ ຄວາມເປັນລະບຽບ​ຮຽບຮ້ອຍ​ຂອງສັງຄົງຢູ່​ເຂດ​ຊາຍ​ແດນຂຶ້ນກັບເມືອງ ຮ່າ​ກວາງ, ​ແຂວງ ກາວ​ບັ່ງ.

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ ຕື່ເຫງຍດຶກ, ອຸປະທູດ​ຊົ່ວຄາວ​ສະຖານທູດ ​ຫວຽດນາມ ປະຈຳ ມົງ​ໂກ​ລີ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ນັກທຸລະກິດ ຫວຽດນາມ ຢູ່ ມົງ​ໂກ​ລີ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ສະ​ເໜີ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ​ມົງ​ໂກ​ລີ ຮ່ວມມືກັນໄຕ້ແສງສະ​ຫວ່າງເຂດ​ຊາຍ​ແດນ

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ​ມົງ​ໂກ​ລີ ຮ່ວມມືກັນ​ໄຕ້ແສງ​ສະ​ຫວ່າງເຂດ​ຊາຍ​ແດນ

ທ່ານໄດ້ສະແດງຄວາມຂອບ​ໃຈຕໍ່ຈິດໃຈທີ່ມີຄວາມກະລຸນາ, ການກະທຳທີ່ດີງາມສູງສົ່ງຂອງ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ ຫວຽດ​ນາມ ຢູ່ ມົງ​ໂກລີ ມຸ່ງໄປເຖິງ ກາວບັ່ງ, ສະ​ແດງ​ໃຫ້​ເຫັນ​ມູນເຊື້ອ "ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ", ​ມູນເຊື້ອ​ສາ​ມັກ​ຄີ, ການກະທຳທີ່ດີງາມສູງສົ່ງ ແລະ ນ້ຳ​ໃຈ​ຮັກ​ຊາດ, ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດຂອງຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ.

ທ່ານ ຫງວຽນ​ຮຸຍ​ຕວນ, ກຳມະການ​ຄະນະ​ບໍລິຫານ​ງານ​ສະມາຄົມ​ນັກທຸລະກິດ​ຫວຽດນາມ​ ຢູ່​ຕ່າງປະ​ເທດ, ປະທານ​ສະມາຄົມ​ນັກທຸລະກິດ ຫວຽດນາມ ຢູ່ ມົງ​ໂກ​ລີ ໃຫ້ຮູ້ວ່າ ພ້ອມ​ກັບ​ການຍູ້ແຮງ​ການ​ເຄື່ອນ​ໄຫວ​ການ​ຄ້າ, ການ​ບໍລິການ​ຂອງ​ບັນດາ​ສະມາຊິກ, ປະຊາ​ຄົມ, ​ເປັນ​ຂົວ​ຕໍ່​ຊຸກຍູ້​ການແລກປ່ຽນ​ເສດຖະກິດ, ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ ມົງ​ໂກ​ລີ, ສະມາຄົມ​ນັກທຸລະກິດ ຫວຽດນາມ ຢູ່ ມົງ​ໂກ​ລີ ຍາມ​ໃດ​ກໍ່​​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກຢ່າງຕັ້ງໜ້າ ດ້ວຍ​ຫຼາຍການເຄື່ອນໄຫວທີ່ແທດຈິງ.

ພິ​ເສດ, ​ໃນ​ເດືອນ ເມສາ 2024, ດ້ວຍ​ຈິດ​ໃຈ “​ໃບດີຫຸ້ມເອົາໃບຂາດ, ໃບຂາດໜ້ອຍກໍ່ຫຸ້ມເອົາໃບຂາດຫຼາຍ” ​ແລະ ​ເພື່ອ​ສະ​ແດງ​ຄວາມ​ຮັກແພງຊ່ວຍເຫຼືອກັນກັບ​ຊາວ​ ມົງ​ໂກລີ, ປະຊາ​ຄົມ​ຊາວ​ຫວຽດນາມ ​ໄດ້​ບໍລິຈາກ ​ແລະ ມອບ​ໃຫ້​ກົມໃຫຍ່ສະພາບການຮີບດ່ວນ ມົງ​ໂກລີ (NEMA), ບໍລິຈາກເງິນຈໍານວນ 15,500,000 MNT (ເທົ່າກັບປະມານ 4,570 USD) ເພື່ອຊ່ວຍເຫຼືອ ມົງ​ໂກລີ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດທີ່ເກີດຍ້ອນ​ອາກາດ​ໜາວ​ເຢັນ, ໄພ​ແຫ້ງ​ແລ້ງ​ເປັນ​ເວລາ​ດົນ​ນານ, ​ໄດ້​ສ້າງ​ຄວາມ​ເສຍ​ຫາຍຢ່າງໜັກໜ່ວງກ່ຽວກັບມະນຸດ ​ແລະ ຊັບ​ສິນ. ການ​ເຄື່ອນ​ໄຫວການ​ກຸສົນ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ມົງ​ໂກ​ລີ ​ກໍ່ໄດ້ຮັບການຮັບຮູ້.

ທ່ານ G.Ariunbuyan, ຫົວໜ້າກົມໃຫຍ່ສະພາບການຮີບດ່ວນ ມົງ​ໂກລີ (NEMA), ຕ່າງໜ້າໃຫ້ລັດຖະບານ ມົງ​ໂກ​ລີ ໄດ້ສະແດງຄວາມຂອບ​ໃຈ ​ແລະ ຕີ​ລາຄາ​ສູງ “ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ມົງ​ໂກ​ລີ ​ແມ່ນ​ແຫຼ່ງລະດົມຈິດ​ໃຈອັນໃຫຍ່ຫຼວງ ເພື່ອຊ່ວຍຊາວ ມົງໂກລີ ຜ່ານຜ່າໄລຍະທີ່ຫຍຸ້ງຍາກລຳບາກ”.

"ປະຊາຄົມນັກທຸລະກິດຫວຽດນາມ ຢູ່ ມົງໂກລີ ເຖິງວ່າສ້າງຕັ້ງຂຶ້ນໃໝ່ ແລະ ຍັງໜຸ່ມນ້ອຍກໍ່ຕາມ, ເຖິງວ່າຈຳນວນເງິນບໍລິຈາກເພື່ອຕອບສະໜອງໂຄງການ “​ໄຕ້ແສງສະ​ຫວ່າງເຂດ​ຊາຍ​ແດນ” ຢູ່ເມືອງ ຮ່າກວາງ, ແຂວງ ກາວບັ່ງ ແມ່ນບໍ່ຫຼາຍປານໃດ, ແຕ່ດ້ວຍນ້ຳໃຈຂອງພວກ​ລູກ​ຫຼານ​ທີ່​ດຳ​ເນີນ​ທຸລະ​ກິດ ​ແລະ ດຳລົງ​ຊີວິດ​ຢູ່​ຫ່າງ​ໄກ​ຈາກ​ປະ​ເທດຊາດ ຍາມ​ໃດ​ກໍ່​ມຸງໄປເຖິງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດຊາດ, ພວກຂ້າພະເຈົ້າ ຍາມໃດກໍ​ຢາກ​ປະກອບສ່ວນເລັກໜ້ອຍ​ເພື່ອ​ກໍ່ສ້າງ “ດ່ານໜ້າ” ​ຢູ່ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ​ໃຫ້ມີ​ຄວາມ​ໝັ້ນຄົງ​ເຂັ້ມ​ແຂງ", ທ່ານ ຫງວຽນ​ຮຸຍ​ຕວນ ​ເນັ້ນ​ໜັກ.

ຜະລິດຕະພັນກະເສດຂອງ​ຫວຽດນາມ ສ້າງ​ຄວາມ​ປະ​ທັບ​ໃຈແບບ​ພິ​ເສດ​ຢູ່​ງານຕະຫຼາດນັດ FoodService Australia 2024 ຜະລິດຕະພັນກະເສດຂອງ​ຫວຽດນາມ ສ້າງ​ຄວາມ​ປະ​ທັບ​ໃຈແບບ​ພິ​ເສດ​ຢູ່​ງານຕະຫຼາດນັດ FoodService Australia 2024

ຍສໝ - ຫ້ອງການປະສານງານໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ນະຄອນ ຮ່າ​ໂນ້ຍ ສົມທົບ​ກັບອົງການການຄ້າ ຫວຽດນາມ ປະຈຳ ອົດສະຕຣາລີ ໄດ້ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ສົ່ງ​ເສີມ​ການ​ຄ້າ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ Foodservice Australia 2024 ຢູ່​ນະຄອນ Sydney ແຕ່ວັນທີ 19-21 ພຶດສະພາ - ງານ​ຕະຫຼາດນັດສາກົນແຖວໜ້າກ່ຽວກັບຂະແໜງການອາຫານຢູ່ ອົດສະຕຣາລີ ເຊິ່ງໄດ້ຈັດຂຶ້ນປະຈໍາປີໃນຕະຫຼອດ 40 ປີທີ່ຜ່ານມາ.

ລາວ ​ແລະ ​ໄທ ເລີ່ມ​ທົດລອງແລ່ນລົດ​ໄຟ​ຂ້າມ​ຊາຍ​ແດນ​ໃໝ່ ລາວ ​ແລະ ​ໄທ ເລີ່ມ​ທົດລອງແລ່ນລົດ​ໄຟ​ຂ້າມ​ຊາຍ​ແດນ​ໃໝ່

ຍສໝ - ເສັ້ນທາງລົດໄຟ ລາວ-ໄທ ແລະ ເສັ້ນທາງລົດໄຟ ລາວ-ຈີນ ແມ່ນບັນດາອົງປະກອບທີ່ສຳຄັນຂອງເຄືອຂ່າຍທາງລົດໄຟໃນພາກພື້ນ ເພື່ອເຊື່ອມຕໍ່ ຈີນ ກັບ ສິງກະໂປ ໂດຍຜ່ານ ລາວ, ໄທ ແລະ ມາເລເຊຍ.

ມິງດຶກ

ເຫດການ
302 Found

Found

The document has moved here.