ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024

09:36 | 17/06/2024

ຍສໝ - ວັນ​ທີ 15 ແລະ 16 ມິຖຸນາ​ນີ້, ວັນບຸນ​ກົງສຸນ 2024 ​ໄດ້​ຈັດ​ຂຶ້ນ​ຢູ່​ສະໜາມ​ຫຼວງ Bellecour, ນະຄອນ Lyon - ​ເມືອງ​ໃຫຍ່​ທີ 3 ຂອງ ​ຝລັ່ງ. ພື້ນ​ທີ່​ຮ້ານຂອງ ​ຫວຽດ​ນາມ ທີ່​ງານ​ບຸນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ທ່ານ ຟ້າມຮຶວຮວາ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດານັງ ສະໄໝ 2024 - 2029.
ວັດທະນະທຳ ແລະ ອາຫານ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຢູ່ສະຫະປະຊາຊາດ
ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024

ມາ​ກັບ​ພື້ນທີ່ຂອງ ​ຫວຽດ​ນາມ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ໄປ​ຢ້ຽມ​ຢາມ ແລະ ຊອກຮູ້ກ່ຽວກັບບັນດາລາຍການທ່ອງທ່ຽວ, ຊົມ​ທັດ​ສະ​ນີ​ຍະ​ພາບ​ຂອງ​ປະ​ເທດ​ ຫວຽດນາມ ໂດຍ​ຜ່ານ​ຮູບ​ເງົາ, ຮູບ​ພາບ, ຊົມ​ພາບ​ແຕ້ມ​ພື້ນ​ເມືອງ ດົງ​ໂຮ່, ຫຼື ຮຽນ​ວິ​ທີ​ການ​ຫຼິ້ນ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ ​ຫວຽດ​ນາມ ເຊັ່ນ: ພິນສາຍດຽວ, ພິນຕ​ຣຶງ.

ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024

ຕາມນັກ​ສິລະ​ປິນດີເດັ່ນ ຕັງແທງເຊີນ, ຮອງ​ຜູ້​ອຳ​ນວຍ​ການ​​ສູນ​ວັດທະນະທຳ ຫວຽດນາມ ປະຈຳ ຝລັ່ງ ແລ້ວ, ​​ເມື່ອ​ທຽບ​ໃສ່​ໄລຍະ​ທີ່​ຜ່ານ​ມາ, ໃນປີນີ້ ສູນ​ໄດ້​ສົມທົບ​ກັບ​ສະມາຄົມ​ຊາວ​ ຫວຽດນາມ ຢູ່ Lyon ​ເພື່ອສຸມ​ໃສ່​ແນະນຳ​ທ່າ​ແຮງ​ດ້ານ​ການທ່ອງທ່ຽວ ​ແລະ ​ໂຄສະນາ​ວັດທະນະທຳ ຫວຽດນາມ ຜ່ານ​ບັນດາ​ລາຍການ​ພິມ​ຈຳໜ່າຍ ແລະ ໃບປິວແນະນຳ​ລາຍການ​ທ່ອງ​ທ່ຽວ ​ແລະ ​ບັນດາສາຍການ​ທ່ອງ​ທ່ຽວຢູ່ ​ຫວຽດນາມ. ພິ​ເສດ, ​ສາຍການ​ທ່ອງ​ທ່ຽວ​ ກວາງ​ບິ່ງ ດ້ວຍ​ບັນດາ​ລາຍການ​ທ່ອງ​ທ່ຽວ​ໃໝ່​ໄປ​ຄົ້ນຫາຖ້ຳ ​ເຊີນ​ດອງ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ, ພິ​ເສດ​ແມ່ນ​ໄວ​ໜຸ່ມ.

ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024

ພື້ນທີ່ຮ້ານຂອງ ຫວຽດນາມ ໄດ້ຮັບການປະດັບປະດາຢ່າງເປັນໜ້າຈັບໃຈ ແລະ ມີຮູບຖ່າຍຂະໜາດໃຫຍ່ ແນະນຳບັນດາທັດສະນີຍະພາບຂອງປະເທດ. ​ບັນດາໃບປິວ​ໂຄສະນາ​ການທ່ອງທ່ຽວ ​ຫວຽດນາມ ​ແມ່ນ​ໄດ້​ສະໜອງ​ໃຫ້​ນັກ​ທ່ອງ​ທ່ຽວ​ຢ່າງ​ຄົບ​ຖ້ວນ.

ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024

ພິ​ເສດ​ ແມ່ນ​ເມື່ອ​ມາ​ຢ້ຽມ​ຢາມ​ພື້ນທີ່​ຮ້ານຂອງ ​ຫວຽດ​ນາມ ໃນ​ໂອ​ກາດນີ້, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ສຳ​ຜັດ​ກັບ​ການ​ຫຼິ້ນ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ ​ຫວຽດ​ນາມ, ເຕັ້ນສາບ, ຊົມ​ການ​ສະ​ແດງຊຸດ​ເສື້ອຍາວ...

ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024

ມາ​ຢ້ຽມ​ຢາມ​ພື້ນທີ່ຮ້ານ ​ຫວຽດ​ນາມ, ເຈົ້າ​ຄອງ​ນະ​ຄອນ Lyon ທ່ານ Grégory Doucet ໄດ້​ສະແດງຄວາມປະ​ທັບ​ໃຈ​ກັບ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຮູບ​ແຕ້ມ ດົງໂຮ່. ທ່ານ​ກໍ່​ໄດ້​​ຮູ້​ວ່າ, ພື້ນທີ່ຮ້ານຂອງ ​ຫວຽດນາມ ຍາມ​ໃດ​ກໍ່​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ ​ແລະ ມີ​ວິທີການ​ໃໝ່​ເພື່ອ​ແນ​ໃສ່​ເຜີຍແຜ່ພາບ​ພົດ​ຂອງ​ປະ​ເທດຊາດ, ປະຊາຊົນ ​ແລະ ວັດທະນະທຳ ຫວຽດນາມ.

ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024

ລາຍການ​ສະ​ແດງຊຸດເສື້ອຍາວ ​ຫວຽດ​ນາມ ​ຢູ່​ເວ​ທີ​ຫຼັກຂອງວັນ​ບຸນ​ກົງ​ສຸນ Lyon ປີ 2024.

ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024

ວັນບຸນກົງສຸນ ແມ່ນເຫດການປະຈຳປີທີ່ຈັດຂຶ້ນຢູ່ນະຄອນ Lyon ເປັນເວລາກວ່າ 20 ປີແລ້ວ ດ້ວຍຈຸດປະສົງເພື່ອເປັນການເຊີດຊູການມີໜ້າຂອງຄະນະຜູ້ແທນກົງສຸນ ແລະ ແຂກຜູ້ມີກຽດຈາກປະເທດຕ່າງໆຢູ່ Lyon, ຊ່ວຍໃຫ້ປະຊາຊົນໄດ້ຄົ້ນພົບບັນດາພື້ນຖານວັດທະນະທໍາ ແລະ ຄວາມຫຼາກຫຼາຍຂອງຊຸມຊົນທີ່ພວມດຳລົງຊີວິດຢູ່ທ້ອງຖິ່ນ; ສ້າງ​ຄວາມ​ອຸດົມສົມບູນ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ ​ແລະ ພັດທະນາຂອງ​ຕົວ​ເມືອງ.

ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024

ດ້ວຍ​ແຂກ​ເຂົ້າ​ຮ່ວມ​ປະມານ 35.000 ຄົນ​ໃນ​ສອງມື້ພັກຜ່ອນທ້າຍອາທິດ, ວັນບຸນກົງສຸນ Lyon 2024 ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ບັນດາ​ເຜົ່າ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ​ເຖິງ​ເພື່ອນ​ມິດ​ ຝລັ່ງ ​ແລະ ສາກົນ.

ນັກສຶກສາລາວ ຢູ່ ກວາງຫງາຍ ຊອກຮູ້ມູນເຊື້ອປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ ນັກສຶກສາລາວ ຢູ່ ກວາງຫງາຍ ຊອກຮູ້ມູນເຊື້ອປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ

ຍສໝ - ວັນທີ 25 ພຶດສະພາ, ພະແນກການຕ່າງປະເທດແຂວງ ກວາງ​ຫງາຍ ໄດ້ຈັດຕັ້ງໂຄງການ Homestay ປີ 2024 ໃຫ້ແກ່ນັກສຶກສາລາວ ທີ່ກຳລັງຮໍ່າຮຽນສຶກສາຢູ່ ກວາງຫງາຍ.

ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024 ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024

ຍສໝ - Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ປະມານ 5.000 ຄົນ, ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 14 ກັນຍາ ຢູ່​ເຂດ​ຖະໜົນ​ຄົນ​ຍ່າງ ​ເຈີ່ນ​ເຍີນ​ຕົງ ​ແລະ ​ເຂດ​ອ້ອມ​ແອ້ມ (ຕາແສງ ​ຫງວຽນຢູ, ເມືອງ ຮາຍ​ບາຈື່ງ, ນະຄອນ​ ຮ່າ​ໂນ້ຍ).

ມິງດຶກ

ເຫດການ
302 Found

Found

The document has moved here.