ເປີດຫ້ອງຮຽນພາສາ ຫວຽດນາມ ຢູ່ນະຄອນ Augsburg

15:45 | 29/05/2024

ຍສໝ - ຫ້ອງຮຽນພາສາ ຫວຽດນາມ ບໍ່ພຽງແຕ່ຊ່ວຍໃຫ້ເດັກນ້ອຍສາມາດຮັກສາພາສາແມ່ຂອງເຂົາເຈົ້າໄດ້ເທົ່ານັ້ນ ຫາກຍັງເຂົ້າໃຈເຖິງຮີດຄອງປະເພນີ, ວັດທະນະທໍາ ແລະ ປະຫວັດສາດຂອງຊາດຕື່ມອີກ.

"ສະໜາມ" ທີ່ເປັນປະໂຫຍດສໍາລັບນັກຮຽນທີ່ຮັກພາສາ ຍີ່ປຸ່ນ ຢູ່ນະຄອນ ຫາຍຟ່ອງ
ສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ນະຄອນ ຫາຍຟ່ອງ ຕ້ອງເພີ່ມທະວີການເຂົ້າຮ່ວມຂອງລຸ້ນໜຸ່ມ
ເປີດຫ້ອງຮຽນພາສາ ຫວຽດນາມ ຢູ່ນະຄອນ Augsburg

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ. (ທີ່ມາ: ເຮື່ອງຫວຽດ)

ວັນ​ທີ 26 ພຶດສະພາ, ຢູ່​ນະຄອນ Augsburg, ສະມາຄົມ​ຊາວ​ຫວຽດນາມ - ​ເຢຍລະ​ມັນ ຢູ່ເຂດ Swabian ​ໄດ້​ຈັດ​ຕັ້ງ​ພິທີ​ໄຂສົກຮຽນເປີດ​ຫ້ອງ​ຮຽນ​ພາສາ ​ຫວຽດນາມ ​ແນໃສ່ເພື່ອ​ໜູນ​ຊ່ວຍ​ລຸ້ນໜຸ່ມ​ທີ່​ເກີດ ​ແລະ ​ເຕີບ​ໃຫຍ່​ຢູ່ ​ເຢຍລະ​ມັນ ກໍ່​ຄື​ລູກ​ຫຼານ​ຂອງ​ບັນດາ​ຄອບຄົວ​ວັດທະນະທຳ ຫວຽດນາມ - ​ເຢຍລະ​ມັນ ໄດ້ຮຽນພາສາຫວຽດ ​ແລະ ປະກອບສ່ວນ​ອະນຸລັກ​ຮັກສາ ຄວາມງາມທາງດ້ານມູນເຊື້ອວັດທະນະທໍາຂອງຊາດ.

​ເຂົ້າ​ຮ່ວມ​ໂຄງການ​ມີ​ຄະນະ​ຜູ້​ແທນ​ສະຖານ​ກົງສຸນ​ໃຫຍ່​ ຫວຽດນາມ ປະຈຳ Frankfurt am Main; ທ່ານ Gregor Lang, ສະມາຊິກ​ສະພາ​ນະຄອນ Augsburg ​ແລະ ​ເດັກນ້ອຍ ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ພ້ອມ​ກັບ​ພໍ່​ແມ່ຜູ້ປົກຄອງ.

ກ່າວ​ຄຳ​ປາໃສເປີດລາຍການ, ທ່ານ​ນາງ ​ເລ່ແທງ​ເຮື່ອງ, ປະທານ​ສະມາຄົມ​ຊາວ ຫວຽດນາມ - ​ເຢຍລະ​ມັນ Schwaben ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສິດສອນ ​ແລະ ປົກ​ປັກ​ຮັກສາ​ພາສາ ​ຫວຽດນາມ ​ໃຫ້​ແກ່​ເດັກນ້ອຍ ຫວຽດນາມ ທີ່​ເກີດ ​ແລະ ​ເຕີບ​ໃຫຍ່​ຢູ່ ​ເຢຍລະ​ມັນ.

ທ່ານ​ປະທານ​ສະມາຄົມ​ຊາວ ຫວຽດນາມ - ​ເຢຍລະ​ມັນ Schwaben ​ແບ່ງປັນ​ວ່າ: “ຫ້ອງຮຽນພາສາ ຫວຽດນາມ ​ແມ່ນ​ບ່ອນ​ອະນຸລັກ​ຮັກສາ​ພາສາ ​ຫວຽດນາມ ​ໃຫ້​ລຸ້ນໜຸ່ມ, ບໍ່​ພຽງ​ແຕ່​ໜູນຊ່ວຍໃຫ້ນ້ອງໆຮັກສາ​ພາສາ​ບ້ານ​ເກີດ​ເມືອງ​ນອນ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ວັດທະນະທຳ ​ແລະ ປະຫວັດສາດ​ບັນດາ​ເຜົ່າ, ​ເພີ່ມ​ທະວີ​ສາຍ​ພົວພັນ​ອັນສະໜິດສະໜົມໃນ​ຄອບຄົວ, ພັດທະນາຕົນເອງ ກໍຄືຮັກ​ສາ​ການ​ເຊື່ອມ​ໂຍງ​ຊຸມ​ຊົນ”.

ທ່ານ​ນາງ ເລ່​ແທງ​ເຮື່ອງ ກໍ່​ເນັ້ນ​ໜັກ​ວ່າ, ສະມາຄົມ ຫວຽດນາມ - ​ເຢຍລະ​ມັນ Schwaben ຍາມ​ໃດ​ກໍ່​ມຸ່ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ , ຮັກສາ​ບັນດາ​ມູນເຊື້ອ​ວັດທະນະທຳ​ຂອງ​ຊາດ, ​ໃນ​ນັ້ນ​ມີ​ພາສາ ​ຫວຽດນາມ. ນອກຈາກຫ້ອງຮຽນພາສາ ຫວຽດນາມ, ບັນດາສະມາຊິກຂອງສະມາຄົມກໍ່ບໍ່ລັງເລທີ່ຈະຈັດຕັ້ງບັນດາການເຄື່ອນໄຫວວັດທະນະທໍາຜ່ານຫຼາຍຮູບຫຼາຍແບບທີ່ອຸດົມສົມບູນ ແລະ ຫຼາກຫຼາຍເຊັ່ນ: ບຸນໄຫວ້ພະຈັນ, ການລະຫຼິ້ນພື້ນບ້ານ, ການດຳເນີນຊີວິດຂອງຊຸມຊົນ, ເພື່ອເພີ່ມທະວີການຕິດຕໍ່ສື່ສານເປັນພາສາຫວຽດນາມ, ຊ່ວຍເຫຼືອຄົນລຸ້ນທີ່ເກີດ ແລະ​ ເຕີບໃຫຍ່ທີ່ນີ້ໄດ້​​ມີ​ການ​ພົວ​ພັນ​ໃກ້​ຊິດ​ກັບ​ພາ​ສາ​ກໍາ​ເນີດ​ຂອງ​ເຂົາ​ເຈົ້າ​.

ເປີດຫ້ອງຮຽນພາສາ ຫວຽດນາມ ຢູ່ນະຄອນ Augsburg

ຫົວໜ້າກົງສຸນໃຫຍ່ທ່ານ ລືວຊ່ວນໂດ່ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຮ່ວມເດີນທາງ, ອຳນວຍ​ຄວາມ​ສະດວກ​ຈາກ​ອຳນາດ​ການ​ປົກຄອງ​ນະຄອນ Augsburg. (ທີ່ມາ: ເຮື່ອງຫວຽດ)

ພິ​ເສດ​, ມີການ​ເຂົ້າ​ຮ່ວມ​ພິ​ທີ​ໄຂສົກຮຽນຂອງ​ຄະ​ນະ​ຜູ້​ແທນ​ສະ​ຖານ​ກົງ​ສຸນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Frankfurt am Main. ກ່າວ​ຄຳ​ປາໄສທີ່​ລາຍການ, ຜູ້ຕາງໜ້າ​ຄະນະ, ຫົວໜ້າກົງສຸນໃຫຍ່ ລືວຊ່ວນໂດ່ງ ​ໃຫ້​ຮູ້​ວ່າ: ການ​ຮັກສາ​ຄວາມ​ງາມ​ດ້ານ​ມູນເຊື້ອວັດທະນະທຳ​​ຢູ່​ເຂດ​ຫ່າງ​ໄກ​ຈາກບ້ານເກີດເມືອງນອນ, ​ໃນ​ນັ້ນ​ມີ​ພາສາ​ ຫວຽດນາມ ​ແມ່ນ​ອັນສຳຄັນ​ທີ່​ສຸດ; ການ​ຮັກສາ​ພາສາ​ ຫວຽດນາມ ​ໃຫ້ຜ່ານ​ຫຼາຍ​ລຸ້ນຄົນ​ຈະ​ສ້າງວົງຍະນະຍາດ​ປະຊາ​ຄົມ​ຊາວ ​ຫວຽດນາມ ​ໃຫ້​ນັບ​ມື້​ນັບເຕີບໃຫຍ່ເຂັ້ມແຂງ, ມຸ່ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ.

ສະ​ຖານ​ກົງ​ສູນ​ໃຫຍ່​ຈະ​ພ້ອມ​ກັບ​ສະ​ມາ​ຄົມ ​ຫວຽດ​ນາມ - ເຢຍ​ລະ​ມັນ Schwaben ໃນ​ການ​ກໍ່​ສ້າງ ແລະ ເປີດກວ້າງ​ບັນ​ດາ​ຫ້ອງ​ຮຽນ​ພາສາ ຫວຽດ​ນາມ, ໝູນຊ່ວຍ​ໃຫ້​ເດັກ​ນ້ອຍໄດ້​ມີ​ໂອ​ກາດ ເພື່ອ​ເພີ່ມ​ທະ​ວີ​ທັກ​ສະ​ພາສາ ຫວຽດ​ນາມ. ຜ່ານ​ໂຄງການ, ຫົວໜ້າກົມສູນໃຫຍ່​ທ່ານ ລືວຊ່ວນໂດ່ງ ​ໄດ້​ແບ່ງປັນ​ແຜນການ​ພົບ​ປະ​ກັບ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ​ປະ​ເທດ​ເຈົ້າພາບ​ໃນ​ໄລຍະ​ຈະ​ມາ​ເຖິງ ​ໂດຍ​ປາດ​ຖະໜາ​ຢາກ​ນຳ​ບັນດາ​ຫ້ອງ​ຮຽນພາສາ ​ຫວຽດນາມ ​ເຂົ້າ​ໃນ​ລະບົບ​ໂຮງຮຽນ​ສາທາລະນະ​ຂອງ ​ເຢຍລະ​ມັນ.

ສຳລັບຜູ້ຕາງໜ້າ​ສະພານະຄອນ Augsburg, ທ່ານ Gregor Lang ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ພາກ​ພູມ​ໃຈ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ໜ້າ​ຟົດຟື້ນ ​ແລະ ມີ​ລັກສະນະ​ຕັ້ງໜ້າ​ຂອງ​ສະມາຄົມ ຫວຽດນາມ - ​ເຢຍລະ​ມັນ Schwaben, ປະກອບສ່ວນ​ສ້າງສາ, ພັດທະນາ ແລະ ເຮັດ​ໃຫ້ ”ຮູບ​ພາບ​ວັດທະນະທຳ ແລະ ຊົນ​ເຜົ່າທີ່ຫຼາກຫຼາຍ” ຂອງ​ນະ​ຄອນ Augsburg ເວົ້າສະ​ເພາະ ​ແລະ​ ຂອງ​ ເຢຍ​ລະ​ມັນ​ ເວົ້າລວມ​ ມີຄວາມອຸດົມສົມບູນ, ​ມີຊີວິດຊີວາ.

ພ້ອມ​ກັນ​ນັ້ນ, ທ່ານ ​Gregor Lang ຍັງ​ໄດ້​ແບ່ງປັນວ່າໄດ້​ເຫັນ​ພ້ອມ ​ທັງ​ຈະ​ສະ​ເໜີ​ຄວາມປາດຖະໜາຂອງ​ກົງ​ສຸນ​ໃຫຍ່​ທີ່​ກ່າວ​ມາ​ນີ້​ຕໍ່​ສະພາ​ນະຄອນ; ສືບ​ຕໍ່​ຮ່ວມເດີນທາງ, ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ສະມາຄົມ ຫວຽດນາມ - ​ເຢຍລະ​ມັນ Schwaben ນັບ​ມື້​ນັບ​ພັດທະນາ.

ໃນຕອນທ້າຍຂອງພິທີໄຂສົກຮຽນ, ມີການສະແດງສີລະປະກ່ຽວກັບບ້ານເກີດເມືອງນອນ, ຄູ-ອາຈານ ແລະ ໂຮງຮຽນ ໂດຍພໍ່ແມ່ປະຊາຊົນ ແລະ ນັກຮຽນໄດ້ສະແດງ. ຜ່ານນັ້ນ, ພໍ່ແມ່ປະຊາຊົນກໍ່ສະແດງຄວາມປິຕິຊົມຊື່ນ, ຕື່ນຕາຕື່ນໃຈ ແລະ ຫວັງວ່າ ຫ້ອງຮຽນພາສາ ຫວຽດນາມ ຂອງສະມາຄົມຊາວ ຫວຽດນາມ - ເຢຍລະມັນ Schwaben ຈະແມ່ນບ່ອນເພື່ອໃຫ້ລູກຫຼານມີຄວາມຮູ້ສຶກປອດໄພໃນການຮຽນ, ຝຶກຊ້ອມ, ພົບປະແລກປ່ຽນ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກວ່າດ້ວຍພາສາບ້ານເກີດເມືອງນອນ ຢູ່ໃນຕ່າງປະເທດ; ແມ່ນ​ຄົນ​ລຸ້ນ​ຕໍ່​ໄປ​ທີ່​ປົກ​ປັກ​ຮັກ​ສາ​ຄວາມ​ສວຍ​ງາມ​ຂອງ​ມູນເຊື້ອວັດ​ທະ​ນະ​ທຳ, ສີສັນຂອງ​ຊາດ​, ຍາມໃດກໍ່ມຸ່ງໄປສູ່ບ້ານເກີດເມືອງນອນ.

City tour - ທ່າອ່ຽງທ່ອງທ່ຽວ “ພົ້ນເດັ່ນ” ຢູ່ນະຄອນ ຫາຍຟ່ອງ City tour - ທ່າອ່ຽງທ່ອງທ່ຽວ “ພົ້ນເດັ່ນ” ຢູ່ນະຄອນ ຫາຍຟ່ອງ

ມີນັກທ່ອງທ່ຽວຫຼາຍຄົນມາຈາກນະຄອນຫຼວງ ຮ່າໂນ້ຍ ແລະ ບັນດາແຂວງເຂດໃກ້ຄຽງມາ ຫາຍຟ່ອງ ເພື່ອຮັບປະທານບັນດາເຍື່ອງອາຫານຢູ່ເຂດຖະໜົນທີ່ເປັນເອກະລັກສະເພາະ.

ນ້ຳໃຈອົບອຸ່ນຂອງປະຊາຊົນໃນໄລຍະເກີດໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ ນ້ຳໃຈອົບອຸ່ນຂອງປະຊາຊົນໃນໄລຍະເກີດໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ

ມີຊາວນະຄອນ ໂຮ່ຈີມິນ ນັບແສນຄົນພວມປະສົບກັບຄວາມຫຍຸ້ງຍາກດ້ານວຽກເຮັດງານທຳ, ລາຍຮັບ, ຕະຫຼອດຮອດຄາບເຂົ້າໃນແຕ່ລະມື້. ພ້ອມກັບການໜູນຊ່ວຍຂອງອຳນາດການປົກປ້ອງ, ການແບ່ງປັນຂອງບັນດາທ້ອງຖິ່ນອື່ນໆ.

ມິງດຶກ

ເຫດການ
302 Found

Found

The document has moved here.