ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນ​ຢູ ສະ​ເຫຼີ​ມສະຫຼອງ​ວັນ​ເດັກນ້ອຍ​ສາກົນ

09:43 | 01/06/2024

ຍສໝ - ທຶນການສຶກສາ 50 ທຶນ​ ໄດ້​ມອບ​ໃຫ້​ນັກຮຽນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ນັກຮຽນ​ດຸ​ໝັ່ນ, ຮຽນ​ເກັ່ງ​ຢູ່​ໂຮງຮຽນ​ສອງ​ພາສາ​ ລາວ-ຫວຽດນາມ ຫງວຽນ​ຢູ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ເດັກນ້ອຍ​ສາກົນ.

ກອງປະຊຸມສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະ​ຖານ​ທູດ​ ກູ​ບາ ປະ​ຈຳ​ ໄຕ​ນິງ
VNHIP ໜູນ​ຊ່ວຍ 1,8 ຕື້​ດົ່ງ ​ເພື່ອ​ປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ຢູ່ ດ່າ​ນັງ

ຕອນ​ເຊົ້າ​ວັນ​ທີ 31 ພຶດສະພາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄູ​ອາຈານ ​ແລະ ນັກຮຽນ​ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນ​ຢູ ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ເດັກນ້ອຍ​ສາກົນ ທີ 1 ມິຖຸນາ.

​ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ​ສະຖານທູດ​ ຫວຽດນາມ ປະຈຳ ​ລາວ, ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະມາຄົມຜູ້ປົກຄອງຂອງນັກຮຽນ ພ້ອມກັບຄູ​ອາຈານ ​ແລະ ນັກຮຽນ​ຂອງ​ໂຮງຮຽນ.

ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນ​ຢູ ສະ​ເຫຼີ​ມສະຫຼອງ​ວັນ​ເດັກນ້ອຍ​ສາກົນ

ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ. (ພາບ: TTXVN)

ກ່າວ​ຄຳປາໄສ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ອຳນວຍການໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນ​ຢູ, ທ່ານ​ນາງ ສີ​ວັນ​ເຮືອງ ເພັງ​ຄຳໄມ ​ໄດ້ທວນຄືນ​ຄວາມ​ໝາຍ​ພິ​ເສດ​ຂອງ​ວັນ​ເດັກ​ສາກົນ ທີ 1 ມິຖຸນາ; ເນັ້ນໜັກວ່າ ວັນເດັກນ້ອຍ ວັນທີ 1 ມິຖຸນາ ຍັງເປັນຂີດໝາຍແຫ່ງວັນບັນດານັກຮຽນ ກະກຽມສິ້ນສຸດສົກຮຽນທີ່ເຕັມໄປດ້ວຍຄວາມພະຍາຍາມ ແລະ ຄວາມຊົງຈຳທີ່ບໍ່ອາດລືມໄດ້ ເພື່ອມີບັນດາວັນພັກແລ້ງຢູ່ພ້ອມກັບຄອບຄົວ.

ຢ້ຳຄືນຄຳເວົ້າຂອງລຸງໂຮ່ ທີ່ຮັກແພງ “ເດັກນ້ອຍໃນມື້ນີ້, ໂລກໃນມື້ອື່ນ”, ທ່ານນາງ ສີ​ວັນ​ເຮືອງ ເພັງ​ຄຳໄມ ເນັ້ນໜັກວ່າ: ການດູແລ, ປົກປ້ອງ ແລະ ສຶກສາອົບຮົມໃຫ້ເດັກນ້ອຍ ບໍ່ພຽງແຕ່ແມ່ນໜ້າທີ່ຂອງຄອບຄົວ, ໂຮງຮຽນເທົ່ານັ້ນ, ຫາກຍັງເປັນຄວາມຮັບຜິດຊອບລວມຂອງທົ່ວສັງຄົມອີກດ້ວຍ.

ຕາມທ່ານນາງ ສີ​ວັນ​ເຮືອງ ເພັງ​ຄຳໄມ ແລ້ວ,ໂດຍເປັນໂຮງຮຽນພິເສດທີ່ຕາງໜ້າໃຫ້ຄວາມສາມັກຄີພິເສດ ລາວ-ຫວຽດນາມ, ໃນຊຸມປີມໍ່ໆມານີ້, ນອກຈາກວຽກງານການສອນແລ້ວ, ໂຮງຮຽນ ເວົ້າລວມ ແລະ ຄູ-ອາຈານ ແຕ່ລະຄົນເວົ້າສະເພາະ ຍັງເປັນນັກການທູດເຜີຍແຜ່ພື້ນຖານວັດ​ທະ​ນະ​ທໍາ​ພັນປີ ອະລິຍະທຳຂອງ​ປະ​ເທດ​ຊາດ, ປະຊາຊົນ ຫວຽດນາມ ຕໍ່ປະຊາຊົນຂອງປະເທດລ້ານຊ້າງທີ່ສວຍງາມ; ພ້ອມ​ກັນ​ນັ້ນ, ກໍ​ແມ່ນ​ຜູ້​ທີ່​ບຳລຸງ​ສ້າງ, ເພີ່ມພູນຄູນສ້າງ ແລະ ໄຕ້​ແສງ​ໄຟໃຫ້​ສາຍ​ພົວພັນ​ມິດຕະພາບ​ ລາວ-ຫວຽດນາມ ທີ່ແຈ່ມໃສ, ​ສັດ​ຊື່ບໍລິສຸດ.

ຕາງໜ້າ​ສະຖານທູດ ຫວຽດນາມ ປະຈຳ ລາວ, ທ່ານ​ນາງ ຫງວຽນ​ທິທ້ວນ, ທີ່ປຶກສາ, ຜູ້ປະຈຳ​ຄະນະ​ວຽກງານຊຸມ​ຊົນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນ​ຢູ ບັນລຸ​ໄດ້​ໃນ​ວຽກ​ງານ​ປົກປ້ອງ, ເບິ່ງ​ແຍງ​ດູ​ແລ​ເດັກ, ນັກຮຽນ; ຮຽກຮ້ອງ​ໃຫ້​ພໍ່​ແມ່ ແລະ ທົ່ວສັງຄົມຮ່ວມ​ມື, ປະກອບສ່ວນ​ເຂົ້າ​ໃນ​ການ​ດູ​ແລ, ສຶກສາ​ໃຫ້​ແກ່​ເດັກນ້ອຍ​ໃຫ້​ດີ​ຂຶ້ນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ​ໃຫ້​ແກ່​ຄູ​ອາຈານ 13 ທ່ານທີ່ໄດ້​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນຂະບວນການພັດທະນາ ​ແລະ ປົກ​ປັກ​ຮັກສາ​ພາສາ ຫວຽດນາມ; ຜູ້ຕາງໜ້າ​ບໍລິສັດ​ Star Telecom (Unitel), ຮ່ວມທຸລະກິດຂອງກຸ່ມອຸດສາຫະກຳ​ໂທລະ​ຄົມ​ກອງທັບ (Viettel) ປະຈຳ ​ລາວ ກໍ່​ໄດ້​ມອບ​ທຶນ​ສຶກສາ 50 ທຶນ​ໃຫ້​ນັກຮຽນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ນັກຮຽນ​ດຸ​ໝັ່ນ, ຮຽນ​ເກັ່ງ ແລະ ເຂົ້າ​ຮ່ວມ​ບັນດາຂະບວນການ, ການ​ເຄື່ອນ​ໄຫວ​ນອກ​ຫຼັກສູດ ໃນສົກຮຽນ 2023-2024 ຂອງໂຮງຮຽນຢ່າງຕັ້ງໜ້າ.

ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ, ສື່​ມວນ​ຊົນ​ໂລກ ​ໄດ້​ມີບັນດາບົດ​ຄວາມ​ຍ້ອງຍໍ​ໄຊຊະນະ​ນີ້, ຖື​ວ່າ​ແມ່ນບາດລ້ຽວໃນ​ປະຫວັດສາດແຫ່ງ​ການ​ປົກຄອງ​ແບບຫົວເມືອງຂຶ້ນ ແລະ ລະດົມກຳລັງໃຈຂະບວນການເອກະລາດ​ຂອງ​ຫຼາຍ​ປະ​ເທດ​ໃນ​ທົ່ວ​ໂລກ.

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຍສໝ - ຕາມ​ກົມ​ພັດທະນາ​ການທ່ອງທ່ຽວ​ຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ແລ້ວ, ​ໃນ 3 ​ເດືອນ​ຕົ້ນ​ປີ 2024, ປະ​ເທດນີ້ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1 ລ້ານ​ກວ່າ​ເທື່ອ​ຄົນ. ໃນນັ້ນ ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ຢືນ​ອັນ​ດັບ​ທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ​ໄທ ເທົ່ານັ້ນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.