ສາດ​ສະ​ດາ​ຈານ​ຍິງ​ເຊື້ອສາຍ​ຫວຽດ​ນາມ ​ຢູ່​ອັງ​ກິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ຖາ​ບັນບັນດິດ ​ເອີ​ລົບ

09:13 | 26/06/2024

ທ້າຍເດືອນ ເມສາ 2024, ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ, ເຮັດວຽກຢູ່ມະຫາວິທະຍາໄລ University College London - UCL (ລາດຊະອານາຈັກອັງກິດ), ໄດ້ຮັບການເລືອກຕັ້ງຢ່າງເປັນທາງການ ໃຫ້ເປັນສະມາຊິກຂອງສະຖາບັນການບັນດິດເອີຣົບ (Academia Europaea - AE) ແລະ ກາຍເປັນຄົນຫວຽດນາມ ຄົນທຳອິດທີ່ເຂົ້າຮ່ວມອົງການວິທະຍາສາດທີ່ມີຊື່ສຽງນີ້.

ຫວຽດນາມ ດຶງດູດນັກທ່ອງທ່ຽວ ເອີລົບ ໃນລະດູແລ້ງ
ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ລົງນາມໃນການຮ່ວມມືກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

ທ້າຍເດືອນ ເມສາ 2024, ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ, ເຮັດວຽກຢູ່ມະຫາວິທະຍາໄລ University College London - UCL (ລາດຊະອານາຈັກອັງກິດ), ໄດ້ຮັບການເລືອກຕັ້ງຢ່າງເປັນທາງການ ໃຫ້ເປັນສະມາຊິກຂອງສະຖາບັນການບັນດິດເອີຣົບ (Academia Europaea - AE) ແລະ ກາຍເປັນຄົນຫວຽດນາມ ຄົນທຳອິດທີ່ເຂົ້າຮ່ວມອົງການວິທະຍາສາດທີ່ມີຊື່ສຽງນີ້.

ສາດ​ສະ​ດາ​ຈານ​ຍິງ​ເຊື້ອສາຍ​ຫວຽດ​ນາມ ​ຢູ່​ອັງ​ກິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ຖາ​ບັນບັນດິດ ​ເອີ​ລົບ

ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ ເຂົ້າຮ່ວມພິທີມອບລາງວັນ “ແມ່ຍິງດີເດັ່ນດ້ານເຄມີສາດ ຫຼື ວິສະວະກຳເຄມີ ປີ 2023” ໃນເດືອນສິງຫາ 2023 ຢູ່ IUPAC, ປະເທດ ໂຮນລັງ. ພາບ: ສຳນັກຂ່າວສານຫວຽດນາມ

ໃນຖານະເປັນສະມາຊິກຂອງ 4 ສະມາຄົມວິທະຍາສາດຂອງອັງກິດ, ໃນນັ້ນ ຕ້ອງເວົ້າເຖິງ ສະມາຄົມ ເຄມີສາດ ລາດຊະວົງອັງກິດ ແຕ່ປີ 2010, ນີ້ແມ່ນຄັ້ງທໍາອິດທີ່ ທ່ານ ນາງ ແທ່ງ ໄດ້ກາຍເປັນສະມາຊິກຂອງສະຖາບັນບັນດິດລະດັບສາກົນຄື AE.

ໃນຖານະເປັນສະມາຊິກໃຫມ່ (2024), ທ່ານ ນາງ ແທ່ງ ຮູ້ສຶກເປັນກຽດທີ່ໄດ້ຮັບການເຊື້ອເຊີນຈາກສະຖາບັນບັນດິດເອີຣົບ ເພື່ອເຂົ້າຮ່ວມ ແລະ ນໍາສະເຫນີກ່ຽວການຄົ້ນຄວ້າຂອງລາວໃນກອງປະຊຸມປະຈໍາປີ 2024 ຂອງສະຖາບັນຢູ່ Wroclaw, ປະເທດໂປແລນ ໃນເດືອນພະຈິກ 2024 ແລະ ເຂົ້າຮ່ວມງານລ້ຽງກັບປະທານນາທິບໍດີປະເທດຂອງ ໂປແລນ.

ໂດຍສ້າງຕັ້ງຂຶ້ນໃນ 1988, ສະຖາບັນບັນດິດເອີຣົບ ແມ່ນອົງການຈັດຕັ້ງໜື່ງທີ່ບໍ່ຫວັງຜົນກໍາໄລເຊິ່ງຈັດຕັ້ງປະຕິບັດຄືກັບສະຖາບັນວິທະຍາສາດ ແລະ ມະນຸດສາດ ທົ່ວເອີລົບ. ສະມາຊິກຂອງສະຖາບັນປະກອບມີນັກວິທະຍາສາດທີ່ມີຊື່ສຽງຫຼາຍກວ່າ 5.500 ຄົນ ທີ່ມາຈາກບັນດາປະເທດເອີຣົບ ແລະ ຈາກຫຼາຍສາຂາວິຊາທົ່ວພາກພື້ນ, ໃນນັ້ນມີ 72 ຄົນທີ່ໄດ້ຮັບລາງວັນໂນແບລ (Nobel). ເປົ້າໝາຍຂອງສະຖາບັນແມ່ນເພື່ອສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ເຜີຍແຜ່ຜົນສຳເລັດທາງວິຊາການທີ່ດີເລີດໃນດ້ານມະນຸດສາດ, ກົດໝາຍເສດຖະກິດ, ສັງຄົມ ແລະ ການເມືອງວິທະຍາ, ຄະນິດສາດ, ການແພດ ແລະ ບັນດາຂະແໜງວິທະຍາສາດທຳມະຊາດ ແລະ ເຕັກໂນໂລຊີອື່ນໆໃນໂລກ. ນອກຈາກນັ້ນ, ຫນຶ່ງໃນພາລະກຳຫຼັກແຫຼ່ງຂອງສະຖາບັນແມ່ນເພື່ອສົ່ງເສີມຄວາມກ້າວຫນ້າຂອງການສຶກສາສາທາລະນະກວມລວມສໍາລັບທຸກໄວໃນບັນດາວິຊາວິທະຍາສາດ.

ເພື່ອກາຍເປັນສະມາຊິກຂອງສະຖາບັນບັນດິດເອີຣົບ, ບັນດາຜູ້ລົງສະຫມັກຕ້ອງໄດ້ຮັບການສະເໜີເລືອກເອົາຈາກກຸ່ມນັກວິທະຍາສາດທີ່ມີຄວາມເຊື່ອຖື, ຫຼັງຈາກນັ້ນ, ຂໍ້ມູນຂອງຜູ້ລົງສະຫມັກ ແລະ ຜົນງານການຄົ້ນຄວ້າວິທະຍາສາດຈະໄດ້ຮັບການຄົ້ນຄວ້າພິຈາລະນາຢ່າງລະອຽດຈາກສະຖາບັນ ແລະ ສຸດທ້າຍແມ່ນສະພາວິທະຍາສາດຂອງສະຖາບັນເລືອກເອົາ.

ເມື່ອ​ໂອ້​ລົມ​ສົນທະນາກັບ​ນັກ​ຂ່າວ​ສຳນັກ​ຂ່າວສານຫວຽດນາມ ປະຈຳອັງກິດ, ທ່ານ ສາດສະດາຈານ ນາງ ຫງວຽນ​ທິກິມ​ແທ່ງ ​ໄດ້​ເລົ່າ​ຄວາມດີໃຈ ​ແລະ ພາກພູມ​ໃຈ​ເມື່ອ​ໄດ້​ຮັບ​ເລືອກ​ເອົາເປັນ​ສະມາຊິກ​ຂອງ​ສະຖາບັນບັນດິດເອີ​ລົບ, ຖືນີ້​ແມ່ນ​ການ​ຮັບ​ຮູ້​ບັນດາ​ຜົນງານ​ການ​ຄົ້ນ​ຄ້ວາ, ການ​ສິດສອນ ​ແລະ ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ຕົນ ​ແລະ ບັນດາ​ເພື່ອນ​ຮ່ວມ​ງານ ໃນການເຜີຍແຜ່ຄວາມຮູ້ ແລະ ຄວາມມັກຮັກໃນການຄົ້ນຄວ້າວິທະຍາສາດໃຫ້ແກ່ຊຸມຊົນ.

ທ່ານ​ໄດ້​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ຮັບ​ເລືອກ​​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະຖາບັນບັນດິດ​ເອີຣົບ. ມັນເປັນສິ່ງສຸດຍອດທີ່ໄດ້ເຊື່ອມໂຍງເຂົ້າກັບ ສູນສະໝອງປັນຍາທີ່ຍິ່ງໃຫຍ່ ບໍ່ພຽງແຕ່ໃນຂົງເຂດວິທະຍາສາດທໍາມະຊາດ ແລະ ເຕັກໂນໂລຢີ, ຄະນິດສາດການແພດເທົ່ານັ້ນ, ແຕ່ຍັງແມ່ນມະນຸດສະທຳ, ກົດຫມາຍ, ເສດຖະກິດ, ສັງຄົມ ແລະ ວິທະຍາສາດສັງຄົມທາງດ້ານການເມືອງ. ພວກເຮົາຕ້ອງມີຄວາມພະຍາຍາມລວມໝູ່ ເພື່ອຮັບມືກັບສິ່ງທ້າທາຍອັນໃຫຍ່ຫຼວງຂອງສາກົນທີ່ພວກເຮົາປະເຊີນໃນມື້ນີ້ ແລະ ໃນອະນາຄົດ”.

ສຳລັບຫວຽດນາມ, ທ່ານຫວັງວ່າເຫດການນີ້ຈະປະກອບສ່ວນຍົກສູງຄວາມເຊື່ອໝັ້ນໃຫ້ບັນດານັກປັນຍາຊົນ, ນັກວິທະຍາສາດຫວຽດນາມ ຢູ່ໃນໂລກ, ສົ່ງເສີມໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນເຊື່ອມໂຍງເຂົ້າກັບວິທະຍາສາດທີ່ກ້າວໜ້າຂອງໂລກ.

ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ ແມ່ນໜື່ງໃນນັກປັນຍາຊົນຫວຽດນາມ ທີ່ມີຊື່ສຽງໂດ່ງດັງໃນບັນດານັກວິທະຍາສາດສາກົນ, ເປັນສາດສະດາຈານຊາວຫວຽດນາມ ຄົນທຳອິດຢູ່ມະຫາວິທະຍາໄລ UCL ນັບແຕ່ປີ 2013. ທ່ານໄດ້ຮຽນຈົບວິຊາເຄມີສາດຈາກມະຫາວິທະຍາໄລແຫ່ງຊາດຮ່າໂນຍ ໃນປີ 1992; ຫຼັງ​ຈາກ​ນັ້ນ ທ່ານ​ໄດ້​ຮັບ​ທຶນ​ການສຶກສາຄົ້ນ​ຄວ້າ​ສາ​ກົນ​ໃນ​ເນ​ເທີ​ແລນ ​ແລະ​ ປະ​ເທດ​ອັງ​ກິດ​, ບ່ອນ​ທີ່​ທ່ານ​ໄດ້​ຮັບໃບປະກາດ​ປະ​ລິນ​ຍາ​ເອກ ​ໃນ​ປີ 1998​.

​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ​ຫວຽດ​ນາມ ​​ໄປຖະຫວາຍທູບທຽນ, ປູກ​ຕົ້ນດອກ​ຈຳ​ປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ. ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ​ຫວຽດ​ນາມ ​​ໄປຖະຫວາຍທູບທຽນ, ປູກ​ຕົ້ນດອກ​ຈຳ​ປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ.

ຍສໝ - ວັນ​ທີ 11 ​ເມສາ, ຄະນະ​ປະຕິບັດງານສະຖານທູດ ລາວ ປະຈຳ ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຫວ້, ​​ໄປຖະຫວາຍທູບທຽນ ​ແລະ ​ປູກ​ຕົ້ນ​ດອກ​ໄມ້​ ຈຳປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ (ບ້ານ​ ໄທ​ເຊີນ, ຕາ​ແສງ ​ເຊີນລາຍ, ​ເມືອງ ຍໍ່ກວານ, ແຂວງ ນິງບິ່ງ). ຄະນະ​ປະຕິບັດງານໂດຍ​ທ່ານ​ນາງ ...

76 ທີມບານເຕະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ບານ​ເຕະ​ຊາວ ຫວຽດ​ນາມ ​ຢູ່​ເຂດ Kanto (ຍີ່​ປຸ່ນ) 76 ທີມບານເຕະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ບານ​ເຕະ​ຊາວ ຫວຽດ​ນາມ ​ຢູ່​ເຂດ Kanto (ຍີ່​ປຸ່ນ)

ຍສໝ - ຫວ່າງມໍ່ໆນີ້, ກອງ​ປະ​ຊຸມໃຫຍ່ບານ​ເຕະຊາວ ຫວຽດ​ນາມ ຢູ່​ເຂດ Kanto ປີ 2024 ໄດ້ເປີດຢ່າງເປັນທາງການຢູ່ສະໜາມກິລາ Redsland, ແຂວງ Saitama (ຍີ່​ປຸ່ນ). ເຫດການ​ຄັ້ງ​ນີ້ ມີການເຂົ້າຮ່ວມຂອງ 76 ທີມ, ໂດຍໄດ້ຮັບການຄັດ​ເລືອກຈາກ​ເກືອບ 100 ທີມ​ບານ​ເຕະສະໝັກຫຼິ້ນ​ໃນຂົງເຂດ.

ຊ ສະຫວັດ

ເຫດການ
302 Found

Found

The document has moved here.