ການເດີນທາງມາເປັນເວລາ 15 ປີທີ່ດັງກ້ອງກັງວານໄປດ້ວຍບົດເພງວິລະຊົນປະຕິວັດໃນປະເທດ ຝລັ່ງ

00:00 | 24/08/2024

ຍສໝ - ດົນຕີປະສານສຽງບ້ານ​ເກີດ​ເມືອງ​ນອນ​ໄດ້​ຜ່ານ​ການ​ເດີນທາງ​ມາ​ເປັນ​ເວລາ 15 ປີ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ແນະນຳ​ໃຫ້​ເພື່ອນ​ມິດສາ​ກົນ​ຮູ້ຈັກ​ພາບ​ພົດ​ຂອງ ​ຫວຽດນາມ ​ທີ່​​ສັນຕິພາບ ​ແລະ ສວຍ​ງາມ.

ເຊີດຊູນັກທຸລະກິດຜູ້ຍິງຫວຽດນາມ ຢູ່ ຝລັ່ງ
ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຝລັ່ງ ດຳເນີນຢູ່ ຮ່າໂນ້ຍ

ຫວ່າງແລ້ວນີ້, ຢູ່ສູນວັດທະນະທໍາ ຫວຽດນາມ ປະຈໍາ ຝລັ່ງ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງກອງດົນຕີປະສານສຽງບ້ານເກີດເມືອງນອນ ຫວຽດນາມ, ດ້ວຍການເຂົ້າຮ່ວມຂອງບັນດາພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ ຝລັ່ງ ແລະ ຊາວ ຝລັ່ງ ທີ່ຮັກແພງດົນຕີ, ວັດທະນະທຳ ຫວຽດນາມ.

ໂດຍຕອບສະໜອງເຫດການນີ້, ມີ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຫວຽດ​ນາມ ປະ​ຈຳ​ ຝລັ່ງ ດິງຕວານຖັງ ແລະ ທ່ານ ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ​ຫວຽດ​ນາມ ປະ​ຈຳ UNESCO ນາງ ຫງວຽນ​ທິເ​ວີນ​ແອ່ງ ເຂົ້າຮ່ວມ.

ການເດີນທາງມາເປັນເວລາ 15 ປີທີ່ດັງກ້ອງກັງວານໄປດ້ວຍບົດເພງວິລະຊົນປະຕິວັດໃນປະເທດ ຝລັ່ງ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດນາມ ດິງຕວານຖັງ ​ໃຫ້​ຮູ້​ວ່າ: ຄວາມ​ຮັກ​ແພງ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​ໄດ້​ຮັບ​ການ​ຖ່າຍ​ທອດ​ໂດຍ​ບັນ​ດາ​ສະ​ມາ​ຊິກ​ກອງດົນຕີປະສານສຽງບ້ານເກີດເມືອງນອນ ​ຜ່ານ​ບັນ​ດາ​ບົດ​ເພງ.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ດິງຕວານຖັງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ມີ​ຄວາມ​ໝາຍ​ຂອງ​ກອງດົນຕີປະສານສຽງບ້ານເກີດເມືອງນອນ. ສ້າງຕັ້ງເມື່ອ ປີ 2009, ກອງດົນຕີປະສານສຽງ ໄດ້ຮ່ວມເດີນທາງກັບບ້ານເກີດເມືອງນອນຜ່ານບັນດາບົດເພງວິລະຊົນຂອງການປະຕິວັດຊາດຢ່າງສະເໝີຕົ້ນສະເໝີປາຍ, ປະກອບສ່ວນໂຄສະນາບັນດາມໍລະດົກດົນຕີ ຫວຽດນາມ ໃຫ້ແກ່ພໍ່ແມ່ປະຊາຊົນຢູ່ຫ່າງໄກບ້ານ ແລະ ເພື່ອນມິດສາກົນ.

ບັນດາ​ລາຍການ​ສະ​ແດງທີ່ເຕັມໄປດ້ວຍ​ຄວາມ​ພາກພູມ​ໃຈ​ຕໍ່ປະ​ເທດ​ຊາດຂອງ​ກອງດົນຕີປະສານສຽງ​ບ້ານ​ເກີດ​ເມືອງ​ນອນ ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ, ງານສະ​ເຫຼີມສະຫຼອງ​ວັນ​ບຸນ​ໃຫຍ່, ເຫດການປະຫວັດສາດ​ສຳຄັນ​ຂອງ​ປະ​ເທດ, ​ໂດຍ​ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ, ຄະນະ​ຜູ້​ແທນ ​ຫວຽດນາມ ປະຈຳ UNESCO ຫຼື ບັນດາສະມາຄົມຊາວ ຫວຽດນາມ ໄດ້​ຈັດ​ຕັ້ງຢູ່ປະ​ເທດ​ປະຈຳຖິ່ນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດນາມ ດິງຕວານຖັງ ເນັ້ນ​ໜັກ​ວ່າ ບັນ​ດາ​ບົດ​ຂັບ​ຮ້ອງ​ບໍ່​ພຽງ​ແຕ່​ແມ່ນ​ທຳ​ນອງດົນຕີທຳ​ມະ​ດາ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຈິດ​ວິນ​ຍານ, ສີສັນ ແລະ ຮີດຄອງປະ​ເພ​ນີ​ຂອງ​ຊາວ ​ຫວຽດ​ນາມ ນຳອີກ.

ບັນດາ​ບົດ​ເພງ​ອັນ​ສະຫງ່າ​ລາສີ​ນັ້ນ​ໄດ້​ກາຍ​ເປັນ​ຈຸດ​ພົບ​ປະ​ທີ່​ໄດ້​ຮັບ​ຄວາມ​ຄອງຄອຍຢ່າງ​ສູງ​ຂອງ​ປະຊາ​ຄົມ​ຊາວ​ ຫວຽດນາມ ຢູ່ ຝລັ່ງ, ຂອງເພື່ອນ​ມິດ​ຊາວ​ ຝລັ່ງ ​ແລະ ສາກົນ​ທີ່​ຮັກ​ແພງ​ວັດທະນະທຳ ຫວຽດນາມ.

ການເດີນທາງມາເປັນເວລາ 15 ປີທີ່ດັງກ້ອງກັງວານໄປດ້ວຍບົດເພງວິລະຊົນປະຕິວັດໃນປະເທດ ຝລັ່ງ

ທ່ານ​ນາງ ຫງວຽນ​ເງິນ​ຮ່າ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ກໍ່​ຕັ້ງ​ກອງດົນຕີປະສານສຽງ​ບ້ານ​ເກີດ​ເມືອງ​ນອນ ​ຍ້ອນ​ຄວາມ​ຮັກ​ດົນຕີ​ປະຕິວັດ​ຂອງ​ປະ​ເທດຊາດ.

ໂດຍຫຼາຍ​ຄັ້ງ, ກອງດົນຕີປະສານສຽງ​ບ້ານ​ເກີດ​ເມືອງ​ນອນ​ໄດ້​ມີ​ໂອກາດ “ຕີ​ຣະຄັງຢູ່​ຕ່າງປະ​ເທດ” ​ເມື່ອ​ນຳ​ບັນດາ​ບົດ​ເພງຂອງ​ປະ​ເທດຊາດ​ເຂົ້າ​ໃນ​ບັນດາ​ລາຍການ​ໂດຍ​ອຳນາດການປົກຄອງ​ນະຄອນ Paris ຈັດ​ຕັ້ງ​ເນື່ອງ​ໃນໂອກາດ​ສະ​ເຫຼີ​ມສະຫຼອງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ ການ​ຮ່ວມ​ມືມິດຕະພາບ ຫວຽດນາມ - ຝລັ່ງ.

​ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດ ​ຫວຽດນາມ ປະຈຳ ຝລັ່ງ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ກອງດົນຕີປະສານສຽງ​ບ້ານ​ເກີດ​ເມືອງ​ນອນ ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມທີ່​ບໍ່​ຮູ້ອິດ​ເມື່ອຍ​ໃນ​ການ​ຊຸກຍູ້ການໂຄສະນາ​ວັດທະນະທຳ ​ແລະ ດົນຕີ​ຂອງ​ປະ​ເທດ​ຊາດ ຢູ່ ຝລັ່ງ ​ໃນ​ຕະຫຼອດ 15 ປີຜ່ານມາ.

ການເດີນທາງມາເປັນເວລາ 15 ປີທີ່ດັງກ້ອງກັງວານໄປດ້ວຍບົດເພງວິລະຊົນປະຕິວັດໃນປະເທດ ຝລັ່ງ

ກອງດົນຕີປະສານສຽງ​ບ້ານ​ເກີດ​ເມືອງ​ນອນ​ໄດ້​ຮັບ​ໃບ​ຍ້ອງຍໍ​ຂອງສະຖານທູດ ​ຫວຽດນາມ ປະຈຳ ຝລັ່ງ ​ຍ້ອນບັນດາຄວາມມານະພາຍາຍາມຊຸກຍູ້​ການໂຄສະນາ​ວັດທະນະທຳ, ດົນຕີ ​ແລະ ສິລະ​ປະ​ ຫວຽດນາມ ຢູ່​ປະ​ເທດ​ປະຈຳຖິ່ນ.

ຕາມ​ທ່ານ​​ ເອກ​ອັກຄະ​ລັດຖະທູດ ນາງ ຫງວຽນ​ທິເວີນ​ແອ່ງ ​ແລ້ວ, ກອງດົນຕີປະສານສຽງ​ບ້ານ​ເກີດ​ເມືອງ​ນອນ​​ໄດ້​ຮັບ​ການ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ ​ແລະ ​ເວທີ​ປາ​ໄສ UNESCO ເປັນ​ຫຼາຍ​ເທື່ອ, ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ​ຂອງ​ ຫວຽດນາມ ຢູ່​ໃນ​ໂລກ. ທ່ານເອກ​ອັກຄະ​ລັດຖະທູດ ​ໄດ້​ຕີ​ລາຄາຢ່າງ​ສູງ​​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ລຸ້ນຄົນສະມາຊິກກອງດົນຕີປະສານສຽງ​ບ້ານ​ເກີດ​ເມືອງ​ນອນ​ໃນ​ຊຸມ​ປີ​ທີ່ຜ່ານ​ມາ​ ​ແລະ ປາດ​ຖະໜາ​ວ່າ ກອງດົນຕີປະສານສຽງຈະ​ສືບ​ຕໍ່​ມີ​ບັນດາ​ຜົນງານ​ໃໝ່​ໃນ​ໄລຍະ​ຈະ​ມາ​ເຖິງ.

ອະດີດ​ປະທານ​ສະມາຄົມ​ມິດຕະພາບ ​ຝລັ່ງ - ຫວຽດນາມ, ທ່ານ Gerard Daviot ​ແບ່ງປັນ​ວ່າ, ການ​ພົວພັນ​ລະຫວ່າງ​ ຝລັ່ງ ​ແລະ ຫວຽດນາມ ມີ​ປະຫວັດສາດ​ທີ່ຍາວ​ນານ, ​ເປັນຂີດໝາຍດ້ວຍບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ ​ແລະ ການ​​ແລກປ່ຽນ​ລະຫວ່າງ​ການ​ນຳ​ຂອງ​ສອງ​ປະ​ເທດ​ເປັນ​ປະຈຳ, ດ້ວຍ​ບັນດາ​ໂຄງການ​ເຮັດ​ວຽກ ແລະ​ ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ໃນ​ຫຼາຍ​ຂົງ​ເຂດ​. ມາ​ຮອດ​ປະ​ຈຸ​ບັນ, ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຜ່ານ​ການ​ສະ​ແດງ​ດົນ​ຕີ ​ຫວຽດ​ນາມ ກໍ່ຍັງ​ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ຈາກບັນດາສະມາຊິກທີ່ຮ້ອງເພງດ້ວຍຄວາມເມົາມົວຫຼົງໄຫຼ ແລະ ຍັງບໍ່ທັນສາມາດກຳເຄື່ອງໝາຍຂອງບັນດາໂນດ ແລະ ຈັງຫວະຂອງດົນຕີໄດ້, ມາຮອດປະຈຸບັນ, ກອງດົນຕີປະສານສຽງ​ບ້ານ​ເກີດ​ເມືອງ​ນອນ ໄດ້ເຕົ້າໂຮມສະມາຊິກຫຼາຍລຸ້ນຄົນຈາກທຸກໄວ ແລະ ທຸກອາຊີບໃນການດຳລົງຊີວິດ. ​ເຂົ້າ​ຮ່ວມ​ກອງດົນຕີປະສານສຽງ​ບ້ານ​ເກີດ​ເມືອງ​ນອນ​ມີ​ບັນດາ​ນັກ​ສຶກສາ​ທີ່​ພວມ​ຮ່ຳຮຽນ​ຢູ່​ຕ່າງປະ​ເທດ​, ​ໄວ​ໜຸ່ມ​ລຸ້ນທີ 2, 3 ​ແລະ ບັນດາ​ສະມາຊິກ​ຜູ້​ເຖົ້າ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ປະ​ເທດ​ປະຈຳຖິ່ນ​ເປັນ​ເວລາ​ຫຼາຍ​ປີ.

ການເດີນທາງມາເປັນເວລາ 15 ປີທີ່ດັງກ້ອງກັງວານໄປດ້ວຍບົດເພງວິລະຊົນປະຕິວັດໃນປະເທດ ຝລັ່ງ

ກອງດົນຕີປະສານສຽງ​ບ້ານ​ເກີດ​ເມືອງ​ນອນ​ໄດ້​ຖ່າຍຮູບ​ທີ່​ລະນຶກ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ - ຫົວໜ້າ​ຄະນະ​ຜູ້​ແທນ ​ຫວຽດນາມ​ ປະຈຳ​ອົງການ UNESCO ນາງ ຫງວຽນ​ທິເວີນແອ່ງ (ເສື້ອຍາວ​ສີຂຽວ​) ​ແລະ ທ່ານ ເວືອງ​ຮຶວ​ເຍີນ ປະທານ​ສະມາຄົມ​ຊາວ ຫວຽດນາມ ປະຈຳ ຝລັ່ງ.

ທ່ານ Laurent Gaurois, ສະມາຊິກ​ພິ​ເສດ​ຂອງ​ກອງດົນຕີປະສານສຽງ​ບ້ານ​ເກີດ​ເມືອງ​ນອນ, ​ແບ່ງປັນ​ວ່າ: ​ເຖິງ​ວ່າ​ເປັນ​ຊາວ​ ຝລັ່ງ, ​ແຕ່​ບັນດາ​ບົດ​ເພງ​ຍ້ອງຍໍ​ບ້ານ​ເກີດ​ເມືອງ​ນອນ, ຄວາມ​ຮັກ​ແພງ​ປະ​ເທດ​ຊາດ ​ແລະ ຄວາມ​ພາກພູມໃຈ​ຂອງ​ປະ​ເທດ​ຊາດ​ຂອງ​ກອງດົນຕີປະສານສຽງ​ຊາວ ຫວຽດນາມ ລ້ວນ​ແຕ່​ໄດ້​ດຶງ​ດູດ​ຂ້າພະ​ເຈົ້າ​ນັບ​ແຕ່​ມື້​ທຳ​ອິດ.

ພາຍຫຼັງ​ໄດ້​ຕັດສິນ​ໃຈ​ເຂົ້າ​ຮ່ວມ​ກອງດົນຕີປະສານສຽງ​​ໃນ​ຖານະ​ແຍກສຽງສູງ, ​ເຖິງ​ວ່າ​​ຍັງ​ບໍ່​ເກັ່ງ​ພາສາ​ ຫວຽດນາມ, ​ແຕ່​ທ່ານ Laurent Gaurois ກໍ່​ບໍ່​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ປານໃດ​ໃນ​ການ​ຈັບ​ເອົາ​ເນື້ອ​ໃນ​ຂອງ​ເພງ​ຍ້ອນ​ເນື້ອ​ໃນ​ທີ່​ແປ​ແລ້ວ, ກໍ່ຄື​ການ​ໜູນ​ຊ່ວຍການ​ອອກສຽງ​ຈາກ​ໝູ່​ເພື່ອນ​ໃນ​ກຸ່ມ, ຈາກ​ນັ້ນ​ຈຶ່ງສາມາດ​ສະ​ແດງ​ບົດ​ເພງ​ປະ​ຕິ​ວັດ ​ຫວຽດ​ນາມ ​ຢ່າງ​ເຕັມ​ທີ່.

ໂດຍໄດ້ກາຍເປັນນິໄສທີ່ຂາດບໍ່ໄດ້ໃນທຸກໆທ້າຍອາທິດ, ທ່ານ Laurent Gaurois ຍັງພະຍາຍາມຈັດແຈງວຽກງານຂອງຕົນເພື່ອເຂົ້າຮ່ວມຝຶກຊ້ອມສຽງກັບກອງດົນຕີປະສານສຽງບ້ານ​ເກີດ​ເມືອງ​ນອນ ໃນທຸກຕອນບ່າຍວັນອາທິດ.

ທ້າວ Mathieu Montagut ແລະ ນາງ Chloe Walfard ແມ່ນສອງຄົນໃນຈຳນວນຜູ້ຊົມຊາວ ຝລັ່ງ ຫຼາຍຄົນທີ່ໄດ້ເຂົ້າຮ່ວມ ແລະ ສະໜັບສະໜູນການສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງກອງດົນຕີປະສານສຽງບ້ານ​ເກີດ​ເມືອງ​ນອນ. ທ້າວ Mathieu ແລະ ນາງ Chloe ແບ່ງ​ປັນວ່າ “ພວກ​ຂ້າພະເຈົ້າມີ​ຫມູ່​ເພື່ອນ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ກອງດົນຕີປະສານສຽງ ແລະ ​ຍັງ​ໄດ້​​ຕິດຕາມ​ການ​ເດີນ​ທາງ​ຂອງ ກອງດົນຕີປະສານສຽງບ້ານ​ເກີດ​ເມືອງ​ນອນ ໃນໄລຍະ​ຫຼາຍປີຜ່ານມາ. ​ເມື່ອ​ເຂົ້າ​ຮ່ວມ​ພິທີ​ໃນ​ມື້​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ຊົມ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ສະມາຄົມ​ຊາວ ​ຫວຽດນາມ​ ຈຳນວນ​ໜຶ່ງທີ່ໄດ້ປະກອບສ່ວນຄວາມມ່ວນຊື່ນ, ຄຽງຄູ່​ບັນດາ​ບົດ​ເພງ​ວິລະ​ຊົນ​ຂອງກອງດົນຕີປະສານສຽງ. ຜ່ານ​ບົດ​ເພງ, ພວກ​​ຂ້າພະ​ເຈົ້າເຂົ້າ​ໃຈ​ວ່າ: ພາສາ ຫວຽດ​ນາມ ແມ່ນ​ພາ​ສາ​ທີ່​ສວຍ​ງາມ​”.

ກອງດົນຕີປະສານສຽງບ້ານ​ເກີດ​ເມືອງ​ນອນ​ໄດ້​ຜ່ານ​​ໄລຍະ​ເວລາ 15 ປີ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ແນະນຳເຖິງເພື່ອນມິດສາກົນ ກ່ຽວກັບຮູບ​ພາບ​ປະ​ເທດ​ຊາດ​ທີ່​ສະຫງ່າ​ຜ່າ​ເຜີຍ, ສັນຕິພາບ ​ແລະ ສວຍ​ງາມ​ຂອງ​ ຫວຽດນາມ.

ຄວາມປະທັບໃຈຂອງຫວຽດນາມ ທີ່ງານບຸນໜັງສືພິມມະນຸດສະທໍາ ຝລັ່ງ ປີ 2023 ຄວາມປະທັບໃຈຂອງຫວຽດນາມ ທີ່ງານບຸນໜັງສືພິມມະນຸດສະທໍາ ຝລັ່ງ ປີ 2023

ຍສໝ - ໃນລະຫວ່າງ 3 ວັນແຕ່ວັນທີ 15 – 17 ກັນຍາ, ກຸ່ມໜັງສືພິມປະຊາຊົນ ໄດ້ເຂົ້າຮ່ວມງານບຸນໜັງສືພິມມະນຸດສະທໍາ ຄັ້ງທີ 88 ທີ່ຈັດຂຶ້ນຢູ່ນະຄອນ Plessis-Pâté ແຂວງ Essonne, ທາງພາກໃຕ້ຂອງ ປາຣີ.

ການທູດວັດທະນະທຳ ຊ່ວຍໃຫ້ຫວຽດນາມ ແລະ ຝລັ່ງ ຫຍັບເຂົ້າໃກ້ກັນ ການທູດວັດທະນະທຳ ຊ່ວຍໃຫ້ຫວຽດນາມ ແລະ ຝລັ່ງ ຫຍັບເຂົ້າໃກ້ກັນ

ຍສໝ - ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ, ການ​ທູດ​ວັດທະນະທຳ ​ແມ່ນ​ໜຶ່ງ​ໃນ 3 ​ເສົາ​ຄ້ຳ​ຂອງ​ພື້ນຖານການ​ທູດ​ຮອບດ້ານ​ຂອງ​ຫວຽດນາມ, ຄຽງ​ຄູ່​ກັບ​ການ​ທູດ​ດ້ານ​ການ​ເມືອງ, ​ເສດຖະກິດ. ພ້ອມກັນ​ນີ້​ ຍັງ​ເປັນ​ເຄື່ອງ​ມື​ທີ່​ມີ​ປະສິດທິ​ຜົນ​ ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ​ກັນ​ລະຫວ່າງບັນດາ​ປະຊາຊາດ.

ມິງດຶກ

ເຫດການ