ຍສໝ - ທ່ານພົນໂທ ຮສຈ.ປອ ຫງວຽນວັນແທງ, ອະດີດກຳມະການສູນກາງພັກ, ຮອງປະທານຮັບຜິດຊອບສະພາທິດສະດີສູນກາງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ຫາກໍ່ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ທີ່ໄດ້ຈັດຕັ້ງຢູ່ແຂວງ ລາວກາຍ ແຕ່ວັນທີ 27-30 ສິງຫາ 2024.
ຍສໝ - ທ່ານນາງ ສາດສະດາຈານ ຫງວຽນທິກິມແທງ ນັກວິຊາການຂອງສະພາມະຫາບັນດິດ ເອີຣົບ, ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລ ລອນດອນ (UCL) ລາຊາອານາຈັກ ອັງກິດ ກ່າວໄວ້ທີ່ເວທີປາໄສ “ນັກປັນຍາຊົນ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ” ປີ 2024 ທີ່ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເນັ້ນໜັກວ່າ ຂໍ້ມູນ ແລະ ບົດຮຽນປະສົບການຈາກການໂອ້ລົມສົນທະນານີ້ ຈະຊ່ວຍໃຫ້ແຕ່ລະປະເທດໃນການສ້າງ ຫຼື ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດໃນສະພາບການໃໝ່.
ຍສໝ - 2 ຝ່າຍເຫັນດີເປັນເອກະພາບກະກຽມໃຫ້ແກ່ການພົບປະແລກປ່ຽນ ແລະການພົບປະຂັ້ນສູງໃຫ້ເປັນຢ່າງດີ, ກ່ອນອື່ນໝົດແມ່ນກົນໄກພົບປະປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ທ່ານ; ເພີ່ມທະວີການຕິດພັນສອງພື້ນຖານເສດຖະກິດ, ນໍາການຮ່ວມມືໃນຂົງເຂດສຳຄັນອື່ນໆ ເຊັ່ນ: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ໃຫ້ເຂົ້າສູ່ລວງເລິກ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສປປ ລາວ.
ຍສໝ - ໃນການໄປຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກະຊວງການຕ່າງປະເທດ ຫວຽດນາມ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ອາເມລິກາ ໃນທ້າຍເດືອນສິງຫາ 2024, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ, ປະທານຄະນະກຳມະການ ໄດ້ຮັບຖະແຫຼງການຈາກເຈົ້າຄອງນະຄອນຊານຟານຊິດສໂກ ລົງນາມ ດ້ວຍເນື້ອໃນປະກາດເອົາວັນທີ 2 ກັນຍາ ປີ 2024 ເປັນວັນມໍລະດົກມິດຕະພາບ ຫວຽດນາມ - ອາເມລິກາ ຢູ່ນະຄອນ ແລະ ຂອບເຂດຂອງ ຊານຟານຊິດສໂກ ປີ 2024.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊົມເຊີຍບັນດາຜົນງານທີ່ປະເທດ ສ.ເກົາຫຼີ ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີການຟື້ນຟູເສດຖະກິດ, ປັບປຸງລະບົບຕ່ອງໂສ້ການສະໜອງ; ຕີລາຄາສູງການພົວພັນ ຫວຽດນາມ-ສ.ເກົາຫຼີ ໃນ 32 ປີຜ່ານ ມາ ໄດ້ຮັບການພັດທະນາຢ່າງວ່ອງໄວໃນທຸກຂົງເຂດ, ໂດຍສະເພາະແມ່ນພາຍຫຼັງສອງຝ່າຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເນັ້ນໜັກວ່າ ພັກ, ລັດຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນຮ່ວມມືມິດຕະພາບກັບ ສ.ເກົາຫຼີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສສ. ຫວຽດນາມ ຄົບຮອບ 79 ປີ (02/09/1945 – 02/09/2024), ການນຳບັນດາປະເທດ ສປປ.ລາວ, ສປ. ຈີນ, ລາຊະອານາຈັກ ກຳປູເຈຍ, ສ. ກູບາ, ສະຫະພັນ ລັດເຊຍ, ສ.ອິນເດຍ, ສປປ. ເກົາຫຼີ, ມົງໂກນ ໄດ້ສົ່ງສານ ແລະ ຈົດໝາຍອວຍພອນ ສົ່ງເຖິງການນຳພັກ, ລັດ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບ ທ່ານ ນາງ Pauline Tamesis ຜູ້ປະສານງານຂອງອົງການ ສະຫະປະຊາຊາດ ປະຈຳ ຫວຽດນາມ. ຈຸດສຸມຂອງການແລກປ່ຽນແມ່ນການປຶກສາຫາລືທິດທາງການຮ່ວມມືລະຫວ່າງສອງຝ່າຍ ໃນໄລຍະຈະມາເຖິງ.
ຍາໝ - ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ສະຖານທູດ UAE ໄດ້ຈັດຕັ້ງໂຄງການແລກປ່ຽນວັດທະນະທຳ UAE - ຫວຽດນາມ ໂດຍມີການເຂົ້າຮ່ວມຂອງຄະນະສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ.
ຍສໝ - ວັນທີ 26 ສິງຫາ 2024 ຢູ່ຮ່າໂນ້ຍ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ຈັດຕັ້ງການສົນທະນາຍຸດທະສາດການທູດ - ການປ້ອງກັນຊາດ ຄັ້ງທີ 9.
ຍສໝ - ການນຳບັນດາອົງການສູນກາງຂອງລາວ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດເຖິງພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ອ້າຍນ້ອງ; ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານເຊິ່ງພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ຍາດມາໄດ້ໃນຕະຫຼອດ 79 ປີຜ່ານມາໃນຫຼາຍຂົງເຂດ.
ຍສໝ - ວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຟ່ານແອງເຊັນ, ປະທານສະຫະພັນອົງການມິດຕະພາບຫວຽດນາມ (VUFO) ໄດ້ຕ້ອນຮັບທ່ານ Doraisamy Raja, ເລຂາທິການໃຫຍ່ພັກກອມມູນິດອິນເດຍ.
ຍສໝ - ວັນທີ 28 ສິງຫາ, ຢູ່ນະຄອນ Sydney (ອົດສະຕຣາລີ), ຄະນະປະຕິບັດງານແຂວງ ຢາລາຍ ນຳໂດຍທ່ານ ເຈົ່າຫງອກຕ໋ວນ, ຮອງເລຂາປະຈຳຄະນະພັກແຂວງ ໄດ້ສົມທົບກັບອຳນາດການປົກຄອງລັດ New South Wales ຈັດຕັ້ງເວທີປາໄສການພົວພັນການຄ້າ ແລະ ການລົງທຶນລະຫວ່າງແຂວງ ຢາລາຍ ກັບລັດ New South Wales ຂອງ ອົດສະຕຣາລີ. ການເຄື່ອນໄຫວແມ່ນເພື່ອສົ່ງເສີມການຄ້າ, ໂຄສະນາ ແລະ ແນະນຳບັນດາກາລະໂອກາດລົງທຶນຢູ່ແຂວງ ຢາລາຍ - ໜຶ່ງໃນບັນດາຈຸດພົ້ນເດັ່ນໃໝ່ກ່ຽວກັບການດຶງດູດການລົງທຶນຈາກຕ່າງປະເທດເຂົ້າ ຫວຽດນາມ.
ຍສໝ - ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ໜູນຊ່ວຍຝຶກອົບຮົມໃຫ້ນາຍທະຫານລາວ ກ່ຽວກັບວຽກງານບັນຊາ, ເປັນເສນາທິການ, ສິດສອນໃນໂຮງຮຽນ.
ຍສໝ - ນີ້ແມ່ນເນື້ອໃນຂອງການພົບປະແລກປ່ຽນລະຫວ່າງທ່ານ ຟ່ານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ, ໃນວັນທີ 28 ສິງຫາ ຢູ່ຮ່າໂນ້ຍ.
ຍສໝ - ຕອນຄ່ຳວັນທີ 23 ສິງຫາ, ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ແລະ ມະຫາວິທະຍາໄລ Malaya ໄດ້ຈັດຕັ້ງງານລາຕີພົບປະແລກປ່ຽນວັດທະນະທຳເພື່ອເຊື່ອມຕໍ່ນ້ຳໃຈມິດຕະພາບ. ເຫດການດັ່ງກ່າວ ໄດ້ດຶງດູດ ຊາວຫວຽດນາມ ຢູ່ມາເລເຊຍ, ຄູອາຈານ ແລະ ນັກສຶກສາຂອງໂຮງຮຽນເຂົ້າຮ່ວມນັບຮ້ອຍຄົນ.
ຍສໝ - ໃນໄລຍະຈະມາເຖິງ, ຄະນະຜູ້ແທນຊາວໜຸ່ມ 4 ແຂວງ ກວ໋າງຈິ, ສະຫວັນນະເຂດ, ສາລະວັນ, ເຊກອງ ໄດ້ໄປທັດສະນະສຶກສາບັນດາຮູບແບບການຜະລິດດຳເນີນທຸລະກິດດີເດັ່ນ, ບັນດາທັດສະນີຍະພາບທີ່ມີຊື່ສຽງຢູ່ແຂວງ ກວ໋າງຈິ; ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນປະສົບການວຽກງານຊາວໜຸ່ມ ແລະ ຂະບວນການອະນຸຊົນເຍົາວະຊົນ, ເປັນເອກະພາບແຜນການຮ່ວມມືໃນໄລຍະຈະມາເຖິງ.
ຍສໝ - ນີ້ແມ່ນເນື້ອໃນຂອງການພົບປະແລກປ່ຽນລະຫວ່າງທ່ານ ຟ່ານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ແລະ ທ່ານ Shawn Steil, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ, ໃນຕອນເຊົ້າວັນທີ 27 ສິງຫາ ຢູ່ ຮ່າໂນ້ຍ.
ຍສໝ - ທ່ານພົນໂທ ຈິ້ງວັນກວຽດ ສະແດງຄວາມເຄົາລົບນັບຖືຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານ ບຸນຍັງ ວໍລະຈິດ ທີ່ມີຕໍ່ການປັບປຸງສາຍພົວພັນລະຫວ່າງສອງປະເທດ ແລະສອງກອງທັບ; ພ້ອມທັງຫວັງວ່າ ດ້ວຍບົດຮຽນ, ອາລົມຈິດອັນດີງາມທີ່ມີຕໍ່ຫວຽດນາມ, ທ່ານ ບຸນຍັງ ວໍລະຈິດ ຈະສືບຕໍ່ສະໜັບສະໜູນ ແລະມີການປະກອບສ່ວນຫຼາຍຢ່າງເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ.
ຍສໝ - ສອງຝ່າຍເຫັນດີສືບຕໍ່ສົມທົບກັນຜັນຂະຫຍາຍໝາກຜົນຂອງບັນດາຂໍ້ຕົກລົງ ແລະການຢ້ຽມຢາມຂັ້ນສູງຢ່າງມີປະສິດທິຜົນ.
Ngày 27/8, Ủy viên Bộ Chính trị, Bí thư Thành ủy, Trưởng đoàn đại biểu Quốc hội thành phố Hà Nội Bùi Thị Minh Hoài đã chủ trì tiếp Đoàn Ban Kiểm tra Đảng - Thanh tra Chính phủ Thủ ...
ຍສໝ - ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 3 ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນໃຫ້ນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ.
ຍສໝ - ການຢ້ຽມຢາມແນໃສ່ຜັນຂະຫຍາຍແຜນການຮ່ວມມື ປີ 2024 ລະຫວ່າງສອງກະຊວງປ້ອງກັນປະເທດ; ເພີ່ມທະວີການແລກປ່ຽນ ແລະການພົບປະຂັ້ນສູງລະຫວ່າງກອງທັບສອງປະເທດ.
ຍສໝ - ໃນໄລຍະປະຫວັດສາດ, ຫວຽດນາມ-ລາວ ເວົ້າລວມ, ແຂວງແທງຮວ໊າ - ຫົວພັນ ເວົ້າສະເພາະ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ສ້າງສາ ແລະປົກປັກຮັກສາບ້ານເກີດເມືອງນອນ, ປະເທດຊາດ. ພ
ຍສໝ - ການສໍາຫຼວດບັນດາຮ່ອງຮອຍປະຫວັດສາດ, ການພົບປະໂດຍກົງກັບພະຍານປະຫວັດສາດ, ຜູ້ຖືກເຄາະຮ້າຍ, ຜູ້ກ່ຽວພັນກັບລະບອບດັບສູນເຊື້ອຊາດ Pol Pot... ແມ່ນກິດຈະກໍາທີ່ລວມຢູ່ໃນການສໍາຫຼວດ ແລະ ການໄປທັດສະນະສຶກສາໂດຍສູນເອກະສານ ກໍາປູເຈຍ (DC-Cam) ຈັດຂຶ້ນແຕ່ວັນທີ 20-23 ສິງຫາ. ນີ້ແມ່ນຄັ້ງທຳອິດທີ່ການເຄື່ອນໄຫວມີການເຂົ້າຮ່ວມຂອງນັກປະຫວັດສາດຕ່າງປະເທດ, ຈາກມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ).
ຍສໝ - ຫໍເທບທິດາປະເທດ ລາວ (ຢູ່ແຂວງ ນິງບິ່ງ) ຈະໄດ້ຮັບການບູລະນະ, ຍົກລະດັບເປັນສວນສາທາລະນະເປັນ “ສວນວັດທະນະທຳທ່ອງທ່ຽວ ຫວຽດນາມ - ລາວ”.
ຍສໝ - ນັ້ນແມ່ນສິ່ງທີ່ນັກສຶກສາ ຫວຽດນາມ ຫຼາຍຄົນໄດ້ແບ່ງປັນກັບນັກຂ່າວວາລະສານ ເທີຍດ້າຍ ເມື່ອເຂົາເຈົ້າໄປຮ່ຳຮຽນຢູ່ ລາວ.
ຍສໝ - ຜ່ານການແຮກສ່ຽວກຸ່ມຊຸມຊົນ, ເສັ້ນຊາຍແດນລະຫວ່າງແຂວງ ແທງຮວ໊າ - ຫົວພັນ ໄດ້ຮັບການຮັກສາ, ປົກປັກຮັກສາ ແລະເພີ່ມພູນຄູນສ້າງບົນພື້ນຖານຄວາມເຂົ້າໃຈ, ເຄົາລົບ, ໜູນຊ່ວຍ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ.
ຍສໝ - ອາດຢັ້ງຢືນໄດ້ວ່າ ຮູບແບບແຮກສ່ຽວນີ້ໄດ້ ແລະພວມສ້າງຄວາມສະໜິດຕິດພັນ, ນຳມາເຊິ່ງຄວາມອີ່ມໜໍາສໍາລານ, ຄວາມສຸກໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ. ນັ້ນກໍ່ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ສັດຊື່ບໍລິສຸດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.