ງານລາຕີພົບປະແລກປ່ຽນວັດທະນະທຳເອກະລັກພິເສດເຊື່ອມຕໍ່ນ້ຳໃຈມິດຕະພາບ ຫວຽດນາມ - ມາເລເຊຍ

07:11 | 30/08/2024

ຍສໝ - ຕອນ​ຄ່ຳ​ວັນ​ທີ 23 ສິງຫາ, ສະມາຄົມ​ມິດຕະພາບ​ ມາ​ເລ​ເຊຍ - ຫວຽດນາມ (MVFA) ​ແລະ ມະຫາວິທະຍາ​ໄລ ​Malaya ​ໄດ້​ຈັດ​ຕັ້ງ​ງານລາຕີ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເພື່ອ​ເຊື່ອມ​ຕໍ່ນ້ຳໃຈ​ມິດຕະພາບ. ເຫດການດັ່ງກ່າວ ໄດ້​ດຶງ​ດູດ​ ຊາວ​ຫວຽດ​ນາມ ​ຢູ່​ມາເລເຊຍ, ຄູອາຈານ ແລະ ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ເຂົ້າ​ຮ່ວມນັບ​ຮ້ອຍ​ຄົນ.

ສະພາແຫ່ງຊາດ ຫວຽດນາມ ແລະລັດຖະສະພາ ມາເລເຊຍ ພ້ອມແລ້ວທີ່ຈະລົງນາມໃນສັນຍາຮ່ວມມື
ມາເລເຊຍ ຍູ້ແຮງການສົ່ງອອກ ໄປຍັງຕະຫຼາດຫວຽດນາມ
ງານລາຕີພົບປະແລກປ່ຽນວັດທະນະທຳເອກະລັກພິເສດເຊື່ອມຕໍ່ນ້ຳໃຈມິດຕະພາບ ຫວຽດນາມ - ມາເລເຊຍ

ທ່ານນາງສາດສະດາຈານ, ປອ Yvonne Lim Ai Lian, ຮອງອະທິການບໍດີມະຫາວິທະຍາໄລ Malaya (ທີ່ສອງຈາກຂວາ) ແລະ ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກກັບບັນດາຜູ້ຊ່ຽວຊານດ້ານວັດທະນະທໍາ, ສິລະປະກອນ ແລະ ນັກທຸລະກິດ ຫວຽດນາມ.

ກ່າວ​ຄຳ​ປາໄສ​ເປີດກອງ​ປະຊຸມ, ທ່ານນາງ ສາດສະດາຈານ, ປອ Yvonne Lim Ai Lian, ຮອງອະທິການບໍດີມະຫາວິທະຍາໄລ Malaya ຢືນຢັນ​ກຳລັງ​ແຮງ​ຂອງ​ການ​ພົບປະແລກປ່ຽນ​ວັດທະນະທຳ​ໃນ​ການ​ຊຸກຍູ້​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ສາມັກຄີ​ລະຫວ່າງ 2 ປະ​ເທດ.

ທ່ານ​ນາງ​ໃຫ້ຮູ້​ວ່າ ລາຍການ​ນີ້​ໄດ້​ຮັບ​ການສ້າງ​ຢ່າງ​ລະອຽດລະອໍ ​ແລະ ອຸດົມສົມບູນ, ​ປະກອບ​ມີ​ການ​ແນະນຳ​ອາຫານ​ພື້ນ​ເມືອງ​ຫຼາຍ​ເຍື່ອງ, ບັນດາການສະ​ແດງ​ສິລະ​ປະ​ທີ່​​ຟົດຟື້ນ​ຂອງ ຫວຽດນາມ ​ແລະ ມາ​ເລ​ເຊຍ ​ກໍ່ຄືການ​ພົບປະແລກປ່ຽນ​ກັບ​ບັນດາ​ນັກ​ຊ່ຽວຊານ​ດ້ານ​ວັດທະນະທຳ. ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ໄດ້ແບ່ງປັນ​ຈຸດຄ້າຍຄື​ກັນ​ເທົ່າ​ນັ້ນ, ຫາກ​ຍັງ​ຄົ້ນເຫັນບັນດາ​ຈຸດ​ທີ່ເປັນເອກະລັກສະເພາະ​ໃນ​ວັດທະນະທຳ​​ຂອງແຕ່ລະ​ປະ​ເທດ​ອີກ​ດ້ວຍ.

ຕາມທ່ານນາງສາດສະດາຈານ, ປອ Yvonne Lim Ai Lian ​ແລ້ວ, ​ເຫດການ​ດັ່ງກ່າວ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ການຮ່ຳຮຽນ ​ແລະ ​ເຊື່ອມ​ໂຍງ​. ທ່ານນາງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ ການ​ສຶກສາ​ບໍ່​ພຽງແຕ່ຖືກຈຳກັດ​ຢູ່​ໃນ​ປຶ້ມ​ແບບຕຳລາຮຽນ ​ແລະ ​ໃນ​ຫ້ອງ​ຮຽນ​ເທົ່າ​ນັ້ນ, ​ຫາກ​ຍັງ​ລວມມີຄວາມນັບຖືຢ່າງສູງ​ຕໍ່​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະນະທຳ​, ສິ່ງທີ່ໄດ້​ສ້າງ​ໂລກຂຶ້ນ ​ແລະ ​ໂດຍ​ຜ່ານ​ນັ້ນ, ມະນຸດ​ກໍ່ສາມາດ​ສ້າງ​ບັນດາປະຊາ​ຄົມ​ທີ່​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ເມດ​ຕາ​ຫຼາຍ​ຂຶ້ນ.

ໂດຍຕາງໜ້າ​ໃຫ້​ສະຖານທູດ ​ຫວຽດນາມ ປະຈຳ​ ມາ​ເລ​ເຊຍ, ທ່ານ​ນາງ​ ຫງວຽນ​ທິຫງອກ​ແອ່ງ ​ຮອງ​ເອກ​ອັກຄະ​ລັດຖະທູດໃຫ້​ຮູ້​ວ່າ: ພາຍຫຼັງ​ກວ່າ​ເຄິ່ງສັດ​ຕະວັດ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, 2 ປະ​ເທດ​ໄດ້ ແລະ ພວມຮ່ວມກັນກໍ່ສ້າງ​ນ້ຳໃຈ​ມິດຕະພາບ​​ແບບ​ພິ​ເສດ ​ແລະ ແໜ້ນແຟ້ນ​ບົນ​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເຂົ້າໃຈ​ເຊິ່ງກັນ ​ແລະ ກັນ. ການ​ພົວພັນ​ຮ່ວມ​ມື​ໄດ້​ຮັບ​ການ​ພັດທະນາ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການ​ແລກປ່ຽນ​ວັດທະນະທຳ ​ແລະ ການພົບປະ​ແລກປ່ຽນ​ປະຊາຊົນ.

ທ່ານາງປາດ​ຖະໜາ​ວ່າ ​ໃນ​ອະນາຄົດ, ​ ​ຄະນະ​ວິຊາ​ພາສາ ​ແລະ ພາສາ​ສາດ (FLL) ເວົ້າສະເພາະ ​ແລະ ມະຫາວິທະຍາ​ໄລ Malaya ​ເວົ້າ​ລວມ ຈະ​ສືບ​ຕໍ່​ຮັກສາ​ບັນດາ​ການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ວັດທະນະທຳ​ພື້ນ​ເມືອງ​ເພື່ອ​ເຜີຍ​ແຜ່ ​ແລະ ຮັກສາ​ພາບ​ພົດ​, ວັດທະນະທຳ ​ແລະ ປະຊາຊົນ​ຢູ່​ແຕ່ລະ​ປະ​ເທດ, ສ້າງ​ກາລະ​ໂອກາດ​ຮ່ວມ​ມື ​ແລະ ສ້າງ​ສາຍ​ພົວພັນ​ໃຫ້ແໜ້ນແຟ້ນກວ່າອີກ.

ຜູ້ຕາງໜ້າ​ສະມາຄົມ​ມິດຕະພາບ​ ມາ​ເລ​ເຊຍ - ຫວຽດນາມ, ທ່ານ​ເລຂາທິການ ​ຫງວຽນ​ຈິ໋ເກືອງ ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ໃນ​ການ​ປະຕິບັດ​ພາລະກິດ​ເປັນຂົວ​ເຊື່ອມຕໍ່ຂອງປະຊາຄົມໃນການກໍ່ສ້າງ, ຕິດພັນນ້ຳໃຈ​ມິດຕະພາບ​ລະຫວ່າງ 2 ປະ​ເທດ, ມຸ່ງ​ໄປ​ເຖິງ​ການກໍ່ສ້າງ​ຄູ່​ຮ່ວມ​ມື​​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ແບ່ງປັນ​ຜົນ​ປະ​ໂຫຍ​ດຮ່ວມ, ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະນຳມາເຊິ່ງອະນາຄົດທີ່ສົດໃສໃຫ້ແກ່ຄົນລຸ້ນໜຸ່ມ.

ງານລາຕີພົບປະແລກປ່ຽນວັດທະນະທຳເອກະລັກພິເສດເຊື່ອມຕໍ່ນ້ຳໃຈມິດຕະພາບ ຫວຽດນາມ - ມາເລເຊຍ

ການສະແດງຟ້ອນພື້ນເມືອງຂອງຊົນເຜົ່າ ຫວຽດນາມ.

ທີ່​ເຫດການ, ບັນດາລາຍການສະ​ແດງ​ວັດ​ທະ​ນະ​ທຳ​ໄດ້​ຖືກ​ຈັດ​ຕັ້ງ​ສະຫຼັບກັນລະຫວ່າງບັນດາ​ລາຍການ​ຂອງ ​ຫວຽດ​ນາມ ແລະ ມາ​ເລ​ເຊຍ. ການສະແດງຟ້ອນ-ຮ້ອງເພງ “ເຊີນນ້ຳ – ເຊີນພູ” ໂດຍຜ່ານບົດເພງພື້ນເມືອງ ກວານຮໍ່, ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງມວນມະນຸດ, ໄດ້ຮັບການເລືອກເຟັ້ນເພື່ອເປີດງານ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນມິດ ມາເລເຊຍ ແລະ ສາກົນ.

ງານລາຕີພົບປະແລກປ່ຽນວັດທະນະທຳເອກະລັກພິເສດເຊື່ອມຕໍ່ນ້ຳໃຈມິດຕະພາບ ຫວຽດນາມ - ມາເລເຊຍ

ລາຍການສະແດງຟ້ອນພື້ນເມືອງ Tarian Zapin ຂອງ ມາເລເຊຍ.

ໃນ​ຂະ​ນະ​ນັ້ນ, ມີຫຼາຍລາຍການ​ສະ​ແດງ​ການ​ເຕັ້ນ​ລຳ​ພື້ນ​ເມືອງ​ຂອງ​ ມາ​ເລ​ເຊຍ​ ​ເຊັ່ນ Tarian Zapin, Tarian Joget ໄດ້​ຮັບ​ການ​ສະ​ແດງ​ດ້ວຍ​ສຽງ​ເພງ​ທີ່​ມີ​ຊີ​ວິດ​ຊີ​ວາ, ຂັ້ນ​ຕອນ​ການ​ເຕັ້ນ​ທີ່​ອ່ອນ​ໂຍນ​ ແລະ​ ຄ່ອງ​ຕົວໄດ້ສະທ້ອນໃຫ້ເຫັນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສຸພາບລຽບລ້ອຍ ແລະ ຄວາມລະອຽດອ່ອນ​ຂອງ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ ມາ​ເລ​ເຊຍ.

ມະຫາວິທະຍາໄລ Malaya ແມ່ນຢູ່ໃນກຸ່ມຂອງ 65 ມະຫາວິທະຍາໄລຊັ້ນນໍາຂອງໂລກ, ບ່ອນທີ່ບຳລຸງສ້າງນັກການເມືອງ ມາເລເຊຍ ຫຼາຍຄົນ. ປະຈຸ​ບັນ ໂຮງຮຽນ​ດັ່ງກ່າວ​ເປັນ​ບ່ອນ​ສຶກສາ​ຂອງ​ນັກ​ສຶກສາ​ຕ່າງປະ​ເທດ 3.500 ຄົນ​ຈາກ 90 ກວ່າ​ປະ​ເທດ. ຫຼັກສູດທາງວິຊາການຂອງໂຮງຮຽນໄດ້ຮັບການຍອມຮັບ ແລະ ຢັ້ງຢືນໃນທົ່ວໂລກດ້ວຍຫຼາຍກວ່າ 200 ຂົງເຂດ. ໃນປີ 1972, ພະແນກ FLL ໄດ້ຖືກສ້າງຕັ້ງຂຶ້ນດ້ວຍອົງການລິເລີ່ມເປັນສູນພາສາ. ສະຖານ​ທີ່​ນີ້​ແມ່ນ​ບ່ອນ​ຝຶກ​ອົບຮົມ​ພາສາ​ໃຫ້ແກ່ ມາ​ເລ​ເຊຍ.

ວິຊາພາສາ ຫວຽດນາມ ແລະ ວັດທະນະທໍາ ຫວຽດນາມ ເປັນວິຊາເລືອກສໍາລັບນັກສຶກສາ. ພາກວິຊາດັ່ງກ່າວມີອາຈານໜຶ່ງຄົນ ແລະ ສາດສະດາຈານ ຊາວຫວຽດນາມ ໄດ້ຮ່ວມເດີນທາງກັບພາກວິຊານີ້ເປັນເວລາດົນນານມາເຖິງທ່ານນາງພັກບຳນານໃນປີ 2017 ແລະ ວິຊາພາສາ ຫວຽດນາມ ຖືກຢຸດການສອນ. ປີ 2023, ການ​ສອນ​ພາ​ສາ​ຫວຽດ ແລະ ວັດ​ທະ​ນະ​ທຳ ​ຫວຽດ​ນາມ ໄດ້​ຟື້ນ​ຟູ​ຄືນ​ໃໝ່​ພາຍຫຼັງທີ່​ໂຮງ​ຮຽນ​ຮັບສະໝັກໄດ້ປະລິນຍາໂທພາສາສາດ ຊາວຫວຽດ​ນາມ ຄົນໜຶ່ງ, ອາຈານ ນາງ ຫງວຽນ​ທູ້ຍ​ທຽນເຮືອງ.

ງານລາຕີພົບປະແລກປ່ຽນວັດທະນະທຳເອກະລັກພິເສດເຊື່ອມຕໍ່ນ້ຳໃຈມິດຕະພາບ ຫວຽດນາມ - ມາເລເຊຍ

ບັນດາ​ເຍື່ອງ​ອາ​ຫານ ​ຫວຽດນາມ ​ແລະ ມາ​ເລ​ເຊຍ ​ໄດ້​ຮັບ​ການ​ນຳ​ມາສະແດງ​ໂດຍ​ສະມາຊິກ​ສະມາຄົມ​ມິດຕະພາບ ​ມາ​ເລ​ເຊຍ - ຫວຽດນາມ ທີ່​ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ.

​ເຂົ້າ​ຮ່ວມ​ເຫດການ​ຍັງ​ມີ​ບັນດາຜູ້ຕາງໜ້າ​ເອກ​ອັກຄະ​ລັດຖະທູດ​ຈາກ​ຫຼາຍ​ປະ​ເທດ​ຄື: ​ແອັດ​ສະ​ປາຍ, ​ເປຣູ... ​ແລະ ທ່ານສາດສະດາຈານ, ປອ. Surinderpaul, ຫົວໜ້າຄະນະວິຊາ FLL, ທ່ານ ຟ້າມວັນທັງ - ຫົວໜ້າສະຖາບັນຄົ້ນຄວ້າ, ອະນຸລັກຮັກສາ ແລະ ພັດທະນາວັດທະນະທຳອາຊີຕາເວັນອອກສ່ຽງໃຕ້; ທ່ານ​ນາງ ເລ​ຮວ່າຍ​ຈິ່ງ - ຫົວໜ້າ​ຄະນະພົວພັນ​ຕ່າງປະ​ເທດ​ຂອງ​ສະ​ຖາ​ບັນວິທະຍາສາດ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ​ການ​ຮ່ວມ​ມື​ສາກົນ, ພ້ອມ​ກັບ​ນັກທຸລະກິດ, ນັກ​ສິລະ​ປະ​ກອນ​ຈາກ​ບັນດາ​ແຂວງ, ນະຄອນ​ຂອງ​ ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ

ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ

ຍສໝ - ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ຫຼາຍ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ພາກ​ພື້ນ​ຄື ອາ​ຊຽນ, APEC ​ແລະ WTO

ບັນດາວິສາຫະກິດ ມາເລເຊຍ ແລະ ຫວຽດນາມ ມີຊ່ອງທາງເພື່ອເຊື່ອມຕໍ່ໂອກາດການຮ່ວມມື, ລົງທຶນຕື່ມອີກ

ບັນດາວິສາຫະກິດ ມາເລເຊຍ ແລະ ຫວຽດນາມ ມີຊ່ອງທາງເພື່ອເຊື່ອມຕໍ່ໂອກາດການຮ່ວມມື, ລົງທຶນຕື່ມອີກ

ຍສໝ - ຜ່ານ​ການ​ລົງ​ນາມ​ໃນ​ບົດ​ບັນທຶກຊ່ວຍຈຳກັບ​ຫົວໜ່ວຍ​ຈັດ​ຕັ້ງ​ກອງ​ປະຊຸມ​ ເເລະ ງານວາງສະແດງການ​ຄ້າ​ສົ່ງ​ອອກ​ ມາ​ເລ​ເຊຍ ອາ​ຊຽນ, ສະມາຄົມ​ມິດຕະພາບ​ ມາ​ເລ​ເຊຍ - ຫວຽດນາມ ໄດ້ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ມາ​ເລ​ເຊຍ ​ໃນ​ຂົງ​ເຂດ​ວັດທະນະທຳ, ການທ່ອງທ່ຽວ ​ແລະ ແລກປ່ຽນການ​ຄ້າ.

ມິງດຶກ

ເຫດການ
302 Found

Found

The document has moved here.