ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການສ້າງນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ

14:41 | 06/09/2024

ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເນັ້ນໜັກວ່າ ຂໍ້ມູນ ແລະ ບົດຮຽນປະສົບການຈາກການໂອ້ລົມສົນທະນານີ້ ຈະຊ່ວຍໃຫ້ແຕ່ລະປະເທດໃນການສ້າງ ຫຼື ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດໃນສະພາບການໃໝ່.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ
ຮັດ​ແໜ້ນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ຫວຽດ​ນາມ - ກາ​ນາ​ດາ ໃນ​ຂອບ​ເຂດ CPTPP ຮັດ​ແໜ້ນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ຫວຽດ​ນາມ - ກາ​ນາ​ດາ ໃນ​ຂອບ​ເຂດ CPTPP

ວັນທີ 5 ກັນຍາ, ຢູ່ນະຄອນ ດ່າໜັງ, ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ສປປ ລາວ ສົມມາດ ພົນເສນາ ເປັນປະທານຮ່ວມ “ການໂອ້ລົມສົນທະນາກ່ຽວກັບບົດບາດຂອງສະພາແຫ່ງຊາດໃນການສ້າງ ແລະ ຜັນຂະຫຍາຍນະໂຍບາຍພັດທະນາເສດຖະກິດ - ສັງຄົມ”.

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການສ້າງນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: Quochoi.vn

ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເນັ້ນໜັກວ່າ ຂໍ້ມູນ ແລະ ບົດຮຽນປະສົບການຈາກການໂອ້ລົມສົນທະນານີ້ ຈະຊ່ວຍໃຫ້ແຕ່ລະປະເທດໃນການສ້າງ ຫຼື ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດໃນສະພາບການໃໝ່. “ສະພາແຫ່ງຊາດ ຫວຽດນາມ ຈະສົມທົບກັບສະພາແຫ່ງຊາດລາວຢ່າງແໜ້ນແຟ້ນກວ່ອີກ, ສືບຕໍ່ສືບທອດ ແລະ ເສີມຂະຫຍາຍບັນດາບົດຮຽນ, ປະສົບການ, ໝາກຜົນການຮ່ວມມື, ຕັ້ງໜ້າປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນຮ່ວມມືມິດຕະພາບທີ່ຍິ່ງໃຫຍ່ຄວາມສາມັກຄີແບບພິເສດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ການພັດທະນາຂອງ ແຕ່ລະປະເທດ, ຂອງພາກພື້ນ ແລະ ໃນໂລກ”.

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການສ້າງນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ. ພາບ: Quochoi.vn
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການສ້າງນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ
ທ່ານຮອງປະທານສະພາແຫ່ງຊາດ ສປປ ລາວ ສົມມາດ ພົນເສນາ. ພາບ: Quochoi.vn

ໃນການໂອ້ລົມສົນທະນາ, ຜູ້ຕາງໜ້າບັນດາອົງການຂອງສະພາແຫ່ງຊາດ ແລະ ລັດຖະບານ, ສະມາຊິກສະພາແຫ່ງຊາດ 2 ປະເທດ ໄດ້ໄຈ້ແຍກ, ປຶກສາຫາລື, ແບ່ງປັນບົດຮຽນປະສົບການໃນການສ້າງນະໂຍບາຍ, ກົດໝາຍ ກ່ຽວກັບການດຶງດູດ, ຄຸ້ມຄອງການລົງທຶນຕ່າງປະເທດ; ແລກປ່ຽນບົດຮຽນປະສົບການກ່ຽວກັບນະໂຍບາຍພັດທະນາເສດຖະກິດລວມສູນຢູ່ ຫວຽດນາມ; ແບ່ງປັນບົດຮຽນຂອງ ຫວຽດນາມ ໃນວິວັດການສ້າງ ແລະ ຜັນຂະຫຍາຍປະຕິບັດໂຄງການເປົ້າໝາຍແຫ່ງຊາດ ພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030; ບົດບາດຂອງການສິນເຊື່ອນະໂຍບາຍສັງຄົມໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດ.

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ: ບັນ​ດາ​ບົດ​ເພງພື້ນເມືອງ ວີ້, ຢ້ຳ ທີ່ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ຫວຽດ​ນາມ ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ: ບັນ​ດາ​ບົດ​ເພງພື້ນເມືອງ ວີ້, ຢ້ຳ ທີ່ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ຫວຽດ​ນາມ

ຍສໝ - ທ່ານ ຈະເລີນ ເຢຍປາວເຮີ ​ຮອງ​ປະທານ​ສະພາ​ແຫ່ງ​ຊາດລາວ ກ່າວຄໍາເຫັນໃນພິິທີພົບປະກັບ​ຄະນະການນໍາ ສະໂມສອນ ເພງພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ ຢູ່ຮ່າ​ໂນ້ຍ ​ໃນ​​ການ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 2-7 ມັງກອນ 2024.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ຫົວ​ໜ້າ​ຂະ​ແໜງ​ເສດ​ຖະ​ກິດ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ຫົວ​ໜ້າ​ຂະ​ແໜງ​ເສດ​ຖະ​ກິດ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ

ຍສໝ - ຕອນບ່າຍວັນທີ 25 ຕຸລາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Emily Blanchard ຫົວໜ້າຂະແໜງເສດຖະກິດ ກະຊວງການຕ່າງປະເທດ ອາເມລິກາ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.