ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ

09:25 | 06/09/2024

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດຜູ້ມີອຳນາດເຕັມແຫ່ງ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ.

[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ
ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ

ຕາງໜ້າການນຳພັກ, ລັດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະແດງຄວາມອວຍພອນທ່ານ ຫງວຽນມິງເຕີ່ມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ​ເປັນ​ກຽດ​ທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ພັກ, ລັດ​ໃຫ້​ເປັນ​ເອກ​ອັກຄະ​ລັດຖະທູດ​​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ປະຈຳ​ ລາວ.

ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດຜູ້ມີອຳນາດເຕັມແຫ່ງ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ ໃຫ້ທ່ານ ຫງວຽນມິງເຕີ່ມ.​(ພາບ: Lam Khanh/TTXVN)

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໄດ້ສະແດງຄວາມເຊື່ອ​ໝັ້ນ​ວ່າ ດ້ວຍປະສົບ​ການ​ຍາວນານ​ໃນ​ການເຄື່ອນໄຫວການ​ຕ່າງປະ​ເທດຂອງຕົນ, ສະຫາຍ ຫງວຽນມິງເຕີ່ມ ຈະ​ເສີມຂະຫຍາຍ​ມູນເຊື້ອການ​ທູດ​ຂອງ​ບັນພະບຸລຸດ, ນຳ​ໃຊ້ຝ່າຍການທຸດ, ການ​ທູດ​ໃນ​ສະ​ໄໝ ​ໂຮ່ຈີ​ມິນ ກໍ່ຄືຈິດໃຈ “ຊ່ວຍ​ເພື່ອນມິດ​ແມ່ນ​ຊ່ວຍ​ຕົນ​ເອງ”, ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ປັບປຸງ, ເພີ່ມພູນຄູນສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ໃຫ້ການ​ພົວ​ພັນ​ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ​ໃນ​ທຸກ​ຂົງ​ເຂດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ໃຫ້​ແກ່​ພັກ, ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຄຸນນະທາດທາງດ້ານການເມືອງຢ່າງ​ບໍ່​ຢຸດ​ຢັ້ງ, ບຳລຸງສ້າງຕົນເອງ, ຮັກສາຮູບພາບຂອງຜູ້ທີ່ເປັນພະນັກງານການທູດໃນສາຍຕາຂອງພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ; ຍົກສູງ​ຄວາມ​ສາມັກຄີ, ​ເປັນ​ແບບຢ່າງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່​ສະຖານທູດ ຫວຽດນາມ ປະຈຳລາວ ກໍ່ຄືບັນດາອົງການ​ຜູ້ຕາງໜ້າ​ອື່ນໆ​ຂອງ ຫວຽດນາມ ຢູ່ ​ລາວ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໄດ້ຮຽກຮ້ອງສະຫາຍ ຫງວຽນມິງເຕີ່ມ ສືບ​ຕໍ່​ຍູ້​ແຮງ​ວຽກ​ງານກຳໄດ້ສະພາບ​ການ, ຄົ້ນຄວ້າ, ຄາດ​ຄະ​ເນ, ປະກອບຄຳເຫັນທັງ​ຍຸດ​ທະ​ສາດ ແລະ ຍຸດໂທບາຍ ​ບໍ່​ພຽງ​ແຕ່​ໃຫ້ ຫວຽດນາມ ເພື່ອປະກອບສ່ວນຍົກການພົວພັນສອງປະເທດນັບມື້ນັບໃຫ້​ດີ​ງາມ, ຕິດພັນ, ສະໜິດແໜ້ນ, ພິເສດແມ່ນສະພາບການໂລກ, ພາກພື້ນ ທີ່ພວມຜັນແປນັບມື້ນັບ​ສັບສົນ. ພ້ອມ​ກັນ​ນັ້ນ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຫົວໜ້າ​ອົງການ​ຕາງໜ້າ, ​ເປັນ​ຂົວ​ຕໍ່​ຊ່ວຍ​ເຊື່ອມ​ຕໍ່ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ລາວ ​- ຫວຽດນາມ, ທັງດ້ານການ​ເມືອງ - ການ​ທູດ, ​ເສດຖະກິດ - ການ​ຄ້າ, ວັດທະນະທຳ, ທ່ອງ​ທ່ຽວ... ຊຸກຍູ້​ວິສາຫະກິດ​ຂະໜາດ​ໃຫຍ່ ແລະ ມີອິດທິພົນຂອງ ຫວຽດນາມ ມາລົງທຶນຢູ່ ລາວ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ລາວ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທາງການທູດຫວ່າງ​ສອງ​ປະ​ເທດ​ເປັນ​ຢ່າງ​ດີ ແລະ ຊຸກຍູ້​ການ​ກວດກາ, ແນະນຳຜັນຂະຫຍາຍບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ; ຊຸກຍູ້ ​ແລະ ​ເປີດ​ກວ້າງ​ການພົວພັນ​ຮ່ວມມືລະຫວ່າງ​ບັນດາຄະນະ, ະຊວງ, ຂະແໜງການທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ທ້ອງ​ຖິ່ນ​ຊາຍ​ແດນ.

ກ່າວ​ຄຳ​ປາໄສ​ທີ່​ຮັບ​ໜ້າທີ່, ສະຫາຍ ຫງວຽນມິງເຕີ່ມ ຢືນຢັນ​ຈະ​ສືບ​ຕໍ່​ເຮັດ​ວຽກ ​ແລະ ອຸທິດສຸດຊີວິດ​ເພື່ອ​ຜົນ​ປະ​ໂຫຍ​ດລວມ, ຮ່ຳຮຽນ​ຢ່າງ​ບໍ່​ຢຸດ​ຢັ້ງ, ບຳລຸງ​ສ້າງ,ເປັນ​ທຳ, ບໍ່​ຢ້ານ​ກົວ​ຕໍ່​ຄວາມ​ຫຍຸ້ງຍາກ, ມານະ​ພະຍາຍາມ, ຕັ້ງໜ້າ​ຝຶກ​ຝົນ​ຫຼໍ່​ຫຼອມ, ສາມັກຄີ​ກັບ​ສະຖານທູດ ຫວຽດນາມ ປະຈຳ ລາວ, ສືບທອດຜົນງານ​ຂອງບັນດາເອກ​ອັກຄະ​ລັດຖະທູດ​ທີ່​ຜ່ານ​ມາ, ປະກອບສ່ວນ​ເຂົ້າ​ໃນຜົນງານ​ລວມຂອງ​ປະ​ເທດ.

ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ໄດ້​ເປັນ​ປະ​ທານມອບໜ້າທີ່ໃຫ້ທ່ານ ຫງວຽນມິງເຕີ່ມ.​(ພາບ: Lam Khanh/TTXVN)

ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ຊີ້​ນຳ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ແລະ ການ​ໜູນ​ຊ່ວຍ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ສາມາດ​ສຳເລັດ​ໜ້າ​ທີ່​, ສົມກັບ​ຄວາມ​ຄາດ​ໝາຍ​ຂອງ​ການ​ນຳ​ສອງພັກ,​ ​ສອງປະ​ເທດ, ໃນ​ການປັບປຸງ ແລະ ເພີ່ມທະວີ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ສື່​ມວນ​ຊົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ຍ້ອງຍໍ​ສັນລະເສີນການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສື່​ມວນ​ຊົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ຍ້ອງຍໍ​ສັນລະເສີນການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

ຍສໝ - ເຖິງ​ວ່າຈະ​ຫຍຸ້ງກັບ​ວຽກງານ​​, ​ແຜນການເຄື່ອນໄຫວວຽກງານຫຼາຍຢ່າງ, ​ແຕ່​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຍາມ​ໃດ​ກໍ່​ຍາດເວລໄປພົບ​ປະ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ ​ແລະ ຄວາມ​ຮັກ​ແພງ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເປັນ​ພິ​ເສດ.

ຫຼາຍ​ຮ້ອຍ​ອົງການ​​ປະຊາຊົນ​ໃນ​ທົ່ວ​ໂລກ​ ໄດ້​ໄວ້ອາ​ໄລ, ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການ​ຈາກໄປຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຫຼາຍ​ຮ້ອຍ​ອົງການ​​ປະຊາຊົນ​ໃນ​ທົ່ວ​ໂລກ​ ໄດ້​ໄວ້ອາ​ໄລ, ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການ​ຈາກໄປຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

ຍສໝ - ​ໃນ​ຊຸມວັນທີ່ຜ່ານມາ, ຫຼາຍ​ຮ້ອຍ​ອົງການ​​ປະຊາຊົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ, ບຸກຄົນ (ທີ່​ເປັນ​ເພື່ອນ​ມິດ, ຄູ່ຮ່ວມມື​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ​) ຈາກ​ທົ່ວ​ໂລກ​ໄດ້​ສົ່ງ​ໂທລະ​ເລກ, ຈົດໝາຍ, ຂໍ້ຄວາມ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ພັກ, ລັດ, ປະຊາຊົນ​ ຫວຽດນາມ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ແລະ ບັນດາ​ອົງການ​ສະມາຊິກ​ສູນ​ກາງ ​ແລະ ທ້ອງ​ຖິ່ນ.

ມີງດຶກ

ເຫດການ
302 Found

Found

The document has moved here.