ຫວຽດ​ນາມ - ອົດສະຕຣາລີ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຮ່ວມ​ມື​ທ້ອງ​ຖິ່ນ

20:09 | 01/09/2024

ຍສໝ - ວັນ​ທີ 26 ສິງຫາ 2024 ຢູ່​ຮ່າ​ໂນ້ຍ, ຫວຽດນາມ ​ແລະ ອົດສະຕຣາລີ ໄດ້ຈັດຕັ້ງການສົນທະນາ​ຍຸດ​ທະ​ສາດ​ການ​ທູດ - ການປ້ອງ​ກັນຊາດ ​ຄັ້ງ​ທີ 9.

VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​ VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​
ອົດສະຕຣາລີ ຊຸກຍູ້ການຕ່າງປະເທດວິ​ທະ​ຍາ​ສາດ​ໃນ​ອາ​ຊີ​-ປາ​ຊີ​ຟິກ ອົດສະຕຣາລີ ຊຸກຍູ້ການຕ່າງປະເທດວິ​ທະ​ຍາ​ສາດ​ໃນ​ອາ​ຊີ​-ປາ​ຊີ​ຟິກ

ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ເຫັນ​ດີເປັນເອກະພາບ​ວ່າ ການ​ພົວພັນ​ລະຫວ່າງ ຫວຽດນາມ - ອົດສະຕຣາລີ ພວມມີບັນດາບາດກ້າວ​ພັດທະນາ​ຢ່າງ​ເຂັ້ມແຂງ, ຮອບດ້ານ ​ແລະ ບັນລຸ​ໄດ້​​ໝາກຜົນ​ຫຼາຍຢ່າງທີ່ແທດຈິງ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ໂດຍ​ການ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ໂອກາດການຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການຂອງທ່ານ​ນາຍົກລັດຖະມົນຕີ ຟ້າມມີງຈິງ ໃນ​ເດືອນ​ມີ​ນາ 2024.

ຫວຽດ​ນາມ - ອົດສະຕຣາລີ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຮ່ວມ​ມື​ທ້ອງ​ຖິ່ນ
ການສົນທະນາ​ໂດຍ​ທ່ານ​ ໂດ້ຮຸ່ງຫວຽດ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ແລະ ທ່ານ ນາງ Michelle Chan, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ ອົດສະຕຣາລີ ​ເປັນ​ປະທານ​ຮ່ວມ.

2 ຝ່າຍ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແລະ ອົດສະຕຣາລີ ໄດ້ແບ່ງປັນຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ສູງ, ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອເສີມຂະຫຍາຍການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດກ່ວາອີກ. ໃນ​ສະພາບ​ການ​ທີ່​ທັງ​ ຫວຽດນາມ ​ແລະ ອົດສະຕຣາລີ ກໍ່​ຄື​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ພວມ​ປະ​ເຊີນ​ໜ້າ​ກັບສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ ຍ້ອນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ພູມ​ສາດ​ການ​ເມືອງ​ເພີ່ມ​ຂຶ້ນ, 2 ຝ່າຍ​ ກໍ່ໄດ້ເຫັນດີເປັນເອກະພາບຕ້ອງຊຸກຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃຫ້​ແໜ້ນ​ແຟ້ນ ແລະ ມີຍຸດ​ທະ​ສາດກ່ວາອີກໃນ​ຂອບ​ເຂດ​ການ​ພົວພັນ​ໃໝ່​ເພື່ອ​ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ລວມ; ເຫັນດີເພີ່ມທະວີການພົບປະແລກປ່ຽນ, ປຶກສາຫາລືເພື່ອຫັນບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ເປັນລະອຽດ, ເປີດກ້ວາງບັນດາຂົງເຂດຮ່ວມມືໃໝ່ທີ່ເໝາະສົມກັບຄວາມຕ້ອງການ, ທ່າແຮງ ແລະ ຜົນປະໂຫຍດຂອງສອງປະເທດ.

2 ຝ່າຍໄດ້ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງຮອບດ້ານ​ ໂດຍ​ຜ່ານ​ບັນດາ​ຊ່ອງ​ທາງ​ການ​ເຈລະຈາ, ປຶກສາ​ຫາລື, ຝຶກ​ອົບ​ຮົມ, ການ​ຊ້ອມ​ຮົບຮ່ວມ ແລະ ພິເສດ​ແມ່ນ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ.

2 ຝ່າຍ​ໄດ້ເຫັນ​ດີ​ເປັນ​ເອກະພາບວ່າ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ພະຍາຍາມ​ເຮັດ​ໃຫ້ 2 ປະ​ເທດ​ເປັນໜຶ່ງໃນ 10 ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ແຖວໜ້າ​ຂອງ​ກັນ ແລະ ເພີ່ມຂຶ້ນ 2 ເທົ່າ​ໃນການລົງທຶນສອງສົ້ນທີ່ໄດ້ກໍານົດໄວ້ໃນຍຸດທະສາດເພີ່ມທະວີການຮ່ວມມືດ້ານເສດຖະກິດ (EEES). ອົດສະຕຣາລີ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນຂົງເຂດຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ຂົງເຂດເຕັກໂນໂລຢີສູງ, ເພີ່ມທະວີການລົງທຶນດ້ານພະລັງງານແຮງລົມ, ຄວາມຫຼາກຫຼາຍຂອງລະບົບຕ່ອງໂສ້ການສະໜອງ, ການຝຶກອົບຮົມພັດທະນາວິສາຫະກິດ, ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ຂະຫນາດກາງ, ເໝາະສົມກັບຍຸດ​ທະ​ສາດ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຮອດ​ປີ 2040 ຂອງ ອົດສະຕຣາລີ.

2 ຝ່າຍ​ກໍ່​ເຫັນ​ດີເອກະພາບ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ​ເຮັດ​ໃຫ້​ຂົງ​ເຂດ​ນີ້ ​ສືບ​ຕໍ່​ແມ່ນເສົາຄ້ຳຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ; ​ເຫັນ​ດີ​ເປັນເອກະພາບສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ສະໜັບສະໜູນ​ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ, ​ເພີ່ມ​ທະວີ​ການ​ໂຄສະນາ​ວັດທະນະທຳ​ ເພື່ອ​ຍົກສຸງຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ອົດສະຕຣາລີ ທີ່​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ບັນດາ​ການປ່ຽນແປງໃນ​ນະ​ໂຍບາຍ​ດຶງ​ດູດ​ນັກ​ສຶກສາ​ສາກົນ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການບຳລຸງສ້າງ ອົດສະຕຣາລີ; ສະເໜີໃຫ້ ອົດສະຕຣາລີ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ບໍ່​ໃຫ້​ບັນດາ​ນະ​ໂຍບາຍ​ໃໝ່​ນີ້​ກະທົບ​ເຖິງ​ຄວາມ​ຄືບ​ໜ້າ​ຂອງ​ການ​ອອກ​ວີ​ຊາ​ໃຫ້​ນັກ​ສຶກສາ ຫວຽດນາມ ຢູ່ ອົດສະຕຣາລີ.

ຫວຽດ​ນາມ - ອົດສະຕຣາລີ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຮ່ວມ​ມື​ທ້ອງ​ຖິ່ນ

ພາບທີ່ການສົນທະນາ.

ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຂໍ້​ມູນ​, ແບ່ງປັນທັດສະນະກ່ຽວ​ກັບ​ບັນຫາ​ຍຸດ​ທະ​ສາດ, ຄວາມ​ໝັ້ນຄົງ​ພາກ​ພື້ນ, ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ສອງ​ຝ່າຍ​ເຊື່ອ​ໝັ້ນ​ວ່າ ໂລກ​ ແລະ​ ພາກ​ພື້ນ​ອາຊີ-ປາຊີ​ຟິກ​ ແລະ​ ມະຫາສະໝຸດອິນເດຍ ພວມ​ປະສົບ​ກັບ​ການ​ປ່ຽນ​ແປງ​ພື້ນຖານ; ບັນດາການຜັນແປ​ທີ່​ບໍ່​ດົນ​ມາ​ນີ້​ເຊັ່ນ: ການ​ແກ່ງແຍ້ງຍຸດ​ທະ​ສາດ​ລະ​ຫວ່າງ​ປະ​ເທດ​ໃຫຍ່, ຄວາມ​ຂັດ​ແຍ່ງ, ວິ​ກິດ​ການ​ການ​ເມືອງ​ - ສັງ​ຄົມ​ໃນ​ຫຼາຍ​ປະ​ເທດ, ການ​ແບ່ງ​ແຍກ​ກ່ຽວກັບເສດ​ຖະ​ກິດ​, ​ເຕັກ​ໂນ​ໂລຢີ, ແລະ ບັນດາການຜັນ​ແປ, ຄວາມສ່ຽງທີ່ຄາດເດົາ​ໄດ້ຍາກຂອງ​ເສດຖະກິດ​ໂລກ ​ໄດ້ ແລະ ພວມສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ, ​ໃນ​ນັ້ນ​ມີ ອົດສະຕຣາລີ ​ແລະ ຫວຽດນາມ.

2 ຝ່າຍ​ກໍ່ໄດ້ເຫັນ​ດີ​ເປັນເອກະພາບ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຄື: ສະຫະ​ປະຊາ​ຊາດ, ອາ​ຊຽນ ​ແລະ ບັນດາ​ກົນ​ໄກ​ ທີ່ນຳພາໂດຍອາ​ຊຽນ, ລວມມີກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດບັນດາປະເທດ ອາ​ຊຽນ ເປີດກ້ວາງ (ADMM+). ອົດສະຕຣາລີ ໄດ້ຢືນຢັນ​ຄືນໃໝ່ການ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ ອາ​ຊຽນ, ສະໜັບສະໜູນ ອາ​ຊຽນ ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ໃນ​ໂຄງ​ປະກອບ​ພາກ​ພື້ນ​ທີ່ອີງຕາມຂໍ້ກຳນົດກົດໝາຍ, ສະໜັບສະໜູນ​ການ​ແກ້​ໄຂ​ບັນດາຂໍ້ຂັດແຍ່ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ເຄົາລົບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນສົນທິສັນຍາສະຫະ​ປະຊາ​ຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ ​​1982.​

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.