ການກຸສົນທີ່ໂປ່ງໃສ ແລະ ບົດຮຽນປະສົບການຈາກປະເທດຕ່າງໆໃນທົ່ວໂລກ

21:50 | 19/09/2024

ຍສໝ - ຢູ່ທີ່ບັນດາປະເທດທີ່ພັດທະນາແລ້ວ, ກິດຈະກໍາການກຸສົນໃນການບັນເທົາທຸກຈາກໄພພິບັດທໍາມະຊາດ ໄດ້ຖືກຄຸ້ມຄອງຕາມກົດຫມາຍ ແລະຂໍ້ກຳນົດກົດລະບຽບສະເພາະເພື່ອຮັບປະກັນຄວາມເປີດເຜີຍທາງດ້ານການເງິນ ແລະ ຄວາມໂປ່ງໃສ.

ແມ່ຍິງເຊື້ອຊາດຫວຽດນາມຄົນໜຶ່ງ ໄດ້ຮັບລາງວັນອັນສູງສົ່ງທີ່ສຸດຈາກສ.ເກົາຫຼີ ກ່ຽວກັບບັນດາການເຄື່ອນໄຫວທຳການກຸສົນ ແມ່ຍິງເຊື້ອຊາດຫວຽດນາມຄົນໜຶ່ງ ໄດ້ຮັບລາງວັນອັນສູງສົ່ງທີ່ສຸດຈາກສ.ເກົາຫຼີ ກ່ຽວກັບບັນດາການເຄື່ອນໄຫວທຳການກຸສົນ
ລາວມອບໃບຍ້ອງຍໍໃຫ້ສ່ວນບຸກຄົນ ແລະໝູ່ຄະນະຊາວຫວຽດນາມ ທີ່ຕັ້ງໜ້າເຄື່ອນໄຫວການກຸສົນ ລາວມອບໃບຍ້ອງຍໍໃຫ້ສ່ວນບຸກຄົນ ແລະໝູ່ຄະນະຊາວຫວຽດນາມ ທີ່ຕັ້ງໜ້າເຄື່ອນໄຫວການກຸສົນ

ສະຫະລັດອາເມລິກາ ເປັນປະເທດທີ່ມີລະບົບກົດໝາຍກ່ຽວກັບການກຸສົນທີ່ຮັບປະກັນການປະຕິບັດສິດ ແລະ ພັນທະຂອງເປົ້າໝາຍທີ່ເຂົ້າຮ່ວມກິດຈະກໍາການກຸສົນຢ່າງຊື່ສັດ, ຍຸຕິທໍາ, ເປັນເອກະລາດ, ເປີດເຜີຍຕໍ່ສາທາລະນະ, ໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ການຄວບຄຸມຢ່າງເຂັ້ມງວດ.

ບຸກຄົນ ແລະ ອົງການຈັດຕັ້ງການກຸສົນຕ້ອງດຳເນີນກິດຈະກຳການກຸສົນດ້ວຍຈຸດປະສົງເພື່ອນຳເອົາຜົນປະໂຫຍດອັນດີທີ່ສຸດມາສູ່ຊຸມຊົນ ແລະ ສັງຄົມ, ບໍ່ແມ່ນເພື່ອຜົນປະໂຫຍດຂອງບຸກຄົນ ຫຼື ອົງກອນການກຸສົນເອງ.

Hỗ trợ bữa ăn từ thiện cho người nghèo ở Mỹ  ຊ່ວຍເຫຼືອອາຫານການກຸສົນສໍາລັບຜູ້ທຸກຍາກໃນອາເມລິກາ

ຊ່ວຍເຫຼືອອາຫານການກຸສົນສໍາລັບຜູ້ທຸກຍາກໃນອາເມລິກາ

ເຜີຍແພ່ຂໍ້ມູນຂ່າວສານກ່ຽວກັບຊ່ອງທາງສື່ມວນຊົນຕາມຂໍ້ກໍານົດຂອງກົດໝາຍໃຫ້ຊຸມຊົນ ແລະ ປະຊາຊົນທີ່ກ່ຽວຂ້ອງກັບໂຄງການການກຸສົນໄດ້ຮັບຮູ້. ອົງການຈັດຕັ້ງຄຸ້ມຄອງເຊັ່ນ: ຄະນະກໍາມະການການກຸສົນ ຫຼື ອົງການພາສີ, ກໍ່ຄືສານ ຈະມີຄວາມຮັບຜິດຊອບ ແລະ ສິດພັນທະເພື່ອຕິດຕາມກວດກາການປະຕິບັດບັນດາຂໍ້ມາດຕາຂອງໂຄງການການກຸສົນໄລຍະຍາວ. ອົງການຈັດຕັ້ງການກຸສົນຕາມຂໍ້ກຳນົດຂອງກົດຫມາຍລັດ ແລະ ກົດຫມາຍຂອງບັນດາລັດນ້ອຍ ຕ້ອງປະຕິບັດພັນທະໜ້າທີ່ການລາຍງານປະຈໍາປີຕໍ່ອົງການແຫ່ງລັດທີ່ມີສິດອຳນາດຂອງລັດຖະບານລັດ ແລະລັດນ້ອຍ. ເຖິງແມ່ນວ່າອົງການຈັດຕັ້ງທີ່ບໍ່ມີຜົນກໍາໄລບໍ່ຕ້ອງເສຍພາສີ, ແຕ່ພວກເຂົາຍັງຈໍາເປັນຕ້ອງຍື່ນໃບແຈ້ງຂໍ້ມູນຕໍ່ເຈົ້າຫນ້າທີ່ພາສີໃນແຕ່ລະປີ.

ການປະຕິບັດຄວາມຮັບຜິດຊອບຍື່ນສະເໜີແມ່ນການເຄື່ອນໄຫວປົກກະຕິ ແລະ ຕໍ່ເນື່ອງຂອງອົງການຈັດຕັ້ງການກຸສົນ. ໜຶ່ງ​ໃນ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ສູງ​ກວ່າ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປະ​ເມີນ​ຜົນ​ຢ່າງພາວະວິໄສ, ລັກສະນະປະສິດທິຜົນ, ຮັບ​ປະ​ກັນ​ບູ​ລິ​ມະ​ສິດໃນ​ໂຄງ​ການ...

ກົດໝາຍຂອງອາເມລິກາ ກໍ່ຄວບຄຸມຢ່າງເຂັ້ມງວດເພື່ອປ້ອງກັນຄວາມສ່ຽງຂອງການຟອກເງິນ ແລະ ອຸປະຖຳໃຫ້ຜູ້ກໍ່ການຮ້າຍໂດຍຜ່ານກິດຈະກໍາການກຸສົນ. ບັນດາບຸກຄົນ ແລະ ອົງການຈັດຕັ້ງໃນຂົງເຂດນີ້ຕ້ອງກວດກາ, ຢັ້ງຢືນເຈົ້າຂອງບັນຊີຜູ້ຮັບບໍລິຈາກ ກ່ອນທີ່ຈະເຮັດທຸລະກໍາການໂອນເງິນ.

ອັງກິດ

ກົດໝາຍວ່າດ້ວຍການກຸສົນຂອງອັງກິດ (Charities Act 2011) ກຳນົດການເຄື່ອນໄຫວການບັນເທົາທຸກໄພພິບັດທໍາມະຊາດ ແລະ ມະນຸດສະທໍາເປັນຮູບແບບໜຶ່ງຂອງກິດຈະກໍາການກຸສົນ ເຊິ່ງມີຂອບເຂດການຄຸ້ມຄອງທີ່ກວ້າງຂວາງຫຼາຍ. ຮູບແບບການກຸສົນໃນປະເທດອັງກິດ ຮັບປະກັນຄວາມຫຼາກຫຼາຍຂອງສັງຄົມ, ບໍ່ຈໍາແນກ ແລະ ບໍ່ເຮັດໃຫ້ສັງຄົມມີຄວາມຂັດແຍ້ງກັບລັດ. ຢ່າງໃດກໍ່ຕາມ, ອີງຕາມກົດຫມາຍຂອງອັງກິດ, ກິດຈະກໍາການກຸສົນຕ້ອງໄດ້ຮັບການລົງທະບຽນເພື່ອໃຫ້ອຳນາດການປົກຄອງສາມາດຕິດຕາມການເຄື່ອນໄຫວຕ່າງໆຕາມມາດຕະຖານທາງດ້ານກົດຫມາຍ ແລະ ຫຼີກລ່ຽງການລ່ວງລະເມີດສໍ້ໂກງ ຕົວະຕົ້ມ. ນອກຈາກນັ້ນ, ແມ່ນເພື່ອໄດ້ຮັບການຮັບຮອງສິດການຍົກເວັ້ນພາສີລາຍຮັບ ສໍາລັບກິດຈະກໍາການກຸສົນ.

ຕົວເລກການລົງທະບຽນການກຸສົນ ໄປຄຽງຄູ່ກັບການແຈ້ງພາສີ, ລັດຈໍາກັດລາຍໄດ້ຂອງອົງການຈັດຕັ້ງ ແລະ ຜູ້ທີ່ເຮັດການກຸສົນ.

ຕ້ອງລົງທະບຽນກິດຈະກໍາທັງຫມົດທີ່ນໍາມາເຊິ່ງລາຍຮັບໃຫ້ແກ່ອົງການຈັດຕັ້ງ ແລະ ບຸກຄົນຫຼາຍກວ່າ 100.000 ປອນອັງກິດ (ເທົ່າກັບ 136,000 ໂດລາ) ໃນການຈ່າຍພາສີໃນປີ. ຈໍານວນທີ່ສູງກວ່າລະດັບນັ້ໜ ແລະ ໄດ້ຮັບ "ການຍົກເວັ້ນພາສີລາຍຮັບ" ຈະບໍ່ຕົກຢູ່ໃນກະເປົ໋າຂອງຜູ້ເຮັດການກຸສົນ, ແຕ່ຈະຖືກໂອນກັບຄືນສູ່ກິດຈະກໍາການກຸສົນຫຼັງຈາກ ພະແນກພາສີ ລາດຊະວົງ (HMRC) ຈ່າຍຄືນໃຫ້ກັບສະມາຄົມການກຸສົນໃນຮູບແບບຂອງ Gift Aid ເພື່ອເຮັດວຽກງານອາສາສະຫມັກ.

ອົດສະຕາລີ

ໜ້າເວບໄຊຂໍ້ມູນຂອງຄະນະກຳມະການການກຸສົນ ແລະ ບໍ່ຫວັງຜົນກຳໄລຂອງອົດສະຕາລີ (ACNC) ໄດ້ລົງເຜີຍແຜ່ຂໍ້ມູນການແນະນຳຂໍ້ກຳນົດຢ່າງຈະແຈ້ງກ່ຽວກັບຄວາມໂປ່ງໃສດ້ານການເງິນ ແລະ ພັນທະການຄຸ້ມຄອງຂອງສະມາຊິກອົງການຈັດຕັ້ງການກຸສົນ. ຕາມນັ້ນແລ້ວ, ຜູ້ທີ່ເຮັດວຽກງານການກຸສົນ, ພາຍຫຼັງປຸກລະດົມແຫຼ່ງກຳລັງປະກອບສ່ວນທີ່ຈຳເປັນເພື່ອຮັບໃຊ້ເຂົ້າໃນວຽກງານການກຸສົນ, ຕ້ອງຮັບປະກັນວ່າແຫຼ່ງກໍາລັງດັ່ງກ່າວບໍ່ຖືກລ່ວງລະເມີດ, ໄດ້ນຳໃຊ້ຢ່າງມີປະສິດທິຜົນ, ຖືກຕ້ອງຕາມລະບຽບກົດໝາຍຂອງລັດນ້ອຍ ແລະ ເຂດແຄ້ວນ.

Hoạt động từ thiện đến từ tình cảm và trách nhiệm  ກິດຈະກໍາການກຸສົນແມ່ນມາຈາກຄວາມຮັກແພງ ແລະ ຄວາມຮັບຜິດຊອບ

ກິດຈະກໍາການກຸສົນແມ່ນມາຈາກຄວາມຮັກແພງ ແລະ ຄວາມຮັບຜິດຊອບ

ພວກເຂົາຕ້ອງຮັບປະກັນວ່າ ທຸກໆກິດຈະກໍາທີ່ສ້າງກອງທຶນຂື້ນຕື່ມນັ້ນລ້ວນແຕ່ໄປຕາມວິທີທີ່ມີປະໂຫຍດສູງສຸດຕໍ່ການເຄືື່ອນໄຫວການກຸສົນ. ສິ່ງນີ້ລວມມີການພິຈາລະນາຈຸດປະສົງຂອງການກຸສົນ, ຜູ້ໄດ້ຊົມໃຊ້ ແລະ ຜົນກະທົບຕໍ່ສາທາລະນະ ແລະ ຜູ້ອຸປະຖຳທີ່ມີກຳລັງບົ່ມຊ້ອນອື່ນໆ. ກ່ຽວ​ພັນກັບກັບ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ເງິນ​ການ​ກຸສົນ, ຜູ້ເຮັດວຽກ​ການ​ກຸສົນ​ຕ້ອງສຳເນົາເອກະສານ​ການ​ເງິນ, ​ລາຍ​ງານ​ປະຈຳ​ປີ, ​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ເມື່ອ​ມີ​ການ​ປ່ຽນ​ແປງ ​ແລະ ປະຕິບັດ​ລະບຽບ​ການ​ອື່ນໆ. ຖ້າພວກເຂົາບໍ່ປະຕິບັດຕາມ, ພວກເຂົາຈະມີຄວາມສ່ຽງຕໍ່ການຖືກປັບໃຫມຈາກ ANC.

ເຢຍລະມັນ

ຕາມ​ຂໍ້​ກຳນົດ​ຂອງ​ປະມວນ​ກົດໝາຍ​ແພ່ງ​ຂອງ​ເຢຍລະ​ມັນ, ການ​ບໍລິຈາກ​ເພື່ອ​ການ​ກຸສົນ​ແມ່ນ​ຂອງຂວັນ. ຖ້າການບໍລິຈາກໄດ້ຮ່ວມສຳພັນກັບຈຸດປະສົງລະອຽດນັ້ນ, ຜູ້ບໍລິຈາກສາມາດຮຽກຮ້ອງໃຫ້ຕອບສະໜອງຕາມເງື່ອນໄຂຂອງຕົນ. ຖ້າຜູ້ຮັບບໍ່ໄດ້ນໍາໃຊ້ການບໍລິຈາກຕາມທີ່ໄດ້ຕົກລົງກັນ, ຜູ້ໃຫ້ທຶນສາມາດຮ້ອງຂໍຄືນການປະກອບສ່ວນທາງດ້ານການເງິນຂອງຕົນ. ຖ້າຜູ້ຮັບບໍ່ນຳໃຊ້ບ້ວງບໍລິຈາກຖືືກຕາມການຕົກລົງກັນ, ຜູ້ບໍລິຈາກສາມາດຮຽກຮ້ອງໃຫ້ສົ່ງເງິນຄືນ. ການເຄື່ອນໄຫວບໍລິຈາກກ່ຽວຂ້ອງເຖິງລາຍຮັບ ແລະ ລາຍຈ່າຍ; ດັ່ງນັ້ນ, ພະແນກການເງິນຈຶ່ງເປັນອົງການທີ່ມີສິດອຳນາດໃນການກວດສອບ ແລະ ບັງຄັບໃຊ້ມາດຕະການລົງໂທດ ເມື່ອກວດພົບການລະເມີດ. ຢູ່​ເຢຍລະ​ມັນ ບັນດາ​ນັກ​ຮ້ອງ, ນັກ​ສະ​ແດງ​ຮູບ​ເງົາ, ນັກ​ກິລາ​ຫຼາຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ລະດົມ​ເພື່ອ​ການ​ກຸສົນຢ່າງຟົດຟື້ນ. ເຖິງຢ່າງໃດກໍຕາມ, ບໍ່ເປັນເລື່ອງເປັນລາວຂຶ້ນຍ້ອນເຂົາເຈົ້າບໍ່ຮັບເອົາການບໍລິຈາກດ້ວຍຕົນເອງ ມີແຕ່ພຽງແຕ່ຮຽກຮ້ອງການປະກອບສ່ວນໃຫ້ແກ່ອົງການຈັດຕັ້ງໃດໜຶ່ງ ຕົວຢ່າງເຊັ່ນ: ອົງການບ້ານເດັກ SOS, ຄະນະກຳມະການເຢຍລະມັນເພື່ອອົງການ UNICEF...

ສະຖາບັນຄົ້ນຄ້ວາສູນກາງຂອງເຢຍລະມັນກ່ຽວກັບບັນຫາສັງຄົມ (DZI) ສະຫນອງຂໍ້ມູນເປັນປະຈໍາ ກ່ຽວກັບ 227 ອົງການຈັດຕັ້ງບໍລິຈາກເພື່ອການກຸສົນ ແລະ ອອກໃບຢັ້ງຢືນຄຸນນະພາບ. ໃບຢັ້ງຢືນຄຸນນະພາບແມ່ນມອບໃຫ້ອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລທີ່ໄດ້ນໍາໃຊ້ການບໍລິຈາກຢ່າງຖືກຕ້ອງ.

ອ.ສະຫວັດ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.