ການນໍາບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ອວຍພອນ 79 ປີແຫ່ງ ວັນຊາດຫວຽດນາມ

10:08 | 31/08/2024

ຍສໝ - ການນຳບັນດາອົງການສູນກາງຂອງລາວ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດເຖິງພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ອ້າຍນ້ອງ; ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານເຊິ່ງພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ຍາດມາໄດ້ໃນຕະຫຼອດ 79 ປີຜ່ານມາໃນຫຼາຍຂົງເຂດ.

ນາມດິ້ງ ແລະ ແຂວງອຸດົມໄຊ ຂອງລາວ ຮ່ວມມືໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ນາມດິ້ງ ແລະ ແຂວງອຸດົມໄຊ ຂອງລາວ ຮ່ວມມືໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດຫວຽດນາມ, ແຕ່ວັນທີ 28-29 ສິງຫາ, ຄະນະຜູ້ແທນບັນດາອົງການສູນກາງຂອງລາວ, ຄື: ກະຊວງການຕ່າງປະເທດລາວ, ຄະນະພົວພັນຕ່າງປະເທດສູນກາງ, ຄະນະໂຄສະນາອົບຮົມສູນກາງ, ຄະນະຈັດຕັ້ງສູນກາງ, ສູນກາງແນວລາວສ້າງຊາດ... ໄດ້ມາອວຍພອນຢູ່ສະຖານທູດຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ.

ໃນບັນຍາກາດອັນສະໜິດສະໜົມ ແລະອົບອຸ່ນ, ການນຳບັນດາອົງການສູນກາງຂອງລາວ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດເຖິງພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ອ້າຍນ້ອງ; ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານເຊິ່ງພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ຍາດມາໄດ້ໃນຕະຫຼອດ 79 ປີຜ່ານມາໃນຫຼາຍຂົງເຂດ.

ການນໍາບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ອວຍພອນ 79 ປີແຫ່ງ ວັນຊາດຫວຽດນາມ
ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວມາອວຍພອນ. ພາບ: vov.vn

ຜູ້ຕາງໜ້າການນຳບັນດາອົງການສູນກາງຂອງລາວ ລ້ວນແຕ່ສະແດງຄວາມພາກພູມໃຈເມື່ອເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ຜູ້ແສນເຄົາລົບຮັກໄດ້ສ້າງຕັ້ງຂຶ້ນ ແລະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະພັດທະນາຈາກການນຳລຸ້ນຕ່າງໆຂອງສອງປະເທດ; ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ; ຊົມເຊີຍສະຖານທູດຫວຽດນາມ ປະຈຳ ລາວ ແລະບັນດາອົງການຄຽງຂ້າງສະຖານທູດ ຍາມໃດກໍ່ປະຕິບັດບົດບາດເປັນຂົວຕໍ່ ແລະເປັນເສນາທິການໃຫ້ສາຍພົວພັນລະຫວ່າງ ລາວ-ຫວຽດນາມ.

ການນໍາບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ອວຍພອນ 79 ປີແຫ່ງ ວັນຊາດຫວຽດນາມ
ການນໍາບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ອວຍພອນ 79 ປີແຫ່ງ ວັນຊາດຫວຽດນາມ
ຄະນະຜູ້ແທນກະຊວງການຕ່າງປະເທດລາວ ນໍາໂດຍທ່ານ ໂພໄຊ ໄຂຄໍາພິທູນ ມາອວຍພອນ. ພາບ: vov.vn

ທີ່ການພົບປະ, ທ່ານ ຟານມິງຈ໊ຽນ ອຸປະທູດຊົ່ວຄາວ ຂອງສະຖານທູດຫວຽດນາມ ປະຈຳ ລາວ ສະແດງຄວາມຂອບອົກຂອບໃຈຕໍ່ຄຳອວຍພອນຢ່າງຈົບງາມຂອງຜູ້ຕາງໜ້າບັນດາອົງການສູນກາງຂອງລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດຫວຽດນາມ, ຂອບໃຈອາລົມຈິດທີ່ຈິງໃຈເຊິ່ງພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງ ຍາມໃດກໍ່ສະຫງວນໃຫ້ພັກ, ລັດ ແລະປະຊາຊົນຫວຽດນາມ; ພ້ອມທັງແບ່ງປັນສະພາບການທີ່ພົ້ນເດັ່ນຂອງຫວຽດນາມ ໃນຂົງເຂດຕ່າງໆໃນໄລຍະຜ່ານມາ ແລະແລກປ່ຽນບາງວຽກງານຈຸດສຸມໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ; ພ້ອມກັນນັ້ນເນັ້ນໜັກວ່າ ສະຖານທູດຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຂອງລາວ ແລະສືບຕໍ່ປະຕິບັດບົດບາດເປັນຂົວຕໍ່, ປະກອບສ່ວນເພີ່ມພູນຄູນສ້າງ, ຮັກສາ ແລະພັດທະນາສາຍພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ໃຫ້ຍືນຍົງຄົງຕົວຕະຫຼອດໄປ, ນຳເອົາຜົນປະໂຫຍດແທດຈິງ ມາໃຫ້ສອງປະເທດ ແລະປະຊາຊົນສອງປະເທດ.

ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ຄະນະປະຕິບັດງານ UNISFA ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ຄະນະປະຕິບັດງານ UNISFA

ຍສໝ - ກໍາລັງຫວຽດນາມ ທີ່ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ຄະນະປະຕິບັດງານປ້ອງກັນຄວາມສະຫງົບຊົ່ວຄາວ ສປຊ ຢູ່ Abyei (UNISFA) ໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເພື່ອໜູນຊ່ວຍປະຊາຄົມທ້ອງຖິ່ນຢູ່ Abyei.

ເສດຖະກິດກາງຄືນ - ປັດໄຈທີ່ເຮັດໃຫ້ການທ່ອງທ່ຽວຫຼວງພະບາງ ຂອງລາວ ເປັນໜ້າສົນໃຈ ເສດຖະກິດກາງຄືນ - ປັດໄຈທີ່ເຮັດໃຫ້ການທ່ອງທ່ຽວຫຼວງພະບາງ ຂອງລາວ ເປັນໜ້າສົນໃຈ

ຍສໝ - ການຫັນເປັນຫຼາຍຮູບຫຼາຍແບບບັນດາຜະລິດຕະພັນທ່ອງທ່ຽວ ໃນນັ້ນມີເສດຖະກິດກາງຄືນ ບໍ່ພຽງແຕ່ຊ່ວຍສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ປະຊາຊົນຫຼາຍຂຶ້ນເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຫຼວງພະບາງ ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວຫຼາຍຂຶ້ນ.

ແສງເດືອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.