ດ້ຽນບຽນ: ເພີ່ມທະວີການຮ່ວມມືວຽກງານກວດກາກັບ 3 ແຂວງພາກເໜືອຂອງລາວ

21:38 | 19/09/2024

ຍສໝ - ຄະນະກໍາມະການກວດກາພັກແຂວງ ດ້ຽນບຽນ ແລະ 3 ແຂວງພາກເໜືອຂອງລາວ ໄດ້ເຫັນດີເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນໃນການກວດກາ, ຕິດຕາມກວດກາ ແລະການປະຕິບັດລະບຽບວິໄນຂອງອົງການກວດກາພັກ-ລັດ ເພື່ອຍົກສູງບົດບາດ ແລະຄວາມຮັບຜິດຊອບໃນການຊີ້ນຳ ນຳພາປະຕິບັດໜ້າທີ່ການເມືອງຂອງຄະນະກໍາມະການກວດກາແຂວງ, ຂອງພະນັກງານ-ລັດຖະກອນຂອງແຕ່ລະຝ່າຍຢ່າງບໍ່ຢຸດຢັ້ງ.

ບຳລຸງພາສາ ລາວ ໃຫ້ພະນັກງານ-ລັດຖະກອນແຂວງ ດ້ຽນບຽນ ບຳລຸງພາສາ ລາວ ໃຫ້ພະນັກງານ-ລັດຖະກອນແຂວງ ດ້ຽນບຽນ
ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ

ວັນທີ 18 ກັນຍາ, ຢູ່ນະຄອນ ດ້ຽນບຽນຝູ, ຄະນະກໍາມະການກວດກາພັກແຂວງດ້ຽນບຽນ ໄດ້ເປັນປະທານການພົບປະກັບຄະນະຜູ້ແທນຄະນະກໍາມະການກວດກາພັກ 3 ແຂວງ, ຄື: ແຂວງຜົ້ງສາລີ, ອຸດົມໄຊ ແລະຫຼວງພະບາງ.

ບົນຈິດໃຈສາມັກຄີ, ມິດຕະພາບແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຄະນະກຳມະການກວດກາພັກແຂວງດ້ຽນບຽນ ແລະຄະນະກຳມະການກວດກາພັກ 3 ແຂວງ ຜົ້ງສາລີ, ອຸດົມໄຊ ແລະຫຼວງພະບາງ ໄດ້ແຈ້ງໃຫ້ຊາບກ່ຽວກັບການດຳເນີນງານ, ໂຄງປະກອບກົງຈັກການຈັດຕັ້ງ ແລະປະສົບການບາງຢ່າງໃນການກວດກາ, ຕິດຕາມກວດກາ ແລະປະຕິບັດລະບຽບວິໄນ, ພ້ອມກັນນັ້ນເຫັນດີຕີລາຄາຜົນການຮ່ວມມືແຕ່ປີ 2022 ມາຮອດປະຈຸບັນ.

ດ້ຽນບຽນ: ເພີ່ມທະວີການຮ່ວມມືວຽກງານກວດກາກັບ 3 ແຂວງພາກເໜືອຂອງລາວ
ບັນຍາກາດທີ່ການພົບປະ. ພາບ: thanhtra.com.vn

ທີ່ການພົບປະ, ຄະນະກໍາມະການກວດກາພັກແຂວງ ດ້ຽນບຽນ ແລະຄະນະກຳມະການກວດກາພັກ 3 ແຂວງ, ຄື: ຜົ້ງສາລີ, ອຸດົມໄຊ ແລະຫຼວງພະບາງ ໄດ້ເຫັນດີເປັນເອກະພາບຕໍ່ທິດທາງ, ການພົວພັນມິດຕະພາບ, ແລກປ່ຽນປະສົບການໃນວຽກງານກວດກາ, ຕິດຕາມກວດກາ ແລະປະຕິບັດລະບຽບວິໄນຂອງພັກ ໄລຍະ 2024-2026.

ຄະນະກໍາມະການກວດກາພັກ ບັນດາແຂວງສືບຕໍ່ເພີ່ມທະວີການໂຄສະນາ, ສຶກສາອົບຮົມກ່ຽວກັບມູນເຊື້ອການປະຕິວັດ, ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະແຂວງ ດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ ໃຫ້ແກ່ພະນັກງານ, ລັດຖະກອນຂະແໜງກວດກາ ແລະປະຊາຊົນ.

ດ້ຽນບຽນ: ເພີ່ມທະວີການຮ່ວມມືວຽກງານກວດກາກັບ 3 ແຂວງພາກເໜືອຂອງລາວ
ຜູ້ຕາງໜ້າຄະນະກຳມະການກວດກາພັກແຂວງ ດ້ຽນບຽນ ແລະຄະນະກຳມະການກວດກາພັກ 3 ແຂວງ ຄື: ແຂວງຜົ້ງສາລີ, ອຸດົມໄຊ ແລະຫຼວງພະບາງ ແລກປ່ຽນບົດບັນທຶກຊ່ວຍຈໍາ. ພາບ: thanhtra.com.vn

ຄະນະກໍາມະການກວດກາພັກແຂວງ ດ້ຽນບຽນ ແລະ 3 ແຂວງພາກເໜືອຂອງລາວ ໄດ້ເຫັນດີເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນໃນການກວດກາ, ຕິດຕາມກວດກາ ແລະການປະຕິບັດລະບຽບວິໄນຂອງອົງການກວດກາພັກ-ລັດ ເພື່ອຍົກສູງບົດບາດ ແລະຄວາມຮັບຜິດຊອບໃນການຊີ້ນຳ ນຳພາປະຕິບັດໜ້າທີ່ການເມືອງຂອງຄະນະກໍາມະການກວດກາແຂວງ, ຂອງພະນັກງານ-ລັດຖະກອນຂອງແຕ່ລະຝ່າຍຢ່າງບໍ່ຢຸດຢັ້ງ.

ບັນດາຫົວໜ່ວຍໄດ້ເຫັນດີເປັນເອກະພາບຕໍ່ເວລາຈັດຕັ້ງການພົບປະ ແລະແລກປ່ຽນປະສົບການ 2 ປີ/ຄັ້ງ ດ້ວຍຮູບແບບໝູນວຽນຢູ່ຫວຽດນາມ ແລະລາວ, ໂດຍຄະນະກຳມະການກວດກາບັນດາແຂວງເປັນປະທານ; ຜ່ານນັ້ນ, ປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ.

ເພີ່ມທະວີການຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ ເພີ່ມທະວີການຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ

ຕອນບ່າຍວັນທີ 22 ຕຸລາ, ພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ສົມທົບກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອລາວ: ຜົ້ງສາລີ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫຼວງນໍ້າທາ, ບໍ່ແກ້ວ ຈັດຕັ້ງກອງປະຊຸມຕີລາຄາໝາກຜົນ 1 ປີ ແລະປຶກສາຫາລືມາດຕະການຜັນຂະຫຍາຍການປະຕິບັດບົດບັນທຶກການຮ່ວມມື ໄລຍະ 2021-2023.

ດ້ຽນບຽນ - ຫຼວງພະບາງ: ຕີລາຄາຜົນການປະຕິບັດວຽກງານສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ດ່ານຊາຍແດນ ດ້ຽນບຽນ - ຫຼວງພະບາງ: ຕີລາຄາຜົນການປະຕິບັດວຽກງານສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ດ່ານຊາຍແດນ

ຍສໝ - ສອງຝ່າຍຈະເພີ່ມທະວີການໂຄສະນາເຖິງປະຊາຊົນເພື່ອປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນ; ບັນດາເອກະສານຂໍ້ຕົກລົງ ເຊິ່ງ ສອງຝ່າຍໄດ້ລົງນາມຢ່າງເຂັ້ມງວດ, ກໍ່ສ້າງ ຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ.

ບູນມີ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.