ການເດີນທາງເຊື່ອມຕໍ່ປະຫວັດສາດໃນປະເທດແຫ່ງ ວັດທາດ

20:44 | 26/08/2024

ຍສໝ - ການສໍາຫຼວດບັນດາຮ່ອງຮອຍປະຫວັດສາດ, ການພົບປະໂດຍກົງກັບພະຍານປະຫວັດສາດ, ຜູ້ຖືກເຄາະຮ້າຍ, ຜູ້ກ່ຽວພັນກັບລະບອບດັບສູນເຊື້ອຊາດ Pol Pot... ແມ່ນກິດຈະກໍາທີ່ລວມຢູ່ໃນການສໍາຫຼວດ ແລະ ການໄປທັດສະນະສຶກສາໂດຍສູນເອກະສານ ກໍາປູເຈຍ (DC-Cam) ຈັດຂຶ້ນແຕ່ວັນທີ 20-23 ສິງຫາ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ການເຄື່ອນໄຫວ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ປະຫວັດສາດ​ຕ່າງປະ​ເທດ, ຈາກ​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດສາດ (ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ ຮ່າ​ໂນ້ຍ).

ຝຶກອົບຮົມວິຊາຊີບວຽກງານດ້ານປະຫວັດສາດການທະຫານໃຫ້ແກ່ພະນັກງານກອງທັບລາດຊະວົງ ກຳປູເຈຍ
ໂຄງການພົບປະແລກປ່ຽນລະຫວ່າງນັກສຶກສາ ລາວ - ກຳປູເຈຍ ແລະ ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7 ຫວຽດນາມ ທີ່ຟົດຟື້ນ

DC-Cam ໃຫ້ຮູ້ວ່າ ເກືອບ​ເຄິ່ງ​ສັດ​ຕະ​ວັດ​ໄດ້​ຜ່ານ​ໄປ​ນັບ​ຕັ້ງ​ແຕ່​ລະ​ບອບ​ທີ່​ນຳ​ໂດຍ Pol Pot ກຳອຳນາດ ໄດ້​ດຳເນີນ​ການ​ດັບສູນເຊື້ອຊາດຢ່າງ​ໂຫດ​ຮ້າຍ​ທີ່​ໄດ້​ສັງຫານ​ປະ​ຊາ​ຊົນ​ ກຳ​ປູ​ເຈຍ ​ຫຼາຍ​ກວ່າ 2 ລ້ານ​ຄົນ. ໃນປັດຈຸບັນ ມີຂໍ້ມູນໜ້ອຍຫຼາຍກ່ຽວກັບວິທີການອົບພະຍົບແບບບັງຄັບຂອງກໍາລັງປົກຄອງໃນເວລານັ້ນດ້ວຍລົດໄຟຂະຫນາດໃຫຍ່, ການຈໍາແນກແບ່ງແຍກປະຊາກອນ ແລະ ການປະຕິຮູບທາງດ້ານສັງຄົມໂດຍການໃຊ້ມາດຕະການທີ່ບໍ່ມີວິທະຍາສາດຕິດພັນກັບການກະທໍາທີ່ໂຫດຮ້າຍທີ່ສຸດຂອງການຂ້າລ້າງເຜົ່າພັນໃນປະຫວັດສາດຂອງມະນຸດ.

ນັບແຕ່ຕົ້ນປີມາຮອດປັດຈຸບັນ, ອົງການ DC-Cam ໄດ້ຈັດຕັ້ງການສຳຫຼວດ ແລະ ທັດສະນະສຶກສາຫຼາຍຄັ້ງໂດຍໄປດ້ວຍລົດໄຟຕາມເສັ້ນທາງການອົບພະຍົບ, ຊ່ວຍໃຫ້ນັກຄົ້ນຄວ້າ, ຖັນແຖວຄູປະຫວັດສາດ ແລະ ຊາວໜຸ່ມ ກຳປູເຈຍ ໃນປະຈຸບັນ ໄດ້ມີໂອກາດເຊື່ອມຕໍ່, ສຳຜັດກັບຕົວຈິງ ແລະ ຮັບຮູ້ຢ່າງຖືກຕ້ອງກ່ຽວກັບບັນດາເລື່ອງລາວທີ່ເກີດຂຶ້ນໃນອະດີດ. ​ໃນ​ນັ້ນ, ມີ​ເລື່ອງ​ລາວ​ຂອງ​ທະຫານ​ອາສາ​ສະໝັກ ​ຫວຽດນາມ ທີ່​ຕໍ່ສູ້​ ແລະ​ ເສຍ​ຊີວິດ, ​ກໍ່ຄື​ວຽກ​ງານ​ປົວແປງ ​ແລະ ສ້າງ​ສາປະເທດ ກຳ​ປູ​ເຈຍ ​ຄືນ​ໃໝ່​ພາຍຫຼັງ​ທີ່​ໄດ້​ຮັບ​ສັນຕິພາບ​ຢ່າງ​ສົມບູນ​ໃນ​ທ້າຍ​ສະຕະວັດກ່ອນ.

ການເດີນທາງເຊື່ອມຕໍ່ປະຫວັດສາດໃນປະເທດແຫ່ງ ວັດທາດ

ຄູ​ອາ​ຈານ, ​ນັກ​ຮຽນ ​ແລະ​ ນັກ​ສຶກ​ສາ​ ​ກໍາ​ປູ​ເຈຍ​ ກຸ່ມ​ຫນຶ່ງ​ໄດ້​ເຂົ້າ​ຮ່ວມ​ໃນ​ໂຄງ​ການ​ສໍາ​ຫຼວດ​ການ​ເດີນ​ທາງ​ດ້ວຍ​ລົດ​ໄຟ​.

ຄະນະຍັງໄດ້ໄປຢ້ຽມຢາມ ແລະ ຄົ້ນຄວ້າບັນດາຮ່ອງຮອຍປະຫວັດສາດອື່ນໆ ທີ່ກ່ຽວພັນກັບເຂດເຄື່ອນໄຫວຂອງກອງທັບອາສາສະໝັກ ຫວຽດນາມ ໃນເວລານັ້ນຄື: ຮ່ອງຮອຍປະຫວັດສາດການທະຫານ Techo Phnom Moan ຫຼື Techo ເກເຊີນ (A4); ຮ່ອງຮອຍປະຫວັດສາດການທະຫານ Techo Phnom Spean Chey Chumneas ຫຼື ຂົວ​ແຫ່ງ​ໄຊ​ຊະ​ນະ​. ສະຖານທີ່ແຫ່ງນີ້ເຄີຍເປັນກອງບັນຊາການ ແລະ ສະໜາມຮົບທີ່ດຸເດືອດລະຫວ່າງບັນດາກຳລັງປະກອບອາວຸດປະຕິວັດ ກຳປູເຈຍ ແລະ ກອງທັບອາສາສະໝັກ ຫວຽດນາມ ໃນການຕໍ່ສູ້ຕ້ານກັບກຳລັງທີ່ຍັງເຫຼືອຂອງ Pol Pot.

ນອກຈາກນັ້ນ, ຄະນະສຳຫຼວດຍັງໄດ້ມີໂອກາດພົບປະກັບອະດີດທະຫານອາສາສະໝັກ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ແຂວງ Pursat ແລະ ຮັບຟັງບັນດາເລື່ອງລາວກ່ຽວກັບຊີວິດການເປັນຢູ່ໃນການຕໍ່ສູ້, ກໍ່ຄືພາຍຫຼັງໄດ້ອອກຈາກກອງທັບ ແລະ ກັບຄືນຕິດພັນກັບດິນແດນແຫ່ງວັດທາດ ດ້ວຍບຸນວາດສະໜາຫຼາຍຢ່າງ.

ການເດີນທາງເຊື່ອມຕໍ່ປະຫວັດສາດໃນປະເທດແຫ່ງ ວັດທາດ

ຄະນະສໍາຫຼວດໄດ້ພົບປະ ແລະ ສໍາພາດບັນດາພະຍານແຫ່ງປະຫວັດສາດຂອງລະບອບຂ້າລ້າງເຜົ່າພັນຢູ່ສະຖານທີ່ Go Po Chey ເມືອງ Kandeang (ແຂວງ Pursat, ກໍາປູເຈຍ).

ທ່ານ ຮສຈ.ປອ. ຟ້າ​ມວັນ​ຖຸຍ, ຮອງ​ຫົວໜ້າ​ພາກ​ວິຊາ​ປະຫວັດສາດ, ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດສາດ ໄດ້ຕີລາຄາ​ວ່າ ນີ້​ແມ່ນ​ຄວາມ​ຄິດ​ທີ່​ດີ​ເລີດເມື່ອ​ຈັດ​ຕັ້ງ​ໃຫ້ນັກ​ຄົ້ນ​ຄ້ວາ​ ຫວຽດນາມ ​ແລະ ກຳປູ​ເຈຍ ​ພ້ອມກັນເຂົ້າ​ຮ່ວມ​ການ​ເດີນທາງ​ດ້ວຍ​ລົດ​ໄຟ​ຈາກ​ນະຄອນຫຼວງ​ Phnom Penh ຫາ Pursat.

ທ່ານ ຮສຈ.ປອ. ຟ້າ​ມວັນ​ຖຸຍ ຖື​ວ່າ ການ​ຄົ້ນ​ຄວ້າກ່ຽວກັບ​ລະບອບ​ການ​ຂ້າ​ລ້າງ​ເຜົ່າ​ພັນ ​ແລະ ສຳຜັດ​ກັບ​ບັນດາ​ເລື່ອງລາວ​ທີ່​ໂສກເສົ້າ​ໃນ​ປະຫວັດສາດ​ບໍ່​ພຽງ​ແຕ່​ແນ​ໃສ່​ບຳລຸງ​ສ້າງ, ຍົກສູງ​ຄວາມ​ຮູ້ ແລະ ຄວາມ​ຮັບ​ຮູ້​ເທົ່າ​ນັ້ນ, ຫາກ​ຍັງ​ຊຸກຍູ້​ການ​ຊອກ​ຫາ​ບັນດາ​ຂໍ້​ລິ​ເລີ່​ມ, ວິທີ​ການແກ້​ໄຂ​ໃນວຽກງານ​ການ​ສຶກສາ​ປະຫວັດສາດ, ​ເພື່ອ​ໃຫ້​ຄົນ​ລຸ້ນ​ໃນ​ປະຈຸ​ບັນ ​ແລະ ອະນາຄົດ ຈະ​ບໍ່​ຢ້ຳຄືນໄລຍະປະຫວັດສາດທີ່ໂສກເສົ້ານັ້ນ​ອີກ.

ທ່ານ​ຫວັງ​ວ່າ ​ພາຍຫຼັງ​ການ​ຢ້ຽມຢາມ​ຄົ້ນຄວ້າ​ຄັ້ງ​ນີ້, ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ​ມະນຸດສາດ​ ແລະ DC-Cam ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ເພື່ອ​ໃຫ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຊຸກຍູ້, ​ມີລັກສະນະເປັນຈຸດສຸມ​ ແລະ ​ເປັນ​ທາງ​ການກວ່າອີກ.

ການເດີນທາງເຊື່ອມຕໍ່ປະຫວັດສາດໃນປະເທດແຫ່ງ ວັດທາດ

ຄະນະສຳຫຼວດ ພ້ອມດ້ວຍບັນດາພະຍານຢູ່ສະຖານທີ່ເກັບກູ້ອັດຖິຂອງຜູ້ຖືກເຄາະຮ້າຍຈາກລະບອບຂ້າລ້າງເຜົ່າພັນ ຢູ່ທີ່ເດີ່ນວັດ Reasmei Romlech, ຕາແສງ Romlech, ເມືອງ Bakan, ແຂວງ Pursat.

ເຂົ້າຮ່ວມທັດສະນະສຶກສາຄັ້ງນີ້, ທ່ານນາງ ປອ ຮວ່າງທິຮົ່ງງາ, ຊ່ຽວຊານປະຫວັດສາດ ຫວຽດນາມ ທັນສະໄໝ, ຢູ່ພາກວິຊາປະຫວັດສາດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ໃຫ້ຮູ້ວ່າ ນີ້ແມ່ນການເຄື່ອນໄຫວທີ່ພົ້ນເດັ່ນກ່ຽວກັບວິທີການຄົ້ນຄວ້າ. ບັນດານັກຄົ້ນຄ້ວາປະຫວັດສາດ ຫວຽດນາມ ສາມາດຮຽນຮູ້ວິທີການເຂົ້າເຖິງຂອງ DC-Cam - ຄົ້ນຄວ້າປະຫວັດສາດທີ່ຕິດພັນກັບເລື່ອງລາວຂອງແຕ່ລະຄົນ, ຖືລັກສະນະ “ຊີວິດ”, ມີລັກສະນະສັງຄົມວິທະຍາ ແລະ ມະນຸດສາດ. ໂດຍຜ່ານນັ້ນ ຈະສ້າງຄວາມຫນ້າເຊື່ອຖືສູງໃນໝາກຜົນທີ່ໄດ້ຮັບຈາກການຄົ້ນຄວ້າ, ກໍ່ຄືໃນບັນດາບົດບັນຍາຍ.

ການເດີນທາງເຊື່ອມຕໍ່ປະຫວັດສາດໃນປະເທດແຫ່ງ ວັດທາດ

ຄະນະສຳຫຼວດໄດ້ພົບປະ ແລະ ປຶກສາຫາລືກັບຄູປະຫວັດສາດ ແລະ ນ້ອງໆນັກຮຽນ ໂຮງຮຽນ ມັດທະຍົມຕອນປາຍ Hun Sen Promaoy ທີ່ສູນໄກ່ເກ່ຍ Veal Veang ຂອງ DC-Cam.

ຕາມ​ທ່ານ ປອ Chhang Youk, ຜູ້ອຳນວຍການ DC-Cam ​ແລ້ວ, ນັບ​ແຕ່​ເດືອນ ມີນາ ປີ 2024 ມາ​ຮອດ​ປະຈຸ​ບັນ, DC-Cam ​ໄດ້​ຈັດ​ຕັ້ງ​ການ​ທັດສະນະ​ສຶກສາ​ຄົ້ນຄວ້າ 18 ຄັ້ງ​ດ້ວຍ​ລົດ​ໄຟ​ໂດຍ​ມີ​ໄວ​ໜຸ່ມ 1.000 ກວ່າ​ຄົນ​ເຂົ້າ​ຮ່ວມ. ​ແຕ່ວ່າ, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ນັກ​ຄົ້ນ​ຄວ້າ​ຕ່າງປະ​ເທດ​ໄດ້​ຮັບ​ການເຊີນ​ເຂົ້າ​ຮ່ວມ​ໂຄງການ.

ທ່ານ​ໃຫ້ຮູ້​ວ່າ ຖື​ ຮ່າ​ໂນ້ຍ ​ເປັນ​ຈຸດ​ເລີ່​ມຕົ້ນ, DC-Cam ປາດ​ຖະໜາ​ຢາກ​ດຶງ​ດູດ​ນັກ​ຮຽນຮູ້ ​ແລະ ນັກ​ສຶກສາ​ນັບ​ມື້​ນັບຫຼາຍຂຶ້ນ ມາ​ເຂົ້າ​ຮ່ວມ​ບັນດາ​ການ​ເດີນທາງຄື​ດັ່ງກ່າວ​ເພື່ອໃຫ້ເຂົາເຈົ້າສາມາດ​ຄົ້ນ​ຄ້ວາ ແລະ ຂຽນ​ກ່ຽວ​ກັບ​ປະຫວັດສາດ​ຂອງລະບອບດັບສູນເຊື້ອຊາດ Pol Pot, ​ເພື່ອ​ໃຫ້​ບັນດາ​ເລື່ອງລາວ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ ແລະ ຜູ້ລອດຊີວິດຈະບໍ່ຖືກຫຼົງລືມ.

ເພີ່ມທະວີການໜູນຊ່ວຍດ້ານຕຸລາການໃຫ້ບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ

ເພີ່ມທະວີການໜູນຊ່ວຍດ້ານຕຸລາການໃຫ້ບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ

ຍສໝ - ວັນ​ທີ 18 ກໍລະກົດ​, ຢູ່​ແຂວງ​ ກວາງ​ນາມ, ກອງ​ປະຊຸມ​ຄັ້ງ​ທີ 7 ຂອງ​ສານ​ບັນດາ​ແຂວງ​ຊາຍ​ແດນ​ຫວຽດນາມ - ກຳປູ​ເຈຍ - ລາວ ​ໄດ້​ໄຂ​ຂຶ້ນ.

ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນກັບ ລາວ ແລະກຳປູເຈຍ

ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນກັບ ລາວ ແລະກຳປູເຈຍ

ຍສໝ - ນັບແຕ່ວັນທີ 11-13 ກໍລະກົດ 2024, ທ່ານນາງ ຟານທິຖັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ໄດ້ຮ່ວມເດີນທາງພ້ອມກັບທ່ານປະທານປະເທດ ໂຕເລິມ ໄປຢ້ຽມຢາມທາງລັດຖະກິດ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.