ການບູລະນະຫໍເທບທິດາປະເທດ ລາວ ຢູ່ແຂວງ ນິງບິ່ງ

20:38 | 26/08/2024

ຍສໝ - ຫໍເທບທິດາປະເທດ ​ລາວ (ຢູ່​ແຂວງ ນິງບິ່ງ) ຈະ​ໄດ້​ຮັບ​ການ​ບູລະນະ, ຍົກ​ລະ​ດັບ​ເປັນ​ສວນ​ສາທາລະນະເປັນ “ສວນ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ ​ຫວຽດ​ນາມ - ລາວ”.

ເປີດຊຸດຝຶກອົບຮົມວິຊາພາສາລາວ ໃຫ້ພະນັກງານ-ລັດຖະກອນ ຢູ່ແຂວງ ຮ່າຕິ້ງ
ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຜ່ານ Festival ນິງບິ່ງ - ຈາງອານ ປີ 2023
ການບູລະນະຫໍເທບທິດາປະເທດ ລາວ ຢູ່ແຂວງ ນິງບິ່ງ

ວິຫານ ເທື້ອງໄທເຊີນ (ຕັ້ງຢູ່ຕາແສງ ເຊີນລາຍ, ເມືອງ ຍໍກວ່ານ, ແຂວງ ນິງບິ່ງ) ແມ່ນຮ່ອງຮອຍທາງປະຫວັດສາດ - ວັດທະນະທຳ ທີ່ໄດ້ຮັບການຈັດເຂົ້າລະດັບແຂວງຈາກຄະນະກຳມະການປະຊາຊົນແຂວງ ນິງບິ່ງ ໃນປີ 2007. ຮ່ອງຮອຍແມ່ນສະຖານທີ່ບູຊາ ແລະ ໄຫວ້ອາໄລເຖິງເຈົ້າຍິງ ໂຍ້ຍຮວ່າ (ເຈົ້າຍິງຂອງປະເທດ ລາວ).

ວິຫານ ເທື້ອງໄທເຊີນ ໄຫວ້ອາໄລເຈົ້າຍິງຂອງປະເທດ ລາວ ດ້ວຍຊື່ ເຈົ້າຍິ່ງ ໂຍ້ຍຮວ່າ, ຕັ້ງຢູ່ເທິງຈອມພູ ຢູ່ບ້ານ ໄທເຊີນ, ຕາແສງ ເຊີນລາຍ, ເມືອງ ຍໍກວ່ານ, ແຂວງ ນິງບິ່ງ.

ວິຫານຕັ້ງ​ຢູ່​ເທິງ​ເນີນ​ພູທ່າມກາງ​ພື້ນທີ່ໝູ່ບ້ານ​ທີ່​ມີ​ຄວາມ​ສະ​ຫງົບສຸກ​ ແລະ ​ພູ​ເຂົາ​ທີ່​ໃຫຍ່ໂຕມະໂຫຖານ​. ເສັ້ນທາງຂຶ້ນວິຫານແມ່ນອ້ອມຮອບໄປດ້ວຍຕົ້ນໄມ້ຂຽວອຸ່ມທຸ່ມ.

ໃນແຕ່ລະປີ, ທີ່ຮ່ອງຮອຍໄດ້ດຳເນີນງານບຸນປະເພນີ ໃນວັນ 3 ເດືອນ 3 ຕາມຈັນທະປະຕິທິນ, ນອກຈາກການແຫ່ກ້ຽວອ້ອມບ້ານແລ້ວ, ຍັງມີການລະຫຼີ້ນພື້ນເມືອງຫຼາຍຢ່າງ. ພິ​ເສດ ​ແມ່ນ​ຈະ​ມີ​ການ​ຟ້ອນ ແລະ ຮ້ອງ​ເພງ​ຕາມ​ຈັງຫວະ​ຈຳປາ (​ເປັນ​ການ​ຟ້ອນ​ລຳ​ທຳ​ເພງ​ພື້ນ​ເມືອງ​ຂອງ​ປະເທດ ລາວ) ​ເພື່ອ​ລະນຶກ​ເຖິງ​ຄຸນ​ງາມຄວາມ​ດີ​ຂອງ​ເຈົ້າຍິງ ໂຍ້ຍຮວ່າ ​ແລະ ອະນຸລັກ​ຮັກສາ​, ເຊີດຊູມູນເຊື້ອອັນ​ດີງາມ​ຂອງ​ສອງຊາດ ​ຫວຽດນາມ ​- ລາວ.

ການບູລະນະຫໍເທບທິດາປະເທດ ລາວ ຢູ່ແຂວງ ນິງບິ່ງ

ຫໍເທບທິດາປະເທດ ລາວ ຈະໄດ້ຮັບການບູລະນະ, ປະດັບປະດາ ແລະ ກໍ່ສ້າງສວນສາທາລະນະເປັນ “ສວນວັດທະນະທຳທ່ອງທ່ຽວ ຫວຽດນາມ - ລາວ”.

ທ່ານ ຫງວຽນ​ແມ້ງ​ເກື່ອງ, ຫົວໜ້າ​ພະ​ແນ​ກວັດທະນະທຳ ​ແລະ ກິລາ ​ແຂວງ ນິງບິ່ງ ​ໃຫ້​ຮູ້​ວ່າ: ຫໍເທບທິດາປະເທດ ລາວ ​ແມ່ນ​ຮ່ອງຮອຍ​ພິ​ເສດ​ທາງ​ປະຫວັດສາດ ​ແລະ ວັດທະນະທຳ​ທີ່​ເປັນຫຼັກຖານຕົວຈິງກ່ຽວກັບນ້ຳໃຈ​ຄວາມ​ສາມັກຄີ​​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ. ຮ່ອງຮອຍດັ່ງກ່າວ ແມ່ນຍາມໃດກໍ່ໄດ້ຮັບການເບິ່ງແຍງ, ປົກປັກຮັກສາ, ບູລະນະ ແລະ ປະດັບປະດາໂດຍອຳນາດການປົກຄອງ ແລະ ປະຊາຊົນໃນທ້ອງຖິ່ນ, ໃນແຕ່ລະປີ ໄດ້ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍມາຢ້ຽມຢາມ.

ຜ່ານມາ ຮ່ອງຮອຍໄດ້ຮັບການບູລະນະ, ແຕ່ຂະໜາດ ແລະ ຂອບເຂດຍັງບໍ່ເໝາະສົມເພື່ອເຊີດຊູຄຸນຄ່າອັນສຳຄັນຂອງຮ່ອງຮອຍໃນການສະແດງນ້ຳໃຈມິດຕະພາບສາກົນລະຫວ່າງ ຫວຽດນາມ - ລາວ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ການບູລະນະຫໍເທບທິດາປະເທດ ລາວ ຢູ່ແຂວງ ນິງບິ່ງ

ເສັ້ນທາງຂຶ້ນໄປຫໍເທບທິດາປະເທດ ລາວ ຢູ່ບ້ານ ໄທເຊີນ, ຕາແສງ ເຊີນລາຍ, ເມືອງ ຍໍກວ່ານ, ແຂວງ ນິງບິ່ງ.

ທ່ານ ​ເກື່ອງ ​ກ່າວວ່າ “ພະແນກ​ວັດທະນະທຳ ​ແລະ ກິລາ ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ນິງບິ່ງ ​ເປັນ​ສູນຕິດຕໍ່ປະສານງານ​ໃນ​ການ​ແລກປ່ຽນ ​ແລະ ເຮັດວຽກ​ກັບ​ສະຖານທູດ ​ສປປ ລາວ ປະຈຳ ສສ ຫວຽດນາມ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ວິທະຍາສາດ​ລະຫວ່າງຂະແໜງການ 2 ປະ​ເທດ ເພື່ອແນໃສ່​ເພີ່ມເຕີມ, ເຮັດໃຫ້​ບັນດາ​ຄຸນຄ່າ​ດ້ານ​ວິທະຍາສາດ, ປະຫວັດສາດ ​ແລະ ວັດທະນະທຳ​ເລິກເຊິ່ງກວ່າອີກ ​ເພື່ອ​ປະຕິບັດການບູລະນະ, ປະດັບ​ປະດາຮ່ອງຮອຍ​ຫໍ​ເທບທິດາປະເທດ ລາວ ​ແລະ ກໍ່ສ້າງ​ສວນ​ສາທາລະນະ “​ສວນ​ວັດທະນະທຳທ່ອງ​ທ່ຽວ ຫວຽດນາມ - ລາວ” ຢູ່​ຕາ​ແສງ ເຊີນ​ລາຍ, ​ເມືອງ ​ຍໍກວ່ານ ​ໃຫ້​ຮັບປະກັນບັນດາປັດໄຈທາງ​ປະຫວັດສາດ - ວັດທະນະທຳ ຫວຽດນາມ - ລາວ”​.

ລົງຕົວຈິງວັດທະນະທໍາ Kyoto ຢູ່ແຂວງ ເທື່ອທຽນເຫ້ວ

ລົງຕົວຈິງວັດທະນະທໍາ Kyoto ຢູ່ແຂວງ ເທື່ອທຽນເຫ້ວ

ຍສໝ - ​ລາຍການ​ແລກປ່ຽນ​ດົນຕີ, ​ຮ້ານ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ທ້ອງ​ຖິ່ນ, ລົງຕົວຈິງ​ວັດທະນະທຳດື່ມນ້ຳຊາ, ກິ​ໂມ​ໂນ... ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈັດຂຶ້ນ​ໃນ​ຂອບ​ເຂດ​ໂຄງການ “ວັນ​ວັດທະນະທຳ ​ແລະ ການ​ສຶກສາ Kyoto ຢູ່ ​ເຫ້ວ” ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງເທື່ອທຽນເຫ້ວ (ຫວຽດນາມ) ​ສົມທົບກັບອຳນາດການປົກຄອງ ນະຄອນ ​Kyoto (ຍີ່​ປຸ່ນ) ​ຈັດ​ຂຶ້ນໃນ​ວັນ​ທີ 21 ພະ​ຈິກ.

ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ຢູ່ແຂວງ ເທື່ອທຽນເຫ້ວ

ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ຢູ່ແຂວງ ເທື່ອທຽນເຫ້ວ

ຍສໝ - ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ຫາ​ກໍ່​ໄດ້​ອອກ​ມະຕິຕົກລົງເລກ​ທີ 2735/QD-UBND ລົງ​ວັນ​ທີ 21 ພະຈິກ 2023 ວ່າດ້ວຍການອະ​ນຸມັດໃຫ້​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ສ.​ເກົາ​ຫຼີ ແຂວງ ​ເທື່ອ​ທຽນ​ເຫ້ວ. ຂໍ້ຕົກລົງນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.