VUFO, UNDP ຢູ່ ຫວຽດນາມ ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ພັດທະນາ

07:13 | 30/08/2024

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟ່ານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ແລະ ທ່ານ​ນາງ Ramla Khalidi, ຫົວໜ້າ​ຜູ້ຕາງໜ້າໂຄງການພັດທະນາສະຫະ​ປະຊາ​ຊາດ (UNDP) ປະຈຳ ຫວຽດນາມ, ​ໃນ​ວັນ​ທີ 28 ສິງຫາ ຢູ່​ຮ່າ​ໂນ້ຍ.

ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​
ຫວຽດ​ນາມ ແມ່ນ​ຂົວ​​ຕໍ່​ສຳ​ຄັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາງ Ramla Khalidi ໃຫ້ຮູ້ວ່າ: UNDP ແລະ ຫວຽດນາມ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືແຕ່ປີ 1978. ຕະຫຼອດ 46 ປີຜ່ານມາ, UNDP ໄດ້ເປັນກຽດຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນຂະບວນການປ່ຽນໃໝ່, ພັດທະນາ, ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ເຂັ້ມແຂງຂອງ ອາຊີຕາເວັນອອກສຽງໃຕ້.

VUFO, UNDP ຢູ່ ຫວຽດນາມ ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ພັດທະນາ

ທ່ານ ຟ່ານແອງເຊີນ, ປະທານ VUFO (ຂວາ) ໄດ້ຕ້ອນຮັບທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ. (ພາບ: Dinh Hoa)

ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ ຫວຽດນາມ, UNDP ​ໄດ້​ຫັນປ່ຽນ​ຈາກເປົ້າໝາຍຕົ້ນ​ແມ່ນ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ໄປ​ສູ່​ບັນດາ​ຂົງ​ເຂດ​ໃໝ່​ຄື: ການ​ຫັນ​ເປັນ​ສີຂຽວ, ການ​ຫັນ​ເປັນ​ດິຈິ​ຕອນ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ... ປະຈຸ​ບັນ, 3 ຂົງ​ເຂດ​ຕົ້ນຕໍ​ຂອງ UNDP ຢູ່ ​ຫວຽດນາມ ລວມມີ: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີຄວາມສາມາດຕ້ານໄພພິບັດທໍາມະຊາດ; ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ໂດຍ​ຜ່ານ​ການ​ຫັນປ່ຽນເສດ​ຖະ​ກິດ; ການບໍລິຫານສາທາລະນະ.

ທ່ານ ຟ່ານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃຫ້​ຮູ້​ວ່າ: ປີ 1986, ​ເມື່ອ​ຫວຽດນາມ ​ເລີ່​ມປະຕິບັດ​ແນວທາງປ່ຽນແປງໃໝ່, ອັດຕາ​ຄອບຄົວທຸກ​ຍາກ​ແມ່ນ 57%. ຮອດ​ປີ 2023, ອັດຕາ​ຄອບຄົວ​ທຸກ​ຍາກ​ຕາມ​ມາດຖານ​ຄວາມ​ທຸກ​ຍາກ​ໃໝ່​ຈະ​ແມ່ນ 4,3%. ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດັ່ງກ່າວ, ​ໄດ້​ມີ​ການ​ສະໜັບສະໜູນ​ຈາກ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ລວມທັງ UNDP.

ຕາມ​ທ່ານ​ຟານ​ແອງ​ເຊີນ ​ແລ້ວ, VUFO, UNDP ຢູ່​ ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, 2 ຝ່າຍ​ໄດ້​ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ, ​ພົ້ນເດັ່ນໃນການປະກອບສ່ວນ​ເຂົ້າ​ໃນ​ການສ້າງ“ບົດ​ລາຍ​ງານກົນໄກກວດກາ​ຄືນປະຈຳໄລຍະທົ່ວໄປ (UPR) ຮອບ​ວຽນ IV ຂອງ​ ຫວຽດນາມ” ກ່ຽວ​ກັບ​ການ​ປົກ​ປ້ອງ​ສິດທິ​ມະນຸດ. VUFO, ຄະນະ​ປະສານງານການ​ຊ່ວຍ​ເຫຼືອ​ປະຊາຊົນ (PACCOM - ໜ່ວຍ​ງານ​ພາຍ​ໃຕ້ VUFO) ພ້ອມ​ແລ້ວ​ທີ່​ຈະ​ສົມທົບ, ໜູນ​ຊ່ວຍ UNDP ຢູ່ ຫວຽດນາມ ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ, ການ​ເຄື່ອນ​ໄຫວໃນໄລຍະ​ທີ່​ຈະ​ມາ​ເຖິງ.

ຫຼາຍ​ຂໍ້​ສະ​ເໜີ​ເພື່ອ​ເພີ່ມທະວີການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ບົນ​ຊ່ອງ​ທາງ​ປະຊາຊົນ

ຫຼາຍ​ຂໍ້​ສະ​ເໜີ​ເພື່ອ​ເພີ່ມທະວີການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ບົນ​ຊ່ອງ​ທາງ​ປະຊາຊົນ

ຍສໝ - ​ວັນ​ທີ 22 ກໍລະກົດ ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​​ຕ້ອນຮັບ​ທ່ານ Takebe Tsutomu, ທີ່​ປຶກສາ​ພິ​ເສດສະຫະພັນລັດຖະສະພາມິດຕະພາບ ຍີ່​ປຸ່ນ - ຫວຽດນາມ ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

ຍສໝ - 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບວຽກງານການ​ທູດ​ປະຊາຊົນ ​ແລະ ບົດບາດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ເຊື່ອມ​ຕໍ່​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.