ປຶກສາຫາລືການເມືອງຫວຽດນາມ - ສິງກະໂປ ຄັ້ງທີ 16

14:34 | 06/09/2024

ຍສໝ - 2 ຝ່າຍເຫັນດີເປັນເອກະພາບກະກຽມໃຫ້ແກ່ການພົບປະແລກປ່ຽນ ແລະການພົບປະຂັ້ນສູງໃຫ້ເປັນຢ່າງດີ, ກ່ອນອື່ນໝົດແມ່ນກົນໄກພົບປະປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ທ່ານ; ເພີ່ມທະວີການຕິດພັນສອງພື້ນຖານເສດຖະກິດ, ນໍາການຮ່ວມມືໃນຂົງເຂດສຳຄັນອື່ນໆ ເຊັ່ນ: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ໃຫ້ເຂົ້າສູ່ລວງເລິກ.

ກອງປະຊຸມປຶກສາຫາລືການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອົດສະຕາລີ ຄັ້ງທີ 16 ກອງປະຊຸມປຶກສາຫາລືການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອົດສະຕາລີ ຄັ້ງທີ 16
16 ຜົນງານ ຍາດໄດ້ລາງວັນການປະກວດຮູບພາບສິລະປະ “ປະເທດຊາດເບິ່ງຈາກທະເລ” 16 ຜົນງານ ຍາດໄດ້ລາງວັນການປະກວດຮູບພາບສິລະປະ “ປະເທດຊາດເບິ່ງຈາກທະເລ”

ວັນທີ 4 ກັນຍາ, ຢູ່ສໍານັກງານກະຊວງການຕ່າງປະເທດ ສິງກະໂປ, ທ່ານ ໂດ໊ຮຸ່ງຫວຽດ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Albert Chua ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດສິງກະໂປ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຫວຽດນາມ - ສິງກະໂປ ຄັ້ງທີ 16.

ທ່ານ Albert Chua ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງສິງກະໂປ ໃນພາກພື້ນ; ບັນດາກົນໄກຮ່ວມມືສອງຝ່າຍ ລະຫວ່າງສອງປະເທດ, ໃນນັ້ນມີກົນໄກປຶກສາຫາລືການເມືອງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ຢ່າງມີປະສິດທິຜົນ.

ປຶກສາຫາລືການເມືອງຫວຽດນາມ - ສິງກະໂປ ຄັ້ງທີ 16
ປຶກສາຫາລືດ້ານການເມືອງຫວຽດນາມ - ສິງກະໂປ ຄັ້ງທີ 16. ພາບ: dangcongsan.vn

ກ່ຽວກັບທິດທາງໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີເປັນເອກະພາບກະກຽມໃຫ້ແກ່ການພົບປະແລກປ່ຽນ ແລະການພົບປະຂັ້ນສູງໃຫ້ເປັນຢ່າງດີ, ກ່ອນອື່ນໝົດແມ່ນກົນໄກພົບປະປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ທ່ານ; ເພີ່ມທະວີການຕິດພັນສອງພື້ນຖານເສດຖະກິດ, ນໍາການຮ່ວມມືໃນຂົງເຂດສຳຄັນອື່ນໆ ເຊັ່ນ: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ໃຫ້ເຂົ້າສູ່ລວງເລິກ.

2 ຝ່າຍກໍ່ໄດ້ແບ່ງປັນການຕີລາຄາ ແລະການຕັດສິນໃຈກໍ່ສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ການຮ່ວມມື ແລະພັດທະນາ; ພ້ອມກັບບັນດາປະເທດອາຊຽນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະຄົບຖ້ວນ ແລະສູ້ຊົນບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີຄຸນນະພາບ, ມີປະສິດທິພາບ, ປະສິດທິຜົນໂດຍໄວ, ສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ເນື່ອງໃນໂອກາດນີ້, ທ່ານ ໂດ໊ຮຸ່ງຫວຽດ ກໍ່ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ.

ຫວຽດນາມ ໄດ້ຈັດເຂົ້າໃນກຸ່ມ 16 ປະເທດມີພື້ນຖານເສດຖະກິດພົ້ນເດັ່ນທີ່ສຸດ ຫວຽດນາມ ໄດ້ຈັດເຂົ້າໃນກຸ່ມ 16 ປະເທດມີພື້ນຖານເສດຖະກິດພົ້ນເດັ່ນທີ່ສຸດ

ຍສໝ - ອີງຕາມປະສິດທິພາບພື້ນຖານເສດຖະກິດຂອງ 97 ປະເທດຕັ້ງແຕ່ປີ 2000, ທະນາຄານໂລກ ໄດ້ກ່າວວ່າ ກຸ່ມບັນດາປະເທດທີ່ປະສົບຜົນສຳເລັດຫຼາຍທີ່ສຸດ ແລະ ພັດທະນາຢ່າງໂດດເດັ່ນໃນປະຈຸບັນ ປະກອບມີ 16 ປະເທດ, ໃນນັ້ນມີອິນເດຍ ແລະ ຫວຽດນາມ.

ທິມຊາດຫວຽດນາມ ໄດ້ເຂົ້າຮອບຊີງແຊັມຂອງການແຂ່ງຂັນບານເຕະຍິງຊີງແຊັມອາຊີຮຸ່ນອາຍຸ 16 ປີ ທິມຊາດຫວຽດນາມ ໄດ້ເຂົ້າຮອບຊີງແຊັມຂອງການແຂ່ງຂັນບານເຕະຍິງຊີງແຊັມອາຊີຮຸ່ນອາຍຸ 16 ປີ

ຍສໝ - ໃນການແຂ່ງຂັນລະຫວ່າງທິມຊາດຫວຽດນາມ ກັບ ທິມຊາດອີຮານ ບໍ່ໄດ້ມີປະຕູກໍ່ຊ່ວຍໃຫ້ທິມຊາດຫວຽດນາມໄດ້ເຂົ້າຮອບຊີງແຊັມອາຊີຮຸ່ນອາຍຸ 16 ປີ ເຊິ່ງເປັນຄັ້ງທໍາອິດທິມຊາດຫວຽດນາມໄດ້ເຂົ້າຮອບຊີງແຊັມອາຊີຮຸ່ນອາຍຸ 16 ປີ ພາຍຫຼັງ 8 ປີ ທີ່ການແຂ່ງຂັນບານເຕະຍິງຊີງແຊັມອາຊີຮຸ່ນອາຍຸ 16 ປີ ນີ້ໄດ້ຈັດຂຶ້ນມາຢ່າງເປັນທາງການ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.