ແຂວງເຫງະອານ ຮັບນັກຮຽນລາວ ຈໍານວນ 31 ຄົນທີ່ຮຽນຫຼັກສູດສາມັນສຶກສາ

21:41 | 19/09/2024

ຍສໝ - ວັນທີ 13 ກັນຍາ 2024, ຄະນະກຳມະການປະຊາຊົນແຂວງ ເຫງະອານ ໄດ້ອອກຂໍ້ຕົກລົງສະບັບເລກທີ 2406/QD-UBND ລົງວັນທີ 13 ກັນຍາ 2024 ເພື່ອຮັບນັກຮຽນຕ່າງປະເທດຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈຳນວນ 31 ຄົນ ເພື່ອເຂົ້າຮຽນຫຼັກສູດສາມັນສຶກສາ ສົກຮຽນ 2024-2025.

ມອບໃບໃບຢັ້ງວິຊາພາສາລາວ ໃຫ້ນາຍທະຫານ, ທະຫານປະຊາຊົນອາຊີບ ຈໍານວນ 43 ຄົນ ມອບໃບໃບຢັ້ງວິຊາພາສາລາວ ໃຫ້ນາຍທະຫານ, ທະຫານປະຊາຊົນອາຊີບ ຈໍານວນ 43 ຄົນ
ຈຳໜ່າຍຊຸດສະແຕມ “ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 – SEA Games 31” ຈຳໜ່າຍຊຸດສະແຕມ “ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 – SEA Games 31”

ຕາມ​ຂໍ້​ຕົກລົງ​ດັ່ງກ່າວ, ​ໃນ​ຈຳນວນ​ນັກຮຽນລາວ 31 ຄົນ​ ທີ່​ຮຽນສາມັນສຶກສາ​ທົ່ວ​ໄປ​ ສົກ​ຮຽນ 2024-2025 ຢູ່​ແຂວງ​ເຫງະອານ, ມີ​ນັກ​ຮຽນ 7 ຄົນ​ຢູ່​ແຂວງ​ບໍລິ​ຄຳ​ໄຊ; ນັກຮຽນແຂວງຊຽງຂວາງ ແລະ ຫົວພັນ ຈຳນວນ 12 ຄົນ (ແຂວງລະ 6 ຄົນ); ນັກຮຽນ ຈຳນວນ 12 ຄົນ ໃນ 3 ແຂວງ ຄື: ວຽງຈັນ, ສະຫວັນນະເຂດ, ຄຳມ່ວນ (ແຂວງລະ 4 ຄົນ).

Giao lưu hữu nghị chào mừng Tết Truyền thống Bunpimay năm 2024 (2567) cho Lưu học sinh Lào tại Trường Đại học Vinh - (Ảnh: www.vinhuni.edu.vn).  ພົບປະແລກປ່ຽນມິດຕະພາບເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດ 2024 (2567) ໃຫ້ແກ່ນັກສຶກສາລາວ ຢູ່ວິທະຍາໄລວິງ - (ພາບ: www.vinhuni.edu.vn).

ພົບປະແລກປ່ຽນມິດຕະພາບເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດ 2024 (2567) ໃຫ້ແກ່ນັກສຶກສາລາວ ຢູ່ວິທະຍາໄລວິງ - (ພາບ: www.vinhuni.edu.vn).

ໂຮງຮຽນ ມສ ກິນນອນຊົນເຜົ່າ ເລກ 2 ໄດ້ຮັບການມອບໝາຍຈາກຄະນະກໍາມະການປະຊາຊົນແຂວງ ເຫງະອານ ເປັນຜູ້ຮັບ, ຈັດສັນບ່ອນກິນ, ທີ່ພັກ, ການດໍາລົງຊີວິດ, ຈັດຕັ້ງວຽກງານການຮຽນ-ການສອນ ຕາມຫຼັກສູດສາມັນສຶກສາໃຫ້ນັກຮຽນລາວ 31 ຄົນ (ໄດ້ຮັບການຝຶກພາສາ ແລະ ສໍາເລັດຫຼັກສູດດັ່ງກ່າວ) ໄດ້ຮັບການອະນຸມັດຈາກພະແນກສຶກສາ ແລະ ບຳລຸງສ້າງ ແຂວງເຫງະອານ ໃຫ້ເຂົ້າຮຽນຕໍ່ຊັ້ນ ມ 5 ໃນສົກຮຽນ 2024-2025.

ໂດຍໄດ້ຮູ້​ວ່າ, ​ແຕ່​ປີ 2012 ຮອດ​ປະຈຸ​ບັນ, ນະຄອນ ເຫງະອານ ​ໄດ້​ໃຊ້​ງົບປະມານ​ກວ່າ 170 ຕື້​ດົ່ງ ​ເພື່ອ​​ຊ່ວຍເຫຼືອ​ການ​ບຳລຸງ​ສ້າງ​ພະນັກງານ, ນັກຮຽນ ​ແລະ ນັກສຶກສາ​ບັນດາ​ແຂວງ​ຂອງ​ລາວ ທີ່​ໄປ​ຮຽນ​ພາສາ​ຫວຽດນາມ ຢູ່​ວິທະຍາ​ໄລ ສ້າງຄູ ເຫງະອານ ​ແລະ ຮຽນວິຊາ​ສະ​ເພາະ​ລະດັບ​ປະລິນຍາ​ຕີ ​ແລະ ຫຼັງປະລິນຍາ​ຕີ​ ຢູ່ມະຫາວິທະຍາ​ໄລ​ ວິງ, ມະຫາວິທະຍາ​ໄລ​ການ​ແພດ​ ວິງ, ມະຫາວິທະຍາ​ໄລ​ເສດຖະກິດ ​ເຫງະອານ, ມະຫາວິທະຍາ​ໄລ​ອຸດສາຫະກຳ ​ວິງ ​ແລະ ມະຫາວິທະຍາ​ໄລ ສ້ງຄູ​ເຕັກນິກ​ ວິງ. ນອກຈາກນັ້ນ, ແຂວງ ເຫງະອານ ຍັງໄດ້ມອບທຶນການສຶກສາດ້ານຊັບພະຍາກອນມະນຸດ ໃຫ້ແກ່ພະນັກງານ, ນັກຮຽນ ແລະ ນັກສຶກສາລາວ ຈຳນວນ 1.157 ຄົນ ເພື່ອໄປສຶກສາຕໍ່ຢູ່ໃນບັນດາມະຫາວິທະຍາໄລ ແລະ ວິທະຍາ​ໄລ​ຕ່າງໆໃນທ້ອງຖິ່ນດັ່ງກ່າວ.

ວຽກ​ງານຊ່ວຍເຫຼືອການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ ​ໄດ້​ຊ່ວຍ​ໃຫ້​ບັນດາ​ແຂວງ​ຂອງ​ລາວ ໂດຍ​ແຂວງ ​ເຫງະອານ ຍັງຮັກສາໄວ້ ​ແລະ ບັນລຸ​ໄດ້​ຫລາຍ​ໝາກຜົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ທຫງດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ, ປະກອບສ່ວນ​ຊ່ວຍເຫຼືອ​ບັນດາ​ແຂວງ​ໃກ້​ຄຽງ​ໃນ​ການ​ກໍ່ສ້າງ, ພັດທະນາ​ຖັນແຖວພະນັກງານ ຕອບ​ສະໜອງ​ຄວາມ​ຕ້ອງການ​ຊັບພະຍາກອນ​ມະນຸດ​ໃນ​ໄລຍະ​ໃໝ່. ພ້ອມ​ກັນ​ນັ້ນ, ກໍ່ປະກອບສ່ວນ​ເພີ່ມ​ທະວີ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ທຸກ​ຂົງ​ເຂດ​ ລະຫວ່າງ​ແຂວງ ​ເຫງະອານ ​ແລະ ບັນດາ​ແຂວງຂອງລາວ ​ເວົ້າ​ສະ​ເພາະ ​ກໍ່ຄື ຫວຽດນາມ - ລາວ ​ເວົ້າ​ລວມ.

ນັກຮຽນ​ທຸກ​ຍາກ​ເກືອບ 400 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາລາຍການ, ໂຄງການ​ຂອງ​ທະຫານຊາຍແດນ​ແຂວງ ດັກ​ນົງ
ພະນັກງານ ແຂວງ ຫຼວງນ້ຳທາ (ລາວ) ຈຳນວນ 175 ຄົນ ໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ

ອານຸໄຊ ສະຫວັດ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ
302 Found

Found

The document has moved here.