ມອບປຶ້ມ ແລະສະບຽງອາຫານ ໃຫ້ແກ່ໂຮງຮຽນສຶກສາຄົນພິການແຂວງຫຼວງພະບາງ (ລາວ)

21:33 | 19/09/2024

ຍສໝ - ວັນ​ທີ 17 ກັນຍາ 2024, ​ເນື່ອງ​ໃນ​ໂອກາດ​ບຸນ​ໄຫວ້ພະຈັນ, ກົງ​ສູນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງ​ຫຼວງ​ພະ​ບາງ ​ແລະ ສະມາຄົມ​ນັກທຸລະກິດ​ຫວຽດນາມ ປະຈຳ​ພາກ​ເໜືອ​ຂອງ​ລາວ ​ໄດ້​ໄປ​ຢ້ຽມຢາມ​ບັນດາ​ຄູ​ອາຈານ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ນ້ອງນັກ​ຮຽນ​ ໂຮງຮຽນສຶກສາຄົນພິການແຂວງ​ຫຼວງ​ພະ​ບາງ.

ACWP, Operation Smile ມອບປຶ້ມແບບຮຽນ ແລະ ໜ້າກາກໃຫ້ນັກຮຽນທີ່ມີຄວາມຫຍຸ້ງຍາກ ຢູ່ເມືອງເຫວ້ 106 ຄົນ ACWP, Operation Smile ມອບປຶ້ມແບບຮຽນ ແລະ ໜ້າກາກໃຫ້ນັກຮຽນທີ່ມີຄວາມຫຍຸ້ງຍາກ ຢູ່ເມືອງເຫວ້ 106 ຄົນ
ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບປຶ້ມ 2 ພາສາລາວ-ຈີນ ໃຫ້ສື່ມວນຊົນລາວ ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບປຶ້ມ 2 ພາສາລາວ-ຈີນ ໃຫ້ສື່ມວນຊົນລາວ

ກ່າວ​ຄຳ​ເຫັນ​ໃນ​ການ​ຢ້ຽມຢາມ, ທ່ານ ​ນາງ​ ກຽວທິຮັ່ງຟຸ້ກ ຫົວໜ້າກົງ​ສູນ​ໃຫຍ່​ຫວຽດນາມ ​ໄດ້​ຍົກໃຫ້ຮູ້​ແຈ້ງແຫຼ່ງກຳ​ເນີ​ດປະຫວັດສາດ​ຂອງ​ວັນບຸນໄຫວ້ພະຈັນ​ແມ່ນ​ຄວາມ​ງາມທາງ​ດ້ານ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ຊາວຫວຽດນາມ. ວັນບຸນໄຫວ້ພະຈັນ​ ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກໃນຄອບຄົວໄດ້ເຕົ້າໂຮມ ແລະ ສະແດງຄວາມຮູ້ບຸນຄຸນໃຫ້ແກ່ກັນ ແລະກັນ, ລູກຫຼານສະແດງຄວາມຮູ້ບຸນຄຸນຕໍ່ພໍ່ເຖົ້າແມ່ເຖົ້າ ແລະ ຜູ້ໃຫຍ່ ໂດຍໄດ້ເ້ອົາໃຈໃສ່ເບິ່ງແຍງດູແລ ແລະ ຊຸກຍູ້ໃຫ້ເດັກນ້ອຍຝຶກຝົນຫຼໍ່ຫຼອມຮໍ່າຮຽນ ແລະ ບືນຕົວໃຫ້ຊີວິດດີຂື້ນ.

ທ່ານ ນາງ​ ກຽວທິຮັ່ງຟຸ້ກ ​ໄດ້ແບ່ງເບົາ​ຄວາມ​ຫຍຸ້ງຍາກ ​ແລະ ຄວາມ​ລຳບາກ​ຂອງ​ບັນດາ​ຄູ​ອາຈານ ແລະ ບັນດາພະແນກ ທີ່ເວລາໃດກໍ່ໄດ້ແບ່ງປັນນໍ້າໃຈຮັກແພງ, ​ເບິ່ງ​ແຍງດູແລສິດ​ສອນ​ລູກ​ຫຼານ​ໃຫ້​ເປັນ​ຄົນ​ດີ; ການ​ເບິ່ງ​ແຍງ​ດູ​ແລ​ ແລະ ​ການ​ບອກສອນຄົນ​ທຳ​ມະ​ດາ​ແມ່ນ​ຍາກ​ຫຼາຍແລ້ວ, ​ແຕ່​ໃນ​ທີ່​ນີ້​ເດັກນ້ອຍ​ທຸກ​ຄົນແມ່ນເປັນຄົນ​ພິການ ແລະ ການ​ດູ​ແລ​ເບິ່ງແຍງສິດສອນແມ່ນຍິ່ງມີຄວາມຫຍຸ້ງຍາກຫຼາຍ​ກວ່າ.

Tổng Lãnh sự quán Việt Nam tại Luông-pha-bang (TLSQ) và Hội Doanh nghiệp Việt Nam tại Bắc Lào tặng quà cho Trường Đào tạo khuyết tật tỉnh Luông-pha-bang.  ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ ແລະ ສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ພາກເໜືອຂອງລາວ ໄດ້ມອບຂອງຂວັນໃຫ້ ໂຮງຮຽນສຶກສາຄົນພິການ ແຂວງຫຼວງພະບາງ.

ກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ແລະ ສະມາຄົມນັກທຸລະກິດ ຫວຽດນາມ ປະຈຳພາກເໜືອຂອງລາວ ໄດ້ມອບຂອງຂວັນໃຫ້ ໂຮງຮຽນສຶກສາຄົນພິການ ແຂວງຫຼວງພະບາງ.

ໃນ​ໂອກາດ​ນີ້, ທິມງານດັ່ງກ່າວ​ໄດ້​ມອບ​ຂອງຂວັນ 72 ​ພູດ, ​ໃນ​ນັ້ນລວມ​ມີ​ປຶ້ມ ​ແລະ ເຂົ້າໜົມຫວານ​ໃຫ້​ນ້ອງນັກຮຽນ; ມອບເຂົ້າສານ 300 ກິໂລ, ໝີ່ 30 ແກັດ, ປາກະປ໋ອງ 200 ປ່ອງ ໃຫ້ແກ່ສາງອາຫານທີ່ສູນຄົນພິການຫູໜວກປາກກຶກ ແຂວງຫຼວງພະບາງ ເພື່ອແນໃສ່ແບ່ງເບົາ ແລະ ຫວັງວ່າ ບັນດາຄູອາຈານ ແລະ ນ້ອງໆ ຈະສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ອຸປະສັກ ເພື່ອຮ່ວມເດີນທາງ ແລະ ຊ່ວຍໃຫ້ນ້ອງໆເຊື່ອມຕົວເຂົ້າກັບຊີວິດ, ກາຍເປັນຄົນທີ່ເປັນປະໂຫຍດຕໍ່ສັງຄົມ.

Trao quà cho các cháu khuyết tật  ມອບຂອງຂວັນໃຫ້ເດັກພິການ

ມອບຂອງຂວັນໃຫ້ເດັກພິການ

ສູນຄົນຫູໜວກປາກກຶກ ແຂວງຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 2007 ນອກຈາກການເກັບມ້ຽນ ແລະ ສະໜອງອາຫານໃຫ້ແກ່ນັກຮຽນພິການແລ້ວ, ສູນດັ່ງກ່າວຍັງເປັນບ່ອນຝຶກອົບຮົມວິຊາຊີບໃຫ້ເດັກນ້ອຍພິການເຊັ່ນ: ການຖັກແສ່ວ, ຕັດຫຍິບເຄື່ອງ, ການປຸງແຕ່ງເຄື່ອງດື່ມ, ເຮັດເຂົ້າໜົມ, ປູກຝັງ ແລະ ລ້ຽງສັດ... ເພື່ອໃຫ້ເດັກນ້ອຍມີອາຊີບທີ່ໝັ້ນຄົງ ແລະ ມີຄວາມໝັ້ນໃຈໃນຊີວິດຫຼາຍຂຶ້ນ.

ວັດທະນະທຳ ແລະ ອາຫານ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຢູ່ສະຫະປະຊາຊາດ
ສັບປະດາ ໂຄສະນາວັດທະນະທຳ ແລ ອາຫານ ຫວຽດນາມ ຢູ່ ປະເທດໄທ

ອ.ສະຫວັດ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.